ຫວຽດນາມແມ່ນປະເທດສົ່ງອອກແຄ່ອັນດັບໜຶ່ງຂອງໂລກ

11:06 | 22/11/2023

ຍສໝ - ຫວຽດນາມ ເປັນປະເທດຜະລິດແຄ່ (ອົບເຊີຍ) ອັນດັບໜຶ່ງຂອງໂລກ ດ້ວຍເນື້ອທີ່ປະມານ 180.000 ເຮັກຕາ, ສ່ວນຫຼາຍແມ່ນຢູ່ເຂດພູດອຍທາງພາກເໜືອ ແລະ ທິດເໜືອທາງພາກກາງ...

ອາຊີບການປູກພືດຜັກ ຊາແຄ່ ຢູ່ ໂຮ້ຍອານ ໄດ້ຮັບການຮັບຮູ້ວ່າແມ່ນມໍລະດົກວັດທະນະທຳບໍ່ແມ່ນວັດຖຸແຫ່ງຊາດ ອາຊີບການປູກພືດຜັກ ຊາແຄ່ ຢູ່ ໂຮ້ຍອານ ໄດ້ຮັບການຮັບຮູ້ວ່າແມ່ນມໍລະດົກວັດທະນະທຳບໍ່ແມ່ນວັດຖຸແຫ່ງຊາດ
ໝາກແຄ່ນດີຕໍ່ສຸຂະພາບ ໝາກແຄ່ນດີຕໍ່ສຸຂະພາບ
ຫວຽດນາມແມ່ນປະເທດສົ່ງອອກແຄ່ອັນດັບໜຶ່ງຂອງໂລກ
ເປືອກແຄ່ສົດໄດ້ຕາກແຫ້ງກ່ອນປຸງແຕ່ງ. (ພາບ: TTXVN)

ໃນ​ປີ 2022, ແຄ່​ຂອງ​ຫວຽດນາມ​ກວມ​ເອົາ 18,2% ຂອງປະລິມານ​ຜະລິດຕະຜົນ, ​ແຕ່ກວມເອົາ 34,4% ຂອງ​ອັດຕາສ່ວນກວມ​ຕະຫຼາດ​ສົ່ງ​ອອກ​ແຄ່​​ຂອງ​ທົ່ວ​ໂລກ. ຫວຽດນາມ ກໍ່​ແມ່ນ​ປະ​ເທດ​ສົ່ງ​ອອກ​ແຄ່​ອັນ​ດັບ 1 ​ໃນ​ໂລກ ດ້ວຍ​ຍອດ​ມູນ​ຄ່າ​ກ່ວາ 292 ລ້ານ USD.

ຕາມ​ສະມາຄົມ​ໝາກ​ພິກ​ໄທ​ຫວຽດນາມ​ແລ້ວ, ຮອດ​ທ້າຍ​ເດືອນ​ຕຸລາ​ປີ 2023, ຫວຽດນາມ​ໄດ້​ສົ່ງ​ອອກ​ແຄ່​ໄດ້ 74.744 ​ໂຕນ, ດ້ວຍ​ຍອດ​ມູນ​ຄ່າ 220,3 ລ້ານ USD, ​ເພີ່ມ​ຂຶ້ນ 19,2% ກ່ຽວກັບປະລິມານ ​ເເຕ່ຫຼຸດ 1,3% ​ກ່ຽວກັບມູນຄ່າ​ເມື່ອທຽບ​ໃສ່ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ລາຄາ​ສົ່ງ​ອອກ​ແຄ່​ ສະເລ່ຍ​​​ໃນ 10 ​ເດືອນ​ ບັນລຸ 2.948 USD/​ໂຕນ, ຫຼຸດ​ລົງ 17,2% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2022.

ຕະຫຼາດ​ສົ່ງ​ອອກ​ຕົ້ນ​ຕໍ​ຂອງ​ແຄ່​ ຫວຽດ​ນາມ ​ແມ່ນ​ອິນ​ເດຍ, ກວມ​ເອົາ 43,9% ອັດຕາສ່ວນກວມຕະ​ຫຼາດ, ຖັດມາ​ແມ່ນ ອາ​ເມ​ລິ​ກາ, ບັງ​ກະ​ລາ​ເທດ...

ດີງເລື້ອງ

ເຫດການ
302 Found

Found

The document has moved here.