ຫວຽດນາມ​ ມີ​ຄວາມ​ສາມາດ​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ຕະຫຼາດ​ທີ່​ເຕີບ​ໂຕ​ໄວ​ທີ່​ສຸດ​ຢູ່​ອາຊີ

15:57 | 08/10/2023

ຍສໝ - ວັນ​ທີ 5 ຕຸລາ​ນີ້, ​ເວັບ​ໄຊ spglobal.com ຂອງ​ບໍລິສັດ​ວິ​ເຄາະ​ຕະຫຼາດ​ໂລກ S&P ທີ່​ມີ​ສຳນັກງານ​ຢູ່​ອາ​ເມ​ລິ​ກາ​ ໄດ້​ພິມ​ບົດ​ຄວາມ​ຊີ້​ໃຫ້​ເຫັນ​ວ່າ, ​ໃນ 5 ປີ​ຕໍ່ໜ້າ, ຫວຽດນາມ ຈະ​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ຕະຫຼາດ​ທີ່​ເຕີບ​ໂຕ​ໄວ​ທີ່​ສຸດ​ຢູ່​ອາຊີ.

ພິທີໄຂ ASIAD 19 : ກິລາອາຊີ ສ່ອງແສງກັບສີສັນວັດທະນະທຳ ພິທີໄຂ ASIAD 19 : ກິລາອາຊີ ສ່ອງແສງກັບສີສັນວັດທະນະທຳ
ຫວຽດນາມ - ສະຖານທີ່ທ່ອງທ່ຽວພົ້ນເດັ່ນໃໝ່ຂອງອາຊີຕາເວັນອອກສ່ຽງໃຕ້ ຫວຽດນາມ - ສະຖານທີ່ທ່ອງທ່ຽວພົ້ນເດັ່ນໃໝ່ຂອງອາຊີຕາເວັນອອກສ່ຽງໃຕ້

ໃນວັນທີ 5 ຕຸລາ, ເວບໄຊ spglobal.com ຂອງບໍລິສັດ ໄຈ້ແຍກຕະຫຼາດທົ່ວໂລກ S&P ທີ່ມີສຳນັກງານຕັ້ງຢູ່ ອາເມລິກາ ໄດ້ລົງບົດຂຽນ ຍົກອອກບັນດາຈຸດທີ່ສະແດງໃຫ້ເຫັນວ່າ ໃນ 5 ປີຈະມາເຖິງ, ຫວຽດນາມ ຈະກາຍເປັນໜຶ່ງໃນບັນດາຕະຫຼາດຫາກໍ່ພົ້ນເດັ່ນມີການເຕີບໂຕໄວສຸດຢູ່ພາກພື້ນ ອາຊີ.

ອີງ​ຕາມ S&P, ​ໃນ​ໄລຍະ​ກາງ, ​ເສດຖະກິດ​ຫວຽດນາມ ສືບ​ຕໍ່​ບັນທຶກ​ການ​ເຕີບ​ໂຕ​ຕົ້ນຕໍ​ຈຳນວນ​ໜຶ່ງ. ຕາມ​ນັ້ນ​ແລ້ວ, ຫວຽດນາມ ຈະ​ສືບ​ຕໍ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ລາຄາ​ແຮງ​ງານ​ການ​ຜະລິດ​ທີ່​ຕ່ຳ.

ຫວຽດນາມ​ ມີ​ຄວາມ​ສາມາດ​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ຕະຫຼາດ​ທີ່​ເຕີບ​ໂຕ​ໄວ​ທີ່​ສຸດ​ຢູ່​ອາຊີ

ເວັບ​ໄຊ spglobal.com ຂອງ​ບໍລິສັດ​ວິ​ເຄາະ​ຕະຫຼາດ​ໂລກ S&P ທີ່​ມີ​ສຳນັກງານ​ຢູ່​ອາ​ເມ​ລິ​ກາ​ ໄດ້​ພິມ​ບົດ​ຄວາມ​ຊີ້​ໃຫ້​ເຫັນ​ວ່າ, ​ໃນ 5 ປີ​ຕໍ່ໜ້າ, ຫວຽດນາມ ຈະ​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ຕະຫຼາດ​ທີ່​ເຕີບ​ໂຕ​ໄວ​ທີ່​ສຸດ​ຢູ່​ອາຊີ.

ຫວຽດນາມ ມີ​ກຳລັງ​ແຮງ​ງານ​ທີ່​ອຸດົມສົມບູນ ​ແລະ ​ໄດ້​ຮັບ​ການ​ຝຶກ​ອົບ​ຮົມ​ດີ​ ເມື່ອ​ທຽບ​ໃສ່​ກັບຫຼາຍ​ປະ​ເທດ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ​ເຮັດ​ໃຫ້​ຫວຽດນາມ​ກາຍ​ເປັນ​ສູນ​ຜະລິດ​ທີ່​ດຶງ​ດູດ​ຂອງ​ບັນດາ​ວິ​ສາ​ຫະກິດ​ຫຼາຍ​ປະ​ເທດ. ນອກ​ນີ້, ການ​ໃຊ້​ຈ່າຍ​ທຶນ​ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ​ຍ້ອນ​ບັນດາ​ວິ​ສາ​ຫະກິດ​ຫຼາຍ​ປະ​ເທດ​ສືບ​ຕໍ່​ລົງທຶນ​ຢູ່​ຫວຽດນາມ​ຢ່າງ​ຫຼວງ​ຫຼາຍ ​ແລະ ຫວຽດນາມ​ກໍ່​ຊຸກຍູ້​ການ​ໃຊ້​ຈ່າຍ​ເຂົ້າ​ໃນ​ພື້ນຖານ​ໂຄງ​ລ່າງ​ພາຍ​ໃນ​ປະ​ເທດ. ຄາດ​ວ່າ​ຂະ​ແໜງ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຈະ​ໄດ້​ຮັບ​ການ​ລົງທຶນ​ຢ່າງ​ແຂງ​ແຮງ​ໃນ​ຂະນະ​ທີ່​ເສດຖະກິດ​ສືບ​ຕໍ່​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ​ໃນ​ທົດ​ສະ​ວັດ​ຕໍ່ໜ້າ.

ຕາມ S&P ແລ້ວ, ໃນໄລຍະກາງ, ພື້ນຖານເສດຖະກິດ ຫວຽດນາມ ສືບຕໍ່ຮັບຮູ້ບາງກຳລັງໜູນເຕີບໂຕຕົ້ນຕໍ່. ຕາມນັ້ນແລ້ວ, ຫວຽດນາມ ຈະສືບຕໍ່ໄດ້ຮັບຜົນປະໂຫຍດຈາກຄ່າແຮງງານຕ່ຳພໍສົມຄວນ. ຫວຽດນາມ ມີກຳລັງແຮງງານຫຼາຍ ແລະ ໄດ້ບຳລຸງສ້າງເປັນຢ່າງດີເມື່ອທຽບໃສ່ຫຼາຍປະເທດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ເຮັດໃຫ້ ຫວຽດນາມ ກາຍເປັນສູນຜະລິດທີ່ດຶງດູດບັນດາກຸ່ມບໍລິສັດນາໆຊາດ. ຄາດວ່າ, ຂົງເຂດພື້ນຖານໂຄງລ່າງຈະໄດ້ລົງທຶນຢ່າງແຮງ ໃນຂະນະທີ່ພື້ນຖານເສດຖະກິດສືບຕໍ່ເຕີບໂຕສູງໃນທົດສະວັດຈະມາເຖິງ. S&P ຕີລາຄາວ່າ ບັນດາກຸ່ມບໍລິສັດນາໆຊາດພວມມີທ່າອ່ຽງຫັນລະບົບການສະໜອງການຜະລິດເປັນຫຼາຍຮູບຫຼາຍແບບ ເພື່ອຫລຸດຜ່ອນຄວາມສ່ຽງຍ້ອນການສະໜອງຖືກຕັດຕອນໃນສະພາບພູມສາດການເມືອງໃນປະຈຸບັນ. ຫວຽດນາມ ແມ່ນໜຶ່ງໃນບັນດາສະຖານທີ່ນິຍົມຂອງບັນດາວິສາຫະກິດ ສ ເກົາຫຼີ ແລະ ຍີ່ປຸ່ນ ທີ່ເລືອກເຟັ້ນເພື່ອເຄື່ອຍຍ້າຍການຜະລິດມາຍັງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.

ຫວຽດນາມ​ ມີ​ຄວາມ​ສາມາດ​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ຕະຫຼາດ​ທີ່​ເຕີບ​ໂຕ​ໄວ​ທີ່​ສຸດ​ຢູ່​ອາຊີ

ກຳ​ປັ່ນ​ບັນທຸກ​ສິນຄ້າ K-LINE ​ເຂົ້າ​ຈອດ​ຢູ່​ທ່າ​ກຳ​ປັ່ນເຕີນວູ້, ນະຄອນຫາຍຢຝ່ອງ.

ດ້ວຍ​ການ​ຄາດ​ຄະ​ເນ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ທີ່​ສູງ​ໃນ​ທົດ​ສະ​ວັດ​ຈະ​ມາ​ເຖິງ, GDP ຂອງ​ຫວຽດນາມ ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ​ຈາກ 410 ຕື້ USD ​ໃນ​ປີ 2022 ຂຶ້ນ​ເປັນ 500 ຕື້ USD ​ໃນ​ປີ 2025 ​ແລະ ​ເພີ່ມ​ຂຶ້ນ​ເປັນ 750 ຕື້ USD ​ໃນ​ປີ 2030. ນີ້​ໝາຍ​ຄວາມ​ວ່າ GDP ຂອງ ຫວຽດນາມ ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ, ຈາກ 4.150. USD/ປີ ​ໃນ​ປີ 2022 ​ເປັນ 5.000 USD/ປີ ​ໃນ​ປີ 2025 ​ແລະ 7.300 USD/ປີ ​ໃນ​ປີ 2030, ​ເຊິ່ງຈະ​ຊ່ວຍ​ຂະຫຍາຍ​ຂອບ​ເຂດ​ຕະຫຼາດ​ຜູ້​ບໍລິ​ໂພ​ກ​ພາຍ​ໃນ​ຫວຽດນາມ.

S&P ເຊື່ອ​ໝັ້ນ​ວ່າ, ບົດບາດ​ຂອງ​ຫວຽດນາມ ​ໃນ​ຖານະ​ເປັນ​ສູນ​ຜະລິດ​ຕົ້ນ​ທຶນ​ຕ່ຳ​ຍັງ​ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ໃນ​ຂະນະ​ທີ່​ບັນດາ​ຂະ​ແໜງ​ການ​ສຳຄັນ​ໃນ​ປະຈຸ​ບັນ​ໄດ້​ເຕີບ​ໂຕ​ຂຶ້ນ​ຕື່ມ, ພິ​ເສດ​ແມ່ນ​ເຄື່ອງ​ຕ່ຳ​ແຜ່ນ​ຕັດຫຍິບ. ອຸດສາຫະກໍາໃຫມ່ເຊັ່ນ: ລົດໃຫຍ່ແລະ petrochemicals ແມ່ນເພີ່ມຂຶ້ນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.