ກວາງ​ຈີ: ​ຈຸດ​​ເດັ່ນ​ໃນ​ການ​ດຶງ​ດູດ ​ແລະ ລະດົມ​ການ​ຊ່ວຍ​ເຫຼືອ​ ຈາກອົງການ​ທີ່​ບໍ່​ຂຶ້ນກັບ​ລັດຖະບານ​ ຕ່າງປະ​ເທດ

00:00 | 29/11/2023

ຍສໝ - ແຕ່​ປີ 2020 ຮອດ​​ເດືອນ ມິຖຸນາ 2023, ແຂວງ ກວ໋າງຈີ ໄດ້​ດຶງ​ດູດ 187 ໂຄງ​ການ ທີ່​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ​ຕ່າງ​ປະ​ເທດ, ດ້ວຍ​ມູນ​ຄ່າ 87,9 ລ້ານ USD. ບັນດາ​ໂຄງການ​ໄດ້​ປະກອບສ່ວນ​​ຢ່າງມີ​ປະສິດທິ​ຜົນ​ ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ລົບ​ລ້າງ​ຄວາມ​ທຸກຍາກ, ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ກວາງ​ຈິ.

ທະນາຄານ​ໂລກ ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ກໍ່ສ້າງ​ບັນດາ​ໂຄງການພື້ນຖານ​ໂຄງ​ລ່າງ​ການຄົມມະນາຄົມ

ກວາງ​ຈີ: ​ຈຸດ​​ເດັ່ນ​ໃນ​ການ​ດຶງ​ດູດ ​ແລະ ລະດົມ​ການ​ຊ່ວຍ​ເຫຼືອ​ ຈາກອົງການ​ທີ່​ບໍ່​ຂຶ້ນກັບ​ລັດຖະບານ ​ຕ່າງປະ​ເທດ

ແຕ່​ປີ 2020 ຮອດ​​ເດືອນ ມິຖຸນາ 2023, ແຂວງ ກວ໋າງຈີ ໄດ້​ດຶງ​ດູດ 187 ໂຄງ​ການ ທີ່​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ​ຕ່າງ​ປະ​ເທດ, ດ້ວຍ​ມູນ​ຄ່າ 87,9 ລ້ານ USD. ບັນດາ​ໂຄງການ​ໄດ້​ປະກອບສ່ວນ​​ຢ່າງມີ​ປະສິດທິ​ຜົນ​ ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ລົບ​ລ້າງ​ຄວາມ​ທຸກຍາກ, ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ກວາງ​ຈິ.

ບັນດາ​ຂໍ້​ມູນ​ຂ້າງເທິງນັ້ນ ໄດ້ຍົກອອກໃນ​ກອງ​ປະຊຸມ​ຕີ​ລາຄາໄລຍະ​ກາງ ຂອງ​ການ​ປະຕິບັດ​ລາຍການ ​ສົ່ງ​ເສີມ​ການ​ຊ່ວຍ​ເຫຼືອ​ຈາກອົງການ​ທີ່ບໍ່ຂຶ້ນກັບ​​ລັດຖະບານ​ ຕ່າງປະ​ເທດ​ (NGO) ໄລຍະ 2020 - 2025 ​ໂດຍ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວາງ​ຈີ ຈັດ​ຂຶ້ນ ​ໃນ​ວັນ​ທີ 23 ພະຈິກ​ນີ້.

ເມື່ອ​ທຽບ​ໃສ່​ໄລຍະກ່ອນ, ​​ໄລຍະ​​ແຕ່​ປີ 2020 ຫາ​ເດືອນ ມິຖຸນາ 2023, ຈຳນວນ​ໂຄງການ​ຊ່ວຍ​ເຫຼືອ​ໃຫ້​ແຂວງ​ກວາງ​ຈີ ​ເພີ່ມ​ຂຶ້ນ 52%, ມູນ​ຄ່າ​ການ​ຊ່ວຍ​ເຫຼືອ​ເພີ່ມ​ຂຶ້ນ 42,9%. ໃນນັ້ນ ປີ 2020 ​ແມ່ນ​ປີ​ທີ່​ມີ​ຍອດ​ມູນ​ຄ່າການ​ຊ່ວຍ​ເຫຼືອ​ສູງ​ສຸດ​ ໂດຍມີ​ເຖິງ 55 ລ້ານ USD. ຕົວເລກສະເລ່ຍຂອງໂຄງການໃໝ່ ແລະ ການຊ່ວຍເຫຼືອໃໝ່ ໃນແຕ່ລະປີແມ່ນ 53 ໂຄງການ/ປີ.

​ບັນດາແຜນງານ ແລະ ໂຄງການຂອງອົງການ NGOs/ຜູ້ອຸປະຖຳ ໄດ້ສຸມໃສ່ຜັນຂະຫຍາຍໃນຂົງເຂດ: ຟື້ນຟູຜົນທີ່ຕາມມາຈາກສົງຄາມ; ການແພດ; ການ​ສຶກ​ສາ ​ແລະ​ ບຳລຸງສ້າວ; ແກ້ໄຂບັນຫາສັງຄົມ; ຄົນພິການ; ການ​ປ້ອງ​ກັນ, ຫຼຸດຜ່ອນ​ໄພ​ທຳ​ມະ​ຊາດ ​ແລະ ການ​ຊ່ວຍ​ເຫຼືອ​ສຸກ​ເສີນ... ​ໃນ​ນັ້ນ, ຂົງ​ເຂດ​ ຜັນຂະຫຍາຍທີ່ພົ້ນ​ເດັ່ນ​ແມ່ນ​ ການ​ແກ້​ໄຂ​ຜົນ​ຮ້າຍ​ຂອງ​ລະ​ເບີດ ​​ຫຼັງ​ສົງຄາມ.

 Các đại biểu tham dự Hội nghị đánh giá giữa kỳ thực hiện chương trình xúc tiến vận động viện trợ phi chính phủ nước ngoài giai đoạn 2020 – 2025 tại Quảng Trị. (Ảnh: Quangtri.gov.vn)  ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ ​ຕີ​ລາຄາ​ໄລຍະ​ກາງ​ ກ່ຽວ​ກັບ​ການ​ປະຕິບັດ​ໂຄງການ​ສົ່ງ​ເສີມ​ການ​ຊ່ວຍ​ເຫຼືອ​ລ້າ​ຂອງ​ຕ່າງປະ​ເທດ​ໄລຍະ 2020 - 2025 ຢູ່​ແຂວງ ກວາງ​ຈີ. (ພາບ: Quangtri.gov.vn)
ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ ​ຕີ​ລາຄາ​ໄລຍະກາງ​ ກ່ຽວ​ກັບ​ການ​ປະຕິບັດ​ໂຄງການ​ສົ່ງ​ເສີມ​ການ​ຊ່ວຍ​ເຫຼືອຂອງ​ອົງການທີ່ບໍ່ຂຶ້ນກັບລັດຖະບານ ຕ່າງປະ​ເທດ ​ໄລຍະ 2020 - 2025 ຢູ່​ແຂວງ ກວາງ​ຈີ. (ພາບ: Quangtri.gov.vn)

ບັນດາ​ອົງການ NGO ​ໄດ້​ປະກອບສ່ວນ 2,24% ຍອດທຶນການ​ລົງ​ທຶນ ​ພັດທະນາ​ສັງຄົມ ​ແລະ 13,1% ຂອງຍອດ​ລາຍ​ຮັບ​ງົບປະມານ​ທົ່ວ​ແຂວງ, ປະກອບສ່ວນ​ປະຕິບັດ​ຢ່າງແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ລົບ​ລ້າງ​ຄວາມ​ອຶດຫິວ ຫຼຸດຜ່ອນ​ຄວາມທຸກ​ຍາກ, ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຢູ່​ບັນດາ​ເຂດ​ປະສົບ​ໄພ. ຕາມ​ບັນດາ​ບຸລິມະສິດ ​ແລະ ທິດ​ທາງ​ຂອງ​ປະ​ເທດ ​ແລະ ​ແຂວງ ກວາງ​ຈິ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ປະຕິບັດ​ບັນດາ​ເປົ້າ​ໝາຍ​ສະຫັດ​ສະ​ວັດ (SDGs) ຂອງ​ຫວຽດນາມ ຮອດ​ປີ 2030.

ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື ​ແລະ ຕີ​ລາຄາ​ໝາກຜົນ​ການ​ປະຕິບັດ​ວຽກ​ງານ​ສົ່ງ​ເສີມ​ການ​ຊ່ວຍ​ເຫຼືອ NGO ​ໄລຍະ 2020 - 2025; ກວດກາ ແລະ ຕີລາຄາຄວາມຄືບໜ້າຂອງການປະຕິບັດບັນດາບົດບັນທຶກສັນຍາ ແລະ ຂໍ້ຕົກລົງຮ່ວມມືລະຫວ່າງ ຄະນະກຳມະການປະຊາຊົນແຂວງກວາງຈິ, ບັນດາພະແນກການ, ທ້ອງຖິ່ນຂອງແຂວງ ແລະ ບັນດາຜູ້ອຸປະຖຳ ຈາກສາກົນ ແລະ ບັນດາຄູ່ຮ່ວມມື NGO ໃນບໍລິເວນແຂວງ. ພ້ອມ​ກັນ​ນັ້ນ, ກໍ່​ເຜີຍ​ແຜ່, ​ແລກປ່ຽນ, ປຶກສາ​ຫາລື ​ແລະ ຕອບ​ບັນຫາ​ຄວາມ​ຫຍຸ້ງຍາກ​ ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​ເອກະສານ​ນິຕິ​ກຳ​ ກ່ຽວ​ກັບ​ການ​ຄຸ້ມ​ຄອງ ​ແລະ ລະດົມ​ການ​ຊ່ວຍ​ເຫຼືອ​ແກ່​ອົງການ NGO ​ແລະ ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງການ​ທີ່ບໍ່​ຂຶ້ນກັບ​ລັດຖະບານ​ໃນ​ແຂວງ.

ໂດຍຮັບ​ຮູ້​ການ​ຮ່ວມ​ມື​ຢ່າງ​ມີ​ປະ​ສິດ​ທິ​ຜົນ ​ຂອງ​ບັນ​ດາ​ອົງ​ການ NGO, ບັນດາຜູ້​ອຸ​ປະ​ຖຳ ແລະ ສ່ວນ​ບຸກ​ຄົນ​ສະຫງວນໃຫ້​ແຂວງ ກວ໋າງ​ຈີ, ທ່ານ ຮວ່າງ​ນາມ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກວ໋າງ​ຈີ ໄດ້​ໃຫ້​ຮູ້​ວ່າ: ໃນເງື່ອນໄຂ ແຫຼ່ງ​ທຶນ​ງົບ​ປະ​ມານ​ສູນ​ກາງ, ງົບປະມານ​ທ້ອງ​ຖິ່ນ​ຍັງ​ຈຳກັດ, ການ​​ຊ່ວຍເຫຼືອ​ຂອງ​ບັນດາ​ຜູ້​ອຸປະຖຳ, ບັນດາອົງການ NGO ​ເພື່ອ​ພັດທະນາ​ເສດຖະກິດ - ສັງຄົມ, ຫຼຸດຜ່ອນ​ຄວາມທຸກ​ຍາກ ​ແລະ ການ​ເຄື່ອນ​ໄຫວ​ພັດທະນາ​ແບບ​ຍືນ​ຍົງ​ຢູ່​ແຂວງ ກວາງ​ຈີ ​ແມ່ນ​ສຳຄັນ​ທີ່​ສຸດ ​ແລະ ມີ​ຄວາມ​ໝາຍ​ດ້ານ​ມະນຸດສະທຳ​ຢ່າງ​ເລິກ​ເຊິ່ງ.

​ເພື່ອ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ຜັນ​ຂະຫຍາຍ​ໂຄງການ​​ຊ່ວຍເຫຼືອ​ຂອງ​ອົງການ NGO ຢູ່​ແຂວງ ກວ໋າງຈີ ​ໄລຍະ 2020-2025, ທ່ານ ຮວ່າງ​ນາມ ສະເໜີໃຫ້​ບັນດາ​ຜູ້​ອຸປະຖຳ, ອົງການ NGO, ບັນດາ​ອົງການ, ຫົວໜ່ວຍ​ໃນ​ແຂວງ ບົນ​ພື້ນຖານບັນດາການກຳນົດທິດ​ບຸລິມະສິດໃນ​ໂຄງການ​ສົ່ງ​ເສີມ​ການ​ຊ່ວຍ​ເຫຼືອ​ແຂວງ ກວາງ​ຈີ ​ໄລຍະ 2020 - 2025; ສືບ​ຕໍ່​ໝູນ​ໃຊ້​ແຫຼ່ງທຶນ, ​ແຫຼ່ງທຶນ​ທາງ​ດ້ານ​ເຕັກນິກ ​ແລະ ຕ່າງປະ​ເທດ​ຢ່າງ​ຕັ້ງໜ້າ ​ເພື່ອ​ບັນລຸ​ປະສິດທິ​ຜົນ ​ແລະ ຄວາມ​ຍືນ​ຍົງ​ກວ່າ​ອີກ​ໃນ​ການ​ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ຂໍ້​ສະ​ເໜີ​ໂຄງການ​ຮ່ວມ​ມື.

ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ປຶກສາ​ຫາລື​ ກັບ​ບັນດາ​ພາກສ່ວນ​ທີ່​ກ່ຽວຂ້ອງ (ຜູ້ອຸປະຖຳ, ອົງການ​ຈັດ​ຕັ້ງ​ສາກົນ ​ແລະ NGO, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ແລະ ອົງການ​ຮ່ວມ​ມື​...); ສຸມ​ໃສ່​ດັດປັບ ແລະ ສ້າງ​ແຜນການ​ເຄື່ອນໄຫວ ປີ 2024 ​ແລະ 2025 ​ເພື່ອ​ຕິດແທດ​ຕາມ​ສະພາບ​ຕົວ​ຈິງ​ຢ່າງ​ໃກ້ຊິດ ​ແລະ ຮັບເອົາບັນດາ​ບັນດາ​ຂໍ້​ສະ​ເໜີ​ແນະ​ຈາກ​ບັນດາ​ຜູ້​ອຸປະຖຳ ​ແລະ ບັນດາ​ຄູ່​ຮ່ວມ​ມື.

​ທ່ານ​ເຊື່ອ​​ວ່າ ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ແຂວງ ​ແລະ ບັນດາ​ຜູ້​ອຸປະຖຳສາກົນ, ອົງການ​ຈັດ​ຕັ້ງ​ສາກົນ ​ແລະ ອົງການ NGO ຈະ​ສືບ​ຕໍ່​ພັດທະນາ​ຢ່າງ​ເລິກ​ເຊິ່ງ ​ແລະ ກ້ວາງ​ຂວາງ. ຜ່ານນັ້ນ ກໍ່​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ, ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ປະຊາຊົນ​ແຂວງ ກວາງ​ຈີ້ ກັບ​ເພື່ອນ​ມິດສາ​ກົນ.

ຊ ສະຫວັດ

ເຫດການ
302 Found

Found

The document has moved here.