ຫວຽດນາມ - ກໍາປູເຈຍ ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ, ເພີ່ມທະວີການຮ່ວມມື

00:00 | 11/08/2022

ຕອນບ່າຍວັນທີ 9 ສິງຫາ, ທີ່ສໍານັກງານສູນກາງພັກ, ທ່ານ ຫວໍວັນເຖືອງ ກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ Hun Manet, ຮອງຜູ້ບັນຊາການສູງສຸດທັງເປັນຜູ້ບັນຊາການທະຫານບົກກອງທັບລາດຊະວົງກໍາປູເຈຍ.

ຫວຽດນາມ - ກໍາປູເຈຍ: ນາຍົກລັດຖະມົນຕີ Hun Sen ແລະ ວິ​ວັດ​ການໂຄ່ນລົ້ມລະບອບ​ດັບ​ສົນ​ເຊື້ອ​ຊາດ Pol Pot ຫວຽດນາມ - ກໍາປູເຈຍ: ນາຍົກລັດຖະມົນຕີ Hun Sen ແລະ ວິ​ວັດ​ການໂຄ່ນລົ້ມລະບອບ​ດັບ​ສົນ​ເຊື້ອ​ຊາດ Pol Pot
ການບິນ ຫວຽດນາມ ແລະ ອາເມລິກາ ເພີ່ມທະວີການຮ່ວມມື ການບິນ ຫວຽດນາມ ແລະ ອາເມລິກາ ເພີ່ມທະວີການຮ່ວມມື
ທ່ານ ຫວໍວັນເຖືອງ ຕ້ອນຮັບທ່ານພົນເອກ Hun Manet.  ພາບ: ສໍານັກຂ່າວສານຫວຽດນາມ
ທ່ານ ຫວໍວັນເຖືອງ ຕ້ອນຮັບທ່ານພົນເອກ Hun Manet. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານພົນເອກ Hun Manet ຢືນຢັນວ່າ ສອງພັກ, ສອງລັດໄດ້ຮ່ວມມືກັນຢ່າງແໜ້ນແຟ້ນເພື່ອຜ່ານຜ່າຄວາມຫຍຸ້ງຍາກ, ຍາດໄດ້ຜົນງານຫຼາຍຢ່າງໃນການຕໍ່ສູ້ຕ້ານສັດຕູໂຕດຽວກັນປົດປ່ອຍຊາດໃນຊຸມປີ 1970 – 1980, ໂຄ່ນລົ້ມລະບອບດັບສູນເຊື້ອຊາດຂອງປອນປົດ (Pol Pot) ແລະໃນໄລຍະໃໝ່. ທ່ານພົນເອກ Hun Manet ໄດ້ປະກາດໝາກຜົນແຫ່ງການຢ້ຽມຢາມ ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງພັກ ແລະສອງລັດ, ໂດຍສະເພາະແມ່ນລະຫວ່າງນາຍທະຫານໜຸ່ມ, ຊາວໜຸ່ມຂອງສອງປະເທດ.

ທ່ານ ຫວໍວັນເຖືອງ ປາດຖະໜາວ່າ ສອງຝ່າຍຈະຊຸກຍູ້ຮູບແບບການຮ່ວມມືທີ່ເໝາະສົມລະຫວ່າງນາຍທະຫານໜຸ່ມ, ຊາວໜຸ່ມຂອງສອງປະເທດ ເພາະວ່ານີ້ແມ່ນລຸ້ນຄົນໃນອະນາຄົດ. ສ່ວນຫວຽດນາມ ຍາມໃດກໍ່ພ້ອມແລ້ວທີ່ຈະສະໜັບສະໜູນກຳປູເຈຍ ສືບຕໍ່ປະຕິບັດໃຫ້ປະສົບຜົນສຳເລັດໃນວຽກງານພົວພັນຕ່າງປະເທດ ແລະສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການປົກຄອງທີ່ສະຫຼາດສ່ອງໃສຂອງພະມະຫາກະສັດ Norodom Sihamoni ແລະການນຳພາອັນສະຫຼາດສ່ອງໃສຂອງ CPP, ປະຊາຊົນ ກຳປູເຈຍ ຈະສືບຕໍ່ຍາດໄດ້ບັນດາຜົນງານໃໝ່ໃຫຍ່ຫຼວງກວ່າອີກ, ສ້າງສາກຳປູເຈຍ ໃຫ້ນັບມື້ນັບວັດທະນາຖາວອນ ແລະພັດທະນາ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.