ທ່ານນາຍົກລັດຖະມົນຕີ ຫວຽດນາມ ຮຽກຮ້ອງໃຫ້ ຍີ່ປຸ່ນ ສະໜອງບ້ວງກູ້ ODA ສຳລັບບັນດາໂຄງການຍຸດທະສາດ

00:00 | 15/12/2023

ຍສໝ - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຮຽກຮ້ອງໃຫ້ ຍີ່ປຸ່ນ ສືບຕໍ່ສະໜອງບ້ວງກູ້ ODA ຮຸ່ນໃໝ່ໃຫ້ແກ່ບັນດາໂຄງການຍຸດທະສາດພັດທະນາພື້ນຖານໂຄງລ່າງຄົມມະນາຄົມຂົນສົ່ງ ເຊັ່ນ ໂຄງການທາງລົດໄຟຄວາມໄວສູງເໜືອ-ໃຕ້ ແລະ ທາງລົດໄຟໃນຕົວເມືອງ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ເດີນທາງໄປເຂົ້າຮ່ວມກອງປະຊຸມຂັ້ນສູງສະເຫຼີມສະຫຼອງ 50 ປີແຫ່ງການພົວພັນ ອາຊຽນ - ຍີ່ປຸ່ນ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ເດີນທາງໄປເຂົ້າຮ່ວມກອງປະຊຸມຂັ້ນສູງສະເຫຼີມສະຫຼອງ 50 ປີແຫ່ງການພົວພັນ ອາຊຽນ - ຍີ່ປຸ່ນ
ສື່​ມວນ​ຊົນ​ຍີ່ປຸ່ນ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ ສື່​ມວນ​ຊົນ​ຍີ່ປຸ່ນ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ

ຕາມຜູ້ຕາງໜ້າພິ​ເສດ​ສຳ​ນັກ​ຂ່າວ ​ຫວຽດ​ນາມ ​ແລ້ວ, ​​ໃນ​ລາຍການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນສູງສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ ​ອາ​ຊຽນ - ຍີ່ປຸ່ນ ​ແລະ ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ສອງ​ຝ່າຍ​ຢູ່ ຍີ່ປຸ່ນ, ຕອນ​ບ່າຍ​ວັນ​ທີ 16 ທັນວາ, ຢູ່ ​ໂຕ​ກຽວ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າ​ມມິງຈິ໋ງ ໄດ້​ມີ​ການ​ພົບປະເຈລະຈາກັບ​ທ່ານນາຍົກລັດຖະມົນຕີ ​ຍີ່​ປຸ່ນ Kishida Fumio. ນີ້​ແມ່ນ​ການ​ພົບ​ປະ​ເຈລະຈາຄັ້ງ​ທີ 6 ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສອງ​ປະ​ເທດ​ໃນ 2 ປີ​ທີ່​ຜ່ານ​ມາ ແລະ ຄັ້ງ​ທີ 2 ໃນ​ປີ 2023.

ທີ່​ການ​ເຈລະຈາ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໋ງ ໃດ້ສະແດງຄວາມຊົມເຊີຍການຈັດ​ຕັ້ງ​ກອງ​ປະຊຸມຂັ້ນສຸງ​ສະ​ເຫຼີ​ມສະຫຼອງ ອາ​ຊຽນ - ຍີ່ປຸ່ນ ຂອງ ຍີ່ປຸ່ນ ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ ອາ​ຊຽນ - ຍີ່ປຸ່ນ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຮຽກຮ້ອງໃຫ້ ຍີ່ປຸ່ນ ສະໜອງບ້ວງກູ້ ODA ສຳລັບບັນດາໂຄງການຍຸດທະສາດ
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໋ງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Kishida Fumio

ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ສະແດງຄວາມຂອບໃຈທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໋ງ ທີ່ໄດ້ເຂົ້າຮ່ວມ ແລະ ສະແດງຄວາມເຊື່ອໝັ້ນການເຂົ້າຮ່ວມ, ການປະກອບສ່ວນຢ່າງຕັ້ງໜ້າຂອງຄະນະຜູ້ແທນ ຫວຽດນາມ ຈະປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດລວມຂອງກອງປະຊຸມ.

ບົນ​ຈິດ​ໃຈ “ຄວາມຮັກແພງ, ຄວາມ​ຈິງ​ໃຈ, ເຊື່ອໃຈ, ເນື້ອແທ້, ມີປະສິດທິຜົນ”, ການ​ນຳ​ສອງ​ປະ​ເທດ​ໄດ້​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ ​ແລະ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ຊີ້​ນຳ​ບັນດາ​ກະຊວງ, ຂະແໜງການເພື່ອຫັນບັນດາເນື້ອ​ໃນ​ຢູ່ຖະ​ແຫຼງການ​ຮ່ວມ​ກ່ຽວ​ກັບ​ການ​ຍົກ​ລະດັບ​ການ​ພົວພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ເພື່ອ​ສັນຕິພາບ ​ແລະ ຄວາມ​ວັດຖະນາຖາວອນຢູ່ ​ອາຊີ ​ແລະ ​ໂລກ ​​ເຊິ່ງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດຫາກໍ່ໄດ້​ຮັບ​ການ​ຮັບຮອງ​ເອົາ ​ໃນ​ທ້າຍ​ເດືອນ​ພະຈິກ​ນີ້ເປັນອັນລະອຽດ.

ການ​ນຳ​ສອງ​ປະ​ເທດ​ ໄດ້​ແບ່ງປັນ​ຄວາມ​ຮັບ​ຮູ້​ລວມ​ກ່ຽວ​ກັບ​ການປັບປຸງຄວາມ​ເຊື່ອໃຈທາງ​ດ້ານ​ການ​ເມືອງ, ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ​ຂັ້ນ​ສູງ​ປະຈຳ​ປີ​ຜ່ານ​ຊ່ອງ​ທາງ​ຂອງ​ພັກ, ລັດຖະບານ, ສະພາ​ແຫ່ງ​ຊາດ...

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໋ງ ໄດ້ສົ່ງຕໍ່ຄຳຢື້ຢາມຖາມຂ່າວ ແລະ ເຊື້ອເຊີນໄປຢ້ຽມຢາມ ຫວຽດນາມ ໃນໄວໆນີ້ ຈາກທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟຸຈ້ອງ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຝາກເຖິງກະສັດ ແລະ ພະລາຊິນີ, ນາຍົກລັດຖະມົນຕີ Kishida Fumio ແລະ ບັນດາການນຳຍີ່ປຸ່ນ; ໄດ້​ສົ່ງຕໍ່ຄຳຂອບ​ອົກ​ຂອບ​ໃຈຂອງ​ທ່ານ​ປະທານ​ປະ​ເທດ ຫວຽດນາມ ຫວໍວັນເຖືອງ ​ແລະ ພັນ​ລະ​ຍາກ່ຽວກັບການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ, ສະໜິດສະໜົມ ​ແລະ ພິຖີພິຖັນ​ຂອງ​ພະ​ລາຊະ​ວັງ, ສະພາ​ແຫ່ງ​ຊາດ, ລັດຖະບານ ​ແລະ ປະຊາຊົນ ຍີ່​ປຸ່ນ ທີ່ມີໃຫ້ສຳລັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ ຫວຽດນາມ ​ໃນ​ການ​ຢ້ຽມຢາມ ​ຍີ່ປຸ່ນ​ ຢ່າງ​ເປັນ​ທາງ​ການ​ໃນ​ທ້າຍ​ເດືອນ​ພະຈິກ ທີ່ຜ່ານມາ.

ທ່ານ​ນາຍົກລັດຖະມົນຕີ 2 ທ່ານ​ກໍ່​ຢືນຢັນ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງ​ແທດ​ຈິງ, ມີ​ປະສິດທິ​ຜົນ​ໃນ​ຂົງ​ເຂດ​ປ້ອງ​ກັນ​ປະ​ເທດ ​ໂດຍ​ຜ່ານ​ການ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ທີ່​ໄດ້​ລົງ​ນາມ​ຢ່າງ​ມີ​ປະສິດທິ​ຜົນ.

ທ່ານນາຍົກລັດຖະມົນຕີ 2 ທ່ານ ຕີລາຄາສູງບັນດາຄວາມຄືບໜ້າຢ່າງຕັ້ງໜ້າໃນຫຼາຍໂຄງການຮ່ວມມືດ້ານເສດຖະກິດທີ່ສຳຄັນລະຫວ່າງ 2 ປະເທດໃນໄລຍະຜ່ານມາ ກໍ່ຄືເລື່ອງຍອດມູນຄ່າຂອງແຫຼ່ງທຶນໜູນຊ່ວຍເພື່ອການພັດທະນາ (ODA) ຢ່າງເປັນທາງການໃນປີ 2023 ບັນລຸໄດ້ລື່ນກາຍ 100 ຕື້​ເຢນເປັນຄັ້ງທຳອິດນັບແຕ່ປີ 2017 ເປັນຕົ້ນມາ; ຢືນຢັນ​ວ່າຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ, ຊຸກຍູ້​ການ​ຮ່ວມ​ມື​ເພື່ອ​ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ເສດຖະກິດ; ເຫັນດີເປັນເອກະພາບສ້າງຕັ້ງກຸ່ມປະສານງານລວມລະຫວ່າງລັດຖະບານ 2 ປະເທດ ເພື່ອຊຸກຍູ້ລະດັບຄວາມຄືບໜ້າ ແລະ ປະສິດທິຜົນຂອງບັນດາໂຄງການເສດຖະກິດທີ່ພວມດຳເນີນຢູ່ລະຫວ່າງ 2 ປະເທດ, ໃນນັ້ນມີໂຄງການໂຮງງານກັ່ນຕອງນ້ຳມັນ ງີ່ເຊິ່ນ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໋ງ ໄດ້ສະເໜີ ຍີ່ປຸ່ນ ຈະສືບຕໍ່ສະໜອງບັນດາບ້ວງກູ້ ODA ຮຸ່ນໃໝ່ໃຫ້ແກ່ບັນດາໂຄງການຍຸດທະສາດພັດທະນາພື້ນຖານໂຄງລ່າງຄົມມະນາຄົມຂົນສົ່ງ ເຊັ່ນ ໂຄງການທາງລົດໄຟຄວາມໄວສູງເໜືອ-ໃຕ້, ທາງລົດໄຟໃນຕົວເມືອງ, ອຸດສາຫະກໍາສຳຮອງ, ກຸ່ມອຸດສາຫະກໍາໃຫມ່, ການຮັບມືກັບການປ່ຽນແປງດິນຟ້າອາກາດ, ການຫັນເປັນດິຈິຕອນ, ການຫັນເປັນສີຂຽວ, ສາທາລະນະສຸກ... ໃນປະເທດຫວຽດນາມ; ໜູນຊ່ວຍ, ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ ຫວຽດນາມ ເຂົ້າຮ່ວມໃນລະບົບສະໜອງທົ່ວໂລກຂອງວິສາຫະກິດ ຍີ່ປຸ່ນ ໃນຂົງເຂດການຜະລິດລົດ, ເອເລັກໂຕນິກ, ອຸປະກອນການແພດ, ແຜ່ນແພ; ຊຸກຍຸ້ລະບຽບການກວດກາ ແລະ ຕີລາຄາຄຸນະພາບເພື່ອເປີດປະຕູຕະຫຼາດສໍາລັບ ໝາກກ້ຽງໃຫຍ່ເປືອກສີຂຽວ ຫວຽດນາມ ແລະ ໝາກອາງຸຸ່ນ ຍີ່ປຸ່ນ.

ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ຢືນຢັນວ່າ ຍີ່ປຸ່ນ ຫວັງວ່າ ສອງປະເທດພ້ອມກັນພັດທະນາ ແລະ ປະກອບສ່ວນເຂົ້າໃນການພັດທະນາລວມຂອງພາກພື້ນ; ຈະສືບຕໍ່ສະຫນັບສະຫນູນ ຫວຽດນາມ ປະຕິບັດການຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝ, ການກໍ່ສ້າງເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ເຊື່ອມຕົວເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ປະຕິບັດຍຸດທະສາດການຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝຢ່າງສໍາ​ເລັດຜົນ.

ການນຳທັງ 2 ຝ່າຍກໍໃດ້ເຫັນດີເປັນເອກະພາບຈະເປີດກ້ວາງການຮ່ວມມືໃນບັນດາຂົງເຂດການຫັນເປັນສີຂຽວ, ການຮັບມືການປ່ຽນແປງຂອງດິນຟ້າອາກາດ ... ຜ່ານບັນດາໂຄງການປະຕິບັດຕົວຈິງ.

ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ຢືນຢັນວ່າ ຈະຊຸກຍູ້ການຮ່ວມມືກັບຫວຽດນາມ ໃນການ​ຫັນປ່ຽນ​ພະລັງງານ, ຫຼຸດຜ່ອນ​​ການປ່ອຍອາຍພິດໂດຍ​ຜ່ານ​ສູນຂໍ້ລິເລີ່ມປະຊາ​ຄົມ​ການ​ປ່ອຍ​ລະ​ພິດລົງເປັນ 0 ຢູ່ ອາຊຽນ (AZEC) ​ໂດຍ​ ຍີ່ປຸ່ນ ​ສ້າງ​ຕັ້ງ.

ໂດຍຕີລາຄາສຸງການທີ່ 2 ປະເທດໄດ້ຈັດຕັ້ງກວ່າ 500 ການເຄື່ອນໄຫວເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນໃນປີ 2023, ການນຳ 2 ປະເທດໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການຮ່ວມມືດ້ານບຳລຸງສ້າງຊັບພະຍາກອນມະນຸດ, ພິເສດແມ່ນພະນັກງານຄຸ້ມຄອງລະດັບຍຸດທະສາດ, ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ, ການ​ແລກປ່ຽນ​ປະຊາຊົນ, ການ​ຮ່ວມ​ມື​ທ້ອງ​ຖິ່ນ ​ແລະ ທ່ອງທ່ຽວ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິ໋ງ ຈະສະ​ເໜີ​ໃຫ້ ຍີ່​ປຸ່ນ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະ​ດວກ, ຜ່ອນຜັນ ແລະ ກ້າວ​ໄປ​ເຖິງ​ການ​ຍົກ​ເວັ້ນ​ວີ​ຊາ​ໃຫ້​ຊາວ​ ຫວຽດ​ນາມ ທີ່​ເຂົ້າ​ມາ ຍີ່​ປຸ່ນ.

ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ຢັ້ງຢືນວ່າ ແຫຼ່ງຊັບພະຍາກອນມະນຸດຂອງ ຫວຽດນາມ, ປະກອບມີແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ແລະ ນັກເຝິກງານທັກສະວິຊາຊີບ, ແມ່ນສິ່ງທີ່ຂາດບໍ່ໄດ້ສໍາລັບການພັດທະນາເສດຖະກິດ-ສັງຄົມຂອງ ຍີ່ປຸ່ນ; ສະ​ແດງ​ຄວາມ​ດີ​ໃຈ​ທີ່​ສອງ​ຝ່າຍ​ຈະ​ຈັດ​ຕັ້ງ​ການ​ສອບ​ເສັງ​ຮັບ​ນັກ​ຝຶກ​ງານທັກສະສະ​ເພາະ​ຢູ່ ​ຫວຽດນາມ.

ການ​ນຳ​ສອງ​ທ່ານ​ຢືນຢັນ​ຈະ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນລະພາບ ແລະ ການ​ພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ; ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ອົງການຈັດຕັ້ງສາກົນ ແລະ ພາກພື້ນ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໋ງ ໄດ້ຕີລາຄາສູງການ ຍີ່ປຸ່ນ ຈັດຕັ້ງກອງປະຊຸມຂັ້ນສຸງປະຊາຄົມການປ່ອຍລະພິດລົງເປັນ 0 ອາຊຽນ (AZEC) ໃນຂອບເຂດກອງປະຊຸມຂັ້ນສຸງສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ ອາຊຽນ - ຍີ່ປຸ່ນ.

​ເນື່ອງ​ໃນ​ໂອກາດ​ນີ້, ການ​ນຳ​ສອງ​ປະ​ເທດ ​ໄດ້ເປັນສັກຂີພິຍານ​ພິທີ​ມອບ-ຮັບ​ເອກະສານ​ຮ່ວມ​ມື ODA ລະຫວ່າງ​ສອງ​ປະ​ເທດ ປະກອບມີຈົດໝາຍທາງການ​ແລກປ່ຽນ​ບ້ວງເງິນ​ກູ້​ຄັ້ງ​ທີ 4 ​ສຳລັບໂຄງການ​ກໍ່ສ້າງ​ທາງ​ລົດ​ໄຟ​ໃນຕົວ​ເມືອງ​ນະຄອນ ​ໂຮ່ຈິ​ມິນ, ​ເຂດ ເບັ໋ນແທ່ງ - ຊ໋ວຍຕ່ຽນ,ຈົດໝາຍທາງການແລກປ່ຽນ​ໂຄງການ​ທຶນ​ການສຶກສາ​ພັດທະນາ​ຊັບພະຍາກອນ​ມະນຸດ (JDS), ​ແລະ ຈົດໝາຍທາງການແລກປ່ຽນ​ໂຄງການ​ສະໜອງອຸປະກອນໃຫ້​ໂຮງໝໍ K ໂດຍມູນຄ່າທັງໝົດປະມານ 42,3 ຕື້ເຢນ (ເກືອບ 300 ລ້ານ USD).

ມິງດຶກ

ເຫດການ
302 Found

Found

The document has moved here.