ສື່ມວນຊົນຈີນ ຕັ້ງຄວາມຫວັງກ່ຽວກັບການພົວພັນ ຫວຽດ - ຈີນ

00:00 | 14/12/2023

ຍສໝ - ການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ແມ່ນຂີດໝາຍປະຫວັດສາດໃນການພົວພັນ 2 ຝ່າຍ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເດີນ​ທາງ​ໄປ​ເຂົ້າ​ຮ່ວມ​​ງານຕະຫຼາດ​ນັດ ຈີນ - ອາ​ຊຽນ ແລະ ກອງ​ປະ​ຊຸມ​ສຸດຍອດ ການ​ຄ້າ - ການ​ລົງ​ທຶນ ຈີນ - ອາ​ຊຽນ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເດີນ​ທາງ​ໄປ​ເຂົ້າ​ຮ່ວມ​​ງານຕະຫຼາດ​ນັດ ຈີນ - ອາ​ຊຽນ ແລະ ກອງ​ປະ​ຊຸມ​ສຸດຍອດ ການ​ຄ້າ - ການ​ລົງ​ທຶນ ຈີນ - ອາ​ຊຽນ
ນັກ​ຊ່ຽວ​ຊານ ຈີນ: ແງ່​ຫວັງ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ຈີນ ສົດ​ໃສ​ທີ່​ສຸດ ນັກ​ຊ່ຽວ​ຊານ ຈີນ: ແງ່​ຫວັງ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ຈີນ ສົດ​ໃສ​ທີ່​ສຸດ

ເລື່ອງການນຳ ຈີນ ຢ້ຽມຢາມ ຫວຽດນາມ ແມ່ນມີຄວາມໝາຍໃນການປັບປຸງ ແລະ ການພັດທະນາການພົວພັນລະຫວ່າງສອງປະເທດ. ນີ້ແມ່ນບໍ່ພຽງແຕ່ແມ່ນການເຄື່ອນໄຫວທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດໄດ້ມີຄວາມເອົາໃຈໃສ່ທີ່ສຸດເທົ່ານັ້ນ, ຫາກຍັງແມ່ນເຫດການການທູດຂະໜາດໃຫຍ່ ໃນການຮ່ວມມືພາກພື້ນ.

ເນື່ອງໃນການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຂອງທ່ານ ເລຂາທິການ, ປະທານປະເທດ ຈີນ ສີຈີ້ນຜິງ, ບັນດານັກຊ່ຽວຊານ ແລະ ວິສາຫະກິດ ຈີນ ຫວັງວ່າການຢ້ຽມຢາມຈະຊຸກຍູ້ການຮ່ວມມືເລິກເຊິ່ງ, ກ້ວາງຂວາງລະຫວ່າງສອງປະເທດ ຫວຽດນາມ - ຈີນ ກ່ວາອີກ.

ສື່ມວນຊົນຈີນ ຕັ້ງຄວາມຫວັງກ່ຽວກັບການພົວພັນ ຫວຽດ - ຈີນ

ທ່ານ​ຫູ​ລິວ​ປິງ, ຊ່ຽວຊານ​ຈາກ​ສະພາ​ວິທະຍາສາດ​ສັງຄົມ​ຈີນ.

ທ່ານ ຊ່ຽວໜິງໜິງ, ຜູ້ອຳນວຍການບໍລິຫານສະພາດຳເນີນທຸລະກິດ ຈີນ - ອາຊຽນ, ປະທານຄະນະກຳມະການ ຮ່ວມມື ອຸດສາຫະກຳ ໃນຂອບເຂດສັນຍາ RCEP, ຖືວ່າ: ຫວຽດນາມ ໄດ້ເສີມຂະຫຍາຍບັນດາທ່າໄດ້ປຽບກ່ຽວກັບພູມສາດ, ພື້ນຖານເສດຖະກິດທີ່ມີລັກສະນະເພີ່ມເຕີມສູງ ແລະ ມີການພົວພັນພິເສດ “ທັງເປັນສະຫາຍ, ທັງເປັນອ້າຍນ້ອງ” ໃນການຮ່ວມມືກັບ ຈີນຢ່າງມີປະສິດທິຜົນ. ການຢ້ຽມຢາມ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ແມ່ນໂອກາດທີ່ດີເພື່ອແລກປ່ຽນກ່ຽວກັບບັນຫານີ້:

“ເລື່ອງການນຳ ຈີນ ຢ້ຽມຢາມ ຫວຽດນາມ ແມ່ນມີຄວາມໝາຍໃນການປັບປຸງ ແລະ ການພັດທະນາການພົວພັນລະຫວ່າງສອງປະເທດ. ນີ້ແມ່ນບໍ່ພຽງແຕ່ແມ່ນການເຄື່ອນໄຫວທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດໄດ້ມີຄວາມເອົາໃຈໃສ່ທີ່ສຸດເທົ່ານັ້ນ, ຫາກຍັງແມ່ນເຫດການການທູດຂະໜາດໃຫຍ່ ໃນການຮ່ວມມືພາກພື້ນ, ຍິ່ງໄປກ່ວານັ້ນແມ່ນການພົວພັນສາກົນ. ພວກຂ້າພະເຈົ້າຫວັງວ່າ, ສອງຝ່າຍຈະເຮັດໃຫ້ຄວາມເຫັນດີເຫັນພ້ອມລະຫວ່າງການນຳສອງປະເທດໃນບັນດາບັນຫາຍຸດທະສາດ, ສັງລວມ ແລະ ເປັນພື້ນຖານຢ່າງເລິກເຊິ່ງກ່ວາອີກ”.

ສ່ວນທ່ານນາງ ລິວຢຸນຕຽນ, ປະທານສະພາບໍລິຫານບໍລິສັດເຕັກໂນໂລຊີ Yun Tian Liangpin ປັກກິ່ງ, ແບ່ງປັນວ່າ:

“ພວກຂ້າພະເຈົ້າຫວັງວ່າ: ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານປະເທດ ສີຈີ້ນຜິງ ຈະຊຸກຍູ້ການເຄື່ອນໄຫວພະລາທິການດ້ານການຄ້າສອງຝ່າຍ ເຊິ່ງພວກຂ້າພະເຈົ້າພວມປະຕິບັດໃຫ້ສະດວກກ່ວາ, ຊ່ວຍພວກຂ້າພະເຈົ້າມີກຳລັງໜູນຕື່ມອີກເພື່ອເຮັດໃຫ້ການພົວພັນສາກົນລະຫວ່າງສອງຝ່າຍດີກ່ວາ, ມີການເຊື່ອມຕໍ່ຫຼາຍກ່ວາ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ.

ກ່ອນການຢ້ຽມຢາມທາງລັດຖະກິດ ຫວຽດນາມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ໄດ້ມີບົດຂຽນລົງພິມໃນໜັງສືພິມປະຊາຊົນ. ໃນບົດຂຽນ, ທ່ານປະທານປະເທດ ສີຈິ້ນຜິງ ເນັ້ນໜັກວ່າ: ພັກ ແລະ ລັດຖະບານ ຈີນ ຍາມໃດກໍ່ຖືການພົວພັນກັບ ຫວຽດນາມ ເປັນບູລິມະສິດໃນການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ, ຮ່ວມແຮງຮ່ວມໃຈກ້າວຂຶ້ນບົນເສັ້ນທາງສັງຄົມນິຍົມຢ່າງໝັ້ນຄົງ. ທ່ານເນັ້ນໜັກວ່າ, ຈີນ ຈະຮັກສາລັກສະນະຕໍ່ເນື່ອງ ແລະ ສະຖຽນລະພາບຂອງນະໂຍບາຍການຕ່າງປະເທດຖານບ້ານໃກ້ເຮືອນຄຽງ, ພ້ອມກັບຊຸກຍູ້ວິວັດການຫັນ ອາຊີ ເປັນທັນສະໄໝ.

ເນື່ອງໃນໂອກາດນີ້, ເມື່ອຕອບສຳພາດຕໍ່ນັກຂ່າວ VOV, ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ ຖືວ່າ: ການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ແມ່ນຂີດໝາຍປະຫວັດສາດໃນການພົວພັນ 2 ຝ່າຍ.

“ພວກຂ້າພະເຈົ້າຫວັງວ່າ, ຜ່ານການຢ້ຽມຢາມຄັ້ງນີ້, 2 ຝ່າຍຈະສ້າງກາລະໂອກາດຫຼາຍກວ່າເພື່ອຊຸກຍູ້ການຮ່ວມມືຢ່າງແທດຈິງ, ບັນລຸປະສິດທິຜົນລະຫວ່າງ 2 ປະເທດ. ຄາດວ່າ, ບັນດາການນຳຂອງ 2 ປະເທດ ຈະແລກປ່ຽນກ່ຽວກັບທິດທາງ, ຈຸດສຸມໃຫຍ່ ກໍຄືບັນດາມາດຕະການລະອຽດ ເພື່ອເພີ່ມທະວີການຮ່ວມມືຢ່າງແທດຈິງ, ບັນລຸປະສິດທິຜົນລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ; ພ້ອມກັບເອກະສານເປັນຈຳນວນຫຼາຍທີ່ໄດ້ຮັບການລົງນາມນັ້ນ ຈະສ້າງພື້ນຖານສຳຄັນເພື່ອໃຫ້ບັນດາອົງການ, ທ້ອງຖິ່ນ, ປະຊາຊົນ ແລະ ວິສາຫະກິດ ຜັນຂະຫຍາຍການຮ່ວມມືໃຫ້ບັນລຸປະສິດທິຜົນກວ່າໃນທຸກຂົງເຂດ”.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.