ຫວຽດນາມ ຍາມໃດກໍ່ພາວະນາຮ່ວມກັບ ລາວ ໃນການເສີມຂະຫຍາຍມູນເຊື້ອແຫ່ງຄວາມສາມັກຄີມິດຕະພາບພິເສດ

08:41 | 12/04/2019

ເນື່ອງໃນໂອກາດງານລ້ຽງສະເຫຼີມສະຫຼອງບຸນປີໃໝ່ລາວ 2562 ດຳເນີນໄປໃນຕອນຄຳ່ຂອງວັນທີ 11 ເມສາ ທີ່ຮ່າໂນ້ຍ, ທ່ານນາງ ຕ່ອງ ຖິ ຟ໋ອງ ຮອງປະທານປະຈຳສະພາແຫ່ງຊາດຫວຽດນາມ ໄດ້ແບ່ງປັນວ່າ: ຫວຽດນາມຍາມໃດກໍ່ ຮ່ວມກັບລາວ ພາວະນາ ໃນການຮັກສາ ແລະ ພັດທະນາ ມູນເຊື້ອສາຍພົວພັນມິດຕະພາບພິເສດ, ປັບປຸງສາຍພົວພັນຮ່ວມມືຮອບດ້ານ ລະຫວ່າງສອງປະເທດສູ່ບາດກ້າວໃໝ່.

ຫວຽດນາມ ຍາມໃດກໍ່ພາວະນາຮ່ວມກັບ ລາວ ໃນການເສີມຂະຫຍາຍມູນເຊື້ອແຫ່ງຄວາມສາມັກຄີມິດຕະພາບພິເສດ

ພິທີບາສີສູ່ຂວັນ.

ກ່າວຄຳປາໄສທີ່ງານລ້ຽງ ໂອກາດບຸນປີໃໝ່, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ຫວຽດນາມ ທອງສະຫວັນ ພົມວິຫານ ຂອບໃຈບັນດາການນຳຂັ້ນສູງຂອງ ພັກ ແລະ ລັດຖະບານ ຫວຽດນາມ, ກະຊວງ, ທະບວງ, ກົມ ຂັ້ນສູນກາງ ແລະ ທ້ອງຖິ່ນໄດ້ໃຫ້ກຽດມາຮ່ວມງານໃນຄຳ່ຄືນມື້ນີ້.

ຫວຽດນາມ ຍາມໃດກໍ່ພາວະນາຮ່ວມກັບ ລາວ ໃນການເສີມຂະຫຍາຍມູນເຊື້ອແຫ່ງຄວາມສາມັກຄີມິດຕະພາບພິເສດ

ທ່ານ ທອງສະຫວັນ ພົມວິຫານ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ຫວຽດນາມ ກ່າວຄຳຂອບໃຈບັນດາການນຳ ແລະ ແຂກທີ່ເຂົ້າຮ່ວມ.

ທ່ານ ທອງສະຫວັນ ພົມວິຫານ ໄດ້ກ່າວເນັ້ນໜັກອີກວ່າ: ໃນໄລຍະຜ່ານມາ ລາວ ບັນລຸໄດ້ຜົນສຳເລັດ ແລະ ໄຊຊະນະອັນຍິ່ງໃຫຍ່ໃນຫຼາຍດ້ານ, ເຖິງວ່າຈະພົບກັບຄວາມຫຍຸ້ງຍາກ ແລະ ທ້າທາຍຫຼາຍແນວ. “ ບັນດາຜົນສຳເລັດດັ່ງກ່າວມານັ້ນ ບໍ່ປັດສະຈາກໄດ້ການປະກອບສ່ວນ, ຊ່ວຍເຫຼືອອັນລຳ້ຄ່າຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ”.

ທາ່ນເອກອັກຄະລັດຖະທູດ ໃຫ້ຮູ້ວ່າ: ສິ່ງດັ່ງກ່າວສະແດງຄວາມມີຊີວິດຊີວາ ຂອງສຳພັນທະພາບ ດ້ວຍເລືອດເນື້ອ ແລະ ສາຍສຳພັນອັນດີງາມ “ ເຂົ້າເມັດຫັກ, ຜັກເສັ້ນດຽວກໍ່ແບ່ງຖ່ອງ” ຂອງສາຍພົວພັນອັນຍິ່ງໃຫຍ່, ນຳ້ໃຈສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ ແລະ ຫວຽດນາມ ໂດຍ ປະທານໂຮ່ຈີ໋ມິງ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ສ້າງຮາກຖານ, ໄດ້ຮັບເສີມຂະຫຍາຍ ແລະ ພັດທະນາ ໂດຍການນຳພັກ, ລັດ ແລະ ປະຊາຊົນສອງປະເທດ.

ຫວຽດນາມ ຍາມໃດກໍ່ພາວະນາຮ່ວມກັບ ລາວ ໃນການເສີມຂະຫຍາຍມູນເຊື້ອແຫ່ງຄວາມສາມັກຄີມິດຕະພາບພິເສດ

ພັນລະຍາ ທ່ານປະທານ ໄກສອນ ພົມວິຫານ ຜູກແຂກໃຫ້ແກ່ ທ່ານນາງ ຕ່ອງ ຖິ ຟ໋ອງ ຮອງປະທານປະຈຳສະພາແຫ່ງຊາດ ຫວຽດນາມ.

ເນື່ອງໃນໂອກາດປີໃໝ່ລາວ, ຕາງໜ້າໃຫ້ການນໍາຂອງພັກ, ລັດຫວຽດນາມ, ທ່ານນາງ ຕ່ອງ ຖີ້ ຟ໋ອງ ຮອງປະທານຜູ້ປະຈໍາການສະພາແຫ່ງຊາດ ໄດ້ກ່າວຄໍາອວຍພອນປີໃໝ່ໄປຍັງການນໍາພັກ, ລັດ ແລະ ປະຊາຊົນລາວຈົ່ງມີສຸຂະພາບແຂງແຮງ, ມີຄວາມເບີກບານມ່ວນຊື່ນ ແລະ ປະສົບຜົນສໍາເລັດໃນວຽກງານຕ່າງໆ. ສະແດງຄວາມຍິນດີ ແລະ ຄວາມເອກອ້າງທະນົງຕົວໃຈ ຕໍ່ຜົນສໍາເລັດຂອງພັກ, ລັດ ແລະ ປະຊາຊົນ ລາວ ເຊິ່ງທີ່ຍາດມາໄດ້ໃນປີທີ່ຜ່ານມາ, ທ່ານນາງ ຕ່ອງ ຖີ້ ຟອງ ຮອງປະທານສະພາແຫ່ງຊາດໄດ້ຢືນຢັນວ່າຫວຽດນາມຈະຄຽງບ່າຄຽງໄລ່ກັບລາວໃນການປົກປັກຮັກສາ ແລະ ເສີມຂະຫຍາຍນໍ້າໃຈສາມັກຄີມິດຕະພາບອັນພິເສດ, ປັບປຸງການພົວພັນຮ່ວມມືຢ່າງຮອບດ້ານລະຫວ່າງສອງປະເທດໃຫ້ກ້າວຂຶ້ນສູ່ຈຸດສູງໃໝ່, ນໍາມາປະສິດທິຜົນອັນແທ້ຈິງ ແລະ ຕອບສະຫນອງຄວາມຮຽກຮ້ອງຕ້ອງການ ແລະ ສິດຜົນປະໂຫຍດໃຫ້ແກ່ປະຊາຊົນສອງປະເທດ.

ຫວຽດນາມ ຍາມໃດກໍ່ພາວະນາຮ່ວມກັບ ລາວ ໃນການເສີມຂະຫຍາຍມູນເຊື້ອແຫ່ງຄວາມສາມັກຄີມິດຕະພາບພິເສດ

ທ່ານນາງ ດັ້ງ ຖິ ຫງ໋ອກ ຖິ້ງ ຮອງປະທານປະເທດ ແລະ ທ່ານນາງ ຫງວຽນ ເຟືອງ ງາ ປະທານສະຫະພັນອົງການມິດຕະພາບ ຫວຽດນາມ ເຂົ້າຮ່ວມງານລ້ຽງສະຫູອງບຸນປີໃໝ່ລາວ.

ທ່ານນາງ ຕ່ອງ ຖີ້ ຟອງ ຮອງປະທານສະພາແຫ່ງຊາດເຊື່ອວ່າ, ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ, ເຊິ່ງນໍາໂດຍ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ, ພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນ ລາວ ຈະສືບຕໍ່ເອົາຊະນະຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທັງຫມົດ, ສືບຕໍ່ບົນເສັ້ນທາງແຫ່ງການສ້າງສາ ແລະ ພັດທະນາປະເທດຊາດທີ່ມີຄວາມສະຫງົບ ແລະ ຮຸ່ງເຮືອງສີວິໄລ, ປະສົບຜົນສໍາເລັດອັນມີໄຊໃນການຈັດຕັ້ງປະຕິບັດແຜນການ 5 ປີ ແລະ ການກະກຽມກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 11 ຂອງພັກ.

ຫວຽດນາມ ຍາມໃດກໍ່ພາວະນາຮ່ວມກັບ ລາວ ໃນການເສີມຂະຫຍາຍມູນເຊື້ອແຫ່ງຄວາມສາມັກຄີມິດຕະພາບພິເສດ

ທ່ານ ເຈິ່ນ ກວກ ເວື້ອງ ກຳມະການກົມການເມືອງ ເລຂາຄະນະປະຈຳ ຮ່ວມຟ້ອນລຳວົງ.

ໃນບັນຍາກາດອັນອົບອຸ່ນແຫ່ງສາຍຈິດສາຍໃຈສາມັກຄີ, ບັນດາຜູ້ແທນເຂົ້າຮ່ວມງານຕ້ອນຮັບປີໃໝ່ລາວ ກໍ່ໄດ້ຮ່ວມກັນຮັບປະທານອາຫານພື້ນເມືອງຂອງປະເທດລາວ, ໄດ້ຟັງເພງເຊິ່ງສ່ອງແສງກ່ຽວກັບຄວາມສາມັກຄີມິດຕະພາບສອງປະເທດລາວ - ຫວຽດນາມ ແລະ ໄດ້ເຂົ້າຮ່ວມການຟ້ອນລໍາວົງອັນເປັນພື້ນເມືອງຂອງປະຊາຊົນລາວ.

ເຫດການ