ອີຕາລີ, ແມ່ນເພື່ອນມິດທີ່ຮັກຄວາມແພງ, ສັດຊື່ບໍລິສຸດຂອງຫວຽດນາມ

00:00 | 04/12/2023

ຍສໝ - ພາຍຫຼັງເຄິ່ງສະຕະວັດ, ບົນພື້ນຖານມິດຕະພາບອັນໝັ້ນແກ່ນ, ຫວຽດນາມ ແລະ ອີຕາລີ ໄດ້ກາຍເປັນຄູ່ຮ່ວມມືສຳຄັນໃນທຸກຂົງເຂດ, ຮ່ວມມືຢ່າງແໜ້ນແຟ້ນທັງສອງຝ່າຍ ແລະ ຫຼາຍຝ່າຍ.

ເລີ່ມ​ຕົ້ນໂຄງການໂຄສະນາ ຫວຽດນາມ ຢູ່ ອີຕາລີ ເລີ່ມ​ຕົ້ນໂຄງການໂຄສະນາ ຫວຽດນາມ ຢູ່ ອີຕາລີ
50 ປີແຫ່ງການພົວພັນຫວຽດນາມ - ອີຕາລີ: ຂົວເຊື່ອມຕໍ່ວັດທະນະທຳຂອງປະຊາຊົນສອງປະເທດ 50 ປີແຫ່ງການພົວພັນຫວຽດນາມ - ອີຕາລີ: ຂົວເຊື່ອມຕໍ່ວັດທະນະທຳຂອງປະຊາຊົນສອງປະເທດ

ຕອນຄ່ຳວັນທີ 3 ທັນວາ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ສົມທົບກັບສະຖານທູດອີຕາລີ ປະຈຳ ຫວຽດນາມ ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະ ອີຕາລີ (1973 – 2023).

ອີຕາລີ, ແມ່ນເພື່ອນມິດທີ່ຮັກຄວາມແພງ, ສັດຊື່ບໍລິສຸດຂອງຫວຽດນາມ
ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ຫວຽດນາມ ​ແລະ ອີ​ຕາ​ລີ ຈັດ​ໂດຍ​ສະຖານທູດ​ອີ​ຕາ​ລີ ປະຈຳຫວຽດນາມ, 23 ມີນາ 2023. (ທີ່ມາ: VGP)

​ເຂົ້າ​ຮ່ວມ​ມີ​ບັນດາ​ການ​ນຳ​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ, ຜູ້ຕາງໜ້າ​ບັນດາຄະນະ, ກະຊວງ, ຂະແໜງການ, ອົງການ​ຈັດ​ຕັ້ງຫວຽດນາມ, ທ່ານ​ເອກ​ອັກຄະ​ລັດຖະທູດ ອີ​ຕາ​ລີ ປະຈຳ ຫວຽດນາມ Macro Della Seta; ພະນັກງານ, ນັກການທູດ, ບຸກຄົນ, ຊຸມຊົນວິສາຫະກິດ ອີ​ຕາ​ລີ; ບັນດາ​ເອກ​ອັກຄະ​ລັດຖະທູດ ​ແລະ ຜູ້ຕາງໜ້າ​ການ​ທູດ​ຢູ່​ຮ່າ​ໂນ້ຍ.

ຫວຽດນາມ ແລະ ອີຕາລີ ໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການໃນວັນທີ 23 ມີນາ 1973. ການ​ພົວພັນ​ມິດຕະພາບ​ຫວຽດນາມ - ອີ​ຕາ​ລີ ມີ​ມູນ​ເຊື້ອ​ອັນ​ດີງາມ​ມາ​ແຕ່​ດົນ​ນານ, ​ໂດຍ​ບັນດາການ​ນຳລຸ້ນຕ່າງໆ​ ​ແລະ ປະຊາຊົນ​ຈາກ​ສອງ​ປະ​ເທດໄດ້​ເພີ່ມພູນຄູນສ້າງຢ່າງເປັນ​ປະຈຳ. ພາຍຫຼັງເຄິ່ງສະຕະວັດ, ບົນພື້ນຖານມິດຕະພາບອັນໜັກແໜ້ນ, ຫວຽດນາມ ແລະ ອີຕາລີ ໄດ້ກາຍເປັນຄູ່ຮ່ວມມືສຳຄັນໃນທຸກຂົງເຂດ, ຮ່ວມມືກັນຢ່າງແໜ້ນແຟ້ນທັງສອງຝ່າຍ ແລະ ຫຼາຍຝ່າຍ.

ການ​ຍົກ​ລະດັບ​ການ​ພົວພັນ​ທາງ​ການ​ທູດ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ (ເດືອນມັງກອນ 2013) ​ແມ່ນ​ບາດກ້າວ​ປະຫວັດສາດ, ​ເປີດ​ເສັ້ນທາງ​ສຳຄັນ​ໃນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ, ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ - ອີ​ຕາ​ລີ ພັດທະນາ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ, ​ແທດຈິງ ​ແລະ ໝັ້ນຄົງ.

ທີ່​ການ​ສະ​ເຫຼີມ​ສະ​ຫຼອງ, ທ່ານ​ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ຫວຽດ​ນາມ ຟານ​ແອງ​ເຊີນ ຢືນ​ຢັນ​ວ່າ ອີ​ຕາ​ລີ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ, ເປັນ​ເພື່ອນ​ມິດ​ທີ່ຮັກແພງ, ສັດຊື່ບໍລິສຸດຂອງ​ປະ​ຊາ​ຊົນ​ຫວຽດ​ນາມ. ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ແມ່ນ​ຈຸດພົ້ນເດັ່ນ​ຂອງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ​ເປັນ​ຂົວ​ຕໍ່, ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ, ນຳສອງ​ປະ​ເທດຫຍັບເຂົ້າໃກ້ກັນກວ່າ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.