VUFO ແລະ ຫົວໜ້າຄະນະຜູ້ແທນຫວຽດນາມ ຢູ່ຕ່າງປະເທດ: ຮ່ວມມືເພື່ອເປີດກວ້າງເຄືອຂ່າຍເພື່ອນມິດຄູ່ຮ່ວມມື

17:34 | 30/03/2023

ຍສໝ - ໃນຕອນ​ບ່າຍ​ວັນ​ທີ 28 ມີນາ, ຢູ່​ຮ່າ​ໂນ້ຍ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ (VUFO) ​ໄດ້ຈັດຕັ້ງ​ການ​ພົບ​ປະ​ກັບ​ຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ຢູ່​ຕ່າງປະ​ເທດ ​ໄລຍະ 2023-2026.

VUFO 2023: ການ​ທູດ​ປະ​ຊາ​ຊົນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົ​ມ VUFO 2023: ການ​ທູດ​ປະ​ຊາ​ຊົນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົ​ມ
ງານ​ພົບ​ປະ​ແລກປ່ຽນ​ວິ​ສາ​ຫະກິດຊາວ​ຫວຽດນາມ ຢູ່ຕ່າງປະເທດ ​ເພື່ອ​ສະ​ເຫຼີ​ມສະຫຼອງ​ວັນນັກທຸລະກິດ​ຫວຽດນາມ ງານ​ພົບ​ປະ​ແລກປ່ຽນ​ວິ​ສາ​ຫະກິດຊາວ​ຫວຽດນາມ ຢູ່ຕ່າງປະເທດ ​ເພື່ອ​ສະ​ເຫຼີ​ມສະຫຼອງ​ວັນນັກທຸລະກິດ​ຫວຽດນາມ

ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມກວາງ​ຫ້ຽວ ຖື​ວ່າ: ​ໃນ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ຂອງປະເທດຊາດ, 3 ​ເສົາ​ຄ້ຳ​ຄື ການ​ທູດ​ຂອງ​ພັກ, ການ​ທູດ​ແຫ່ງ​ລັດ ​ແລະ ການ​ທູດ​ປະຊາຊົນ ​ໄດ້​ມີ​ຄວາມ​ມານະ​ພະຍາຍາມ​ອັນ​ໃຫຍ່​ຫຼວງ, ມີການປະກອບສ່ວນ​ສຳຄັນ​ເຂົ້າ​ ໃນ​ການ​ຮັກສາ​ສະພາບ​ແວດ​ລ້ອມ​ແຫ່ງສັນຕິພາບ ​ແລະ ສະຖຽນ​ລະ​ພາບ, ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ.

ທີ່​ການ​ພົບ​ປະ, ທ່ານ​ຮອງ​ປະທານ, ​ເລຂາທິການ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ (VUFO) ຟານ​ແອງ​ເຊີນ ​ໄດ້​ແນະນຳ​ໂຄງ​ປະກອບ​ການຈັດ​ຕັ້ງ, ໜ້າ​ທີ່ ​ແລະ ວຽກ​ງານ VUFO ກໍ່​ຄືບັນດາ​ການ​ເຄື່ອນ​ໄຫວ ​ແລະ ການກຳນົດ​ທິດ​ໃນ​ປີ 2023.

VUFO ແລະ ຫົວໜ້າຄະນະຜູ້ແທນຫວຽດນາມ ຢູ່ຕ່າງປະເທດ: ຮ່ວມມືເພື່ອເປີດກວ້າງເຄືອຂ່າຍເພື່ອນມິດຄູ່ຮ່ວມມື
ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມກວາງ​ຫ້ຽວ ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ

ທ່ານ​ ຟານ​ແອງ​ເຊີນ​ ກ່າວ​ວ່າ ​ໃນ​ການກຳນົດທິດ​ ​ປີ 2023, VUFO ພວມ​ກວດກາ​ຄືນ​ບັນດາ​ເພື່ອນມິດຄູ່​ຮ່ວມ​ມື​ຕ່າງປະ​ເທດ. ພ້ອມກັນນັ້ນ ກໍ່ໄດ້​ສ້າງຕັ້ງ ​ແລະ ​ສຳ​ເລັດ​ການ​ກຳນົດ​ທິດພັດທະນາ​ຂອງ VUFO ຮອດ​ປີ 2030. ຊຸກຍູ້​ວຽກ​ງານ​ຂໍ້​ມູນ​ຂ່າວສານການຕ່າງປະເທດ; ການ​ຝຶກ​ອົບ​ຮົມ, ບຳລຸງສ້າງ, ການ​ປະ​ເມີນ​ຜົນ ​ແລະ​ ຄົ້ນຄວ້າສະພາບການ​ໃນ​ພາກ​ພື້ນ. ​ໃນ​ນັ້ນ, ​ໄດ້​ເຊື້ອ​ເຊີນ​ບັນດາ​ຫົວໜ້າ​ຫ້ອງການ​ຜູ້ຕາງໜ້າ​ຫວຽດນາມ ​ຢູ່​ຕ່າງປະ​ເທດ​ ມາ​ພົບ​ປະ​ທາງ​ອອນ​ລາຍ​ ກັບ​ບັນດາ​ພະ​ແນ​ກຂອງ VUFO ​ເພື່ອ​ມີມູມມອງທີ່​​ເລິກ​ເຊິ່ງກ່ຽວກັບທ້ອງ​ຖິ່ນ​ທີ່ຕົນ​ຮັບຜິດຊອບ.

ດ້ວຍການກຳນົດ​ທິດ​, ໜ້າ​ທີ່ ​ແລະ ຄວາມ​ຮັບຜິດຊອບ​ທີ່​ໄດ້​ມອບ​ໝາຍ, ຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ຢູ່​ຕ່າງປະ​ເທດ ຢືນຢັນ​ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ແລະ ປະກອບສ່ວນ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ຂອງ​ປະ​ເທດຊາດ ເວົ້ົ້າລວມ ​ແລະ ການທູດປະຊາຊົນ ເວົ້ົ້າສະເພາະ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.