ງານມະໂຫລານຟິມຮູບເງົາ Cannes 2023: ເຈິ່ງແອັງຮູ່ງ ຍາດໄດ້ລາງວັນຜູ້ກຳກັບການສະແດງທີ່ດີເດັ່ນ | |
ຫວຽດນາມ ແລະ ຍີ່ປຸ່ນ ຍູ້ແຮງການຮ່ວມມືດ້ານຮູບເງົາ |
ງານມະໂຫລານຮູບເງົາສາກົນອາຊຽນ (AIFFA 2023) ໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 4 ສິງຫານີ້ ຢູ່ເກາະກູຊິງ (ຊາຣາວາກ, ປະເທດມາເລເຊຍ).
ຕົວລະຄອນ Kim Bao ໂດຍ Kim B ສະແດງໃນຮູບເງົາ “ຄ່ຳຄືນທີ່ຮຸ່ງເຮືອງເຫຼືອງເຫຼື້ອມ” ແມ່ນຕົວລະຄອນທຳອິດທີ່ນາງສວມບົດ ໃນຂົງເຂດຮູບເງົາ. ກ່ອນໜ້ານັ້ນ, Kim B ບໍ່ແມ່ນນັກສະແດງເປັນມືອາຊີບ, ເຊິ່ງເປັນນັກຊ່ຽວຊານໃນການແຕ່ງກາຍ ແລະ ເຄີຍແຕ່ງກາຍໃຫ້ຫຼາຍໂຄງການຮູບເງົາທີ່ມີຊື່ສຽງ ໂດຍໄດ້ຖ່າຍທຳຢູ່ ຫວຽດນາມ.
![]() |
ຮູບເງົາ “ຄ່ຳຄືນທີ່ຮຸ່ງເຮືອງເຫຼືອງເຫຼື້ອມ” ມີເນື້ອໃນກ່ຽວກັບການໃຊ້ຄວາມຮຸນແຮງໃນຄອບຄົວຢູ່ ຫວຽດນາມ ໂດຍນັກກຳກັບການສະແດງຊາວ ອາເມລິກາ Aaron Toronto ພ້ອມກັບພັນລະຍາ ນັກສະແດງ Nha Uyen ພ້ອມທັງເປັນນາງເອກຂອງຮູບເງົາດັ່ງກ່າວ ແລະ ທັງເປັນຜູ້ແຕ່ງຮູບເງົາ. ນັກກຳກັບ Aaron Toronto ໄດ້ດຳລົງຊີວິດຢູ່ ຫວຽດນາມ ມາເປັນເວລາ 16 ປີ ແລະ ມີການຄົ້ນຄວ້າກ່ຽວກັບປະເພນີຈັດງານສົບຂອງຊາວພາກໃຕ້ ຫວຽດນາມ ມາຫຼາຍປີ ກ່ອນທີ່ປະຕິບັດຮູບເງົາດັ່ງກ່າວ.
ຄຳຮຸ່ງ