ບ້ານເຮືອນທີສອງຂອງນັກສຶກສາລາວຢູ່ ດານັງ

00:00 | 10/12/2023

ຍສໝ - ຜ່ານ​ໂຄງການ “ຢູ່​ເຮືອນ​ປະຊາຊົນ'' (homestay), ຫຼາຍ​ສາຍ​ພົວພັນແຮກສ່ຽວພໍ່​ແມ່-​ລູກ, ອ້າຍ-ເອື້ອຍ-ນ້ອງ ​ຫວຽດນາມ - ລາວ ​ໄດ້​ຮັບ​ການ​ສ້າງ​ຕັ້ງ, ​ເປັນ​ແກນສານລ້ຽງດູ ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ ຫວຽດນາມ - ລາວ ​​ອ້າຍ​ນ້ອງ.

ດານັງ: ຫ້ອງຮຽນພາສາຫວຽດນາມ ສຳລັບບັນດານັກສຶກສາລາວ ແລະ ໄທ ຢູ່ວັດຕາມບາວ ດານັງ: ຫ້ອງຮຽນພາສາຫວຽດນາມ ສຳລັບບັນດານັກສຶກສາລາວ ແລະ ໄທ ຢູ່ວັດຕາມບາວ
ເປີດຕົວສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຢູ່ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລ ດານັງ ເປີດຕົວສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຢູ່ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລ ດານັງ

ວັນ​ທີ 10 ທັນວາ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ເມືອງ ຫາຍ​ເຈົາ (ນະ​ຄອນ ດາ​ນັງ) ໄດ້​ຈັດ​ຕັ້ງ​ງານ​ບຸນ “ເຊື່ອມ​ຕໍ່​ແຂນ​ເພື່ອນ” ແລະ ສັງ​ລວມ​ໂຄງ​ການ “ຢູ່ເຮືອນປະຊາຊົນ'' (homestay) ໃຫ້​ນັກ​ສຶກ​ສາ ລາວ ປີ 2023 ຢູ່​ເຂດ​ເມືອງ.

ທີ່​ລາຍການ, ນັກ​ສຶກສາ​ລາວ ​ແລະ ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ການ​ຫຼິ້ນ​ພື້ນ​ເມືອງ, ເຕັ້ນສາກ, ແລກປ່ຽນ​ອາຫານ​ຫວຽດນາມ - ລາວ... ສະຖານກົງສູນລາວ ປະຈຳນະຄອນ ດານັງ ໄດ້ມອບໃບຍ້ອງຍໍໃຫ້ແກ່ຄະນະກຳມະການປະຊາຊົນເມືອງ ຫາຍເຈົາ. ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ​ໄດ້​ມອບ​ໃບ​ຍ້ອງຍໍ​ໃຫ້ 13 ຄອບຄົວ, ວັດ ຕ່າມດາວ ​ແລະ ນັກ​ສຶກສາ​ລາວ 20 ຄົນ​ທີ່​ເຂົ້າ​ຮ່ວມ​ໂຄງການ homestay​ ປີ 2023.

ບ້ານເຮືອນທີສອງຂອງນັກສຶກສາລາວຢູ່ ດານັງ

ລູກ​ສາວ​ລາວ 3 ຄົນ​ຂອງ​ທ່ານ​ນາງ ເຈີ່ນ​ທິ​ລານ​ແທ່ງ ໄດ້​ຮັບ​ການ​ແນະ​ນຳ​ໃຫ້​ເຮັດອາ​ຫານ​ ຫວຽດ​ນາມ

ສອງ​ອາທິດພັກ​ຢູ່​ບ້ານ​ເຮືອນ​ປະຊາຊົນ ໄດ້​ຊ່ວຍ​ໃຫ້​ນັກ​ສຶກສາ​ລາວ​ປັບປຸງ​ພາສາ​ຫວຽດນາມ, ຮຽນ​ຮູ້​ກ່ຽວ​ກັບ​ຮີດຄອງ​ປະ​ເພນີ, ນິໄສ ​ແລະ ການ​ດຳລົງ​ຊີວິດ​ຂອງ​ຊາວ ຫວຽດນາມ ເວົ້າລວມ, ຊາວ​ນະຄອນ ດານັງ ເວົ້າ​ສະ​ເພາະ. ນອກຈາກ​ນັ້ນ, ຄະນະ​ຊາວ​ໜຸ່ມ​ເມືອງ, ບັນດາ​ອົງການ​ຈັດ​ຕັ້ງ​ມະຫາຊົນ ​ແລະ ຄະນະ​ກຳມະການ​ປະຊາຊົນ 13 ເມືອງ ​ເມືອງ ຫາຍ​ເຈົາ ຍັງ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ວັດທະນະທຳ, ປະກອບສ່ວນ​ເຊື່ອມ​ໂຍງ ​ແລະ ຮັດ​ແໜ້ນ​ມິດຕະພາບ​ອັນ​ດີງາມ​ລະຫວ່າງ​ປະຊາຊົນຢູ່ເຂດເມືອງ ແລະ ນັກ​ສຶກສາ​ລາວ.

ປີ​ນີ້ ມີ​ນັກ​ສຶກສາ​ລາວ 147 ຄົນ​ທີ່​ຮຽນ​ຢູ່​ມະຫາວິທະຍາ​ໄລ​ຕ່າງໆ​ຢູ່​ນະຄອນ​ ດາ​ນັງ​ເຂົ້າ​ຮ່ວມ​ໂຄງການ​ homestay ທີ່​ແກ່ຍາວ​ແຕ່​ວັນ​ທີ 26 ພະຈິກ​ຫາ​ວັນ​ທີ 10 ທັນວາ​ນີ້. ອີງຕາມເງື່ອນໄຂຂອງແຕ່ລະຄອບຄົວ, ນັກສຶກສາ ລາວ ແຕ່ລະຄົນ ໄດ້ຖືກມອບຫ້ອງສ່ວນຕົວເພື່ອດຳລົງຊີວິດບຸກຄົນ ແລະ ໃຊ້ພື້ນທີ່ທົ່ວໄປກັບຄອບຄົວ - ແມ່ນພໍ່ ແລະ ແມ່ທີ່ສອງຢູ່ທີ່ນີ້.

ໄຊ​ສົມ​ພູ ​ຄາ​ແກ້ວ (ຊື່​ ຫວຽດ​ນາມ ແມ່ນ ຫງອກລານ, ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ ຢຸຍເຕີນ) ພ້ອມກັບພື່ອນ​ ລາວ​ ສອງ​ຄົນ​ ໄດ້​ກັບຢູ່​ເຮືອນ​ຂອງ​ທ່ານ​ນາງ ເຈີ່ນ​ທິ​ລານ​ແທ່ງ (ອ່ານເຄ, ເມືອງ​ແທງ​ເຄ, ນະ​ຄອນ​ດາ​ນັງ). ໄຊສົມພູ ຄາແກ້ວ ໃຫ້ຮູ້ວ່າ: “ໃນສະໄໝທີ່ນ້ອງຢູ່ກັບພໍ່ແມ່, ແມ່ຂອງນ້ອງໄດ້ສອນວິທີເຮັດອາຫານພື້ນເມືອງຫຼາຍເຍື່ອງຂອງ ຫວຽດນາມ ແລະ ພາຍຫຼັງສອງສາມມື້ນ້ອງກໍ່ໄດ້ເຮັດອາຫານ ຫວຽດນາມ ຫຼາຍເຍື່ອງດ້ວຍຕົນເອງ. ແຕ່ລະມື້, ພວກເຮົາຍັງໄດ້ຮັບການໄປໂຮງຮຽນໂດຍສະມາຊິກສະຫະພັນຊາວໜຸ່ມ ຫຼືພໍ່ແມ່ຂອງພວກເຮົາ. ຫຼັງ​ຈາກ​ນັ້ນ, ນ້ອງ​ໄດ້​ໄປ​ຢ້ຽມຢາມເພື່ອນ​ບ້ານ, ໃດ້ມອບ​ຂອງຂວັນ, ເສື້ອຍາວຮີດຄອງ​ປະ​ເພນີ​ຂອງ ​ຫວຽດນາມ”.

ນາງ​ ໃຫ້ຮູ້ວ່າ ການ​ມາ​ຫວຽດນາມ​ເພື່ອ​ຮ່ຳຮຽນ ​ແລະ ມີ​ເວລາ​ຢູ່​ກັບ​ຄອບຄົວ​ຊາວ ​ຫວຽດນາມ ​ແມ່ນ​ມີ​ຄວາມ​ໝາຍ​ແທ້ໆ. ຢູ່​ຫ່າງ​ໄກ​ຈາກ​ບ້ານ, ນັກຮຽນ​ລາວ​ຮູ້ສຶກ​ເຖິງ​ຄວາມ​ຮັກ​ແພງ​ອັນ​ອົບ​ອຸ່ນ​ຂອງ​ປ້າ, ລຸງ, ພໍ່​ແມ່​ຊາວ​ຫວຽດນາມ ​ແລະ ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ຮີດຄອງ​ປະ​ເພນີຂອງ​ ຫວຽດນາມ.

ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ​ ດານັງ ຫງວຽນ​ຫງອກ​ບິງ ໃຫ້​ຮູ້​ວ່າ: ​ໂຄງການ homestay ໃຫ້ນັກ​ສຶກສາ​ລາວ ​ໄດ້​ຮັບ​ການຈັດ​ຕັ້ງ​ແຕ່​ປີ 2011 ຮອດ​ປະຈຸ​ບັນ. ​ແຕ່ລະ​ປີ, ມີນັກສຶກສາລາວ 100 ຄົນ​ເຂົ້າ​ຮ່ວມ, ໂດຍຜ່ານ​ນັ້ນມີຫຼາຍສາຍພົວພັນແຮກສ່ຽວພໍ່ແມ່-ລູກ, ອ້າຍ-ເອື້ອຍ-ນ້ອງ ຫວຽດນາມ - ລາວ ໄດ້ຮັບການສ້າງຕັ້ງ, ເປັນແກນສານລ້ຽງດູ ແລະ ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ ຫວຽດນາມ - ລາວ ອ້າຍນ້ອງ.

ທ່ານ​ບິງ​ກ່າວ​ວ່າ “ໂຄງການ homestay ປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ເວົ້າລວມ ແລະ ລະຫວ່າງນະຄອນ ດານັງ ກັບບັນດາທ້ອງຖິ່ນຂອງລາວ ເວົ້າສະເພາະ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ​ຈະ​ຕັ້ງໜ້າຂົນຂວາຍ, ສົມທົບ​ກັບ​ບັນດາ​ຫົວໜ່ວຍ​ເພື່ອຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ວັດທະນະທຳ, ປັບປຸງ​ພາສາ​ ຫວຽດນາມ ​ໃຫ້​ນັກ​ສຶກສາ​ລາວ”.

ສະຖິຕິ​ສະ​ແດງ​ໃຫ້​ເຫັນ​ວ່າ ໃນ​ຊຸມ​ປີຜ່ານມາສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ແລະ ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ນະຄອນ ດາ​ນັງ ໄດ້​ລະດົມ​ທຶນ​ໂດຍ​ກົງ​ຫລາຍຕື້ດົງເບ້ຍລ້ຽງໃຫ້ນັກຮຽນ ເພື່ອ​ໃຫ້​ບັນດາ​ນັກ​ສຶກສາ​ລາວ ​ໄປ​ຮຽນ​ຢູ່​ມະຫາວິທະຍາ​ໄລ​ໃນ​ນະຄອນ; ຮັກສາ​ການ​ຮ່ວມ​ມື ​ແລະ ຄວາມ​ເຂົ້າ​ໃຈ​ກັບ 7 ທ້ອງ​ຖິ່ນ​ຂອງ​ລາວ ຄື: ນະຄອນຫຼວງ​ວຽງ​ຈັນ, ​ແຂວງ​ໄຊ​ຍະ​ບູລີ, ສະຫວັນ​ນະ​ເຂດ, ຈໍາປາ​ສັກ, ​ເຊ​ກອງ, ສາລະ​ວັນ ​ແລະ ອັດ​ຕະປື.

ໃນໄລຍະ 2023 – 2027, ນະຄອນ ດານັງ ສືບຕໍ່ຮັກສາໂຄງການທຶນການສຶກສາໃຫ້ແກ່ພະນັກງານ, ນັກສຶກສາລາວ, ໃນນັ້ນມີບັນດາຂັ້ນນັກຄົ້ນຄວ້າ, ປະລິນຍາຕີ, ມະຫາວິທະຍາໄລ; ມາດຕະຖານການເຂົ້າຮຽນເປັນເອກະພາບ, ປະກາດສາຂາວິຊາ, ເວລາເຂົ້າຮຽນ, ຂັ້ນຕອນການເຂົ້າຮຽນ, ທຶນຮອນ, ຫໍພັກ, ຕ້ອນຮັບ, ແລະສະໜັບສະໜູນນັກສຶກສາ... ເພື່ອແຈ້ງ​ໃຫ້​ບັນດາ​ແຂວງເພື່ອ​ເລືອກ​ເຟັ້ນ ​ແລະ ປະຕິບັດ​ໂຄງການ​ນີ້​ຢ່າງ​ມີຜົນ, ຄຸນນນນະພາບ; ຜັນ​ຂະຫຍາຍ​ໂຄງການ​ຮ່ວມ​ມື​ການ​ສອນ​ພາສາ ​ຫວຽດນາມ ​ແລະ ສະໜອງ​ອຸປະກອນ​ໃຫ້​ແກ່​ສູນ​ພາສາ​ ຫວຽດນາມ ຢູ່ 5 ​ແຂວງ​ພາກ​ໃຕ້ ​ແລະ ພາກ​ກາງ​ຂອງ​ລາວ.

ມິງດຶກ

ເຫດການ
302 Found

Found

The document has moved here.