ຄວາມ​ດຶງ​ດູດ​ຂອງ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຫວຽດ​ນາມ

00:00 | 14/12/2023

ຍສໝ - ການທີ່ໄດ້ຮັບເຊີດຊູ ເປັນຈຸດປາຍທາງມໍລະດົກແຖວໜ້າຂອງໂລກ ໃນປີ 2023 ໄດ້ສືບຕໍ່ຢືນຢັນຄວາມສາມາດບົ່ມຊ້ອນ, ຄວາມດຶງດູດກ່ຽວກັບຊັບພະຍາກອນທຳມະຊາດ, ຄຸນຄ່າມໍລະດົກວັດທະນະທຳອັນດົນນານຂອງຫວຽດນາມ.

ແຂວງ ບິ່ງ​ດິ້ງ ປາດ​ຖະໜາ​ຢາກ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ສາກົນ​ດ້ວຍ​ກິລາ​ທະ​ເລ
ຍອດ​ພູ​ທີ່​ມີ​ຮູບ​ຮ່າງ​ມັງກອນ​ຂຶ້ນ​ສູ່​ທະ​ເລ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ເຊັກ​ອິນ​ຢູ່​ບິ່ງ​ດິ້ງ

ຄວາມ​ດຶງ​ດູດຂອງ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຫວຽດ​ນາມ

ການທີ່ໄດ້ຮັບເຊີດຊູ ເປັນຈຸດປາຍທາງມໍລະດົກແຖວໜ້າຂອງໂລກ ໃນປີ 2023 ໄດ້ສືບຕໍ່ຢືນຢັນຄວາມສາມາດບົ່ມຊ້ອນ, ຄວາມດຶງດູດກ່ຽວກັບຊັບພະຍາກອນທຳມະຊາດ, ຄຸນຄ່າມໍລະດົກວັດທະນະທຳອັນດົນນານຂອງຫວຽດນາມ.

ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ ຫວຽດນາມ, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ໃຫ້​ຮູ້​ວ່າ: ຫວຽດນາມ ສືບ​ຕໍ່​ໄດ້​ຮັບ​ເຊີດຊູເປັນ​ຈຸດໝາຍປາຍທາງ ມໍລະດົກແຖວໜ້າຂອງໂລກ ​ໃນ​ປີ 2023 ທີ່​ພິທີ​ມອບ​ລາງວັນ​ການທ່ອງທ່ຽວໂລກ (World Travel Awards) ຢູ່ ນະຄອນດູໄບ, ສະຫະລັດ ​ອາຣັບ ເອມິເລັດ​.

ນີ້​ເປັນ​ຄັ້ງ​ທີ 4 ທີ່ ຫວຽດນາມ ​ໄດ້​ຮັບ​ລາງວັນ​ນີ້, ໄດ້ລື່ນ​ກາຍ ບັນດາປະເທດລົງຄັດເລືອກທີ່ມີທ່າແຮງກວ່າ​​​ຄື: ອີ​ຢິບ, ເກຼັກ, ຍີ່ປຸ່ນ, ສະຫະລັດ ​ອາຣັບ ເອມິເລັດ, ບຣາຊິນ ​ແລະ ອາ​ເມ​ເນຍ.

ບັນດາການເຊີດຊູຂອງຫວຽດນາມໃນເມື່ອກ່ອນແມ່ນປີ 2019, 2020 ແລະ 2022. ນັ້ນສະແດງໃຫ້ເຫັນຄຸນຄ່າອັນພົ້ນເດັ່ນໃນທົ່ວໂລກ ແລະ ຄວາມດຶງດູດຂອງມໍລະດົກວັດທະນະທຳຫວຽດນາມ ຕໍ່ກັບວົງຄະນະຍາດສາກົນ.

ຄວາມ​ດຶງ​ດູດ ​ຂອງ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຫວຽດ​ນາມ

ເມືອງ​ບູຮານ​ໂຮ້ຍ​ອານ (ຫວຽດນາມ) ​ໄດ້​ຮັບ​ການ​ຮັບຮອງ​ຈາກ​ອົງການ​ວິທະຍາສາດ, ການ​ສຶກສາ ​ແລະ ວັດທະນະທຳ​ຂອງ​ສະຫະ​ປະຊາ​ຊາດ (UNESCO) ​ເປັນ​ມໍລະດົກ​ວັດທະນະທຳ​ໂລກ ​ໃນ​ເດືອນ​ທັນວາ 1999 (ພາບ: ໜັງສືພິມ​ເຍີນ​).

ຕາມ​ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຫວຽດນາມ ​ແລ້ວ, ການ​ໄດ້​ຮັບ​ການເຊີດຊູ​ເປັນຈຸດ​ໝາຍປາຍທາງແຖວໜ້າມໍລະດົກ​ໂລກ ສືບ​ຕໍ່​ຢືນຢັນ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ຄວາມ​ດຶງດູດແຖວໜ້າກ່ຽວກັບ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ຄຸນຄ່າ​ມໍລະດົກ​ວັດທະນະທຳ​ທີ່​ມີ​ມາ​ແຕ່​ດົນ​ນານ.

ລາງວັນ​ດັ່ງກ່າວ​ ຈະ​ປະກອບສ່ວນ​ໂຄສະນາພາບພົດ​​ການທ່ອງທ່ຽວ​ຫວຽດນາມ​ ໄປສູ່​ເພື່ອນ​ມິດສາ​ກົນໃຫ້​ກວ້າງຂວາງ​ຕື່ມ​ອີກ​, ພ້ອມ​ທັງ​ຢືນຢັນ​ຄວາມ​ມານະ​ພະຍາຍາມ​ ໃນການປົກ​ປັກ​ຮັກສາ ​ແລະ ​ເຊີດ​ຊູ​ຄຸນຄ່າ​ມໍລະດົກ​ຂອງ​ວົງຄະນະຍາດ ປະຊາຊົນ.

ທ່ານ ຮ່າວັນຊຽວ ​ຮອງ​ຫົວໜ້າ​ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ ຫວຽດນາມ ຢືນຢັນ​ວ່າ: ມໍລະດົກ​ວັດທະນະທຳ ​ແມ່ນ​ແຫຼ່ງຊັບພະຍາກອນທ່ອງ​ທ່ຽວ​ທີ່ມີກຳລັງເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ, ພິ​ເສດ​ແມ່ນ​ແຂກ​ທ່ອງ​ທ່ຽວ​ສາກົນ​ມາຍັງ​ຫວຽດນາມ. ຂະແໜງທ່ອງທ່ຽວ ຖືມໍລະດົກວັດທະນະທຳເປັນພື້ນຖານ ແລະ ເສົາຄໍ້າທີ່ສຳຄັນ ໃນການພັດທະນາເສດຖະກິດການທ່ອງທ່ຽວ; ເຄື່ອງ​ມືໜູນ​ຊ່ວຍ​ຢ່າງ​ຕັ້ງໜ້າ​ ໃນ​ການຈັດ​ຕັ້ງ​ຮູບ​ພາບ ​ແລະ ການ​ສ້າງ​ເຄື່ອງໝາຍການທ່ອງທ່ຽວ​ຫວຽດນາມ.

ບັນດາ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ ແມ່ນອີງໃສ່ມໍລະດົກ​ຢູ່​ຫຼາຍ​ແຫ່ງ​ຄື: ​ເຫ້ວ, ​ໂຮ້ຍອານ, ຮ່າ​ລອງ, ຈ່າງ​ອານ, ຮ່າ​ໂນ້ຍ... ​ໄດ້​ສ້າງ​ລາຍ​ຮັບ ​ແລະ ວຽກ​ເຮັດ​ງານ​ທຳ​ໃຫ້​ຄົນ​ທ້ອງ​ຖິ່ນ. ການທ່ອງທ່ຽວ​ມໍລະດົກ​ ຍັງ​ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ ​ແລະ ​ຄວາມເຄົາລົບໃນ​ຄວາມ​ຫຼາກ​ຫຼາຍ ​ແລະ ການ​ພົວພັນລະຫວ່າງພື້ນຖານ​ວັດທະນະທຳ, ເປັນ​ພື້ນຖານ​ການສ້າງກົດແຫ່ງການປະພຶດທີ່​ເໝາະ​ສົມ ​ລະຫວ່າງ​ປະຊາຊົນກັບນັກ​ທ່ອງ​ທ່ຽວ ​ແລະ ມໍລະດົກ.

ບັນດາຜົນປະໂຫຍດຂອງການທ່ອງທ່ຽວມໍລະດົກແມ່ນບໍ່ໜ້ອຍ. ສ່ວນລາຍຮັບຈາກການທ່ອງທ່ຽວມໍລະດົກ ແມ່ນໄດ້ລົງທຶນຄືນໃໝ່ເຂົ້າໃນການປົກປັກຮັກສາ, ບູລະນະ ແລະ ຄຸ້ມຄອງມໍລະດົກ. ອາດ​ເຫັນ​ໄດ້​ວ່າ ​ການທ່ອງທ່ຽວ​ມໍລະດົກ​ໄດ້​ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ມໍລະດົກ​ວັດທະນະທຳ...

ຄຽງ​ຄູ່​ກັບນາມມະຍົດເປັນຈຸດໝາຍປາຍທາງ​ມໍ​ລະ​ດົກ​ແຖວ​ໜ້າ​ຂອງ​ໂລກ 2023, ຫວຽດ​ນາມ ກໍ່ຍັງ​ມີ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຢູ່ຂັ້ນ​ທ້ອງ​ຖິ່ນ​ທີ່​ໄດ້​ຮັບການເຊີດຊູ​ອີກ​ດ້ວຍ. ​ໃນ​ນັ້ນ, ຮ່າ​ໂນ້ຍ ​ໄດ້​ຮັບ​ນາມມະຍົດ​ເປັນ​ແຫຼ່ງທ່ອງ​ທ່ຽວຕົວເມືອງແຖວ​ໜ້າ​ຂອງ​ໂລກ​ໃນ​ປີ 2023. ຟູ້ກວກ ​ໄດ້​ຮັບ​ນາມມະຍົດ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວໝູ່ເກາະ​ທຳ​ມະ​ຊາດ​ແຖວ​ໜ້າ​ຂອງ​ໂລກ​ໃນ​ປີ 2023. ມົກເຈົ່າ ​ແມ່ນ “ຈຸດໝາຍ​ທ່ອງ​ທ່ຽວ​ທຳ​ມະ​ຊາດ​ຂັ້ນທ້ອງຖິ່ນແຖວໜ້າຂອງ​ໂລກ 2023”. ຮ່າ​ນາມ ຍາດ​ໄດ້​ລາງວັນ “ຈຸດ​ໝາຍປາຍທາງ​ວັດ​ທະ​ນະ​ທຳ​ທ້ອງ​ຖິ່ນ​ ແຖວ​ໜ້າ​ຂອງ​ໂລກ 2023”. ຕາມດາວ ໄດ້ຮັບນາມມະຍົດ "ຈຸດຫມາຍປາຍທາງເທດສະບານແຖວໜ້າຂອງໂລກ 2023...

ອານຸໄຊ ສະຫວັດ

ເຫດການ
302 Found

Found

The document has moved here.