ພິທີໄຂເວທີປາໄສທາງປັນຍາຊົນຫວຽດນາມ ຢູ່ ຍີ່ປຸ່ນ

10:27 | 16/10/2023

ຍສໝ - ນີ້​ແມ່ນ​ກອງ​ປະຊຸມ​ສຳ​ມະ​ນາ​ທີ່​ຈັດ​ຂຶ້ນ​ໃນ​ທຸກໆ 2 ປີ, ໄດ້​ຮັບ​ການ​ສ້າງ​ຕັ້ງ​ໂດຍ 3 ອົງການ​ເປັນສັນຍະລັກ, ຄື: ເຄືອ​ຂ່າຍ​ນັກ​ສຶກສາ ຫວຽດນາມ ຢູ່ ຍີ່ປຸ່ນ (VANJ), ປະຊາ​ຄົມ​ບັນດາ​ນັກ​ຊ່ຽວຊານ ຫວຽດນາມ ຢູ່ ຍີ່ປຸ່ນ (VPJ) ​ແລະ ສະມາຄົມ​ຊາວ​ໜຸ່ມ, ນັກ​ສຶກສາຫວຽດນາມຢູ່ຍີ່ປຸ່ນ (VYSA).

ປະຊາຄົມຊາວຫວຽດນາມ ຢູ່ ຍີ່ປຸ່ນ ປາດຖະໜາຢາກຮ່ວມມື ແລະ ສ້າງແຜນການພັດທະນານະຄອນ ໂຮ່ຈີມິນ ປະຊາຄົມຊາວຫວຽດນາມ ຢູ່ ຍີ່ປຸ່ນ ປາດຖະໜາຢາກຮ່ວມມື ແລະ ສ້າງແຜນການພັດທະນານະຄອນ ໂຮ່ຈີມິນ
ຍີ່ປຸ່ນ​ ອຸປະຖໍາ​ກວ່າ 1,6 ລ້ານ USD ​ໃຫ້ 9 ​ໂຄງການ​ຢູ່ ຫວຽດນາມ ຍີ່ປຸ່ນ​ ອຸປະຖໍາ​ກວ່າ 1,6 ລ້ານ USD ​ໃຫ້ 9 ​ໂຄງການ​ຢູ່ ຫວຽດນາມ

ນີ້​ແມ່ນ​ກອງ​ປະຊຸມ​ສຳ​ມະ​ນາ​ທີ່​ຈັດ​ຂຶ້ນ​ໃນ​ທຸກໆ 2 ປີ, ໄດ້​ຮັບ​ການ​ສ້າງ​ຕັ້ງ​ໂດຍ 3 ອົງການ​ເປັນສັນຍະລັກ, ຄື: ເຄືອ​ຂ່າຍ​ນັກ​ສຶກສາ ຫວຽດນາມ ຢູ່ ຍີ່ປຸ່ນ (VANJ), ປະຊາ​ຄົມ​ບັນດາ​ນັກ​ຊ່ຽວຊານ ຫວຽດນາມ ຢູ່ ຍີ່ປຸ່ນ (VPJ) ​ແລະ ສະມາຄົມ​ຊາວ​ໜຸ່ມ, ນັກ​ສຶກສາຫວຽດນາມຢູ່ຍີ່ປຸ່ນ (VYSA).

ເວທີປາໄສປັນຍາຊົນຫວຽດນາມ ປະຈຳ ຍີ່ປຸ່ນ ປີນີ້ ດ້ວຍຫົວຂໍ້ “ກະແສຍຸກສະໄໝ - ມຸ່ງໄປເຖິງອະນາຄົດ” ເນັ້ນໜັກເຖິງຄວາມສຳຄັນຂອງການປະເຊີນໜ້າກັບການປ່ຽນແປງ, ຜ່ານຜ່າສິ່ງທ້າທາຍ ແລະ ການຮ່ວມມືກໍ່ສ້າງ ເພື່ອສ້າງອະນາຄົດອັນດີງາມຂອງ ຫວຽດນາມ ແລະ ຍີ່ປຸ່ນ.

ພິທີໄຂເວທີປາໄສທາງປັນຍາຊົນຫວຽດນາມ ຢູ່ ຍີ່ປຸ່ນ
ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ຟ້າມກ່ວາງຫ້ຽວ ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ

ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ຟ້າມກ່ວາງຫ້ຽວ ​ເນັ້ນ​ໜັກ​ວ່າ: ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ປະຊາ​ຄົມ​ຊາວຫວຽດນາມ ຢູ່ ຍີ່ປຸ່ນ ​ໄດ້​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ, ປະຈຸ​ບັນ​ມີ​ເກືອບ 500.000 ຄົນ, ​ເຮັດ​ໃຫ້​ຊາວ​ຕ່າງປະ​ເທດ​ໃຫຍ່​ອັນ​ດັບ 2 ຢູ່ ຍີ່ປຸ່ນ.

​ໃນ​ນັ້ນ​ມີ​ບັນດາ​ຄົນ​ຮຸ່ນ​ໜຸ່ມ, ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ໄດ້​ໄປ​ສຶກສາ, ຄົ້ນຄວ້າ ​ແລະ ​ເຮັດ​ວຽກ​ຢູ່​ຍີ່ປຸ່ນ​ໃນ​ໄລຍະ 15-20 ປີຜ່ານມາ. ຫຼາຍຄົນຍັງໄດ້ຮັບຕໍາແໜ່ງທີ່ສໍາຄັນໃນການສອນ, ການຄົ້ນຄວ້າ, ແລະການຄຸ້ມຄອງຢູ່ໃນມະຫາວິທະຍາໄລທີ່ມີຊື່ສຽງຫຼືທຸລະກິດຊັ້ນນໍາໃນປະເທດຍີ່ປຸ່ນ.

​ເຂົາ​ເຈົ້າ​ພ້ອມ​ກັບ​ກຳລັງ​ນັກ​ປັນຍາ​ຊົນ​ໜຸ່ມ, ນັກທຸລະກິດ​ເລີ່​ມຕົ້ນ ​ແລະ ນັກ​ສຶກສາ​ສາກົນ​ທີ່​ມີ​ຄວາມ​ກະຕືລືລົ້ນ​ເປັນ​ຈຳນວນ​ຫຼວງ​ຫຼາຍ, ປະກອບສ່ວນ​ນຳ​ການ​ພັດທະນາ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ຍີ່ປຸ່ນ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ ຍີ່​ປຸ່ນ, ກາຍ​ເປັນ. ຂົວ​ທາງ​ທີ່​ສຳຄັນ​ໃນ​ການ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ.

ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ, ທ່ານ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ຫງວຽນ​ຈີ໋ຢຸງ ​ໃຫ້​ຄຳ​ເຫັນ​ວ່າ: ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ເວທີ​ປາ​ໄສ​ຄວາມ​ຮູ້ ຫວຽດນາມ ຢູ່ ຍີ່ປຸ່ນ ​ແມ່ນ​ຂົວ​ຕໍ່​ທີ່​ມີ​ຄວາມ​ໝາຍ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ ຫວຽດນາມ - ຍີ່ປຸ່ນ ​ໃນ​ໄລຍະ​ຜ່ານ​ມາ ​ແລະ ​ໃນ​ອະນາຄົດ.

ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ປູຍເທຢູຍ ກໍ່​ຕີ​ລາຄາ​ສູງ​ບັນດາ​ກຳລັງ​ປັນຍາ​ຊົນ​ຫວຽດນາມ ຢູ່ ຍີ່​ປຸ່ນ ຍາມ​ໃດ​ກໍ່​ມີ​ບັນດາ​ການ​ເຄື່ອນ​ໄຫວ​ປະຕິບັດ​ຕົວ​ຈິງ​ເພື່ອ​ປະ​ເທດ​ຊາດ ດ້ວຍ​ບັນດາ​ຄຳ​ແນະນຳ, ຕຳ​ນິຕິ​ຕຽນ ​ເປັນ​ຕົ້ນ​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ, ບຳລຸງ​ສ້າງ, ຈັດ​ຕັ້ງ​ຫຼາຍ​ເວທີ​ປາ​ໄສ​ເພື່ອ​ເຊື່ອມ​ໂຍງ ​ແລະ ​ແລກປ່ຽນ.

ນອກຈາກນັ້ນ, ຄະນະນັກປັນຍາຊົນ, ນັກທຸລະກິດ, ນັກວິທະຍາສາດຫວຽດນາມ ຢູ່ ຍີ່ປຸ່ນ ກໍ່ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການສ້າງຕັ້ງ, ເພີ່ມທະວີ, ຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ, ພິເສດແມ່ນໃນຂົງເຂດເຕັກໂນໂລຢີ ແລະ ນະວັດຕະກຳ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.