ພິທີສະເຫລີມສະຫລອງຄູ່ຮ່ວມພັດທະນາ ລະຫວ່າງ ອິນເດຍ ແລະ ສປປ ລາວ

12:50 | 10/10/2023

ຍສໝ - ສະຖານເອກອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ ຈັດງານລ້ຽງສະເຫລີມສະຫລອງ ຄູ່ຮ່ວມພັດທະນາ ລະຫວ່າງ ອິນເດຍ-ສປປ ລາວ ແລະ ໂຄງການການຮ່ວມມື ດ້ານເຕັກນິກ-ເສດຖະກິດ ອິນເດຍ (ITEC) ໃນວັນທີ 6 ຕຸລາ 2023 ທີ່ນະຄອນຫລວງວຽງຈັນ ເພື່ອເປັນການ ພົບປະແລກ ປ່ຽນປະສົບການ ກັບບັນດາສິດເກົ່ານັກສາສຶກ ໂຄງການ ITEC ແລະ ການສະໜອງທຶນ ການສຶກສາໄລຍະຍາວ (ICCR).

ການສົ່ງເສີມການເປີດຖ້ຽວບິນໂດຍກົງ ຈາກດານັງ ໄປອິນເດຍ ຕື່ມອີກ ການສົ່ງເສີມການເປີດຖ້ຽວບິນໂດຍກົງ ຈາກດານັງ ໄປອິນເດຍ ຕື່ມອີກ
ຫວຽດນາມ ແລະ ອິນເດຍ ຊຸກຍູ້ການຮ່ວມມືດ້ານຜະລິດຕະພັນກະເສດ ແລະ ປຸງແຕ່ງສະບຽງອາຫານ ຫວຽດນາມ ແລະ ອິນເດຍ ຊຸກຍູ້ການຮ່ວມມືດ້ານຜະລິດຕະພັນກະເສດ ແລະ ປຸງແຕ່ງສະບຽງອາຫານ

ທ່ານ ພຸດ ສິມມາລະວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ກ່າວວ່າ: ການສ້າງຕັ້ງສາຍພົວພັນດ້ານການທູດ ລະຫວ່າງ ລາວ-ອິນເດຍ ສ້າງຕັ້ງຂຶ້ນຕັ້ງແຕ່ປີ 1956, ມີການແລກຢປ່ຽນຢ້ຽມຢາມ ການນຳລະດັບສູງ ລະຫວ່າງສອງປະເທດ, ຮ່ວມແບ່ງປັນສາຍພົວພັນ ມິດຕະພາບ ທີ່ຍາວນານ ແລະ ຕ່າງຝ່າຍຕ່າງຊ່ວຍເຫລືອເຊິ່ງກັນ ແລະ ກັນ. ໄລຍະຜ່ານມາ, ລັດຖະບານອິນເດຍ ໄດ້ຊ່ວຍເຫລືອ ສປປ ລາວ ໃນການພັດທະນາ ເສດຖະກິດ-ສັງຄົມ, ຍົກລະດັບຄວາມສາມາດ ແລະ ພັດທະນາ ຊັບພະຍາກອນມະນຸດ ພາຍໃຕ້ໂຄງການ ການຮ່ວມມືດ້ານເຕັກນິກ ແລະ ເສດຖະກິດ ອິນເດຍ. ພ້ອມທັງ ສະໜອງທຶນໄລຍະສັ້ນ, ໄລຍະຍາວ ລວມທັງໃນລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ໃຫ້ແກ່ນັກສຶກສາ ແລະ ພະນັກງານ-ລັດ ຖະກອນລາວ ເພື່ອຝຶກອົບຮົມ ໃນຫລັກສູດຕ່າງໆ ຢູ່ປະເທດອິນເດຍ ຕິດພັນກັບການຊ່ວຍເຫລືອ ຮ່ວມມືດ້ານເຕັກນິກ ແລະ ວິຊາການ ເພື່ອສົ່ງເສີມ ແລະ ສ້າງຄວາມເຂັ້ມແຂງ ດ້ານການພັດທະນາ ຊັບພະຍາກອນມະນຸດຂອງລາວ.

ພິທີສະເຫລີມສະຫລອງຄູ່ຮ່ວມພັດທະນາ ລະຫວ່າງ ອິນເດຍ ແລະ ສປປ ລາວ

ພິທີສະເຫລີມສະຫລອງຄູ່ຮ່ວມພັດທະນາ ລະຫວ່າງ ອິນເດຍ ແລະ ສປປ ລາວ

ທ່ານ ປຣາຊານ ອາກຣາວາລ (Prashant Agrawal) ເອກອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ ໄດ້ໃຫ້ຮູ້ວ່າ: ປະເທດອິນເດຍ ແລະ ປະເທດລາວ ໄດ້ຮ່ວມປະຫວັດສາດການເຊື່ອມໂຍງ ດ້ານສາສະໜາ, ວັດທະນາທຳ ແລະ ການເຊື່ອມໂຍງລະຫວ່າງປະຊາຊົນ ກັບປະຊາຊົນ ທີ່ຍາວ ນານກວ່າ 2.500 ປີ. ການສ້າງຕັ້ງສາຍພົວພັນ ທາງດ້ານການທູດຕັ້ງແຕ່ປີ 1956 ລະຫວ່າງສອງປະເທດຂອງພວກເຮົາ. ການຮ່ວມມື ດ້ານພັດທະນາ ປະເທດອິນເດຍ ກັບ ສປປ ລາວ ປະກອບມີ 3 ພາກສ່ວນຫລັກກໍຄື: ໂຄງການຝຶກອົບຮົມ ການສ້າງຄວາມອາດສາມາດ ແລະ ຍົກລະດັບບຸກຄະລາ ກອນທີ່ມີຊື່ວ່າ ໂຄງການຮ່ວມມືດ້ານເຕັກນິກ ແລະ ເສດຖະກິດອິນເດຍ ແລະ ການສະໜອງທຶນ ການສຶກສາໄລຍະຍາວ, ໂຄງການວົງ ເງິນສິນເຊື່່ອ (LOC) ຫລື ເງິນກູ້ດອກເບ້ຍຕໍາ, ການສ້າງສູນຝຶກອົບຮົມ ພາສາອັງກິດລາວ-ອິນເດຍ, ສູນຝຶກອົບຮົມ ແລະ ພັດທະນາ ຊອບແວ ລາວ-ອິນເດຍ ແລະ ສູນພັດທະນາ ຜູ້ປະກອບກິດຈະການ ລາວ-ອິນເດຍ. ພ້ອມກັນນັ້ນ, ຍັງມີໂຄງການອະນຸລັກ ບູລະນະຟື້ນຟູເມືອງມໍລະດົກ ທີ່ຮັບຮອງໂດຍອົງການ UNESCO ເຊັ່ນ: ວັດພູຈຳປາສັກ ໂດຍຜູ້ຊ່ຽວຊານນັກສຳຫລວດ ດ້ານບູຮານນະຄະດີ ພາຍໃຕ້ໂຄງການ ITEC ອີກດ້ວຍ.

ໂຄງການການຝຶກອົບຮົມ ການສ້າງຄວາມອາດສາມາດ ແລະ ຍົກລະດັບບຸກຄະລາກອນ ITEC ແມ່ນເລີ່ມຂຶ້ນຕັ້ງ ແຕ່ເດືອນກັນຍາ 1964 ມີຈຸດປະສົງ ແບ່ງປັນປະສົບການ ແລະ ພັດທະນາ ໃຫ້ແກ່ບັນດາປະເທດ ກຳລັງພັດທະນາ ບົນຫລັກການການຮ່ວມມື ແລະ ຄູ່ຮ່ວມພັດທະນາ ຕ່າງຝ່າຍຕ່າງ ໄດ້ຮັບຜົນປະໂຫຍດ ທີ່ສາມາດຍົກລະດັບທັກສະເປົ້າໝາຍ ຄວາມອາດສາມາດ ໃນການພັດທະນາອາຊີບ ຂອງພະນັກງານ ທີ່ກ່ຽວຂ້ອງກັບ ໜ້າວຽກທີ່ ຕົນເອງຮັບຜິດຊອບ. ປັດຈຸບັນ ມີພະນັກງານ ແລະ ນັກສຶກສາລາວຫລາຍກວ່າ 1.500 ຄົນ ໄດ້ເຂົ້າຮ່ວມໂຄງການດັ່ງກ່າວ. ປະເທດອິນເດຍຈະສືບຕໍ່ ເປັນຄູ່ຮ່ວມພັດທະນາກັບ ສປປ ລາວ ແລະ ຫວັງຢ່າງຍິ່ງວ່ານັກສຶກສາ, ພະນັກງານ-ລັດຖະກອນ ແລະ ອາຈານ ລາວ ຈະເຂົ້າຮ່ວມໂຄງການດັ່ງກ່າວ ຫລາຍຍິ່ງຂຶ້ນໃນອະນາຄົດ, ເຊິ່ງພາກສ່ວນຝຶກອົບຮົມປະກອບມີ: ປັນຍາປະດິດ (AI), ຫຸ່ນຍົນ, ການສ້າງພື້ນຖານ ໂຄງລ່າງດີຈິຕອນ ແລະ ອາວະກາດ.

ໃນໂອກາດດຽວກັນ, ທ່ານທູດ ປຣາຊານ ອາກຣາວາລ ຕາງໜ້າໃຫ້ລັດຖະບານອິນເດຍ ມອບປີ້ຍົນໃຫ້ນັກສາສຶກ ແລະ ພະນັກງານຂອງລາວ ທີ່ໄດ້ທຶນ ໄປຝຶກອົບຮົມໄລຍະສັ້ນ ຢູ່ນ້ອຍດາ ປະເທດອິນເດຍ ຈຳນວນ 5 ຄົນຕື່ມອີກ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.