ນ້ຳຕົກຕາດ ກອນບົງ ສວຍງາມຈັບໃຈ ໃນລະດູໃບໄມ້ຫຼົ່ນ

11:48 | 19/10/2023

ຍສໝ - ນ້ຳຕົກຕາດ ກອນບົງ (ຕາແສງດັກຣົງ, ເມືອງ Kbang, ແຂວງ ຢາລາຍ ) ສວຍງາມຄືດັ່ງຮູບແຕ້ມສີນ້ຳ ທີ່ໄດ້ແຕ້ມຢູ່ໃຕ້ປາກກາທີ່ສວຍງາມຂອງທຳມະຊາດ, ເຮັດໃຫ້ນັກທ່ອງທ່ຽວຫຼາຍຄົນຕົກຫລຸມຮັກ...

ນ້ຳຕົກຕາດ ກອນບົງ ສວຍງາມຈັບໃຈ ນ້ຳຕົກຕາດ ກອນບົງ ສວຍງາມຈັບໃຈ
ນ້ຳຕົກຕາດ ບ໋ານຢົກ - ນ້ຳຕົກຕາດທີ່ໃຫຍ່ໂຕມະໂຫຖານ ອັນດັບໜຶ່ງ ຢູ່ອາຊີຕາເວັນອອກສ່ຽງໃຕ້ ນ້ຳຕົກຕາດ ບ໋ານຢົກ - ນ້ຳຕົກຕາດທີ່ໃຫຍ່ໂຕມະໂຫຖານ ອັນດັບໜຶ່ງ ຢູ່ອາຊີຕາເວັນອອກສ່ຽງໃຕ້

ປະຊາຊົນໃນເມືອງ KBang ເອີ້ນວ່ານ້ຳຕົກຕາດ ກອນບົງ ເພາະວ່ານ້ຳຕົກຕາດແຫ່ງນີ້ ຂຶ້ນກັບບ້ານ ກອນບົງ 1 ແລະບ້ານ ກອນບົງ 2. ໃນສະໄກ່ອນ, ບ້ານດັ່ງກ່າວມີເດັກຍິງຜິວຂາວ, ງາມ ແລະມີຄວາມອ່ອນໂຍນຄືກັບນໍ້າຕົກນີ້. ທຸກ ມື້ນາງໄປອາບທີ່ນ້ຳຕົກຕາດນີ້, ສະນັ້ນຊາວບ້ານຈຶ່ງຕັ້ງຊື່ນ້ຳຕົກຕາດແມ່ນ ກອນບົງ.

ນ້ຳຕົກຕາດ ກອນບົງ ສວຍງາມຈັບໃຈ ໃນລະດູໃບໄມ້ຫຼົ່ນ

ຊາວ Bah Nar ຍັງເອີ້ນນ້ຳຕົກຕາດ ກອນບົງ ວ່ານ້ຳຕົກຕາດສາມຊັ້ນ, ເພາະວ່ານ້ຳໄຫຼລົງມາໃສ່ຫີນສາມຂັ້ນ, ຄ້າຍຄືກັບບັນດາສາຍແພໄໝສີຂາວທີ່ອ່ອນໂຍນ. ນ້ຳຕົກຕາດແຫ່ງນີ້ເປັນບ່ອນລີ້ລັບຂອງສິ່ງສັກສິດ. ນ້ຳຕົກຕາດແຫ່ງນີ້ຖືກອ້ອມຮອບໄປດ້ວຍບັນດາຜາຫີນແລະຕົ້ນໄມ້ບູຮານ, ປະກອບສ່ວນເຮັດໃຫ້ນ້ຳຕົກຕາດງົດງາມ ແລະມີຄວາມລຶກລັບ.

ນັກທ່ອງທ່ຽວທີ່ຕ້ອງການໄປນ້ຳຕົກຕາດກອນບົງ ຕ້ອງຜ່ານເສັ້ນທາງ 65 ກິໂລແມັດຈາກໃຈກາງເມືອງ KBang. ນ້ຳຕົກຕາດ ກອນບົງ ມີຄວາມສູງ 40 ແມັດ, ກວ້າງເກືອບ 25 ແມັດ.

ນັກທ່ອງທ່ຽວສາມາດຈັດການ picnic, ຕັ້ງຄ້າຍ, ສະຖານທີ່ລະຫຼິ້ນບັນເທີງຕ່າງໆຢູ່ອ້ອມຮອບຕີນຂອງນໍ້າຕົກຕາດ, ເທິງແຜ່ນຫີນໃຫຍ່ທີ່ກະຈາຍໄປທົ່ວເຂດນັ້ນ.

ໃນລະດູແລ້ງ, ນ້ຳຕົກຕາດ ກອນບົງ ມີນ້ຳໜ້ອຍ, ນັກທ່ອງທ່ຽວສາມາດຂຶ້ນໄປເທິງສຸດຂອງຫໍ ເພື່ອບັນທຶກຮູບພາບທີ່ສວຍງາມ, ສຳຜັດກັບຄວາມງາມຂອງນ້ຳໍຕົກຕາດຢ່າງເຕັມທີ່.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.