ສິນຄ້າຂອງຫວຽດນາມ ສົ່ງອອກໄປຕາເວັນອອກກາງເພີ່ມຂຶ້ນຢ່າງວ່ອງໄວໃນດ້ານປະລິມານ ແລະ ປະເພດ

11:05 | 22/11/2023

ຍສໝ - ​ໃນ​ປີ​ທີ 2 ​ທີ່ໄດ້​ຈັດ​ສັບປະດາ​ສິນຄ້າ​ ​ຫວຽດນາມ ສົ່ງ​ອອກ, ​ຜະລິດຕະພັນກະເສດ, ສິນໃນນ້ຳ, ຜະລິດຕະພັນທີ່ບໍ່ແມ່ນອາຫານ ກໍ່ໄດ້ເພີ່ມຂຶ້ນຢ່າງ​ຕັ້ງໜ້າ​ໃນ​ດ້ານ​ປະລິມານ, ຄຸນ​ນະພາ​ບ, ​ແລະ ປະ​ເພດ​ສິນຄ້າ​ຂອງ​ຫວຽດນາມ. ເຫດການດັ່ງກ່າວໄດ້ຈັດຂຶ້ນຢູ່ລະບົບສັບພະສິນຄ້າ Lulu ແລະ Al Maya, ສະຫະລັດ ອາຣັບ ເອມີເລດ (UAE), ເຊິ່ງດຳເນີນແຕ່ວັນທີ 9-15 ພະຈິກ.

ກຳປູເຈຍ ອອກຄຳສັ່ງຫ້າມຊາວຕ່າງປະເທດເຮັດວຽກ 10 ປະເພດ ກຳປູເຈຍ ອອກຄຳສັ່ງຫ້າມຊາວຕ່າງປະເທດເຮັດວຽກ 10 ປະເພດ
ລາວ ສົ່ງ 5 ປະເພດ ເຂົ້າຮ່ວມກີລານັກຮຽນອາຊຽນ ລາວ ສົ່ງ 5 ປະເພດ ເຂົ້າຮ່ວມກີລານັກຮຽນອາຊຽນ

ສັບປະດາ​ສິນ​ຄ້າ​​ສົ່ງ​ອອກ ຫວຽດ​ນາມ ປີ 2023 ດ້ວຍ​ຫົວ​ຂໍ້ “ສະ​ບາຍ​ດີ​ຫວຽດ​ນາມ” (Vietnamese Treasures Galore) ໂດຍ ​ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ UAE ໄດ້ສົມທົບ​ກັບ​ກຸ່ມບໍລິສັດ Lulu ຈັດ​ຕັ້ງ. ເຫດການນີ້ໄດ້ປະກອບສ່ວນສ້າງກຳລັງແຮງໃຫ້ບັນດາສິນຄ້າ “made in Vietnam” ຄ່ອຍໆມີຈຸດຢືນ ແລະ ພັດທະນາຢູ່ຕະຫຼາດຕາເວັນອອກກາງ - ຕະຫຼາດໃຫຍ່ທີ່ມີປະຊາກອນ 400 ລ້ານຄົນ ແລະ ກຳລັງຊື້ເຖິງ 40 – 70 ຕື້ USD/ປີ.

ທີ່​ສັບປະດາ​ສິນ​ຄ້າ​ສົ່ງ​ອອກ​ ຫວຽດນາມ 2023 ໄດ້ເຕົ້າໂຮມກວ່າ 200 ປະເພດສິນຄ້າ​ທີ່ໄດ້​ນຳ​ເຂົ້າ​ໂດຍ​ກົງ​ຈາກ​ຫວຽດນາມ ​ເຊັ່ນ: ໝາກ​ພ້າວ, ໝາກມ່ວງ​ກາດຈຸ, ໝາກ​ມັງກອນ, ໝາກສີດາ, ໝາກມ່ວງ​ຫິມະພານ, ໝາກ​ພິກ​ໄທ, ​ເຂົ້າສານ, ກຸ້ງແຊ່​ແຂງ, ​ເກີບ, ​ເຄື່ອງ​ຕ່ຳ​ແຜ່ນ​ຕັດຫຍິບ ​ແລະ ບັນດາຜະລິດຕະພັນເຄື່ອງໃຊ້ຂອງສອຍໃນຄອບຄົວ​ທີ່​ເປັນ​ມິດ... ເຊິ່ງດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ຊາວ​ຫວຽດ​ນາມ ແລະ ນັກ​ທ່ອງ​ທ່ຽວ​ສາ​ກົນ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ຕົວເລກນີ້ເພີ່ມຂຶ້ນສອງເທົ່າຈາກເກືອບ 100 ລາຍການໃນປີ 2022.

ສິນຄ້າຂອງຫວຽດນາມ ສົ່ງອອກໄປຕາເວັນອອກກາງເພີ່ມຂຶ້ນຢ່າງວ່ອງໄວໃນດ້ານປະລິມານ ແລະ ປະເພດ
ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ແມ້ງ​ຕ໋ວນ ​ແລະ ບັນດາ​ຜູ້​ແທນ​ໄດ້​ຕັດ​ແຖບ​ຜ້າ​ເລີ່ມເປີດ ​ສັບປະດາ​ສິນຄ້າ​ສົ່ງ​ອອກ​ຫວຽດນາມ 2023 ຢູ່​ສາຂາສັບພະສິນຄ້າ Lulu, Al Mushrif Mall. (ພາບ: TG&VN)

ຕາມບັນດາລູກຄ້າທີ່ເຂົ້າຮ່ວມແລ້ວ, ບັນດາຜະລິດຕະພັນ “made in Vietnam” ນັບມື້ນັບໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກລູກຄ້າ ແລະ ສ້າງພື້ນຖານທີ່ໝັ້ນຄົງຢູ່ຕະຫຼາດ UAE ໂດຍສະເພາະແມ່ນເຂດອ່າວ ແລະ ຕາເວັນອອກກາງ. ປະລິມານຂອງຜະລິດຕະພັນແມ່ນອຸດົມສົມບູນ, ປະເພດຜະລິດຕະພັນມີຫຼາຍຮູບແບບ, ໂດດເດັ່ນກັບຮູບຊົງ, ການຫຸ້ມຫໍ່, ຕິດຕາຕ້ອງໃຈກັບສີ ແລະ ຮັບປະກັນຄຸນນະພາບສູງ.

ຢູ່​ເຂດ​ວາງສະ​ແດງ​ອາຫານ​ຫວຽດນາມ, ບັນດາ​ຜູ້​ແທນ ​ແລະ ນັກ​ທ່ອງ​ທ່ຽວ​ໄດ້ໄປຢ້ຽມຊົມ ເເເລະ ຊື້ເຄື່ອງ, ຊິມບັນດາ​ອາຫານທີ່ມີລັກສະນະສະເພາະຂອງ​ຫວຽດນາມ ​ເຊັ່ນ: ພັນຢໍ່, ແນມ​ຈືນ, ​ເຂົ້າ​ຈີ່, ຍຳໝາກມ່ວງ, ຊາ​ນົມ​ໝາກ​ພ້າວ, ນ້ຳໝາກພ້າວ​ສົດ, ເຂົ້ົ້າໜົມ pudding ໝາກພ້າວຂູດທີ່​ເຮັດ​ຈາກ​ເຂົ້າໜຽວ​ຫວຽດນາມ...

ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ UAE ຫງວຽນ​ແມ້ງ​ຕ໋ວນ ​ໃຫ້​ຮູ້​ວ່າ: ສັບປະດາສິນຄ້າ​ສົ່ງ​ອອກ​ຫວຽດນາມ ສ້າງ​ພື້ນຖານ​ອັນ​ໝັ້ນແກ່ນ​ເພື່ອ​ນຳ​ບັນດາ​ຜະລິດ​ຕະພັນ​ຫວຽດນາມ ທີ່ມີຄຸນ​ນະພາ​ບສູງ​ໄປ​ຍັງ​ຜູ້​ບໍລິ​ໂພ​ກຢູ່ UAE ​ແລະ ເຂດຕາ​ເວັນ​ອອກ​ກາງ, ​ກໍ່ຄືໄດ້​ສົ່ງ​ອອກ​ໄປຫາບັນດາ​ຕະຫຼາດ ​ແລະ ພາກ​ພື້ນ​ໃນ​ທົ່ວ​ໂລກ.

ຕາມທ່ານ Aboobakker, ຜູ້ອຳນວຍການຮ້ານສັບພະສິນຄ້າ Lulu Supermarket ແລ້ວ, ບັນດາສິນຄ້າສົ່ງອອກຂອງຫວຽດນາມ ໃນປີນີ້ໄດ້ເພີ່ມຂຶ້ນຢ່າງແຮງທັງດ້ານປະລິມານ, ປະເພດ ແລະ ຄຸນນະພາບຂອງຜະລິດຕະພັນ.

ໂດຍສືບຕໍ່ເຫດການນີ້, ສະຖານທູດ ແລະ ກຸ່ມບໍລິສັດ Lulu ຈະ ແລກປ່ຽນ ແລະ ຂຶ້ນແຜນຜັນຂະຫຍາຍຕື່ມກ່ຽວກັບບັນດາການເຄື່ອນໄຫວເຜີຍແຜ່ທີ່ມີຫຼາຍຮູບຫຼາຍແບບໃນແຕ່ລະຂົງເຂດ, ເຊັ່ນ: ການທ່ອງທ່ຽວ, ວັດທະນະທຳ, ການພົບປະແລກປ່ຽນປະຊາຊົນ ເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມືຫຼາຍດ້ານ ແລະ ແທດຈິງລະຫວ່າງ ຫວຽດນາມ ເເລະ UAE.

ດີງເລື້ອງ

ເຫດການ
302 Found

Found

The document has moved here.