ການນໍາແຂວງບັກຢາງ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງແຂວງໄຊສົມບູນ

10:46 | 06/01/2024

ການນໍາແຂວງບັກຢາງ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງແຂວງໄຊສົມບູນ

ການນໍາກະຊວງພາຍໃນ ແລະຄະນະສາສະໜາລັດຖະບານ ຮັບຫຼຽນໄຊຂອງພັກ ແລະລັດລາວ ການນໍາກະຊວງພາຍໃນ ແລະຄະນະສາສະໜາລັດຖະບານ ຮັບຫຼຽນໄຊຂອງພັກ ແລະລັດລາວ
ການນໍາແຂວງບ່າເຣ້ຍ-ຫວູງເຕົ່າ ຢ້ຽມຢາມ ແລະເຮັດວຽກຢູ່ ແຂວງຊຽງຂວາງ ການນໍາແຂວງບ່າເຣ້ຍ-ຫວູງເຕົ່າ ຢ້ຽມຢາມ ແລະເຮັດວຽກຢູ່ ແຂວງຊຽງຂວາງ

ຕອນເຊົ້າວັນທີ 8 ມັງກອນ, ແຂວງໄຊສົມບູນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງແຂວງ (13-12-2013 /13-12/2023). ເຂົ້າຮ່ວມພິທີສະເຫຼີມສະຫຼອງມີການນຳຂອງພັກ, ລັດຖະບານ, ບັນດາກະຊວງ, ຂະແໜງການສູນກາງລາວ; ການນຳ, ພະນັກງານ, ສະມາຊິກພັກ, ກໍາລັງປະກອບອາວຸດ ແລະປະຊາຊົນບັນດາເຜົ່າໃນແຂວງໄຊສົມບູນ.

ການນໍາແຂວງບັກຢາງ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງແຂວງໄຊສົມບູນ
ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ແລະຄະນະປະຕິບັດງານແຂວງບັກຢາງ ທີ່ພິທີສະເຫຼີມສະຫຼອງ. ພາບ: baobacgiang.com.vn

ກ່າວສູນທອນພົດທີ່ພິທີສະເຫຼີມສະຫຼອງ, ສະຫາຍ ພອຍຄໍາ ຮຸ່ງບຸນຍວງ, ເລຂາພັກແຂວງ, ເຈົ້າແຂວງໆໄຊສົມບູນ ໄດ້ຫວນຄືນເຫດການສ້າງຕັ້ງ ແລະບັນດາຜົນງານທີ່ດີເດັ່ນຂອງແຂວງໃນ 10 ປີຜ່ານມາ.

ບົນຈິດໃຈສາມັກຄີ, ມີຫົວຄິດປະດິດສ້າງ, ມານະພະຍາຍາມບືນຕົວຂຶ້ນ, ພາຍຫຼັງ 10 ປີແຫ່ງການສ້າງຕັ້ງ ແລະພັດທະນາ, ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ແລະການຊີ້ນຳຂອງລັດຖະບານ, ອົງຄະນະພັກ, ອໍານາດການປົກຄອງ, ປະຊາຊົນແຂວງໄຊສົມບຸນ ສາມາດບັນລຸໄດ້ຜົນງານຢ່າງຮອບດ້ານໃນທຸກຂົງເຂດ. ແຂວງກໍ່ຮັກສາລະດັບເຕີບໂຕຢ່າງເປັນປົກກະຕິ; ໂຄງປະກອບເສດຖະກິດມີການຫັນປ່ຽນຕາມທິດທີ່ຕັ້ງໜ້າ; ພື້ນຖານໂຄງລ່າງໄດ້ຮັບການລົງທຶນ, ຍົກລະດັບນັບມື້ນັບຖາວອນ, ກວ້າງຂວາງສວຍງາມ; ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງ; ຄວາມໝັ້ນຄົງດ້ານການເມືອງໄດ້ຮັບການຮັກສາໄວ້ຢ່າງໝັ້ນຄົງ.

ການພົວພັນຕ່າງປະເທດຂອງແຂວງ, ພິເສດແມ່ນກັບແຂວງບັກຢາງ ບັນລຸໄດ້ບັນດາໝາກຜົນທີ່ແທດຈິງຫຼາຍຢ່າງ. ບັນດາຜົນງານໃນ 10 ປີຜ່ານມາແມ່ນພື້ນຖານອັນໝັ້ນແກ່ນເພື່ອໃຫ້ແຂວງໄຊສົມບູນ ມີການພັດທະນາເຂັ້ມແຂງໃນໄລຍະຈະມາເຖິງ.

ກ່າວຄຳເຫັນທີ່ພິທີ, ໂດຍຕາງໜ້າໃຫ້ອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນບັນດາເຜົ່າໃນແຂວງບັກຢາງ, ສະຫາຍ ເລແອງເຢືອງ, ປະທານຄະນະກຳມະການປະຊາຊົນແຂວງບັກຢາງ ຢືນຢັນເຖິງການພົວພັນມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ ແມ່ນແບບຢ່າງທີ່ຫາຍາກໃນໂລກຍ້ອນຄວາມສະໜິດຕິດພັນ, ຊື່ສັດ ແລະບໍລິສຸດ, ປອດໄສ.

ປະຈຸບັນ, ແຂວງບັກຢາງ ສືບຕໍ່ຄຽງບ່າຄຽງໄຫຼ່ພ້ອມກັບອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນແຂວງໄຊສົມບູນ ເພື່ອກໍ່ສ້າງ 2 ແຂວງໃຫ້ນັບມື້ນັບພັດທະນາຢ່າງຮັ່ງມີເຂັ້ມແຂງ. ການເຄື່ອນໄຫວແລກປ່ຽນລະຫວ່າງສອງແຂວງໄດ້ດຳເນີນເປັນປະຈຳ. ໃນໄລຍະຈະມາເຖິງ, ສອງແຂວງຈະສົມທົບກັນແກ້ໄຂບັນດາສິ່ງກີດຂວາງທາງພູມີສາດ, ພາສາເພື່ອຜັນຂະຫຍາຍບັນດາເນື້ອໃນການຮ່ວມມືຢ່າງມີປະສິດທິຜົນ, ແທດຈິງກວ່າເກົ່າ.

ບູນມີ