ຊຸກຍູ້ການຮ່ວມມືການຊື້ຂາຍຖ່ານຫີນລະຫວ່າງ ຫວຽດນາມ ແລະ ລາວ

00:00 | 15/12/2023

ຍສໝ - ໂດຍປະຕິບັດຕາມການ​ຊີ້ນຳຂອງ ລັດຖະບານ​ສອງ​ປະ​ເທດ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ພັດທະນາ​ດ້ານ​ພະລັງງານ, ພິ​ເສດ​ແມ່ນ​ການນຳເຂົ້າໄຟຟ້າ ​ແລະ ຖ່ານ​ຫີນຈາກ​ລາວ, ວັນ​ທີ 9 ທັນວາ, ທ່ານ​ລັດຖະມົນຕີ ຫງວຽນ​ຮົ່ງຢຽນ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ຊຸກຍູ້​ການ​ຮ່ວມ​ມືການ​ຊື້ຂາຍ​ຖ່ານຫີນລະຫວ່າງ ​ຫວຽດນາມ - ລາວ.

ເພີ່ມທະວີການຮ່ວມມືລະຫວ່າງຄະນະເລຂາທິການ ສະພາແຫ່ງຊາດ ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືລະຫວ່າງຄະນະເລຂາທິການ ສະພາແຫ່ງຊາດ ຫວຽດນາມ ແລະ ລາວ
ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງຄະນະຜູ້ແທນຫວຽດນາມ ແລະ ລາວ ປະຈຳສະຫະປະຊາຊາດ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງຄະນະຜູ້ແທນຫວຽດນາມ ແລະ ລາວ ປະຈຳສະຫະປະຊາຊາດ

ທີ່​ກອງ​ປະຊຸມ, ຜູ້ຕາງໜ້າ​ການ​ນຳ​ບັນດາກຸ່ມບໍລິສັດ ແລະ ວິ​ສາ​ຫະກິດ​ຂອງ 2 ປະ​ເທດ​ ໄດ້​ລາຍ​ງານ​ກ່ຽວກັບສະພາບການສະໜອງ​ໄຟຟ້າ ​ແລະ ການນຳເຂົ້າຖ່ານຫີນໃນ​ປີ 2023; ບັນດາຄວາມຫຍຸ້ງຍາກ, ບັນຫາ ​ແລະ ສະ​ເໜີ​ມາດຕະການການ​ແກ້​ໄຂ, ສະເໜີແນະໃຫ້​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ໃນບັນດາເຄື່ອນໄຫວນຳເຂົ້າ​ໄຟຟ້າ ​ແລະ ຖ່ານຫີນ​ຈາກ ​ລາວ. ບັນດາ​ຂໍ້​ສະ​ເໜີ​ດັ່ງກ່າວ​ໄດ້​ຮັບການຮັບ​ຟັງ ​ແລະ ຕອບ​ຈາກ​ການ​ນຳ​ກະຊວງ; ພ້ອມ​ກັນ​ນັ້ນ ບັນດາ​ກົມ, ອົງການ​ທີ່​ມີ​ໜ້າ​ທີ່​ຂອງ​ກະຊວງ​ກໍ່ໄດ້​ສະ​ເໜີ​ບັນດາ​ມາດ​ຕະການ​ແກ້​ໄຂ​ລະອຽດ ​ແລະ ​ແທດ​ຈິງ​ເພື່ອ​ແກ້ໄຂຄວາມ​ຫຍຸ້ງຍາກ, ໜູນ​ຊ່ວຍ​ວິ​ສາ​ຫະກິດ.

ຊຸກຍູ້ການຮ່ວມມືການຊື້ຂາຍຖ່ານຫີນລະຫວ່າງ ຫວຽດນາມ ແລະ ລາວ

ພາບທີ່ກອງ​ປະ​ຊຸມ

ກ່າວ​ຄຳປາໄສ​ທີ່​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ ຫງວຽນ​ຮົ່ງຢຽນ ໃຫ້​ຮູ້​ວ່າ ຕາມ​ຂໍ້​ຕົກລົງ​ຂັ້ນ​ສູງ ລະຫວ່າງ​ຫວຽດນາມ - ລາວ, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ​ແລະ ກະຊວງ​ພະລັງງານ ​ແລະ ບໍ່​ແຮ່ ລາວ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດຖ່ານຫີນ. ນີ້​ແມ່ນ​ເຫດການ​ສຳຄັນ, ​ເປັນ​ຂີດ​ໝາຍ​ໃໝ່​ໃນ​ການ​ຮ່ວມ​ມື​ດ້ານ​ພະລັງງານ​ລະຫວ່າງ 2 ປະ​ເທດ. ການນຳເຂົ້າໄຟຟ້າ ແລະ ຖ່ານຫີນຈາກລາວ ບໍ່ພຽງແຕ່ຊ່ວຍພັດທະນາເສດຖະກິດລະຫວ່າງສອງປະເທດເທົ່ານັ້ນ, ແຕ່ຍັງປະຕິບັດເປົ້າໝາຍຄວບຄູ່ກ່ຽວກັບຄວາມໝັ້ນຄົງປ້ອງກັນຊາດ ແລະ ສະໜອງພະລັງງານໃຫ້ແກ່ພື້ນຖານເສດຖະກິດນຳອີກ. ຕາມ​ນັ້ນ​ແລ້ວ, ທ່ານ​ລັດຖະມົນຕີກໍ່​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ຫົວໜ່ວຍ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຜັນ​ຂະຫຍາຍ​ບັນດາ​ໜ້າ​ທີ່ ​ແລະ ມາດຕະການ​ແກ້​ໄຂ​ຕົ້ນຕໍ​ລວມມີ:

ກ່ຽວ​ກັບ​ການ​ສະໜອງ​ຖ່ານຫີນ, ແກັດເຜົາໄໝ້​ໃຫ້​ແກ່​ຂະແໜງໄຟຟ້າ, ທ່ານ​ລັດຖະມົນຕີ ຫງວຽນຮົ່ງຢຽນ ຮຽກຮ້ອງ​ວ່າ ໂດຍອີງ​ໃສ່​ຕາຕະລາງ​ສະໜອງ​ຖ່ານ​ໃນ​ປີ 2024, ກົມນ້ຳມັນເຊື້ອໄຟ ແລະ ຖ່ານຫີນ ເປັນຜູ້ຮັບຜິດຊອບຮ່ວມກັບ ບໍລິສັດ EVN, TKV, PVN, ບໍລິສັດໃຫຍ່ ດົງບັກ, PvGas ແລະ ບັນດາຫົວໜ່ວຍທີ່ກ່ຽວຂ້ອງ ເພື່ອກວດກາຄືນ ແລະ ດັດສົມແຜນການສະໜອງຖ່ານຫີນປະຈຳໄຕມາດ ແລະ ລາຍງານໃນເດືອນສຸດທ້າຍຂອງໄຕມາດ, ບັນດາວິສາຫະກິດຕ້ອງພັດທະນາການສະໜອງຖ່ານຫີນ, ສຳຮອງຖ່ານປະຈຳເດືອນສົ່ງ​ໃຫ້​ໜ່ວຍ​ງານ​ວິຊາ​ສະ​ເພາະ​ຂອງ​ກະຊວງ​ກວດກາ​ຄືນ ​ແລະ ​ລາຍ​ງານ​ໃຫ້ການນຳກະຊວງ. ໂຮງງານໄຟຟ້າຖ່ານຫີນ ຕ້ອງນຳເຂົ້າ ແລະ ສຳຮອງຖ່ານຫີນ, ແກັດເຜົາໄໝ້ພື່ອຮັບໃຊ້ການຜະລິດໄຟຟ້າໃນທຸກສະຖານະການ ຕາມຄໍາແນະນໍາຂອງນາຍົກລັດຖະມົນຕີ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ.

ທ່ານ​ລັດຖະມົນຕີ​ຮຽກຮ້ອງ​ໃຫ້​ບໍລິສັດ TKV, ບໍລິສັດໃຫຍ່​ ດົງ​ບັກ ຕ້ອງເອົາ​ໃຈ​ໃສ່​ແກ້ໄຂ​ຄວາມ​ຫຍຸ້ງຍາກ​ໃນ​ລະບຽບ​ການ​ບໍລິຫານ ​ແລະ ນິຕິກຳ; ການປັບໂຄງສ້າງທາງດ້ານການເງິນຂອງວິສາຫະກິດ; ປ່ຽນແປງໃໝ່​ເຕັກ​ໂນ​ໂລ​ຊີ ​ເພື່ອ​ເພີ່ມ​ຄວາມ​ສາມາດ​ຂຸດ​ຄົ້ນ, ຜະລິດ, ປຸງແຕ່ງຖ່ານຫີນພາຍ​ໃນ​ປະ​ເທດ ເພື່ອ​ຜະລິດ​ໄຟຟ້າ. ພ້ອມ​ກັນ​ນັ້ນ, ກໍ່ເລັ່ງ​ເຈລະຈາ​ລົງ​ນາມ​ໃນ​ສັນຍາ​ການນຳ​ເຂົ້າ​ຖ່ານຫີນ, ສະໜອງ​ຖ່ານຫີນໃຫ້​ໂຮງ​ໄຟຟ້າ​ພະລັງ​ຄວາມ​ຮ້ອນ, ຮັບປະກັນ​ການ​ປະຕິບັດ​ສັນຍາ​ທີ່​ໄດ້​ລົງ​ນາມ​ຢ່າງ​ເຂັ້ມ​ງວດ; ເປັນຜູ້ຮັບຜິດຊອບປະສານສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງ ເພື່ອສະເໜີກົນໄກສະເພາະການນຳເຂົ້າຖ່ານຫີນ, ໂດຍສະເພາະການນຳເຂົ້າຖ່ານຫີນຈາກ ລາວ ອີງ​ຕາມຂໍ້​ຕົກ​ລົງ​ລະ​ຫວ່າງ​ລັດ​ຖະ​ບານ​ເພື່ອ​ລາຍ​ງານ​ຕໍ່​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫຼື​ອົງ​ການ​ທີ່​ມີ​ສິດອຳນາດ​.

ນອກຈາກນັ້ນ, ເພື່ອປະຕິບັດນະໂຍບາຍການນຳເຂົ້າຖ່ານຫີນຈາກ ລາວ ຕາມຂໍ້ຕົກລົງຂັ້ນສູງ, ທ່ານລັດຖະມົນຕີໄດ້ມອບໝາຍໃຫ້ ບໍລິສັດ TKV ແລະ ບໍລິສັດໃຫຍ່ ດົງບັກ ສະເໜີກົນໄກການນຳເຂົ້າ (ລາຄາຊື້ ແລະ ຂາຍ) ຖ່ານຫີນຈາກ ລາວ ໄປຍັງ ຫວຽດນາມ; ການ​ແກ້​ໄຂ​ເພື່ອ​ຍົກ​ສູງ​ຄວາມ​ສາມາດ​ຮັບ​ເອົາ​ຖ່ານຫີນເຂົ້າມາຍັງ​ ຫວຽດນາມ; ເຊັນສັນຍາຫຼັກການກັບບັນດາຄູ່ຮ່ວມມືຂອງ ລາວ ວະອຽດກ່ຽວກັບຜົນຜະລິດ ແລະ ຈະຈັດຕັ້ງປະຕິບັດທັນທີຫຼັງຈາກສັນຍາ ໄດ້ຮັບການຮັບຮອງ.

ສ່ວນຝ່າຍລາວ, ທ່ານລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ຂອງ ລາວ, ຜູ້ຕາງໜ້າສະຖານທູດ ລາວ ປະຈໍາ ຫວຽດນາມ ແລະ ວິສາຫະກິດສະໜອງຖ່ານຫີນຂອງ ລາວ ຕ້ອງລາຍງານໂດຍໄວ ແລະ ສະເໜີໃຫ້ລັດຖະບານລາວ ຫຼຸດຜ່ອນພາສີການສົ່ງອອກຖ່ານຫີນ ແລະ ຄ່າບໍລິການທີ່ກ່ຽວຂ້ອງ ເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍໃນເວລາສົ່ງອອກໄປຍັງ ຫວຽດນາມ; ລົງທຶນ, ຍົກ​ລະດັບ ຫຼື ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ໃນ​ລະບົບ​ພື້ນຖານ​ໂຄງ​ລ່າງ, ສາງ, ການຂົນ​ສົ່ງ​ຖ່ານຫີນ​ມາຍັງ ຫວຽດນາມ.

ພາຍຫຼັງ​ສິ້ນ​ສຸດ​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ໄດ້​ມອບ​ໃຫ້​ກົມ​ໄຟຟ້າ ​ແລະ ພະລັງງານ​ທົດ​ແທນ ​ເປັນ​ປະທານ, ປະສານ​ສົມທົບ​ກັບ​ກົມ​ນ້ຳມັນ​ເຊື້ອ​ໄຟ ​ແລະ ຖ່ານຫີນ​, ກົມຄຸ້ມ​ຄອງ​ໄຟຟ້າ, ບັນດາກຸ່ມ​ບໍລິສັດ, ​ບໍລິສັດໃຫຍ່ ​ແລະ ຫົວໜ່ວຍ​ທີ່​ກ່ຽວຂ້ອງ ​ເພື່ອ​ຮີີບເຮັ່ງສະ​ເໜີ​ກັບເຈົ້າ​ໜ້າ​ທີ່​ມີ​ສິດໃນດ້ານ​ກົນ​ໄກ​ສະ​ເພາະໃຫ້ບັນດາໂຄງການ​ໄຟຟ້າ​ອາຍແກັສ.

ນອກນັ້ນ, ບັນດາໜ່ວຍງານວິຊາສະເພາະຂອງກະຊວງອຸດສາຫະກຳ ແລະ ການຄ້າ ເປັນຕົ້ນແມ່ນອົງການກວດກາກະຊວງ, ກົມໄຟຟ້າ ແລະ ພະລັງງານທົດແທນ, ກົມທີ່ກ່ຽວຂ້ອງ ອີງຕາມການມອບໝາຍໜ້າທີ່ວຽກງານ ແລະ ການຊີ້ນຳຂອງລັດຖະບານ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ສະຫຼຸບພາຍຫຼັງກອງປະຊຸມຄັ້ງນີ້ ເພື່ອດຳເນີນວຽກງານກວດກາ, ຕິດຕາມກວດກາຢ່າງເປັນປະຈຳ, ຄຸ້ມຄອງ ຫຼື ແນະນຳໃຫ້ທັນເວລາໃນການແກ້ໄຂບັນດາການລະເມີດ (ຖ້າມີ) ຕາມຂໍ້ກຳນົດຂອງກົດໝາຍ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.