ສະແດງຄຳໝັ້ນສັນຍາຢ່າງແຂງແຮງ ຂອງຫວຽດນາມ ຕໍ່ກັບລັດທິຫຼາຍຝ່າຍ

01:39 | 25/10/2023

ຫວຽດນາມ ສະແດງຄຳໝັ້ນສັນຍາຢ່າງແຂງແຮງ ຕໍ່ກັບລັດທິຫຼາຍຝ່າຍ

ຫວຽດນາມ ຈະສືບຕໍ່ຫັນເປົ້າໝາຍສ້າງໂລກແຫ່ງສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ປອດອາວຸດນິວເຄຼຍ ໃຫ້ປະກົດຜົນເປັນຈິງ ຫວຽດນາມ ຈະສືບຕໍ່ຫັນເປົ້າໝາຍສ້າງໂລກແຫ່ງສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ປອດອາວຸດນິວເຄຼຍ ໃຫ້ປະກົດຜົນເປັນຈິງ
ກອນຕູມ ແລະ ອັດຕະປື ສົມທົບກັນຊອກຫາ, ທ້ອນໂຮມອັດຖິນັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົມຄາມຢູ່ລາວ ກັບຄືນເມືອປະເທດ ກອນຕູມ ແລະ ອັດຕະປື ສົມທົບກັນຊອກຫາ, ທ້ອນໂຮມອັດຖິນັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົມຄາມຢູ່ລາວ ກັບຄືນເມືອປະເທດ

ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ສີຈີ້ນຜິງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ, ທ່ານ ຫວໍວັນເຖືອງ ປະທານປະເທດຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ເດີນທາງໄປເຂົ້າຮ່ວມເວທີປາໄສຮ່ວມມືສາກົນຂັ້ນສູງ “ໜຶ່ງແລວ, ໜຶ່ງເສັ້ນທາງ” ຄັ້ງທີ 3 ຢູ່ປັກກິ່ງ, ຈີນ, ໃນລະຫວ່າງວັນທີ 17-20 ຕຸລາ.

ເນື່ອງໃນໂອກາດນີ້, ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ໃຫ້ສຳພາດກ່ຽວກັບຄວາມໝາຍທີ່ພົ້ນເດັ່ນ ກໍ່ຄືຄວາມຫວັງໃນການຮ່ວມມືທີ່ຈະໄດ້ຮັບການຊຸກຍູ້ໃນການໄປປະຕິບັດງານຂອງທ່ານປະທານປະເທດ ຫວໍວັນເຖືອງ.

ນັກຂ່າວ: ຂໍຮຽນທ່ານຮອງລັດຖະມົນຕີ ໃຫ້ຮູ້ກ່ຽວກັບຄວາມໝາຍອັນພົ້ນເດັ່ນໃນການເດີນທາງໄປຢ້ຽມຢາມຈີນ ແລະເຂົ້າຮ່ວມເວທີປາໄສຮ່ວມມືສາກົນຂັ້ນສູງ “ໜຶ່ງແລວ, ໜຶ່ງເສັນທາງ” ຄັ້ງທີ 3 ຂອງທ່ານປະທານປະເທດ ຫວໍວັນເຖືອງ?

ທ່ານຮອງລັດຖະມົນຕີ ຫງວຽນມິງຫວູ: ນີ້ແມ່ນການໄປປະຕິບັດງານຢູ່ຈີນ ແລະກໍ່ແມ່ນການເຄື່ອນໄຫວພົວພັນຕ່າງປະເທດຄັ້ງທຳອິດຂອງທ່ານປະທານປະເທດ ຫວໍວັນເຖືອງ ໃນຖານະຕຳແໜ່ງໃໝ່. ນີ້ກໍ່ແມ່ນເວທີປາໄສຮ່ວມມືສາກົນຂັ້ນສູງ "ໜຶ່ງແລວ, ໜຶ່ງເສັ້ນທາງ" ທໍາອິດ ພາຍຫຼັງທີ່ຖືກຂາດວັກຂາດຕອນມາເປັນເວລາດົນນານ ຍ້ອນພະຍາດແຜ່ລະບາດ, ສະນັ້ນປະເທດຈີນ ແລະປະເທດຕ່າງໆ ຈຶ່ງໄດ້ມີຄວາມເອົາໃຈໃສ່ ແລະຖືເປັນສຳຄັນທີ່ສຸດ. ຍ້ອນເຫດນັ້ນ, ການເຂົ້າຮ່ວມເວທີປາໄສໃນຄັ້ງນີ້ຂອງທ່ານປະທານປະເທດ ຫວໍວັນເຖືອງ ແມ່ນສຳຄັນທີ່ສຸດທັງດ້ານສອງຝ່າຍ ແລະຫຼາຍຝ່າຍ.

ສະແດງຄຳໝັ້ນສັນຍາຢ່າງແຂງແຮງ ຂອງຫວຽດນາມ ຕໍ່ກັບລັດທິຫຼາຍຝ່າຍ

ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: ດວ່ານກາ

ໃນຂອບເຂດຫຼາຍຝ່າຍ, ໃນສະພາບທີ່ເສດຖະກິດໂລກຟື້ນຟູຊັກຊ້າ, ບັນດາປະເທດປາດຖະໜາຢາກເພີ່ມທະວີການຮ່ວມສຳພັນເສດຖະກິດໃນພາກພື້ນ ແລະທົ່ວໂລກ ເພື່ອຊຸກຍູ້ວິວັດການຟື້ນຟູເສດຖະກິດ, ເລື່ອງທ່ານປະທານປະເທດ ຫວໍວັນເຖືອງ ໄປເຂົ້າຮ່ວມເວທີປາໄສດັ່ງກ່າວ ໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຂງແຮງຂອງຫວຽດນາມ ຕໍ່ກັບລັດທິຫຼາຍຝ່າຍ, ການເປັນເຈົ້າການ, ຕັ້ງໜ້າໃນການເພີ່ມທະວີການຮ່ວມມື ແລະຮ່ວມສໍາພັນເສດຖະກິດໃນພາກພື້ນ ກໍ່ຄືໃນທົ່ວໂລກ. ທ່ານປະທານປະເທດ ຫວໍວັນເຖືອງ ພ້ອມກັບການນຳ ແລະຜູ້ຕາງໜ້າຂອງ 140 ກວ່າປະເທດ ແລະອົງການຈັດຕັ້ງສາກົນ ເພື່ອປຶກສາຫາລືບັນດາເນື້ອໃນ ແລະ ຫົວຂໍ້ສຳຄັນທີ່ໄດ້ຮັບຖືວ່າເປັນກຳລັງໜູນໃໝ່ຂອງວິວັດການຟື້ນຟູເສດຖະກິດຂອງແຕ່ລະປະເທດ ກໍ່ຄືພື້ນຖານເສດຖະກິດທົ່ວໂລກ ຄື: ການຫັນປ່ຽນສີຂຽວ, ການຫັນເປັນດີຈີຕອນ, ກະສິກໍາທັນສະໄໝ, ການພັດທະນາວິສາຫະກິດຂະໜາດກາງ ແລະນ້ອຍ, ການເລີ່ມດຳເນີນທຸລະກິດ...

ໃນຂອບເຂດສອງຝ່າຍ, ການນຳຂອງສອງປະເທດ ໄດ້ຖືເປັນສຳຄັນທີ່ສຸດຕໍ່ການໄປປະຕິບັດງານຄັ້ງນີ້ຂອງທ່ານປະທານປະເທດ ຫວໍວັນເຖືອງ. ນີ້ແມ່ນການເຄື່ອນໄຫວພົວພັນຕ່າງປະເທດຂັ້ນສູງ ໃນປີສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ. ບັນດາການພົບປະລະຫວ່າງທ່ານປະທານປະເທດ ຫວໍວັນເຖືອງ ກັບການນຳຫຼັກແຫຼ່ງຂອງຈີນ ຈະປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ຮັກສາທ່າຂອງການພົວພັນ ກໍ່ຄືສ້າງກາລະໂອກາດຮ່ວມມືໃໝ່, ຜ່ານນັ້ນກໍ່ປະກອບສ່ວນນໍາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ພັດທະນາຢ່າງປອດໃສ, ໝັ້ນຄົງ ແລະຍືນຍົງກວ່າໃນໄລຍະຈະມາເຖິງ.

ນັກຂ່າວ: ສະເໜີທ່ານຮອງລັດຖະມົນຕີໃຫ້ຮູ້ກ່ຽວກັບຄວາມຫວັງການຮ່ວມມືທີ່ຈະໄດ້ຮັບການຊຸກຍູ້ໃນການໄປປະຕິບັດງານຄັ້ງນີ້ ຂອງທ່ານປະທານປະເທດ ຫວໍວັນເຖືອງ ?

ທ່ານຮອງລັດຖະມົນຕີ ຫງວຽນມິງຫວູ: ທີໜຶ່ງ, ໃນສະພາບການເສດຖະກິດໂລກຊຸດໂຊມ, ລັດທິອາລັກຂາເພີ່ມຂຶ້ນ ແລະການຫັນເປັນໂລກາພິວັດ ມີສັນຍານຊ້າລົງ, ການເຂົ້າຮ່ວມເວທີປາໄສຮ່ວມມືສາກົນຂັ້ນສູງ “ໜຶ່ງແລວ, ໜຶ່ງເສັ້ນທາງ” ຄັ້ງທີ 3 ຂອງປະທານປະເທດ ຫວໍວັນເຖືອງ ຈະປະກອບສ່ວນປັບປຸງທ່າອ່ຽງເພີ່ມທະວີການການຮ່ວມສໍາພັນເສດຖະກິດໃນພາກພື້ນ ແລະໃນທົ່ວໂລກ, ພິເສດແມ່ນເມື່ອຫວຽດນາມ ແມ່ນປະເທດເປີດກວ້າງເສດຖະກິດໃນລະດັບໃຫຍ່.

ທີສອງ, ເລື່ອງປະທານປະເທດ ຫວໍວັນເຖືອງ ພ້ອມດ້ວຍບັນດາການນໍາຂອງຈີນ ແລະປະເທດຕ່າງໆ ແລກປ່ຽນ ແລະປຶກສາຫາລືບັນດາເນື້ອໃນທີ່ເໝາະສົມກັບການກຳນົດທິດພັດທະນາຂອງຫວຽດນາມ ຈະປະກອບສ່ວນນໍາມາເຊິ່ງບົດຮຽນ, ປະສົບການ, ຜ່ານນັ້ນ ກໍ່ສາມາດຍາດແຍ່ງເອົາແຫຼ່ງກໍາລັງ ແລະເປີດກວ້າງການຮ່ວມມືດ້ານເສດຖະກິດ. ບັນດາການພົບປະລະຫວ່າງທ່ານປະທານປະເທດ ຫວໍວັນເຖືອງ ກັບການນຳຫຼັກແຫຼ່ງຂອງຈີນ ກໍ່ຄືກັບການນໍາສາກົນອື່ນໆ ທີ່ມາເຂົ້າຮ່ວມເວທີປາໄສ ຈະເປີດກາລະໂອກາດຮ່ວມມືໃໝ່ຫຼາຍຢ່າງໃຫ້ແກ່ຫວຽດນາມ. ສຳລັບຈີນ ແລ້ວ, ສອງຝ່າຍຈະແລກປ່ຽນກ່ຽວກັບມາດຕະການເພີ່ມທະວີການພົບປະແລກປ່ຽນຂັ້ນສູງ ແລະທຸກຂັ້ນ; ຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ ແລະການລົງທຶນແບບຍືນຍົງ, ດຸ່ນດ່ຽງກວ່າໃນໄລຍະຈະມາເຖິງ; ເພີ່ມທະວີການຮ່ວມມື, ຮ່ວມສໍາພັນດ້ານພື້ນຖານໂຄງລ່າງ, ພິເສດແມ່ນໃນຂອບເຂດການເຊື່ອມຕໍ່ “ສອງແລວ, ໜຶ່ງເສັ້ນທາງ” ແລະ “ໜຶ່ງແລວ, ໜຶ່ງເສັ້ນທາງ”, ສ້າງການກຳນົດທິດຮ່ວມມືທີ່ມີຄວາມສຳຄັນທີ່ສຸດໃຫ້ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງຫວຽດນາມ ພ້ອມກັນສົມທົບກັບຄູ່ຮ່ວມມືຕ່າງໆຂອງຈີນ ເພື່ອສືບຕໍ່ນຳການພົວພັນສອງປະເທດ ໃຫ້ກ້າວເຂົ້າສູ່ໄລຍະພັດທະນາໃໝ່, ດ້ວຍລະດັບຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງທີ່ສູງກວ່າ, ການຮ່ວມມືທີ່ແທດຈິງກວ່າ, ພື້ນຖານສັງຄົມໄດ້ຮັບການປັບປຸງທີ່ດີກວ່າ ແລະຄວາມບໍ່ລົງລອຍກັນໄດ້ຮັບການແກ້ໄຂທີ່ດີກວ່າ.

ນັກຂ່າວ: ຂໍຂອບໃຈທ່ານຮອງລັດຖະມົນຕີ!

ບູນມີ

ເຫດການ