ເຕະບານນັດຊິງຊະນະເລີດ ຂາໄປ ລະຫວ່າງ ຫວຽດນາມ-ມາເລເຊຍ ຊູສູກິຄັບ 2018

21:39 | 11/12/2018

ຍສໝ - ຕອນຄ່ຳຂອງວັນທີ 11 ທັນວາ , ທີ່ສະໜາມກິລາ Bukit Jalil ຂອງມາເລເຊຍ ການແຂ່ງຂັນເຕະບານນັດຊີງຊະນະເລີດ ຂາໄປ ລະຫວ່າງ ທີມຊາດຫວຽດນາມ ແລະ ທີມຊາດ ມາເລເຊຍ .

ນັບແຕ່ໝາກວີດຂອງກຳມະການ ຊາວອ໋ອດຊີ້ ດັງຂື້ນ, ທັງສອງທີມໄດ້ເປີດໃສ່ກັນດ້ວຍເກມການຫຼິ້ນທີ່ມີຄວາມໄວສູງ. ມາຮອດນາທີ 23 ຂອງເຄິ່ງທຳອິດ ປະຕູໄດ້ມາຮອດທີມຊາດຫວຽດນາມ ເມື່ອ ຮ່ວາງ ວັນເຮົ້າ ລາກບານຫຼອກນັກເຕະກອງຫຼັງຂອງ ທີມຊາດມາເລເຊຍ ກ່ອນຈະສົ່ງ ໃຫ້ ວັນດຶກ ຍິງເຂົ້າໄປໄດ້ຢ່າງສວຍງາມ.

ເຕະບານນັດຊິງຊະນະເລີດ ຂາໄປ ລະຫວ່າງ ຫວຽດນາມ-ມາເລເຊຍ ຊູສູກິຄັບ 2018

ເຕະບານນັດຊິງຊະນະເລີດ ຂາໄປ ລະຫວ່າງ ຫວຽດນາມ-ມາເລເຊຍ ຊູສູກິຄັບ 2018

ດຶກຮຸຍ ຍິງປະຕູທຳອິດໃຫ້ທີມຊາດຫວຽດນາມນຳໄປກ່ອນໃນນາທີ 23.

ແຕ່ຫຼັງຈາກປະຕູທີ 1 ເຂົ້າຍັງບໍ່ທັນຮອດ 2 ນາທີ ເກມຂອງມາເລເຊຍ ເລີ່ມແຕກ, ທີມຊາດຫວຽດນາມ ບຸກຂື້ນໄປ ແລະ ວັນດຶກ ສົ່ງບານໃຫ້ ດຶກຮຸຍ ຊຸດເຂົ້າໄປອີກ ໜຶ່ງລູກຢ່າງສວຍງາມບໍ່ແພ້ລູກທຳອິດ, ເຮັດໃຫ້ ທີມຊາດຫວຽດນາມ ນຳໄປກ່ອນ 2-0 ພາຍໃນເວລາ 25ນາທີເທົ່ານັ້ນ.

ເຕະບານນັດຊິງຊະນະເລີດ ຂາໄປ ລະຫວ່າງ ຫວຽດນາມ-ມາເລເຊຍ ຊູສູກິຄັບ 2018

ວັນດຶກ ດີໃຈ ຫຼັງຍິງປະຕູທີສອງ ໃຫ້ທີມຊາດຫວຽນາມນຳໄປ 2-0.

ຫຼັງຈາກນັ້ນ ທີມຊາດມາເລເຊຍ ກໍ່ຫຼິ້ນເລີ່ມດີຂື້ນ ແລະ ມາຮອດນາທີ 37 ຂອງການແຂ່ງຂັນ ຈາກການເຕະມຸມ Shahrul ໃຊ້ຫົວມົ່ງເຂົ້າໄປ ນຳມາເປັນ 2-1.

ໃນເວລາທີ່ເຫຼືອທັງສອງທີມ ຍັງຄົງໃຊ້ການຫຼິ້ນເກມທີ່ມີຄວາມໄວສູງໃສ່ກັນ ແຕ່ກໍ່ບໍ່ມີທີມໃດຍິງໄດ້ຕື່ມ ຈົບເຄິ່ງທຳອິດ ຫວຽດນາມ ນຳໄປກ່ອນ 2-1.

ເຂົ້າສູ່ ເຄິ່ງທີສອງ ເກມການຫຼິ້ນຂອງທັງສອງທີມ ກໍ່ຍັງສ້າງຄວາມຕື່ນເຕັ້ນ ແລະ ຫວາດສ໋ຽວໃຫ້ ແກ່ກອງເຊຍຂອງສອງຝ່າຍໃນສະໝາມ. ມາຮອດນາທີ 60 Safawi ຈາກລູກຕັ້ງເຕະ ໄດ້ຍິງປະຕູເຂົ້າໄປຢ່າງເໜືອຊັ້ນ ນຳມາສະເໝີກັນ 2-2.

ຫຼັງຈາກນັ້ນໂຄດທັງສອງທີມ ໄດ້ໃຊ້ທຸກກົນລະຍຸດ ເພື່ອເພີ່ມກຳລັງບຸກ ໃຫ້ແກ່ທີມຕົນເອງແຕ່ກໍ່ເຮັດຫຍັງກັນບໍ່ໄດ້ ຈົບເກມ ທັງສອງທີມ ຫວຽດນາມ-ມາເລເຊຍ ສະເໝີກັນໄປ ຢ່າງສຸດມັນ 2-2.

ນັດຕໍ່ໄປທັງສອງທີມຈະພົບກັນຢູ່ສະໝາມໝີດິ່ງ ນະຄອນຫຼວງຮ່າໂນ້ຍ ໃນວັນທີ 15 ທັນວາ ທີ່ຈະມາເຖິງນີ້.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.