ຊາວໜຸ່ມຫວຽດນາມ - ຍີ່ປຸ່ນ 100 ຄົນ ຮຽນທັກສະການທູດ

20:46 | 17/11/2023

ຍສໝ - ວັນ​ທີ 14 ພະຈິກ​ນີ້, ຢູ່​ນະຄອນຫຼວງ​ໂຕ​ກຽວ, ສະຖານທູດ​ຫວຽດນາມ ປະຈຳຍີ່ປຸ່ນ ​ໄດ້​ຈັດ​ຕັ້ງ​ໂຄງການ''ເອກອັກຄະລັດຖະທູດຊາວໜຸ່ມ ເຍົາວະຊົນ 2023" (Teenage Ambassadors 2023) ພົບປະແລກປ່ຽນກ່ຽວກັບນັກຮຽນ​ມັດທະຍົມຕອນປາຍ ໂດຍຜ່ານ​ການຝຶກຝົນຫຼໍ່ຫຼອມບັນດາ​ການທັກ​ສະ​ການ​ທູດ.

ແນະນຳເລື່ອງພາບ Ehon ສອງພາສາຫວຽດນາມ - ຍີ່ປຸ່ນ ຈຳນວນ 100 ຫົວ ໃຫ້ແກ່ເດັກນ້ອຍຫວຽດນາມ ແນະນຳເລື່ອງພາບ Ehon ສອງພາສາຫວຽດນາມ - ຍີ່ປຸ່ນ ຈຳນວນ 100 ຫົວ ໃຫ້ແກ່ເດັກນ້ອຍຫວຽດນາມ
ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ

ຕາມ​ນັ້ນ​ແລ້ວ, ແຕ່​ວັນ​ທີ 13-19 ພະຈິກ, ນັກຮຽນ​ມັດທະຍົມ​ປາຍ​ຫວຽດນາມ 50 ຄົນ ແລະ ນັກຮຽນ​ມັດທະຍົມ​ປາຍຍີ່ປຸ່ນ 50 ຄົນ​ຈະ​ໄດ້​ຮັບການປະກອບທັກສະເພື່ອ​ກາຍ​ເປັນ​ນັກ​ການ​ທູດ​ໃນ​ອະນາຄົດ​ຄື: ເຄັດລັບເພື່ອຮຽນ​ພາສາ​ຕ່າງປະ​ເທດ​ເກັ່ງ ແລະ ໝູນໃຊ້ເຂົ້າໃນວຽກງານການທູດ, ບັນດາສິ່ງທີ່ຮຸ່ນໜຸ່ມຕ້ອງເຮັດເພື່ອ​ປະກອບສ່ວນໃຫ້ການ​ພົວ​ພັນ​ມິດ​ຕະ​ພາບ​ຫວຽດ​ນາມ - ຍີ່​ປຸ່ນ ຫຼາຍຂຶ້ນ.

ຊາວໜຸ່ມຫວຽດນາມ - ຍີ່ປຸ່ນ 100 ຄົນ ຮຽນທັກສະການທູດ

ໂຄງການ ''ເອກອັກຄະລັດຖະທູດຂອງຊາວໜຸ່ມ 2023"

ຕາມ​ຄະນະ​ຈັດ​ຕັ້ງ​ແລ້ວ, ​ໂຄງການ ''ເອກອັກຄະລັດຖະທູດຊາວໜຸ່ມ 2023" ເພື່ອຊຸກຍູ້​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ບັນດາ​ປະ​ເທດ, ສ້າງ​ສະໜາມໃຫ້​ຊາວ​ໜຸ່ມ​ຍີ່ປຸ່ນ ​ແລະ ​ຊາວ​ໜຸ່ມຕ່າງປະ​ເທດ ສາມາດພົບປະກັນ​ໂດຍກົງ, ຮຽນ​ຮູ້​ວັດທະນະທຳ ແລະ ປະຫວັດສາດ​ຂອງ​ກັນ​ແລະ​ກັນ. ປີ​ນີ້,​ ໂຄງການ​ດັ່ງກ່າວ​ໄດ້​ຮັບ​ການ​ຈັດ​ຕັ້ງ​ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ຂອງ​ລຸ້ນໜຸ່ມ​ລະຫວ່າງ​ສອງ​ປະ​ເທດ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງວັນສ້າງຕັ້ງການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ຍີ່ປຸ່ນ.

ທ່ານ ເຈີ່ນ​ດັງເຫງຍ, ຮອງ​ຫົວໜ້າຫ້ອງການສຶກສາຂັ້ນມັດທະຍົມ, ພະແນກການສຶກສາ ແລະ ບຳລຸງສ້າງ ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ: ບັນດາ​ນັກຮຽນ​ທີ່​ຖືກຄັດ​ເລືອກ​ເຂົ້າ​ຮ່ວມ​ການ​ແລກປ່ຽນ​ຄັ້ງ​ນີ້​ລ້ວນ​ແຕ່​ແມ່ນ​ນັກຮຽນ​ທີ່​ມີລະດັບຄວາມຮູ້ທີ່ເກັ່ງ, ມີຄວາມສາມາດ​ສື່ສານດ້ວຍພາສາ​ຕ່າງປະ​ເທດ, ໃນນັ້ນ ມີນັກຮຽນຫຼາຍຄົນທີ່ຮູ້ພາສາຍີ່ປຸ່ນ​.

ທ່ານ ເຈີ່ນດັງເຫງຍ ກ່າວ​ວ່າ: "ຫວັງ​ວ່າ ຄວາມນິຍົມ, ຄວາມກະຕືລືລົ້ນໃນການຊອກຮູ້​ກ່ຽວ​ກັບ​ຍີ່ປຸ່ນ, ປະຫວັດສາດ ​ແລະ ວັດທະນະທຳ​ຍີ່ປຸ່ນ ຂອງນັກຮຽນຈະ​ຊ່ວຍນັກຮຽນສາມາດເຊື່ອມຕໍ່ກັບນັກຮຽນ​ຍີ່ປຸ່ນ, ຜ່ານ​ນັ້ນ ກໍ່ສືບ​ຕໍ່​ຮັກສາ​ມູນເຊື້ອການ​ພົວພັນ​ມິດຕະພາບ​ທີ່ດີງາມລະຫວ່າງ​ສອງ​ປະ​ເທດ.

ອຸປະທູດ​ຊົ່ວຄາວ​ສະຖານທູດຫວຽດນາມ ປະຈຳຍີ່ປຸ່ນ ຫງວຽນ​ດຶກ​ມິ​ງ ກໍ່​ປາຖະໜາວ່າ ຜ່ານ​ໂຄງການ, ນັກຮຽນ 2 ປະ​ເທດຈະ​ມີ​ການ​ຢ້ຽມຢາມ​ທີ່​ມີ​ປະ​ໂຫຍ​ດ ​ແລະ ມີ​ຄວາມ​ໝາຍ, ມີຄວາມຊົງຈຳອັນລ້ຳຄ່າ, ມີໝູ່ເພື່ອນໃໝ່, ​ເປີດ​ກວ້າງ​ຄວາມ​ຮູ້ ແລະ ວິ​ໄສ​ທັດ​ຂອງ​ວຽກ​ງານ​ການ​ທູດ, ເປັນ​ຂົວ​ຕໍ່ເພື່ອເພີ່ມທະວີການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ຍີ່ປຸ່ນ.

ນ້ອງ Sana Higashionna (ໂຮງຮຽນມັດທະຍົມຕອນປາຍ Naha Kokusai Okinawa Prefectural Naha Kokusai) ໃຫ້ຮູ້ວ່າ ນ້ອງໄດ້ລົງທະບຽນເຂົ້າຮ່ວມໂຄງການດັ່ງກ່າວດ້ວຍຄວາມປາດຖະໜາຢາກເຂົ້າໃຈປະເທດ ແລະ ປະຊາຊົນ ຫວຽດນາມ ກ່ວາອີກ. Sana ມີຄວາມປະທັບໃຈກັບນັກຮຽນຫວຽດນາມ ທີ່ເວົ້າພາສາຍີ່ປຸ່ນ ໄດ້ຊຳນານ ແລະ ມັກວັດທະນະທໍາຍີ່ປຸ່ນ, ໂດຍສະເພາະແມ່ນເລື່ອງລາວດ້ວຍພາບ. ສິ່ງນັ້ນໄດ້ເຮັດໃຫ້ການສື່ສານ ແລະ ການແລກປ່ຽນງ່າຍຂຶ້ນ.

ຫຼັງຈາກນັ້ນ, ບັນດາ​ນັກ​ຮຽນ​ຈະ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຄື: ຢ້ຽມຢາມ​ຫໍສະພາແຫ່ງຊາດ, ຫ້ອງວ່າການນາຍົກລັດຖະມົນຕີ, ມະຫາວິທະຍາ​ໄລ​ໂຕ​ກຽວ, ຢ້ຽມຢາມ​ບັນດາ​​ທັດສະນີຍະພາບທີ່​ມີ​ຊື່​ສຽງ ແລະ ​ໄດ້​ລົງພຶດຕິກຳຕົວຈິງກັບ​ວັດທະນະທຳ​ພື້ນ​ເມືອງ​ຂອງ​​ຍີ່ປຸ່ນ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.