ທີມຊາດຫວຽດນາມ ເອົາຊະນະ ຟີລິປິນ ສຸດມັນ 2-1

05:49 | 07/12/2018

ຍສໝ - ການແຂ່ງຂັນເຕະບານ ຊູສຸກິ ຄັບ 2018 ຮອບຮອງຊະນະເລີດ ຂາກັບ ລະຫວ່າງທີມຊາດຫວຽດນາມ ແລະ ທີມຊາດຟີລິປິນ ເຊິ່ງເຕະກັນຢູ່ສະໜາມກິລາ ແຫ່ງຊາດ ໝີດິ່ງ.

ທີມຊາດຫວຽດນາມ ເອົາຊະນະ ຟີລິປິນ ສຸດມັນ 2-1

ທັງສອງທີມເປີດເກມໄວເຂົ້າໃສ່ກັນແຕ່ນາທີທຳອິດຂອງການແຂ່ງຂັນ.

ໃນນັດກ່ອນໜ້ານີ້ ສອງທີມພົບກັນ ຢູ່ ບ້ານ ຟີລິປິນ ໂດຍການເອົາຊະນະຂອງທີມຊາດ ຫວຽດນາມ 2-1. ນັດມື້ນີ້ແມ່ນນັດກັບຊີຂາດວ່າທີມໃດຈະເຂົ້າໄປຊີງຊະນະເລີດ ໃນສຶກເຕະບານ ຊີງຂັນ ຊູສຸກິ ຄັບ 2018. ເລີ່ມການແຂ່ງຂັນທັງສອງທີມເປີດສາກໃສ່ກັນ ດ້ວຍການຫຼິ້ນບານໄວ ແລະ ສາມາດເຮັດໃຫ້ທີມກົງກັນຂ້າມ ຫວາດສ່ຽວໄປ ໄດ້ຫຼາຍໄລຍະ. ແຕ່ເຖິງຢ່າງໃດກໍ່ຕາມ ຈົບເຄິ່ງທຳອິດ ທັງສອງທີມຍັງສະເໝີກັນ 0-0 .

ທີມຊາດຫວຽດນາມ ເອົາຊະນະ ຟີລິປິນ ສຸດມັນ 2-1

ກວາງຫ໋າຍ ຊັດປະຕູທຳອິດ ໃຫ້ ທີມຊາດຫວຽດນາມຂື້ນນຳ.

ມາຮອດເຄິ່ງເວລາທີສອງ, ທັງສອງທີມກໍ່ຍັງຄົງເປີດເກມເຂົ້າໃສ່ກັນຢ່າງບໍ່ມີໃຜຍອມໃຜ. ແຕ່ຈຸດປ່ຽນແມ່ນພາຍຫຼັງທີ່ ໂຄດຂອງທີມຊາດຟີລິປິນ ປ່ຽນຕົວກອງຫຼັງ ອອກໄປໜຶ່ງຄົນເພື່ອເສີມ ການບຸກໂຈມຕີຂອງ ທີມຂອງຕົນ, ແຕ່ທີມທີ່ໄດ້ປະຕູຂື້ນນຳໄປກ່ອນພັດແມ່ນທີມຊາດຫວຽດນາມ ໂດຍ ຟານວັນດຶກ ບຸກຂ້າງຊ້າຍ ຜ່ານຜູ້ຫຼິ້ນຂອງຟິລິປິນ ສົ່ງບານຜ່ານໃຫ້ ກວາງຫ໋າຍ ຊັດເຂົ້າໄປ ນຳໄປກ່ອນໃນນາທີ ທີ 83. ບໍ່ຢຸດເທົ່ານັ້ນ ກົງເຟືອງ ກອງໜ້າຕົວສະກາດຂອງຫວຽດນາມ ທີ່ຫາກໍ່ຖືກປ່ຽນຕົວເຂົ້າມາໄດ້ພຽງ 4 ນາທີ, ຫຼອກລໍ້ບານບຸກເຂົ້າໄປເຂດໜ້າປະຕູ ຍິງ ຜ່ານໜ້າຜູ້ຮັກສາປະຕູຂອງ ທີມຊາດ ຟິລິປິນ ເຂົ້າປະຕູໄປຢ່າງສວຍງາມ ນຳ 2 -0. ກ່ອນໝົດເວລາ ທີມຊາດ ຟິລິປິນ ສາມາດຕີໄຂ່ແຕກໄດ້ 1 ປະຕູ.

ທີມຊາດຫວຽດນາມ ເອົາຊະນະ ຟີລິປິນ ສຸດມັນ 2-1

ກົງເຟື້ອງ ຍິງປະຕູ ພາຍຫຼັງປ່ຽນໂຕເຂົ້າມາໄດ້ພຽງ 4ນາທີເທົ່ານັ້ນ.

ຈົບເກມ ທີມຊາດ ຫວຽດນາມ ເອົາຊະນະ ທີມຊາດ ຟິລິປິນ 2-1, ລວມທັງສອງນັດ ຫວຽດນາມ ເອົາຊະນະ ທີມຊາດ ຟິລິປິນ 4-2 ເຂົ້າໄປຊີງຊະນະເລີດກັບ ທີມຊາດ ມາເລເຊຍ ທີ່ເອົາຊະນະ ທີມຊາດໄທ ມື້ວານນີ້ (2-2 ໄລປະຕູໄດ້ເສຍໃນບ້ານ) . ນັດຊີງຊະນະເລີດ ນັດໄປ ແມ່ນຈະເຕະຢູ່ ມາເລເຊຍ ໃນວັນທີ 12 ທັນວາ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.