ຕຳຫຼວດ ແຂວງແທັງຫວ໋າ ສສ ຫວຽດນາມ ແລະ ຕຳຫຼວດແຂວງ ຫົວພັນ ຮ່ວມມືກັນປ້ອງກັນຄວາມສະຫງົບສຸກ

14:57 | 25/10/2018

ຕອນເຊົ້າວັນທີ 24 ຕຸລາ, ທີ່ສຳນັກງານ ຕຳຫຼວດແຂວງ ແທັງຫວ໋າ, ຕຳຫຼວດ ສອງແຂວງ ແທັງຫວ໋າ ແລະ ຫົວພັນ ໄດ້ຈັດກອງປະຊຸມ ສ່ອງແສງ ກ່ຽວກັບ ການຮ່ວມມື ປ້ອງກັນຄວາມສະຫງົບສຸກ ປີ 2018; ເຊັນບົດບັນທືກຊ່ວຍຈຳ ວ່າດ້ວຍການຮ່ວມມື ປີ 2018-2019.

ພົນຈັດຕະວາ ຫງວ໋ຽນ ຫ້າຍຈຸງ ຫົວໜ້າກອງບັນຊາການຕຳຫຼວດ ແຂວງ ແທັງຫວ໋າ ແລະ ພັນເອກ ເອນອຸ່ນ ອະນົງນຸດ ຫົວໜ້າກອງບັນຊາການຕຳຫຼວດແຂວງ ຫົວພັນ ຮ່ວມກັນເປັນປະທານກອງປະຊຸມ.

ເຂົ້າຮ່ວມກອງປະຊຸມຄັ້ງນີ້ຍັງມີບັນດາສະຫາຍ ຮອງຫົວໜ້າກອງບັນຊາການ, ຫົວໜ້າຫ້ອງວິຊາການ ຈຳນວນໜຶ່ງ ຂອງ ຕຳຫຼວດສອງແຂວງ ແທັງຫວ໋າ ແລະ ຫົວພັນ; ການນຳຕຳຫຼວດເມືອງ ທີ່ມີຊາຍແດນຕິດຈອດກັນ ລະຫວ່າງ ແຂວງ ແທັງຫວ໋າ ແລະ ແຂວງ ຫົວພັນ.

ຕຳຫຼວດ  ແຂວງແທັງຫວ໋າ ສສ ຫວຽດນາມ  ແລະ ຕຳຫຼວດແຂວງ ຫົວພັນ ຮ່ວມມືກັນປ້ອງກັນຄວາມສະຫງົບສຸກ

ກອງບັນຊາການ ຕຳຫຼວດແຂວງ ແທັງຫວ໋າ ແລະ ແຂວງ ຫົວພັນ ເຊັນບົດບັນທືກຊ່ວຍຈຳ.

ໃນບັນຍາກາດແຫ່ງຄວາມສາມັກຄີມິດຕະພາບນີ້ ທັງສອງຝ່າຍໄດ້ແຈ້ງໃຫ້ກັນຮູ້ກ່ຽວກັບສະພາບຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ທີ່ກ່ຽວຂ້ອງກັບ ສອງປະເທດ ແລະ ຂອງສອງແຂວງ. ຈາກນັ້ນ ໃນວຽກງານການປະສານງານຂອງກຳລັງ ຕຳຫຼວດສອງແຂວງ ແທັງຫວ໋າ ແລະ ແຂວງ ຫົວພັນ ໄດ້ຈັດຕັ້ງປະຕິບັດເປັນຢ່າງດີ ໃນວຽກງານການເກັບກຳ ສະພາບ, ວິເຄາະ, ວິໄຈ, ຄາດຄະເນສະພາບການ ກ່ຽວກັບ ການເຄື່ອນໄຫວເລ້ລ່ຽມ ຂອງບັນດາກຸ່ມຄົນບໍ່ດີ, ການເຄື່ອນໄຫວ ຂອງພວກກໍ່ການຮ້າຍປະເພດອາດສະຍາກຳ, ຢາເສບຕິດ.

ຕຳຫຼວດ  ແຂວງແທັງຫວ໋າ ສສ ຫວຽດນາມ  ແລະ ຕຳຫຼວດແຂວງ ຫົວພັນ ຮ່ວມມືກັນປ້ອງກັນຄວາມສະຫງົບສຸກ

ກອງບັນຊາການ ຕຳຫຼວດແຂວງ ແທັງຫວ໋າ ແລະ ແຂວງ ຫົວພັນ ມອບຂອງທີ່ລຶກໃຫ້ແກ່ກັນ.

ພ້ອມກັນນັ້ນກໍ່ປະສານກັນແກ້ໄຂ ຫຼາຍບັນຫາທີ່ກ່ຽວຂ້ອງກັບ ຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ຢູ່ ເຂດຊາຍແດນ. ໃນນັ້ນ ທັງສອງໄດ້ເພີ່ມທະວີວຽກງານການຮ່ວມມື ແລະ ຊຸກຍູ້ການເຜີຍແຜ່, ຂົນຂວາຍປະຊາຊົນ ຢູ່ລຽບຕາມແນວຊາຍແດນ ຂອງສອງປະເທດ ໃຫ້ຈັດຕັ້ງປະຕິບັດຢ່າງເຂັ້ມງວດ ກົດລະບຽບ ກ່ຽວກັບ ການຄຸ້ມຄອງ ຊາຍແດນຂອງສອງປະເທດ; ເປັນເຈົ້າການໃນການເສນາທິການຂັ້ນແຂວງ, ອຳນາດການປົກຄອງ ທຸກຂັ້ນ ຂອງສອງແຂວງ ສຸມໃສ່ການຊີ້ນຳແກ້ໄຂບັນຫາ ໃຫ້ດີ ບັນຫາທີ່ເກີດຂື້ນ ຢູ່ເຂດຊາຍແດນ, ບໍ່ໃຫ້ເກີດປະກົດການທີ່ສັບສົນ ດ້ານ ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ.

(ຫັດ​ທະ​ບູນ)

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ