ອາຫານແຊບໆຂອງໂລກ ແລະຈິດໃຈເພື່ອປະຊາຄົມໃນງານບຸນອາຫານສາກົນ 2023

00:00 | 09/12/2023

ຍສໝ - ຕາມ​ທີ່​ໄດ້​ກຳນົດ​ໄວ້, ງານ​ບຸນ​ອາຫານ​ສາກົນ​ຄັ້ງ​ທີ 11 ຈະ​ດຳ​ເນີນ​ໃນ​ມື້ອື່ນ, 10 ທັນວາ ຢູ່​ເຂດ​ສຳນັກງານ​ການ​ທູດ ວ້ານຟຸກ, ຮ່າ​ໂນ້ຍ.

ເຊີນລາ: ປິດຊຸດຝຶກອົບຮົມວິຊາການຊາຍແດນໃຫ້ພະນັກງານກອງທັບປະຊາຊົນລາວ ປີ 2023 ເຊີນລາ: ປິດຊຸດຝຶກອົບຮົມວິຊາການຊາຍແດນໃຫ້ພະນັກງານກອງທັບປະຊາຊົນລາວ ປີ 2023
ງານ​ບຸນ​ລະ​ດູບານ​ໃໝ່ ກົນ​ເຊີນ - ກຽບ​ບາກ ປີ 2023 ຈະ​ດຳ​ເນີນ​ແຕ່​ວັນ​ທີ 4 – 13 ກຸມ​ພາ ປີ 2023 ງານ​ບຸນ​ລະ​ດູບານ​ໃໝ່ ກົນ​ເຊີນ - ກຽບ​ບາກ ປີ 2023 ຈະ​ດຳ​ເນີນ​ແຕ່​ວັນ​ທີ 4 – 13 ກຸມ​ພາ ປີ 2023

ແມ່ນເຫດການປະຈຳປີ​ໂດຍ​ກະຊວງ​ການ​ຕ່າງປະ​ເທດ​ຈັດ​ຕັ້ງ​, ງານ​ບຸນ​ອາຫານ​ສາກົນ ​​ໄດ້​ກາຍ​ເປັນ​ສະຖານ​ທີ່​ແລກປ່ຽນ​ວັດທະນະທຳ, ອາຫານ ​ແລະ ການ​ກຸສົນ​ທີ່​ພົ້ນ​ເດັ່ນ​ຢູ່ນະຄອນຫຼວງ​ ຮ່າ​ໂນ້ຍ. ຈຸດ​ພົ້ນ​ເດັ່ນ​ຂອງເຫດການປີ​ນີ້ ​ແມ່ນຈຳນວນຮ້ານຂາຍເຄື່ອງຫຼາຍີ່ສຸດແຕ່​ອະດີດ​ເຖິງ​ປະຈຸ​ບັນ: ມີ​ເກືອບ 150 ຮ້ານຂາຍເຄື່ອງຂອງ​ບັນດາສະຖານທູດ, ສູນ​ວັດທະນະທຳ​ຕ່າງປະ​ເທດ, ພະແນກພົວພັນຕ່າງປະເທດທີ່​ຕາງໜ້າ​ໃຫ້​ບັນດາ​ແຂວງ, ວິ​ສາ​ຫະກິດ ​ແລະ ຫົວໜ່ວຍໃນະຊວງ​ການ​ຕ່າງປະ​ເທດ.

ບັນດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ຂອງ​ເຫດການລວມມີ: ​ແນະນຳ​ອາຫານ​ສະເພາະຂອງ​ ຫວຽດນາມ ​ແລະ ບັນດາ​ປະ​ເທດ; ແລກປ່ຽນວັດທະນະທຳສິລະປະ; ວາງສະແດງ ແລະຂາຍອາຫານສະເພາະທ້ອງຖິ່ນ; ສ້າງກອງທຶນກຸສົນ.

ອາຫານແຊບໆຂອງໂລກ ແລະຈິດໃຈເພື່ອປະຊາຄົມໃນງານບຸນອາຫານສາກົນ 2023

ງານ​ບຸນ​ອາ​ຫານ​ສາ​ກົນ​ຄັ້ງ​ທີ 10 ຈັດ​ຂຶ້ນ​ໃນ​ວັນ​ທີ 11 ທັນ​ວາ 2022

ຈຸດ​ເດັ່ນ​ໃໝ່​ຂອງ​ງານ​ບຸນ​ຍັງ​ແມ່ນ​ຮູບ​ພາບ “ຖະ​ໜົນ​ອາ​ຊຽນ” ຂະ​ຫນາດ​ນ້ອຍ​ທີ່​ຕັ້ງ​ຢູ່​ໃນ​ໃຈ​ກາງ​ຂອງ​ເຫດການ. ນີ້​ແມ່ນ​ບ່ອນທີ່ບັນດາຮ້ານຂາຍເຄື່ອງ​ຂອງ​ບັນດາ​ປະ​ເທດ ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ຖືກ​ຈັດ​ຕັ້ງ​ຢູ່​ຄຽງ​ຂ້າງ​ກັນ, ສ້າງ​ບັນຍາກາດອົບອຸ່ນ, ​ເປັນ​ມິດ ​ແລະ ສະດວກ​ສະບາຍ​ໃຫ້​ບັນດາແຂກມາກິນສາມາດຊິມທຸກຈຸດອາຫານທີ່ເປັນເອກະລັກສະເພາະຂອງແຕ່ລະປະເທດໃນພາກພື້ນ.

ງານ​ບຸນ​ອາຫານ​ສາກົນ​ບໍ່​ພຽງ​ແຕ່ນຳເອົາໂອກາດ​ແລກປ່ຽນ, ແນະນຳ​ວັດທະນະທຳ​, ການກິນດື່ມຂອງ​ບັນດາ​ປະ​ເທດ, ພາກ​ພື້ນ​ຂອງ ຫວຽດນາມ ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ໂອກາດ​ເພື່ອ​ແບ່ງປັນ​ເບິ່ງ​ແຍງ, ຕຸ້ມຫໍ່ກ່ຽວກັບບັນດາສະພາບການຫຍຸ້ງຍາກ ໂດນຜ່ານ​ບັນດາລາຍກາ​​ກຸສົນ​ໃນ​ທົ່ວ​ປະ​ເທດ. ຍອດ​ຈຳນວນ​ເງິນ​ປະກອບສ່ວນ​ກຸສົນ​ຂອງ​ບັນດາ​ອົງການ ແລະ ບຸກຄົນ​ຜ່ານ 10 ຄັ້ງຮ່ວມມ່ວນຊື່ນທີ່​ຜ່ານ​ມາ​ແມ່ນ​ເກືອບ 6 ຕື້​ດົ່ງ. ເງິນທັງໝົດນີ້ ໄດ້ມອບໃຫ້ຄົນພິການ, ເດັກກຳພ້າ, ແມ່ຍິງທີ່ທຸກຍາກ, ບັນດາສະພາບການຫຍຸ້ງຍາກພິເສດ... ໃນຂອບເຂດທົ່ວປະເທດ ໂດຍສະເພາະບັນດາແຂວງເຂດພູດອຍພາກເໜືອ.

​ໃນ​ຊຸມ​ປີ​ຜ່ານມານີ້, ຄະນະ​ຈັດ​ຕັ້ງ​ ໄດ້​ນຳ​ໃຊ້​ຈຳນວນເງິນບໍລິຈາກໃຫ້ການສ້າງ​ໂຮງຮຽນ​ອະນຸບານ​ ບິ່ງ​ທ້ວນ, ຕາ​ແສງ ບິ່ງ​ທ້ວນ, ​ແຂວງ ອຽນ​ບ໋າຍ; ສະໜັບສະໜູນການ​ກໍ່ສ້າງ​ຂົວ​ຢູ່​ແຂວງ ລອງ​ອານ; ການກຸສົນຢູ່ໂຮງຮຽນສາມັນຊົນເຜົ່າເຄິ່ງກິນນອນໂຮງຮຽນປະຖົມ ມາເລ໋, ເມືອງ ດົ່ງວັນ, ແຂວງ ຮ່າຢາງ; ການກຸສົນຢູ່ໂຮງຮຽນມັດທະຍົມສຶກສາ ຫວິງຟຸກ; ສູນເດັກກຳພ້າ ຮ່າເກົາ, ຮ່າດົງ; ກໍ່ສ້າງ​ຫ້ອງ​ຮຽນ​ຢູ່​ໂຮງຮຽນ​ມັດທະຍົມ​ຕອນ​ປາຍ ແທງ​ຊາ໋, ຟູ​ທໍ້, ກໍ່ສ້າງ​ຂົວ​ຢູ່​ແຂວງ ເບັ໋ນແຈ່; ແລະລາຍການການກຸສົນຫຼາຍແຫ່ງຢູ່ເຂດພາກພື້ນຫ່າງໄກ, ຫຍຸ້ງຍາກໃນທົ່ວປະເທດ.

​ໄດ້​ດຳ​ເນີນ​ເປັນ​ປະຈຳ​ປີ​​ແຕ່​ປີ 2014, ງານ​ບຸນ​ອາ​ຫານ​ສາກົນ​ໄດ້​ກາຍ​ເປັນ“ເຄື່ອງ​ໝາຍ” ຂອງ​ກະຊວງ​ການ​ຕ່າງປະ​ເທດ​ໃນ​ການ​ສ້າງ​ບ່ອນ​ຫຼິ້ນ​ໃຫ້​ແກ່​ບັນດາ​ປະ​ເທດ​ແລກປ່ຽນ​ວັດທະນະທຳ, ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ, ພ້ອມກັນແນະນຳປະ​ເທດ​ຊາດ ​ແລະ ປະຊາຊົນ ຫວຽດນາມ ​ເຖິງ​ເພື່ອນ​ມິດ​ຂອງ​ບັນດາ​ປະ​ເທດ.

ມິງດຶກ

ເຫດການ
302 Found

Found

The document has moved here.