ການນໍາແຂວງບັກຢາງ ຢ້ຽມຢາມວິສາຫະກິດຫວຽດນາມ ຢູ່ລາວ

17:17 | 11/01/2024

ການນໍາແຂວງບັກຢາງ ຢ້ຽມຢາມວິສາຫະກິດຫວຽດນາມ ຢູ່ລາວ

ສະເຫຼີມສະຫຼອງວັນຄູຫວຽດນາມ ຢູ່ລາວ ສະເຫຼີມສະຫຼອງວັນຄູຫວຽດນາມ ຢູ່ລາວ
ຕໍ່ການຜັນແປທີ່ສັບສົນຂອງພະຍາດໂຄວິດ-19 ຢູ່ລາວ, ສ້າງເງື່ອນໄຂໃຫ້ແກ່ພົນລະເມືອງຫວຽດນາມ ຢູ່ລາວ ມີຄວາມຕ້ອງການຢາກກັບປະເທດ ຕໍ່ການຜັນແປທີ່ສັບສົນຂອງພະຍາດໂຄວິດ-19 ຢູ່ລາວ, ສ້າງເງື່ອນໄຂໃຫ້ແກ່ພົນລະເມືອງຫວຽດນາມ ຢູ່ລາວ ມີຄວາມຕ້ອງການຢາກກັບປະເທດ

ໂດຍສືບຕໍ່ການຢ້ຽມຢາມ ແລະເຮັດວຽກຢູ່ ສປປ ລາວ, ວັນທີ 9 ມັງກອນ, ສະຫາຍ ເລແອງເຢືອງ, ເລຂາພັກ, ປະທານຄະນະກຳມະການປະຊາຊົນແຂວງບັກຢາງ ພ້ອມດ້ວຍຄະນະປະຕິບັດງານໄດ້ໄປຢ້ຽມຢາມບໍລິສັດ ຈິດຈະເລີນ ກໍ່ສ້າງ ຈຳກັດ ຢູ່ນະຄອນຫຼວງວຽງຈັນ.

ການນໍາແຂວງບັກຢາງ ຢ້ຽມຢາມວິສາຫະກິດຫວຽດນາມ ຢູ່ລາວ

ສະຫາຍ ເລແອງເຢືອງ, ເລຂາພັກ, ປະທານຄະນະກຳມະການປະຊາຊົນແຂວງບັກຢາງ ກ່າວຄໍາເຫັນທີ່ການຢ້ຽມຢາມບໍລິສັດ. ພາບ: baobacgiang.com.vn

ໂດຍສະແດງຄວາມປິຕິຊົມຊື່ນ ແລະເປັນກຽດທີ່ໄດ້ຕ້ອນຮັບຄະນະຜູ້ແທນແຂວງບັກຢາງ ມາຢ້ຽມຢາມສໍານັກງານ, ທ່ານ ຫງວຽນເທ໊ຮ່ຽນ ຜູ້ອໍານວຍການໃຫຍ່ບໍລິສັດ ໃຫ້ຮູ້ວ່າ ບໍລິສັດ ຈິດຈະເລີນ ໄດ້ຮັບການສ້າງຕັ້ງເມື່ອປີ 2000, ໂດຍມີສຳນັກງານຕັ້ງຢູ່ສູນການຄ້າທາດຫຼວງພລາຊາ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.

ການນໍາແຂວງບັກຢາງ ຢ້ຽມຢາມວິສາຫະກິດຫວຽດນາມ ຢູ່ລາວ

ທ່ານ ຫງວຽນເທ໊ຮ່ຽນ ມອບຂອງຂວັນທີ່ລະນຶກໃຫ້ສະຫາຍ ເລແອງເຢືອງ. ພາບ: baobacgiang.com.vn

ຕາງໜ້າໃຫ້ພະນັກງານ, ພາລະກອນບໍລິສັດ, ທ່ານ ຫງວຽນເທ໊ຮ່ຽນ ໄດ້ອວຍພອນໃຫ້ການຢ້ຽມຢຽມ ແລະ ເຮັດວຽກຂອງຄະນະປະຕິບັດງານແຂວງບັກຢາງ ປະສົບຜົນສໍາເລັດ; ອວຍພອນໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດລາວ-ຫວຽດນາມ ເວົ້າລວມ, ສອງແຂວງໄຊສົມບູນ-ບັກຢາງ ເວົ້າສະເພາະ ໃຫ້ນັບມື້ນັບເກີດດອກອອກຜົນ ແລະພັດທະນາຢ່າງບໍ່ຢຸດຢັ້ງ.

ກ່າວຄໍາເຫັນຢູ່ທີ່ນີ້, ສະຫາຍ ເລແອງເຢືອງ ໄດ້ສະແດງຄວາມຊົມເຊີຍໝາກຜົນ, ຜົນງານເຊິ່ງທາງບໍລິສັດ ຈິດຈະເລີນ ບັນລຸໄດ້. ທ່ານໄດ້ສະແດງຄວາມຂອບໃຈມາຍັງບໍລິສັດທີ່ໄດ້ໜູນຊ່ວຍຄະນະປະຕິບັດງານຂອງແຂວງບັກຢາງ ໄປສໍາຫຼວດ, ປະຕິບັດບັນດາຂໍ້ຕົກລົງຮ່ວມມືຢູ່ແຂວງໄຊສົມບູນ. ເນື່ອງໃນໂອກາດບຸນປີໃໝ່ 2024, ສະຫາຍ ເລແອງເຢືອງ ໄດ້ອວຍພອນໃຫ້ການນໍາ, ພະນັກງານບໍລິສັດ ຈິດຈະເລີນ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະບັນລຸໄດ້ຫຼາຍບາດກ້າວໃໝ່ໃນໄລຍະຈະມາເຖິງ.

ບູນມີ

ເຫດການ
302 Found

Found

The document has moved here.