ກວາງບິ່ງ ມີໝູ່ບ້ານທ່ອງທ່ຽວດີທີ່ສຸດໃນໂລກ

10:56 | 15/11/2023

ຍສໝ - ຕາມ​ການແຈ້ງຜົນ​ຈາກອົງການຈັດຕັ້ງການ​ທ່ອງ​ທ່ຽວ​ໂລກ (UNWTO), ຮູບແບບໝູ່ບ້ານ​ທ່ອງ​ທ່ຽວປັບຕົວ​ເໝາະກັບອາກາດ ເຕີນ​ຮວາ ແຂວງ ກວາງ​ບິ່ງ ​ໄດ້​ຮັບ​ມອບລາງວັນໝູ່ບ້ານທ່ອງທ່ຽວດີທີ່ສຸດໃນໂລກ (Best Tourism Village).

ກວາງບິ່ງ ໜູນຊ່ວຍ​ເງິນ​​ຈຳ​ນວນ 25 ຕື້ ດົ່ງ ​ໃຫ້​ແກ່​ການກໍ່ສ້າງໂຮງຮຽນ ຢູ່ແຂວງ ຄຳມ່ວນ (ລາວ). ກວາງບິ່ງ ໜູນຊ່ວຍ​ເງິນ​​ຈຳ​ນວນ 25 ຕື້ ດົ່ງ ​ໃຫ້​ແກ່​ການກໍ່ສ້າງໂຮງຮຽນ ຢູ່ແຂວງ ຄຳມ່ວນ (ລາວ).
ກວາງບິ່ງ ຫຼຸດລາຄາໄປທັດສະນະທ່ອງທ່ຽວ 50% ໃນປີ 2022 ກວາງບິ່ງ ຫຼຸດລາຄາໄປທັດສະນະທ່ອງທ່ຽວ 50% ໃນປີ 2022

ວັນທີ 14 ພະຈິກ, ຢູ່ຕາແສງ ເຕີນຮວາ (ກວາງບິ່ງ) ໄດ້ຈັດຕັ້ງພິທີຕ້ອນຮັບນາມມະຍົດ, ໃນນັ້ນມີການວາງສະແດງ, ປະກາດເປັນທາງການກ່ຽວກັບໃບຢັ້ງຢືນ, ສັນຍາລັກຂອງນາມມະຍົດໝູ່ບ້ານທ່ອງທ່ຽວດີທີ່ສຸດໃນໂລກທີ່ໄດ້ຮັບລາງວັນຈາກອົງການ UNWTO.

ກວາງບິ່ງ ມີໝູ່ບ້ານທ່ອງທ່ຽວດີທີ່ສຸດໃນໂລກ

ພິທີ​ຕ້ອນຮັບນາມມະຍົດໝູ່ບ້ານທ່ອງທ່ຽວດີທີ່ສຸດທີ່​ອົງການ​ທ່ອງ​ທ່ຽວ​ໂລກ ເຊິ່ງຄັດເລືອກໃນ​ປີ 2023.

ປີ 2023, UNWTO ໄດ້​ຄັດເລືອກຈຳນວນ 54 ​ໃນ​ຈຳ​ນວນ 260 ໝູ່ບ້ານ​ທ່ອງ​ທ່ຽວ​ທີ່​ມາ​ຈາກ 60 ປະ​ເທດ​ໃນ​ທົ່ວ​ໂລກ​ເຂົ້າ​ຮ່ວມ​ເພື່ອ​ມອບ​ລາງວັນ. ໝູ່ບ້ານທ່ອງທ່ຽວປັບຕົວເໝາະກັບອາກາດ ເຕີນຮວາ ແມ່ນ​ໝູ່ບ້ານ​ທ່ອງ​ທ່ຽວ​ແຫ່ງ​ທຳ​ອິດ​ຂອງ​ຫວຽດ​ນາມ ທີ່ໄດ້ຮັບ​ລາງວັນ​ດັ່ງ​ກ່າວ.

ຕາມ​ທ່ານ ​ໂຮ່ອານຟອງ, ຮອງ​ປະທານ ຄະນະກຳມະການປະຊາຊົນ​ແຂວງ ກວາງ​ບິ່ງ ແລ້ວ, ນີ້​ແມ່ນ​ເຫດການ​ທີ່ສຳຄັນ​ຂອງ​ການທ່ອງທ່ຽວ​ ກວາງ​ບິ່ງ ໃນການສຶບຕໍ່ຢັ້ງຢືນທີ່ຕັ້ງເຄື່ອງໝາຍການຄ້າຢູ່​ໃນ​ແຜນທີ່​ໂລກ, ແມ່ນບ່ອນທີ່​ດຶງ​ດູດ, ແຕກ​ຕ່າງດ້ວຍຄວາມຫຼາຍຮູບຫຼາຍແບບ, ຄວາມ​ເປັນ​ເອກະລັກ​ສະ​ເພາະຂອງຊັບພະຍາກອນ, ຜະລິດຕະພັນທ່ອງທ່ຽວ​.

ທ່ານສະເໜີໃນໄລຍະຈະມາເຖິງ, ຄະນະພັກບັນດາຂັ້ນ, ອຳນາດການປົກຄອງ, ປະຊາຊົນຕາແສງ ເຕີນຮວາ ແລະ ບັນດາຫົວໜ່ວຍທຸລະກິດ, ການທ່ອງທ່ຽວໃນຕາແສງ ຕ້ອງຖືເປັນສຳຄັນການຍົກສູງຄວາມຮັບຮູ້ຂອງປະຊາຊົນກ່ຽວກັບການອະນຸລັກຮັກສາ ແລະ ການເສີມຂະຫຍາຍບັນດາຄຸນຄ່າກ່ຽວກັບທິວທັດທຳມະຊາດ; ບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະຂອງຊຸມຊົນ ຕິດພັນກັບການພັດທະນາການທ່ອງທ່ຽວແບບຍືນຍົງ; ສ້າງຊຸມຊົນເຮັດການບໍລິການ​ທ່ອງ​ທ່ຽວ ແລະ ວັດທະນະທຳການບໍລິການໃຫ້​ແກ່ແຕ່ລະຄົນ ​ເພື່ອ​ໃຫ້​ຊາວ​ ເຕິ​ນຮ່ວາ ​ແຕ່ລະຄົນ​ເປັນ​ເອກ​ອັກຄະ​ລັດຖະທູດ ​ແລະ ຜູ້ນຳ​ທ່ຽວ.

ພິເສດ, ທ່ານ​ຍັງ​ກ່າວວ່າ ຕ້ອງ​ເອົາ​ໃຈ​ໃສ່​ກໍ່ສ້າງແຜນກຳນົດສັງລວມ ແລະ ຍຸດ​ທະ​ສາດ​ພັດທະນາ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ດ້ວຍວິ​ໄສ​ທັດ​ຮອດ​ປີ 2050 ເພື່ອ​ບໍ່​ໃຫ້ສູນ​ເສຍ​ເອກະລັກ​ສະ​ເພາະ ​ແລະ ແກ່ນສານທີ່ສ້າງ ເຕິນຮ່ວາ ຂຶ້ນ, ປົກ​ປັກ​ຮັກສາ​ທຳ​ມະ​ຊາດ, ຄວາມງາມທີ່ສະຫງົບສຸກຂອງໝູ່ບ້ານ ເຕີນຮວາ ໃນຂະບວນວິວັດການຫັນເປັນຕົວເມືອງ.

ທ່ານ ​ເຈືອງ​ແທ່ງ​ຢວນ, ປະທານຄະນະກຳມະການປະຊາຊົນຕາ​ແສງ ​ເຕີນ​ຮວາ ໃຫ້​ຮູ້​ວ່າ: ທ້ອງ​ຖິ່ນ​ຈະ​ສືບ​ຕໍ່​ຮັກສາ​ນາມມະຍົດທີ່ໄດ້ຮັບ, ເສີມຂະຫຍາຍຄຸນຄ່າ​ຊັບພະຍາກອນທຳ​ມະ​ຊາດ, ມະນຸດສະທຳທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ໝູ່ບ້ານ​ທ່ອງ​ທ່ຽວຕິດ​ພັນ​ກັບ​ການ​ພັດທະນາ​ການທ່ອງທ່ຽວ​ໃຫ້ຍືນຍົງ. ​ໃນເວລາຈະ​ມາ​ເຖິງ, ໝູ່ບ້ານ​ທ່ອງ​ທ່ຽວ ​ເຕີນ​ຮ່ວາ ຈະ​ຄ່ອຍໆ​ກໍ່ສ້າງ​ໃຫ້​ກາຍ​ເປັນຮູບແບບການ​ທ່ອງ​ທ່ຽວ​ທີ່ປັບຕົວ​ເໝາະກັບອາກາດຕາມແບບຢູ່​ຫວຽດນາມ ແລະ ​ແມ່ນຮູບແບບທີ່ເປັນສັນຍາລັກຂອງ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ໄດ້​ມອບ​ໃບ​ຍ້ອງຍໍ​ໃຫ້ 4 ໝູ່ຄະນະ ແລະ 1 ບຸກຄົນ​ທີ່​ມີ​ຜົນງານ​ດີເລີດໃນການຕາ​ແສງ ​ເຕີນ​ຮວາ ໃຫ້ໄດ້ຮັບນາມມະຍົດໝູ່ບ້ານທ່ອງທ່ຽວດີທີ່ສຸດທີ່​ອົງການ​ທ່ອງ​ທ່ຽວ​ໂລກຄັດເລືອກໃນ​ປີ 2023.

ມິງດຶກ

ທ່ານອາດຈະມັກ

ເຫດການ
ອ່ານຫຼາຍທີ່ສຸດ
302 Found

Found

The document has moved here.