ແນະນຳເລື່ອງພາບ Ehon ສອງພາສາຫວຽດນາມ - ຍີ່ປຸ່ນ ຈຳນວນ 100 ຫົວ ໃຫ້ແກ່ເດັກນ້ອຍຫວຽດນາມ

14:52 | 17/10/2023

ຍສໝ - ແຕ່​ວັນ​ທີ 14 – 22 ຕຸລາ, ​ເລື່ອງພາບ Ehon ຈຳນວນ 100 ຫົວ ປະກອບທັງ​ບົດ​ພາສາ​ຍີ່ປຸ່ນ ​ແລະ ແປ​ພາສາ​ຫວຽດນາມ ຈະນໍາສະເຫນີ​ຢູ່​ສະຖານທູດ​ຍີ່ປຸ່ນ, ຮ່າ​ໂນ້ຍ.

ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ
ສະຖານທູດຫວຽດນາມປະຈຳ ຍີ່ປຸ່ນ ມອບໝີ່ສໍາເລັດຮູບ 100 ແກດ ໃຫ້ແກ່ພົນລະເມືອງຫວຽດນາມ ຢູ່ Fukushima ທີ່ປະສົບກັບຄວາມຫຍຸ້ງຍາກເນື່ອງຈາກວ່າ COVID-19 ສະຖານທູດຫວຽດນາມປະຈຳ ຍີ່ປຸ່ນ ມອບໝີ່ສໍາເລັດຮູບ 100 ແກດ ໃຫ້ແກ່ພົນລະເມືອງຫວຽດນາມ ຢູ່ Fukushima ທີ່ປະສົບກັບຄວາມຫຍຸ້ງຍາກເນື່ອງຈາກວ່າ COVID-19

ທີ່​ການ​ປະຊຸມ​ຂ່າວ​ໃນ​ວັນ​ທີ 14 ຕຸລາ, ທ່ານ​ນາງ Kamitani Naoko, ​ເລຂາທິໜື່ງ, ຫົວໜ້າ​ກົມ​ຖະ​ແຫຼ​ງຂ່າວ ​ແລະ ວັດທະນະທຳ, ສະຖານທູດ​ຍີ່ປຸ່ນ ປະຈຳ ຫວຽດນາມ ​ໃຫ້​ຮູ້​ວ່າ: ສັບປະດາປຶ້ມ Ehon Week ຈະ​ດຳ​ເນີນ​ແຕ່​ວັນ​ທີ 14 – 22 ຕຸລາ ຢູ່ ຮ່າ​ໂນ້ຍ ລວມມີ​ບັນດາ​ລາຍການ ແລະ ກິດຈະກຳແນະນຳປຶ້ມ ແລະ ການອ່ານສຳລັບເດັກນ້ອຍ ແລະ ພໍ່ແມ່.

ນີ້​ແມ່ນ​ເຫດການ​ໃນ​ຂອບ​ເຂດ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ຍີ່ປຸ່ນ (21/9/1973 – 21/9/2023) ດຳ​ເນີນ​ໂດຍ​ການ​ໜູນ​ຊ່ວຍ​ຂອງ​ໂດຍສະຖານທູດຍີ່ປຸ່ນ ແລະ ສະມາຄົມວິສາຫະກິດຍີ່ປຸ່ນ ປະຈຳ ຫວຽດນາມ.

ແນະນຳເລື່ອງພາບ Ehon ສອງພາສາຫວຽດນາມ - ຍີ່ປຸ່ນ ຈຳນວນ 100 ຫົວ ໃຫ້ແກ່ເດັກນ້ອຍຫວຽດນາມ

ນາງ Kamitani Naoko ກ່າວວ່າ "Ehon" ໃນພາສາຍີ່ປຸ່ນແມ່ນຄໍານາມສໍາລັບເລື່ອງສັ້ນທີ່ມີຮູບແຕ້ມສໍາລັບເດັກນ້ອຍອາຍຸອະນຸບານ ຫຼື ອາຍຸຕ່ໍາກວ່າ 10 ປີ, ເຊິ່ງເອີ້ນວ່າ "ອາຫານທີ່ບໍາລຸງລ້ຽງຈິດວິນຍານຂອງເດັກນ້ອຍ."

“Ehon ມີຄວາມໃກ້ຊິດກັບເດັກນ້ອຍຍີ່ປຸ່ນ. ຂະບວນການສົນທະນາລະຫວ່າງພໍ່ແມ່ ແລະ ເດັກນ້ອຍໃນຂະນະທີ່ອ່ານ Ehon ຮ່ວມກັນກະຕຸ້ນໃຫ້ມີຄວາມຄິດສ້າງສັນ, ການເຊື່ອມຕໍ່ທາງດ້ານອາລົມ ແລະ ສ້າງອາລົມທີ່ສຸດຍອດ. ສໍາລັບຂ້າພະເຈົ້າສ່ວນບຸກຄົນ, Ehon ໄດ້ເປີດໂລກໃຫມ່ ແລະ ທີ່ໜ້າຈັບໃຈ, ສະນັ້ນຂ້າພະເຈົ້າມີຄວາມຮູ້ບຸນຄຸນຫຼາຍຢ່າງສໍາລັບຄຸນຄ່າທີ່ Ehon ນໍາມາ. ປະຈຸບັນນີ້, ຂ້າພະ​ເຈົ້າ​ຢາກ​ແບ່ງປັນ​ສິ່ງ​ເຫຼົ່າ​ນັ້ນ​ ໃຫ້​ແກ່​ເດັກນ້ອຍ​ຫວຽດນາມ,” ທ່ານ​ນາງ Kamitani Naoko ກ່າວວ່າ.

ງານວາງສະແດງປຶ້ມ Ehon 100 ຫົວທີ່ມີອາຍຸຕ່າງກັນ ຄາດວ່າຈະຊ່ວຍໃຫ້ຜູ້ອ່ານມີການປຽບທຽບທີ່ຊັດເຈນ ແລະ ມີທັດສະນະຕໍ່ໂລກຂອງປຶ້ມເດັກນ້ອຍຫຼາຍຂຶ້ນ, ທັງເປັນການຊຸກຍູ້ໃຫ້ເດັກນ້ອຍຮັກປຶ້ມຫຼາຍຂຶ້ນ. ອ່ານ​ປຶ້ມ​ໃຫ້​ລູກ​ທຸກ​ມື້.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.