ຫໍພິພິທະພັນຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ: ສະຖານທີ່ເກັບຮັກສາປະຫວັດສາດຜ່ານຮູບພາບ

00:00 | 01/11/2023

ຍສໝ - ຫໍພິພິທະພັນຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ ໄດ້ເລີ່ມລົງມືກໍ່ສ້າງໃນວັນທີ 28 ກໍລະກົດ 2007 ແລະເປີດສະຫຼອງນຳໃຊ້ໃນວັນທີ 12 ທັນວາ 2012 ດ້ວຍເນື້ອທີ່ກໍ່ສ້າງກວ່າ 3 ເຮັກຕາ.

ໂຄງການຫໍສະພາແຫ່ງຊາດລາວ ຫຼັງໃໝ່ແມ່ນສັນຍາລັກ, ແມ່ນແບບຢ່າງກ່ຽວກັບນໍ້າໃຈສາມັກຄີແບບພິເສດທີ່ມີຊີວິດຊີວາລະຫວ່າງລາວ ແລະຫວຽດນາມ ໂຄງການຫໍສະພາແຫ່ງຊາດລາວ ຫຼັງໃໝ່ແມ່ນສັນຍາລັກ, ແມ່ນແບບຢ່າງກ່ຽວກັບນໍ້າໃຈສາມັກຄີແບບພິເສດທີ່ມີຊີວິດຊີວາລະຫວ່າງລາວ ແລະຫວຽດນາມ
ໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ ແມ່ນຫຼັກຖານຕົວຈິງ, ປະກອບສ່ວນສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນທີ່ສະໜິດຕິດພັນລະຫວ່າງສອງປະເທດຫວຽດນາມ ແລະລາວ ໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ ແມ່ນຫຼັກຖານຕົວຈິງ, ປະກອບສ່ວນສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນທີ່ສະໜິດຕິດພັນລະຫວ່າງສອງປະເທດຫວຽດນາມ ແລະລາວ

ຫໍພິພິທະພັນຮ່ວມພັນສໍາພັນສູ້ຮົບ ລາວ-ຫວຽດນາມ ຕັ້ງຢູ່ບ້ານດົງ, ເມືອງເຊໂປນ, ແຂວງສະຫວັນນະເຂດ ພາກໃຕ້ຂອງລາວ ເປັນສະຖານທີ່ວາງສະແດງວັດຖຸພັນ, ຮູບພາບນັບຫຼາຍຮ້ອຍຢ່າງກ່ຽວກັບເສັ້ນທາງເລກ 9 - ພາກໃຕ້ລາວ; ຮູບພາບທະຫານຮ່ວມສໍາພັນສູ້ຮົບຫວຽດນາມ - ລາວ ຂົນສົ່ງວັດຖຸອຸປະກອນການທະຫານ, ທັນຍາຫານ ແລະອາວຸດເພື່ອຮັບໃຊ້ບັ້ນຮົບ ກໍ່ຄືນ້ຳໃຈຄວາມຮັກແພງທີ່ສະໜິດແໜ້ນໝັ້ນແກ່ນຂອງປະຊາຊົນ ແລະກຳລັງປະກອບອາວຸດສອງປະເທດ ລາວ - ຫວຽດນາມ.

ຫໍພິພິທະພັນຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ: ສະຖານທີ່ເກັບຮັກສາປະຫວັດສາດຜ່ານຮູບພາບ

ຫໍພິພິທະພັນຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ ໄດ້ເລີ່ມລົງມືກໍ່ສ້າງໃນວັນທີ 28 ກໍລະກົດ 2007 ແລະເປີດສະຫຼອງນຳໃຊ້ໃນວັນທີ 12 ທັນວາ 2012 ດ້ວຍເນື້ອທີ່ກໍ່ສ້າງກວ່າ 3 ເຮັກຕາ. ພາບ: vov.vn

ຫໍພິພິທະພັນຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ: ສະຖານທີ່ເກັບຮັກສາປະຫວັດສາດຜ່ານຮູບພາບ

ລະບົບການວາງສະແດງຂອງຫໍພິພິທະພັນຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ ລວມມີການວາງສະແດງຢູ່ໃນຫໍພິພິທະພັນ ແລະກາງແຈ້ງ. ຈຸດປະສົງໃນການຈັດການວາງສະແດງກາງແຈ້ງແມ່ນເພື່ອແນໃສ່ເພີ່ມເຕີມໃຫ້ລະບົບການວາງສະແດງພາຍໃນຫໍພິພິທະພັນ, ສ້າງລະບົບການວາງສະແດງທີ່ສົມບູນແບບຂອງຫໍພິພິທະພັນ, ສ້າງເປັນສະຖານທີ່ວັດທະນະທໍາທີ່ມີຊີວິດຊີວາ, ດຶງດູດໃຈດ້ວຍບັນດາວັດຖຸພັນທີ່ມີຄວາມໝາຍປະຫວັດສາດອັນລ້ຳຄ່າທີ່ສຸດ, ລວມທັງວັດຖຸພັນ ແລະສິ່ງຂອງທີ່ຢຶດມາໄດ້ຈາກສັດຕູໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງ ແລະຈັກກະພັດອາເມລິກາ. ພາບ: vov.vn

ຫໍພິພິທະພັນຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ: ສະຖານທີ່ເກັບຮັກສາປະຫວັດສາດຜ່ານຮູບພາບ

ການວາງສະແດງຢູ່ພາຍໃນຫໍພິພິທະພັນລວມມີຮູບພາບ, ວັດຖຸພັນ, ເອກະສານ... ຜ່ານ 6 ຫົວເລື່ອງຄື: ປະຫວັດສາດກ່ຽວກັບເສັ້ນທາງເລກ 9 - ພາກໃຕ້ລາວ; ການລຸກຮືຂຶ້ນຕໍ່ສູ້ຂອງປະຊາຊົນລາວ; ແຜນການສູ້ຮົບ ແລະຈັດຕັ້ງກຳລັງຕໍ່ຕ້ານຂອງກອງທັບປະຊາຊົນລາວ ແລະຫວຽດນາມ; ເສັ້ນທາງເລກ 9-ພາກໃຕ້ລາວ; ຜົນແຫ່ງໄຊຊະນະຂອງກອງທັບປະຊາຊົນລາວ ແລະຫວຽດນາມ; ນໍ້າໃຈສາມັກຄີມິດຕະພາບ ແລະການຮ່ວມມືຮອບດ້ານລະຫວ່າງສອງຊາດ ລາວ-ຫວຽດນາມ. ພາບ: vov.vn

ຫໍພິພິທະພັນຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ: ສະຖານທີ່ເກັບຮັກສາປະຫວັດສາດຜ່ານຮູບພາບ

ເຂດວາງສະແດງກ່ຽວກັບນໍ້າໃຈສາມັກຄີມິດຕະພາບ ແລະການຮ່ວມມືຮອບດ້ານລະຫວ່າງສອງຊາດລາວ ແລະຫວຽດນາມ. ພາບ: vov.vn

ຫໍພິພິທະພັນຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ: ສະຖານທີ່ເກັບຮັກສາປະຫວັດສາດຜ່ານຮູບພາບ

ບັ້ນຮົບຢູ່ເສັ້ນທາງເລກ 9-ພາກໃຕ້ລາວ. ພາບ: vov.vn

ຫໍພິພິທະພັນຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ: ສະຖານທີ່ເກັບຮັກສາປະຫວັດສາດຜ່ານຮູບພາບ

ແຕ່ລະປີ, ຫໍພິພິທະພັນ ໄດ້ຕ້ອນຮັບນັກທ່ອງທ່ຽວທັງຢູ່ພາຍໃນ ແລະຕ່າງປະເທດນັບໝື່ນຄົນ ມາຢ້ຽມຢາມ ແລະທັດສະນະສຶກສາ. ໃນພາບ: ສະຫາຍ ພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ຢ້ຽມຢາມຫໍພິພິທະພັນ ເນື່ອງໃນໂອກາດເຂົ້າຮ່ວມງານພົບປະແລກປ່ຽນມິດຕະພາບວຽກງານປ້ອງກັນຊາດເຂດຊາຍແດນຫວຽດນາມ - ລາວ ຄັ້ງທີ 1. ພາບ: vov.vn

ບາງຮູບພາບ ແລະວັດຖຸພັນຢູ່ຫໍພິພິທະພັນ:

ຫໍພິພິທະພັນຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ: ສະຖານທີ່ເກັບຮັກສາປະຫວັດສາດຜ່ານຮູບພາບ

ສັດຕູໄດ້ຖືກທະຫານ ລາວ-ຫວຽດນາມ ຈັບຕົວຢູ່ຖານທັບຂອງພວກມັນ. ພາບ: vov.vn

ຫໍພິພິທະພັນຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ: ສະຖານທີ່ເກັບຮັກສາປະຫວັດສາດຜ່ານຮູບພາບ

ສະຫາຍ ດົ່ງສີງວຽນ ລາຍງານໃຫ້ພົນເອກ ຫວໍງວຽນຢາບ ຮັບຊາບກ່ຽວກັບແຜນການບຸກໂຈມຕີສັດຕູ ໃນບັ້ນຮົບຢູ່ເສັ້ນທາງເລກ 9 ປີ 1971. ພາບ: vov.vn

ຫໍພິພິທະພັນຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ: ສະຖານທີ່ເກັບຮັກສາປະຫວັດສາດຜ່ານຮູບພາບ

ສະຫາຍ ໄກສອນ ພົມວິຫານ ລົງຢ້ຽມຢາມທະຫານຫວຽດນາມ. ພາບ: vov.vn

ຫໍພິພິທະພັນຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ: ສະຖານທີ່ເກັບຮັກສາປະຫວັດສາດຜ່ານຮູບພາບ

ການພົບປະລະຫວ່າງຄະນະຜູ້ແທນພັກແຮງງານຫວຽດນາມ ແລະຄະນະຜູ້ແທນພັກປະຊາຊົນລາວ ຢູ່ຮ່າໂນ້ຍ ໃນເດືອນສິງຫາ 1971. ພາບ: vov.vn

ຫໍພິພິທະພັນຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ: ສະຖານທີ່ເກັບຮັກສາປະຫວັດສາດຜ່ານຮູບພາບ

ລະເບີດ ແລະວັດຖຸລະເບີດທີ່ພວກຈັກກະພັດອາເມລິກາ ນໍາໃຊ້ເພື່ອທຳລາຍເຂດປົດປ່ອຍເຊໂປນ. ພາບ: vov.vn

ຫໍພິພິທະພັນຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ: ສະຖານທີ່ເກັບຮັກສາປະຫວັດສາດຜ່ານຮູບພາບ

ລູກປືນໃຫຍ່ ແລະໝາກມີນ ຂອງກອງທັບລາວ-ຫວຽດນາມ. ພາບ: vov.vn

ຫໍພິພິທະພັນຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ: ສະຖານທີ່ເກັບຮັກສາປະຫວັດສາດຜ່ານຮູບພາບ

ອາວຸດຍຸດໂທປະກອນຂອງກອງທັບລາວ-ຫວຽດນາມ ທີ່ນຳໃຊ້ໃນບັ້ນຮົບເສັ້ນທາງເລກ 9 ປີ 1971. ພາບ: vov.vn

ຫໍພິພິທະພັນຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ: ສະຖານທີ່ເກັບຮັກສາປະຫວັດສາດຜ່ານຮູບພາບ

ອາວຸດ ແລະວັດຖຸອຸປະກອນການທະຫານຂອງພວກລູກແຫຼ້ງຕີນມື ຈັກກະພັດອາເມລິກາ ຖືກກອງທັບລາວ-ຫວຽດນາມ ຢຶດມາໄດ້ໃນບັ້ນຮົບເສັ້ນທາງເລກ 9 ປີ 1971. ພາບ: vov.vn

ບູນມີ

ເຫດການ
302 Found

Found

The document has moved here.