ລາວ ສົ່ງ 5 ປະເພດ ເຂົ້າຮ່ວມກີລານັກຮຽນອາຊຽນ

18:32 | 14/06/2019

ຍສໝ - ລາວ ໄດ້​ຄັດ​ເລືອກ​ນັກ­ກີ­ລາ 5 ປະ­ເພດ ເພື່ອ​ສົ່ງ​ເຂົ້າ​ຮ່ວມ​ງານ​ມະ​ຫະ​ກຳ​ກີ­ລາ​ນັກ­ຮຽນ​ອາ​ຊຽນ ຄັ້ງ​ທີ XI ຢູ່​ປະ­ເທດ​ອິນ​ໂດ​ເນ​ເຊຍ ວັນ​ທີ 19-23 ກໍ­ລະ­ກົດ 2019.

ລາວ ສົ່ງ 5 ປະເພດ ເຂົ້າຮ່ວມກີລານັກຮຽນອາຊຽນ

ພາບປະກອບ

ລາວ ໄດ້​ຄັດ​ເລືອກ​ນັກ­ກີ­ລາ 5 ປະ­ເພດ ເພື່ອ​ສົ່ງ​ເຂົ້າ​ຮ່ວມ​ງານ​ມະ​ຫະ​ກຳ​ກີ­ລາ​ນັກ­ຮຽນ​ອາ​ຊຽນ ຄັ້ງ​ທີ XI ຢູ່​ປະ­ເທດ​ອິນ​ໂດ​ເນ​ເຊຍ ວັນ​ທີ 19-23 ກໍ­ລະ­ກົດ 2019 ໃນ​ນີ້​ມີ: ລອຍ­ນ້ຳ ແລ່ນ-ລານ ກະ­ຕໍ້ ດອກ​ປີກ​ໄກ່ ແລະ ປັນ​ຈັກ​ສີ​ລັດ ເຊິ່ງ​ບາງ​ປະ­ເພດສາ­ມາດ​ຄັດ​ເລືອກ​ນັກ­ກີ­ລາ​ສຳເລັດ ແລະ ໄດ້​ເຂົ້າ​ນອນ​ສູນ​ເຝິກ­ຊ້ອມ​ແລ້ວ ແລະ ຄາດ​ວ່າ​ມໍ້ໆ​ນີ້ ຈະ​ສໍາເລັດ​ການ​ຄັດ​ເລືອກ​ບາງ​ປະ­ເພດ​ກີ­ລາ​ທີ່​ຍັງ​ເຫຼືອ. ລາວ ຈະ​ສົ່ງ​ຄະນະ​ນຳ​ແພດ ນັກ​ຂ່າວ ຄູ​ເຝິກ ແລະ ນັກ­ກີ­ລາ ເຂົ້າ​ຮ່ວມ​ມະ​ຫະ​ກຳ​ກີ­ລາ​ນັກ­ຮຽນ​ອາ​ຊຽນ ຄັ້ງ​ທີ XI ຈຳ­ນວນ 80 ຄົນ ໃນ​ນີ້​ນັກ­ກີ­ລາ 60 ຄົນ ຈະ​ເດີນ­ທາງ​ວັນ​ທີ 16 ກໍລະກົດ 2019.

(ໄຊພອນ)

ເຫດການ
302 Found

Found

The document has moved here.