ຫວຽດນາມ-ກໍາປູເຈຍ: ສາຍຈິດມິດໃຈບໍ່ມີພົມແດນ

12:02 | 27/01/2024

ຫວຽດນາມ-ກໍາປູເຈຍ: ສາຍຈິດມິດໃຈບໍ່ມີພົມແດນ

ຮັບປະກັນຜົນສໍາເລັດໃຫ້ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາຍແດນ ຫວຽດນາມ - ລາວ - ກໍາປູເຈຍ ຮັບປະກັນຜົນສໍາເລັດໃຫ້ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາຍແດນ ຫວຽດນາມ - ລາວ - ກໍາປູເຈຍ
ຫວຽດນາມ - ກໍາປູເຈຍ ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ, ເພີ່ມທະວີການຮ່ວມມື ຫວຽດນາມ - ກໍາປູເຈຍ ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ, ເພີ່ມທະວີການຮ່ວມມື

ດ້ວຍເສັ້ນຊາຍແດນຍາວເກືອບ 100 ກິໂລແມັດ ຕິດກັບແຂວງ Kandal ແລະ Takeo ຂອງລາຊະອານາຈັກກໍາປູເຈຍ, ແຂວງອານຢາງ ຍາມໃດກໍ່ມີການພົວພັນມິດຕະພາບ, ການຮ່ວມມືທີ່ດີກັບບັນດາທ້ອງຖິ່ນຕິດກັບຊາຍແດນ. ຍ້ອນເຫດນັ້ນ, ປະຊາຊົນຢູ່ເຂດຊາຍແດນສອງປະເທດໄດ້ມີເງື່ອນໄຂຮ່ວມມື, ພັດທະນາໃນຫຼາຍຂົງເຂດ.

ບັນດາກິດຈະກຳແຮກສ່ຽວ, ຊ່ວຍເຫຼືອກັນພັດທະນາເສດຖະກິດ, ຫຼຸດຜ່ອນຄວາມທຸກຍາກ, ການພົບປະແລກປ່ຽນ, ຮັກສາສີສັນວັດທະນະທຳລະຫວ່າງອານຢາງ ກັບບັນດາແຂວງຕິດກັບຊາຍແດນຂອງກໍາປູເຈຍ ໄດ້ປະກອບສ່ວນປ່ຽນແປງໃໝ່ຊີວິດດ້ານເສດຖະກິດ, ວັດທະນະທຳ, ສັງຄົມ, ເພີ່ມທະວີນໍ້າໃຈສາມັກຄີມິດຕະພາບ, ກໍ່ສ້າງເສັ້ນຊາຍແດນໃຫ້ນັບມື້ນັບພັດທະນາ.

ກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ

ໃນລະຫວ່າງ 2 ວັນ (ວັນທີ 28-29 ທັນວາ 2023), ຄະນະປະຕິບັດງານຂອງສະຫະພັນແມ່ຍິງຫວຽດນາມ ແຂວງອານຢາງ ໄດ້ໄປກວດພະຍາດ, ໃຫ້ຄຳປຶກສາກ່ຽວກັບສຸຂະພາບ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນ 200 ຄົນ; ມອບຂອງຂວັນ 160 ພູດໃຫ້ແມ່ຍິງທຸກຍາກ (300.000 ດົ່ງ/ຂອງຂວັນ 1 ພູດ) ແລະມອບທຶນການສຶກສາ 40 ທຶນ (ປະມານ 650.000 ດົ່ງ/ທຶນ) ໃຫ້ແກ່ນັກຮຽນຍິງທີ່ປະສົບຄວາມຫຍຸ້ງຍາກແຕ່ຮຽນເກັ່ງຢູ່ແຂວງ Kandal ແລະTakeo.

ຫວຽດນາມ-ກໍາປູເຈຍ: ສາຍຈິດມິດໃຈບໍ່ມີພົມແດນ
ບັນດາແພດໝໍສຸກສາລາຕໍາຫຼວດແຂວງອານຢາງ ກວດພະຍາດໃຫ້ປະຊາຊົນຕາແສງ Phrom Đen, ເມືອງ Kirivong, ແຂວງ Takeo, ລາຊະອານາຈັກກໍາປູເຈຍ. ພາບ: TTXVN

ຕາມທ່ານພັນເອກພິເສດ ຫງວຽນແທັງຮ່າ, ຮອງຫົວໜ້າກອງບັນຊາການຕຳຫຼວດແຂວງອານຢາງ ແລ້ວ, ການກວດພະຍາດໄດ້ແກ້ໄຂຄວາມຫຍຸ້ງຍາກສ່ວນໃດສ່ວນໜຶ່ງ, ຊ່ວຍກວດພົບ, ປ້ອງກັນ, ປິ່ນປົວພະຍາດໃຫ້ປະຊາຊົນສອງຕາແສງ Phrom Den (ເມືອງ Kirivong) ແລະຕາແສງ Preyslek (ເມືອງ Treang), ແຂວງ Takeo. ຜ່ານນັ້ນ, ກໍ່ເພີ່ມທະວີສາຍພົວພັນສາມັກຄີ, ມິດຕະພາບລະຫວ່າງສອງຊາດ, ພິເສດແມ່ນລະຫວ່າງກຳລັງຕຳຫຼວດອານຢາງ ກັບປະຊາຊົນ ແລະອຳນາດການປົກຄອງຢູ່ທີ່ນີ້.

ທ່ານ ຫງວຽນຕຽກຮຸ່ງ ປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງອານຢາງ ໃຫ້ຮູ້ວ່າ ຫວຽດນາມ ແລະກໍາປູເຈຍ ແມ່ນສອງປະເທດບ້ານໃກ້ເຮືອນຄຽງ, ມີການພົວພັນທີ່ເປັນມູນເຊື້ອມາແຕ່ດົນນານ, ມີນໍ້າໃຈສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ. ປະຊາຊົນແຂວງອານຢາງ ແລະສອງແຂວງ Kandal, Takeo ໄດ້ມີການພົວພັນທີ່ເປັນມູນເຊື້ອ, ມີຄວາມສາມັກຄີ, ມິດຕະພາບ ແລະການຮ່ວມມືຢ່າງມີປະສິດທິຜົນໃນຫຼາຍຂົງເຂດ, ປະກອບສ່ວນຮັກສາຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢູ່ຕາມເສັ້ນຊາຍແດນໂດຍອີງຕາມແຜນນະໂຍບາຍ ແລະຫຼັກການເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງແຕ່ລະປະເທດ. ບັນດາທ້ອງຖິ່ນຮັກສາການແລກປ່ຽນຂໍ້ມູນຂ່າວສານຢ່າງທັນການ, ຊ່ວຍໃຫ້ກຳລັງຢູ່ເຂດຊາຍແດນປະຕິບັດວຽກງານປ້ອງກັນ, ຕ້ານອາດຊະຍາກຳ, ຂ້າມຊາຍແດນແບບຜິດກົດໝາຍຢ່າງມີປະສິດທິຜົນ.

ຕາມທ່ານ ຫງວຽນຕຽກຮຸ່ງ ແລ້ວ, ເນື້ອໃນຂໍ້ຕົກລົງຮ່ວມມືວ່າດ້ວຍການກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພ້ອມກັນພັດທະນາລະຫວ່າງຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງອານຢາງ ກັບແນວໂຮມສາມັກຄີພັດທະນາປະເທດຊາດກໍາປູເຈຍ ແຂວງ Kandal ແລະ Takeo ຍາມໃດກໍ່ຮັບຄວາມເອົາໃຈໃສ່ຜັນຂະຫຍາຍ, ບັນລຸໄດ້ໝາກຜົນທີ່ແທດຈິງຫຼາຍຢ່າງ. ເນື້ອໃນການຮ່ວມມືນັບມື້ນັບແທດຈິງ, ເລິກເຊິ່ງກວ້າງຂວາງ ແລະມີປະສິດທິຜົນ, ດ້ວຍຈິດໃຈສາມັກຄີ, ມິດຕະພາບ, ຮ່ວມມືຍາວນານ ແລະພ້ອມກັນພັດທະນາໃນຫຼາຍຂົງເຂດ, ຄື: ໂຄສະນາໃຫ້ປະຊາຊົນເຂົ້າໃຈຄວາມໝາຍຂອງການກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ; ໜູນຊ່ວຍປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກ, ແລກປ່ຽນບົດຮຽນລະຫວ່າງແນວໂຮມອານຢາງ - Kandal, ແນວໂຮມອານຢາງ - Takeo... ຜ່ານນັ້ນ, ນໍ້າໃຈສາມັກຄີ, ມິດຕະພາບ, ຄວາມສະໜິດສະໜົມລະຫວ່າງບັນດາຝ່າຍ ກໍ່ຈະນັບມື້ນັບແໜ້ນແຟ້ນກວ່າອີກ.

ເພີ່ມພູນຄູນສ້າງນໍ້າໃຈສາມັກຄີ, ພ້ອມກັນພັດທະນາ

ການພົວພັນຖານບ້ານໃກ້ເຮືອນຄຽງກັບ 3 ແຂວງອານຢາງ ແລະ Takeo, Kandal ນັບມື້ນັບພັດທະນາຜ່ານການພົບປະ, ແລກປ່ຽນຂັ້ນສູງລະຫວ່າງສອງຝ່າຍ ແລະການຢ້ຽມຢາມ, ແລກປ່ຽນເຮັດວຽກຂອງຄະນະ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ. 3 ແຂວງໄດ້ມີການຮ່ວມມືໃນຂົງເຂດ, ຄື: ປ້ອງກັນຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍຢູ່ເສັ້ນຊາຍແດນ; ການຄ້າ, ການທ່ອງທ່ຽວ; ກະສິກຳ; ວັດທະນະທໍາ, ການສຶກສາ…

ຫວຽດນາມ-ກໍາປູເຈຍ: ສາຍຈິດມິດໃຈບໍ່ມີພົມແດນ
ທ່ານພັນເອກພິເສດ ຫງວຽນແທັງຮ່າ, ຮອງຫົວໜ້າກອງບັນຊາການຕຳຫຼວດແຂວງອານຢາງ ມອບຂອງຂວັນໃຫ້ປະຊາຊົນຕາແສງ Phrom Đen, ເມືອງ Kirivong, ແຂວງ Takeo, ລາຊະອານາຈັກກໍາປູເຈຍ. ພາບ: TTXVN

ທ່ານພັນເອກ ຫງວຽນວັນຮ້ຽບ, ຫົວໜ້າການເມືອງ, ທະຫານຊາຍແດນແຂວງອານຢາງ ໃຫ້ຮູ້ວ່າ 3 ແຂວງອານຢາງ ແລະ Takeo, Kandal ໄດ້ຮັກສາການແລກປ່ຽນຂໍ້ມູນຂ່າວສານເປັນປະຈຳ, ສົມທົບກັນລາດຕະເວນສອງຝ່າຍຢູ່ເສັ້ນຊາຍແດນຄຸ້ມຄອງ, ປົກປັກຮັກສາຫຼັກໝາຍຊາຍແດນ ທີ່ໄດ້ ແລະພວມກໍ່ສ້າງ. ຜ່ານນັ້ນ, ກໍ່ຄົ້ນພົບ ແລະສະກັດກັ້ນອາດຊະຍາກຳປະເພດຕ່າງໆຢູ່ເຂດຊາຍແດນ.

ໃນໂອກາດວັນບຸນຕ່າງໆ, ບຸນປີໃໝ່ປະຈຳຊາດຂອງແຕ່ລະປະເທດ, ຄ້າຍທະຫານຊາຍແດນໄດ້ສົມທົບກັບອຳນາດການປົກຄອງທ້ອງຖິ່ນຈັດຕັ້ງບັນດາຄະນະໄປອວຍພອນປີໃໝ່ ແລະມອບຂອງຂວັນໃຫ້ອຳນາດການປົກຄອງ, ກໍາລັງປົກປັກຮັກສາຊາຍແດນ, ຊຸມຊົນແຮກສ່ຽວກັບປະເທດເພື່ອນມິດກໍາປູເຈຍ. ສຸກສາລາຕາແສງ, ເມືອງ, ເທດສະບານຕິດກັບຊາຍແດນ ແລະສຸກສາລາທະຫານ ແລະປະຊາຊົນໄດ້ກວດ, ປິ່ນປົວໃຫ້ປະຊາຊົນກໍາປູເຈຍ. ບັນດາຊຸມຊົນແຮກສ່ຽວພົບປະ, ແລກປ່ຽນບົດຮຽນໃນການຜະລິດ, ໜູນຊ່ວຍກັນກ່ຽວກັບແນວພັນ, ພືດ, ສັດລ້ຽງ...

ທ່ານພັນເອກ ຫງວຽນວັນຮ້ຽບ ຢັ້ງຢືນວ່າ: “ຕົວຈິງສະແດງໃຫ້ເຫັນວ່າ ຄຽງຄູ່ກັບການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງປະເທດ. ການແຮກສ່ຽວລະຫວ່າງຊຸມຊົນສອງຟາກຊາຍແດນໄດ້ປະກອບສ່ວນສຳຄັນເຂົ້າໃນການຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມຢູ່ເຂດຊາຍແດນ; ພ້ອມທັງປະກອບສ່ວນປັບປຸງການພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີ, ມິດຕະພາບແບບພິເສດລະຫວ່າງແຂວງອານຢາງ ກັບ Kandal ແລະTakeo ເວົ້າສະເພາະ, ຫວຽດນາມ-ກໍາປູເຈຍ ເວົ້າລວມ ໃຫ້ນັບມື້ນັບແໜ້ນແຟ້ນກວ່າອີກ”.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.