ຫວຽດນາມ ສະໜັບສະໜູນ ແລະໜູນຊ່ວຍ ລາວ ໃນວຽກງານຮັບປະກັນບົດບາດເປັນປະທານອາຊຽນ 2024

21:14 | 30/01/2024

ຫວຽດນາມ ສະໜັບສະໜູນ ແລະໜູນຊ່ວຍ ລາວ ໃນວຽກງານຮັບປະກັນບົດບາດເປັນປະທານອາຊຽນ 2024

ຫວຽດນາມ - ຈຸດທີ່ດຶງດູດຂອງພາກພື້ນ ອາຊີ ໃນລະດູການທ່ອງທ່ຽວ 2024 ຫວຽດນາມ - ຈຸດທີ່ດຶງດູດຂອງພາກພື້ນ ອາຊີ ໃນລະດູການທ່ອງທ່ຽວ 2024
ຈູດບັ້ງໄຟດອກ ສະຫຼອງປີໃໝ່ 2024 ທີ່ນະຄອນຫຼວງວຽງຈັນ, ລາວ ຈູດບັ້ງໄຟດອກ ສະຫຼອງປີໃໝ່ 2024 ທີ່ນະຄອນຫຼວງວຽງຈັນ, ລາວ

ຕອນບ່າຍວັນທີ 28 ມັງກອນ, ເນື່ອງໃນໂອກາດເດີນທາງໄປເຂົ້າຮ່ວມກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດອາຊຽນ ຢູ່ແຂວງຫຼວງພະບາງ, ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ມີການພົບປະກັບທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດລາວ.

ຫວຽດນາມ ສະໜັບສະໜູນ ແລະໜູນຊ່ວຍ ລາວ ໃນວຽກງານຮັບປະກັນບົດບາດເປັນປະທານອາຊຽນ 2024

ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ແລະທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດລາວ. ພາບ: baoquocte.vn

ທີ່ການພົບປະກັບທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີສອງທ່ານ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ຜົນງານທີ່ບັນລຸໄດ້ໃນການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ; ຕີລາຄາສູງຕໍ່ການຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ມີປະສິດທິຜົນລະຫວ່າງສອງກະຊວງການຕ່າງປະເທດໃນໄລຍະມໍ່ໆມານີ້; ໂດຍສະແດງອອກຜ່ານການເຄື່ອນໄຫວແລກປ່ຽນຄະນະຜູ້ແທນກ່ຽວກັບການທູດເສດຖະກິດ, ການຮ່ວມມືລະຫວ່າງສະຖາບັນການຕ່າງປະເທດຂອງສອງປະເທດ...

ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ຢັ້ງຢືນວ່າ, ຫວຽດນາມ ຈະສະໜັບສະໜູນ ແລະໜູນຊ່ວຍລາວ ໃນວຽກງານດໍາລົງຕໍາແໜ່ງບົດບາດປະທານອາຊຽນ ປີ 2024; ສົມທົບກັນຢ່າງແໜ້ນແຟ້ນກັບລາວ ໃນການຊຸກຍູ້ແຜນການຍຸດທະສາດຂອງວິໄສທັດປະຊາຄົມອາຊຽນ ຮອດປີ 2045.

ຫວຽດນາມ ສະໜັບສະໜູນ ແລະໜູນຊ່ວຍ ລາວ ໃນວຽກງານຮັບປະກັນບົດບາດເປັນປະທານອາຊຽນ 2024

ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ຢັ້ງຢືນ ຫວຽດນາມ ໃຫ້ການສະໜັບສະໜູນ ແລະໜູນຊ່ວຍລາວ ໃນວຽກງານດໍາລົງຕໍາແໜ່ງປະທານອາຊຽນ ປີ 2024. ພາບ: baoquocte.vn

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ ຢັ້ງຢືນວ່າ ຈະສະໜັບສະໜູນຫວຽດນາມ ຈັດຕັ້ງເວທີປາໄສອະນາຄົດອາຊຽນ ກ່ຽວກັບການພັດທະນາໄວ, ຍືນຍົງ ແລະຖືເອົາປະຊາຊົນເປັນໃຈກາງ (ເຊິ່ງຄາດວ່າ ຈະຈັດຕັ້ງໃນເດືອນ ເມສາ 2024) ແລະຈະລາຍງານໃຫ້ທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ເຂົ້າຮ່ວມຕາມຄໍາເຊີນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ.

ລັດຖະມົນຕີສອງທ່ານ ກໍ່ເຫັນດີເປັນເອກະພາບເພີ່ມທະວີການສົມທົບ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສສາກົນ, ພາກພື້ນ ແລະອານຸພາກພື້ນ, ພ້ອມກັບບັນດາປະເທດສະມາຊິກຮັກສາຄວາມສາມັກຄີ ແລະປັບປຸງບົດບາດໃຈກາງຂອງອາຊຽນ ໃນບັນດາບັນຫາພາກພື້ນ ແລະສາກົນ, ໃນນັ້ນມີບັນຫາທະເລຕາເວັນອອກ.

ບູນມີ

ເຫດການ
302 Found

Found

The document has moved here.