ສິດ​ເສລີພາບ​ໃນ​ການສະແດງ​ຄຳ​ຄິດ​ເຫັນ ແລະ ສິ່ງ​ທ້າ​ທາຍ​ຈາກ​ຂ່າວ​ປອມ

00:54 | 15/05/2019

ສປປ ລາວ ແລະ ສະຫະພາບ​ເອີ​ຣົບ (EU) ຈັດ​ກອງ​ປະຊຸມ​ກ່ຽວ​ກັບ​ສິດ​ເສລີພາບ​ໃນ​ການສະແດງ​ຄຳ​ຄິດ​ເຫັນ ແລະ ສິ່ງ​ທ້າ​ທາຍ​ຈາກ​ຂ່າວ​ປອມ ແລະ ຂ່າວ​ທີ່​ບິດ​ເບືອນ ເຊິ່ງ​ເປັນ​ກິດຈະກຳ​ຂ້າງຄຽງ​ຂອງ​ການ​ພົບ​ປະ​ສົນທະນາ​ດ້ານ​ສິດທິ​ມະນຸດ ແລະ ການ​ປົກຄອງ​ລະຫວ່າງ ​ສປປ ລາວ ແລະ EU ຄັ້ງ​ທີ 9 ຂຶ້ນ​ວັນ​ທີ 6 ມີນາ 2019 ຢູ່​ນະຄອນຫຼວງ​ວຽງ​ຈັນ ໂດຍ​ເປັນ​ປະທານ​ຂອງ​ທ່ານ ສະຫວັນ​ຄອນ ຣາ​​ຊ​ມົນ​ຕຣີ ຮອງ​ລັດຖະມົນຕີ​ກະຊວງ​ຖະແຫຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ ມີ​ບັນ ດາ​ທູຕານຸທູດ ແລະ ອົງ​ການຈັດຕັ້ງ​ສາກົນ ປະຈຳ​ລາວ ແລະ ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ກອງ​ປະຊຸມ​ຄັ້ງ​ນີ້ ໄດ້​ມີ​ການ​ສະເໜີ​ບົດ​ຂອງ​ບັນດາ​ນັກ​ວິທະຍາກອນ​ຕ່າງປະເທດ​ທີ່​ມີ​ປະສົບ​ການ​ປະຕິບັດ​ງານ​ຕົວ​ຈິງ​ຂອງ​ສຳນັກ​ຂ່າວ​ຕ່າງໆ ເປັນຕົ້ນ ສຳນັກງານ​ຂ່າວ​ຝຣັ່ງ (AFP) ສູນ​ການ​ສຶກ​ສາ​ດ້ານ​ສື່ ແລະ ການ​ລາຍ​ງານ​ຂ່າວ ມະຫາ​ວິທະຍາ ໄລ​ຮົງ​ກົງ ແລະ ຜູ້ອຳນວຍການ​ໂຄງການ​ສື່​ໃນ​ອາຊີ ສິງກະໂປ ນອກ​ນີ້ ວິທະຍາກອນ​ລາວ​ຈາກ​ກົມ​ສົນທິສັນຍາ ແລະ ກົດ ໝາຍ ກະຊວງ​ການ​ຕ່າງປະເທດ ກໍ​ໄດ້​ຍົກ​ໃຫ້​ເຫັນ​ຂອບ​ກົດໝາຍ​ພາຍ​ໃນ ແລະ ກົດໝາຍ​ສາກົນ ໃນ​ການ​ກຳນົດ​ຂໍ້​ຈຳກັດ ແລະ ຄວາມ​ຮັບຜິດຊອບ​ຂອງ​ບຸກຄົນ​ໃນ​ການສະແດງ​ອອກ.

ສິດ​ເສລີພາບ​ໃນ​ການສະແດງ​ຄຳ​ຄິດ​ເຫັນ ແລະ ສິ່ງ​ທ້າ​ທາຍ​ຈາກ​ຂ່າວ​ປອມ

ທ່ານ ສະຫວັນ​ຄອນ ຣາ​​ຊ​ມົນ​ຕຣີ ຮອງ​ລັດຖະມົນຕີ​ກະຊວງ​ຖະແຫຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ.(ພາບ: vientianemai.net)

ທ່ານ ສະຫວັນ​ຄອນ ຣາ​​ຊ​ມົນ​ຕຣີ ກ່າວ​ວ່າ: ​ສປປ ລາວ ມີ​ນະໂຍບາຍ​ສົ່ງເສີມ​ໃຫ້​ທຸກ​ຄົນ​ໄດ້​ຊົມໃຊ້​ສິດ​ເສລີພາບ​ດ້ານ​ຂໍ້​ມູນ​ຂ່າວສານ ສິດ​ເສລີພາບ​ໃນ​ການສະແດງ​ຄຳ​ຄິດ​ເຫັນ ແລະ ສົ່ງເສີມ​ການ​ຄົ້ນຄວ້າ ແລະ ຂີດ​ຂຽນ​ທີ່​ບໍ່​ຂັດ​ກັບ​ກົດໝາຍ ໂດຍ​ໄດ້​ຄ້ຳປະກັນ​ໄວ້​ໃນ​ລັດ​ຖະ​ທຳ​ມະນູນ ແລະ ກົດໝາຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ຫຼາຍ​ສະບັບ.

ປັດຈຸບັນ​ທົ່ວ​ປະເທດ ມີ​ໜັງສືພິມ ວາລະສານ ແລະ ສື່​ສິ່ງ​ພິມ 123 ສະບັບ ທີ່​ເປັນ​ທັງ​ຂອງ​ລັດ ແລະ ເອກະ​ຊົນ ໄດ້​ຖືກ​ພິມ​ອອກ​ເປັນ​ລາຍ​ວັນ ສັບປະດາ ເດືອນ ແລະ ໄຕ​ມາດ ມີ​ສະຖານີ​ວິທະຍຸ​ກະຈາຍສຽງ​ຫຼາຍ​ກວ່າ 57 ແຫ່ງ ສະຖານີ​ໂທລະພາບ 37 ແຫ່ງ ໃນ​ນີ້ ມີ​ສະຖານີ​ວິທະຍຸ FM ທີ່​ຖ່າຍ​ທອດ​ລາຍການ​ວິທະຍຸ​ສາກົນ​ຂອງ​ຕ່າງປະເທດ ເຊັ່ນ: ວິທະຍຸ​ສາກົນ​ຫວຽດນາມ ວິທະຍຸ​ສາກົນ​ຈີນ ວິທະຍຸ​ສາກົນ​ຝຣັ່ງ ແລະ ວິທະຍຸ​ສາກົນ​ອົດ​ສະ​ຕາ​ລີ ປັດຈຸບັນ​ໄດ້​ມີ​ການ​ພັດທະນາ​ການ​ກະຈາຍສຽງ​ທາງ​ເວັບ​ໄຊ 5 ພາສາ​ຄື: ພາສາ​ລາວ ພາສາ​ກຶມ​ມຸ ພາສາ​ມົ້ງ ພາສາ​ອັງກິດ ແລະ ພາສາ​ຝຣັ່ງ ກະຈາຍສຽງ​ລະບົບ​ອອນ​ລາຍ ເຮັດ​ໃຫ້​ຜູ້​ຟັງ​ສາມາດ​ຮັບ​ໄດ້​ເກືອບ​ທົ່ວ​ໂລກ​ໂດຍ​ຜ່ານ​ອິນ​ເຕີ​ເນັດ ດ້ານ​ເຕັກນິກ​ກໍ​ກຳລັງ​ມີ​ການ​ພັດທະນາ​ໄປ​ສູ່​ລະບົບ​ທີ່​ທັນ​ສະໄໝ​ເປັນ​ກ້າວໆ ສະຖານ​ນີ​ໂທລະພາບ 37 ແຫ່ງ​ທີ່​ກະຈາຍ​ຢູ່​ສູນ​ກາງ ແລະ ທ້ອງຖິ່ນ ໃນ​ນີ້ ເປັນ​ຂອງ​ລັດ 3 ຊ່ອງ ເອກະ​ຊົນ 3 ຊ່ອງ ແລະ ຖ່າຍ​ທອດ​ລາຍການ​ຂອງ​ຕ່າງປະເທດ 3 ຊ່ອງ ລາຍການ​ໂທລະພາບ​ໄດ້​ຖ່າຍ​ທອດ​ເປັນ​ພາສາ​ລາວ ມົ້ງ ກືມ​ມຸ ແລະ ພາສາ​ຕ່າງປະເທດ ນອກ​ນີ້ ຍັງ​ໄດ້​ມີ​ນະໂຍບາຍ​ໃຫ້​ປະຊາຊົນ​ເຂົ້າ​ເຖິງ ແລະ ຊົມໃຊ້​ອິນ​ເຕີ​ເນັດ​ຢ່າງ​ກວ້າງຂວາງ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ເຫດການ