ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ ແລະ ​ປັບປຸງການ​ພົວພັນ​ກັບ​ເພື່ອນ​ມິດສາ​ກົນ

00:00 | 07/12/2023

ຍສໝ - ການ​ທູດ​ປະຊາຊົນ​ແມ່ນ​ໜຶ່ງ​ໃນ​ສາມ​ເສົາ​ຄ້ຳ​ຂອງພື້ນຖານ​ການ​ທູດ​ທີ່​ທັນ​ສະ​ໄໝ, ຮອບດ້ານ. ​ໃນ​ໄລຍະ 20 ປີ​ແຫ່ງ​ການ​ກໍ່ສ້າງ ​ແລະ ພັດທະນາ​ນະຄອນ ​ເກີນ​ເທີ, ການ​ທູດ​ປະຊາຊົນ​ຂອງ​ນະຄອນ​ ບັນລຸ​ໄດ້​ບັນດາ​ຜົນງານ​ທີ່​ພາກພູມ​ໃຈ, ປະກອບສ່ວນ​ໂຄສະນາ​ພາບ​ພົດະນຄອນຕິດພັນກັບການ​ປົກ​ປັກ​ຮັກສາ​ພື້ນຖານ​ແນວຄິດ​ຂອງ​ພັກ ​ໂດຍ​ຜ່ານ​ການ​ເຄື່ອນ​ໄຫວ​ທີ່​ອຸດົມສົມບູນ ​ແລະ ຫຼາກ​ຫຼາຍແບບ.

ຫວຽດນາມ ປາດ​ຖະໜາ​ຢາກ​ສ້າງ​ຂອບ​ເຂດ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ ອາ​ເມ​ລິ​ກາ
ຫວຽດນາມ ຕີ​ລາຄາ​ສູງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ກັບ​ສະຫະພາບ​ເອີ​ລົບ

ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ​ປັບປຸງ​ການ​ພົວພັນ​ກັບ​ເພື່ອນ​ມິດສາ​ກົນ

ການ​ທູດ​ປະຊາຊົນ​ແມ່ນ​ໜຶ່ງ​ໃນ​ສາມ​ເສົາ​ຄ້ຳ​ຂອງພື້ນຖານ​ການ​ທູດ​ທີ່​ທັນ​ສະ​ໄໝ, ຮອບດ້ານ. ​ໃນ​ໄລຍະ 20 ປີ​ແຫ່ງ​ການ​ກໍ່ສ້າງ ​ແລະ ພັດທະນາ​ນະຄອນ ​ເກີນ​ເທີ, ການ​ທູດ​ປະຊາຊົນ​ຂອງ​ນະຄອນ​ ບັນລຸ​ໄດ້​ບັນດາ​ຜົນງານ​ທີ່​ພາກພູມ​ໃຈ, ປະກອບສ່ວນ​ໂຄສະນາ​ພາບ​ພົດະນຄອນຕິດພັນກັບການ​ປົກ​ປັກ​ຮັກສາ​ພື້ນຖານ​ແນວຄິດ​ຂອງ​ພັກ ​ໂດຍ​ຜ່ານ​ການ​ເຄື່ອນ​ໄຫວ​ທີ່​ອຸດົມສົມບູນ ​ແລະ ຫຼາກ​ຫຼາຍແບບ.

ຂີດໝາຍ ​ຫວຽດ​ນາມ - ອາເມລິກາ

ນັບ​ແຕ່​ສອງ​ປະ​ເທດ ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ (12/7/1995), ພິ​ເສດ​ແມ່ນ​ ເມື່ອ​ສອງ​ປະ​ເທດ​ສ້າງ​ຕັ້ງ​ ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ (ເດືອນກໍ​ລະ​ກົດ 2013), ການ​ພົວພັນ​ປະຊາຊົນ ຫວຽດນາມ - ອາ​ເມ​ລິ​ກາ ພັດທະນາ​ຢ່າງເຂັ້ມແຂງ. ການ​ນຳ​ສອງ​ປະ​ເທດ​ ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ ​ກ່ຽວ​ກັບ​ການ​ຍົກ​ລະ​ດັບ​ການ​ພົວ​ພັນ​ ຫວຽດ​ນາມ - ອາ​ເມ​ລິ​ກາ ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ, ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 10 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ (2013-2023), ເປັນຂີດໝາຍແຫ່ງ​ໄລ​ຍະ​ປະ​ຫວັດ​ສາດ​ໃໝ່​ຂອງ​ນ້ຳໃຈມິດຕະພາບ ແລະການຮ່ວມມືສອງ​ຝ່າຍ ໃນການພົວພັນ​​ຂອງ​ສອງ​ປະ​ເທດ, ​ເພື່ອ​ສັນຕິພາບ ແລະ ​ການພັດທະນາ​ແບບ​ຍືນ​ຍົງ.

ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ ແລະ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ເພື່ອນ​ມິດສາ​ກົນ

ທ່ານນາງ ເລທິແທ່ງຢ່າງ, ປະທານສະຫະພັນ ບັນດາອົງການຈັດຕັ້ງມິດຕະພາບ ນະຄອນເກີນເທີ ໄດ້ມອບຫຼຽນກາລະນຶກ “ເພື່ອສັນຕິພາບ ແລະ ມິດຕະພາບ ລະຫວ່າງບັນດາຊົນເຜົ່າ” ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ໃຫ້ແກ່ທ່ານ ສາດສະດາຈານ ປອ ຮ່າແທ່ງຕ່ວນ, ປະທານ ສະມາຄົມມິຕະພາບ ຫວຽດນາມ-​ອາ​ເມ​ລິ​ກາ ​ນະ​ຄອນເກິນເທີ.

ຕາມ​ທ່ານ ສາດສະດາຈານ ປອ ຮ່າ​ແທ່ງ​ຕ່ວນ, ອະ​ດີດຜູ້ອຳນວຍການ ​ມະຫາວິທະຍາ​ໄລ ເກິນເທີ, ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ອາ​ເມ​ລິ​ກາ ນະຄອນແລ້ວ​, ໃນໄລຍະ 2018-2023, ສະມາຄົມ​ໄດ້​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ເປັນ​ປະຈຳ; ປະສານ​ສົມທົບ​ເພື່ອ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ ​ແລະ ກິດຈະກຳ​ຫຼາຍ​ຢ່າງ ​ກັບ​ບັນດາ​ຄູ່​ຮ່ວມ​ມື​ອາ​ເມ​ລິ​ກາ. ສະມາຄົມ​ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ມິດຕະພາບ ​ແລະ ການ​ຮ່ວມ​ມື ​ລະຫວ່າງ​ສອງ​ປະ​ເທດ​ເປັນ​ປະຈຳ, ​ຕັກເຕືອນ​ໃຫ້​ສະມາຊິກຮັກສາ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອມິດຕະພາບ ​ແລະ ການ​ຮ່ວມ​ມື ລະຫວ່າງ​ພັກ, ລັດຖະບານ ​ແລະ ປະຊາຊົນ​ສອງ​ປະ​ເທດ...

ສະເພາະມະຫາວິທະຍາ​ໄລເກິນເທີ ​ໄດ້​ປະຕິບັດ​ຫຼາຍ​ໂຄງການ​ທີ່​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ບັນດາ​ອົງການ ​ແລະ ບຸກຄົນ​ຂອງ​ອາ​ເມ​ລິ​ກາ. ຫຼາຍກວ່າ 20 ໂຄງການສາກົນທີ່ມີຂະໜາດແຕກຕ່າງກັນ ແມ່ນໄດ້ຈັດຕັ້ງຜັນຂະຫຍາຍຢູ່ໃນຕົວເມືອງ ແລະ ບັນດາແຂວງ, ນະຄອນອື່ນໆ ໃນເຂດທົ່ງພຽງແມ່ນໍ້າຂອງ. ໃນແຕ່ລະປີ ມະຫາວິທະຍາໄລເກິນເທີ ໄດ້ຕ້ອນຮັບຄະນະຜູ້ແທນຈາກສະຖານທູດ ແລະ ສະຖານກົງສຸນ ອາເມລິກາ ມາຢ້ຽມຢາມ ແລະ ແລກປ່ຽນ ກັບມະຫາວິທະຍາໄລ ກ່ຽວກັບບັນດາໂຄງການຮ່ວມມື, ເປັນຕົ້ນແມ່ນ: ໂຄງການເຂົ້າເຖິງທຶນການສຶກສາພາສາອັງກິດ Access ໃຫ້ສໍາລັບນັກສຶກສາທີ່ມີຖານະທີ່ຫຍຸ້ງຍາກ, ໂຄງການຊ່ວຍເຫຼືອດ້ານການສິດສອນພາສາອັງກິດ (English Language Fellow) ແລະ ງານ​ວາງ​ສະ​ແດງ​ການ​ສຶກ​ສາ ມະຫາວິທະຍາໄລອາເມລິກາ...

ເພີ່ມທະວີວຽກງານຂໍ້ມູນຂ່າວສານການພົວພັນຕ່າງປະເທດ

ປະຈຸ​ບັນ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ນະຄອນ​ເກີນ​ເທີ ມີສະມາຊິກ 21​ ສະມາຄົມ; ກຳລັງ​ສ້າງ​ຕັ້ງ​ການ​ພົວ​ພັນ ​ມິດ​ຕະ​ພາບ ​ແລະ​ ການ​ຮ່ວມ​ມື​ທີ່​ດີ​ ກັບ​ເກືອບ 200 ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ, ມະ​ຫາ​ວິ​ທະ​ຍາ​ໄລ ​ແລະ ​ກົງ​ສຸນ​ຂອງບັນດາ​ປະ​ເທດ​; 57 ອົງການຂອງ​ປະຊາຊົນ​ຢູ່ 18 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ. ບັນດາສະມາຊິກສະມາຄົມມິດຕະພາບມີຄວາມເຄົາລົບນັບຖືຢ່າງສູງ ແລະ ຮັບຮູ້ຢ່າງເລິກເຊິ່ງ ກ່ຽວກັບລະບົບການເມືອງຂອງຫວຽດນາມ, ຮັບຮູ້ບົດບາດນຳພາຂອງພັກກອມມູນິດຫວຽດນາມ ໃນລະບົບການເມືອງ.

ດ້ວຍຈິດໃຈເປັນເຈົ້າການ, ປ່ຽນແປງໃໝ່ ແລະ ຄວາມຮັບຜິດຊອບ, ບັນດາການເຄື່ອນໄຫວການທູດປະຊາຊົນ ສະຫະພັນບັນດາອົງການມິດຕະພາບ ນະຄອນ ເກີນເທີ ແລະ ສະມາຄົມສະມາຊິກ ໄດ້ຜັນຂະຫຍາຍຢ່າງແໜ້ນແຟ້ນ ຕາມໂຄງການຂອງນະຄອນ. ​ແຕ່​ປີ 2013 ມາ​ຮອດ​ປະຈຸ​ບັນ, ສະຫະພັນບັນດາອົງການມິດຕະພັບ ນະຄອນ ໄດ້​ສົ່ງ ​ແລະ ​ຈັດ​ຕັ້ງ​ຄະນະ​ຜູ້​ແທນ 29 ຄະນະ, 138 ເທື່ອຄົນ ​ໄປ​ຢ້ຽມຢາມ, ຝຶກ​ອົບ​ຮົມ ​ແລະ ພົບ​ປະ​ກັບ​ຫຼາຍ​ປະ​ເທດ​ຄື: ຍີ່ປຸ່ນ, ກຳປູ​ເຈຍ, ລາວ, ອີ​ຕາ​ລີ, ກູ​ບາ, ​ໄທ, ຈີນ, ອິນ​ເດຍ... ​ແຕ່​ລະ​ປີ, ​ໄດ້​ຕ້ອນຮັບ​ຄະນະ​ຜູ້​ແທນ​ການ​ທູດ 500 ເທື່ອຄັ້ງ, ຮັບ​ແຂກ​ສາກົນ​ນັບ​ພັນ​ເທື່ອ​ຄົນ​ມາ​ຢ້ຽມຢາມ, ​ເຮັດ​ວຽກ, ລົງ​ນາມ​ໃນ​ການ​ຮ່ວມ​ມື, ​ແລກປ່ຽນ, ຊອກ​ຫາ​ກາລະ​ໂອກາດ​ລົງທຶນ​ເພື່ອ​ພັດທະນາ​ເສດຖະກິດ, ວັດທະນະທຳ, ສັງຄົມ... ລະຫວ່າງ​ ນະຄອນ ​ເກີນ​ເທີ ​ແລະ ປະ​ເທດ​ອື່ນໆ​ໃນ​ພາກ​ພື້ນ ​ແລະ​ໃນ​ໂລກ.

ຕາມ​ທ່ານ​ນາງ ​ເລ​ທິ​ແທ່ງ​ຢ່າງ, ປະທານສະຫະພັນບັນດາອົງການມິດຕະພາບ ນະຄອນ​ເກີນ​ເທີ ​ແລ້ວ, ສະຫະພັນບັນດາອົງການມິດຕະພັບ ນະຄອນ​ເກີນ​ເທີ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານຂໍ້ມູນຂ່າວສານ​ໂຄສະນາ ​ການພົວພັນ​ຕ່າງປະ​ເທດ; ​ເຜີຍ​ແຜ່​ທັດສະນະ​ຂອງ​ພັກ​ ກ່ຽວ​ກັບ​ການເປີດກວ້າງ​ການ​ພົວພັນມິດຕະພາບ​ ​ຮ່ວມ​ມື​ກັບ​ປະ​ເທດ​ຕ່າງໆ, ​ຖືເປັນສຳຄັນການພັດທະນາ​ການ​ພົວພັນ​ມິດຕະພາບ ເຂົ້າສູ່ລວງເລິກ​ ກັບ​ປະຊາຊົນ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ​ແລະ ບັນດາ​ປະ​ເທດ​ ທີ່​ມີ​ທີ່ຕັ້ງ​ສຳຄັນ​ໃນ​ນະໂຍບາຍ​ການພົວພັນ​ຕ່າງປະ​ເທດ; ຮັດ​ແໜ້ນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ,ເພີ່ມທະວີການ​ພົວພັນ​ກັບ​ບັນດາ​ກຳລັງ​ຮັກ​ສາ​ສັນຕິພາບ ​ແລະ ຄວາມ​ກ້າວໜ້າ​ໃນ​ໂລກ. ພ້ອມ​ກັນ​ນັ້ນ, ​ກໍ່ເພີ່ມ​ທະວີວຽກງານ​ຂອງ​ຊາວ​ຫວຽດນາມ ​ຢູ່​ຕ່າງປະ​ເທດ​ໃຫ້​ກາຍເປັນແນວໂຮມຂອງທົ່ວ​ປວງ​ຊົນ ​ໃນ​ການ​ເຮັດ​ວຽກ​ງານການທູດປະຊາຊົນ.

ນອກ​ນັ້ນ, ສະຫະພັນບັນດາອົງການມິດຕະພາບ ​ນະຄອນ ​ກໍ່​ມີ​ຄວາມ​ສົນ​ໃຈ​ໃນ​ການເປີດກວ້າງ​ການ​ພົວພັນ​ສາກົນ ​ແລະ ການ​ພົບ​ປະ​ແລກປ່ຽນ​ມິດຕະພາບ. ​ໂດຍ​ສະ​ເລ່ຍ​ແລ້ວ ​ແຕ່ລະ​ປີ, ​ສະຫະພັນບັນດາອົງການມິດຕະພາບ ນະຄອນ ທີ່​ເປັນ​ເຈົ້າພາບ, ​ເປັນ​ເຈົ້າພາບຮ່ວມ ​ຈັດ​ຕັ້ງ 20 ກວ່າ​ເຫດການ ​ແລະ ການ​ເຄື່ອນ​ໄຫວ​ເພື່ອ​ສັນຕິພາບ, ມິດຕະພາບ, ການ​ແລກປ່ຽນ​ປະຊາຊົນ; ເຜີຍແຜ່ ແລະ ໂຄສະນາກ່ຽວກັບປະຫວັດສາດແຫ່ງການສ້າງຕັ້ງ ແລະ ການພັດທະນາ ກໍ່ຄືຄວາມງາມທາງດ້ານວັດທະນະທໍາ ແລະ ອາຫານຂອງແຕ່ລະປະເທດໃຫ້ແກ່ປະຊາຊົນຂອງນະຄອນ. ໃນສະເພາະປີ 2023 ສະຫະພັນບັນດາອົງການມິດຕະພາບ ນະຄອນ ​ແລະ ບັນດາ​ສະມາຊິກ ໄດ້ສົມທົບ​ກັບ​ສະຖານ​ກົງສຸນຂອງ​ບັນດາ​ປະ​ເທດ ​ແລະ ບັນດາ​ຫົວໜ່ວຍ​ທີ່​ກ່ຽວຂ້ອງ ​ໄດ້​ຈັດ​ຕັ້ງ​ບັນດາ​ເຫດການ​ການ​ເມືອງການຕ່າງປະເທດຄື: ວັນບຸນນຳໃຊ້ພາສາຝະລັ່ງ ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ຄັ້ງ​ທີ 23 ຢູ່​ນະຄອນ ເກິນເທີ; ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະ ໂຮນລັງ ແລະ ກອງປະຊຸມສຳມະນາກ່ຽວກັບບັນດາເປົ້າໝາຍການພັດທະນາແບບຍືນຍົງ (SDG); ໂຄງການສິລະປະຂອງກຸ່ມການເຕັ້ນ ພື້ນເມືອງ Bharatnatyam ອິນເດຍ; ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ ​ແລະ ການ​ຄ້າ ຫວຽດນາມ - ຍີ່ປຸ່ນ... ​ເຊິ່ງໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ເພື່ອນ​ມິດສາ​ກົນ, ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ປະຊາຊົນ​ນະຄອນ ​ແລະ ​ເພື່ອນ​ມິດ​ສາກົນ.

ທ່ານນາງ ເລທິແທ່ງຢ່າງ ໃຫ້ຮູ້ວ່າ: ​ໃນ​ການ​ປະຕິບັດບັນດາ​ໜ້າ​ທີ່​ສຳຄັນ ​ແລະ ​ເປັນ​ປະຈຳ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ນະຄອນ ສືບ​ຕໍ່ຖືເປັນສຳຄັນການຕິດພັນການປົກ​ປັກ​ຮັກສາ​ພື້ນ​ຖານ​ແນວຄິດ​ຂອງ​ພັກ, ຕໍ່ສູ້​ຕ້ານ​ກັບອິດທິກຳລັງປໍລະປັກຂອງ​ສັດຕູ, ກໍ່ສ້າງ ​ແລະ ໂຄສະນາ​ຮູບ​ພາບ​ສັນຕິພາບ ​ແລະ ໝັ້ນຄົງ, ດຶງ​ດູດ​ການ​ສະໜັບສະໜູນ ​ແລະ ​ແບ່ງປັນ​ຂອງ​ປະຊາ​ຄົມ​ໂລກ..., ປະກອບສ່ວນ​ຢ່າງ​ມີ​ປະສິດທິ​ຜົນ ​ເຂົ້າ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ​ຂອງ​ນະຄອນ.

ອານຸໄຊ ສະຫວັດ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.