ຂີດໝາຍພົ້ນເດັ່ນໃນວິວັດແຫ່ງການປ່ຽນແປງໃໝ່ ແລະເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ

15:13 | 18/10/2023

ຂີດໝາຍພົ້ນເດັ່ນໃນວິວັດແຫ່ງການປ່ຽນແປງໃໝ່ ແລະເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ

ຫວຽດນາມ ປະຕິບັດບົດບາດເປັນປະທານສະພາຄວາມໝັ້ນຄົງເດືອນ ເມສາ 2021 ໄດ້ເປັນຢ່າງດີ ດ້ວຍບັນດາການປະກອບສ່ວນ, ຂີດໝາຍໃໝ່ ຫວຽດນາມ ປະຕິບັດບົດບາດເປັນປະທານສະພາຄວາມໝັ້ນຄົງເດືອນ ເມສາ 2021 ໄດ້ເປັນຢ່າງດີ ດ້ວຍບັນດາການປະກອບສ່ວນ, ຂີດໝາຍໃໝ່
ຂີດໝາຍສໍາຄັນ, ສ້າງບາດລ້ຽວໃຫຍ່ໃຫ້ວິວັດການຮ່ວມມືຫວຽດນາມ-ອີຢູ ໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງການສ້າງຕັ້ງການພົວພັນທາງການທູດຫວຽດນາມ-ອີຢູ ຂີດໝາຍສໍາຄັນ, ສ້າງບາດລ້ຽວໃຫຍ່ໃຫ້ວິວັດການຮ່ວມມືຫວຽດນາມ-ອີຢູ ໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງການສ້າງຕັ້ງການພົວພັນທາງການທູດຫວຽດນາມ-ອີຢູ

ໃນຕົ້ນສະຕະວັດທີ 21, ຫວຽດນາມ ເຂົ້າສູ່ຂະບວນການປ່ຽນແປງໃໝ່ ແລະເຊື່ອມໂຍງເຂົ້າກັບສາກົນດ້ວຍ “ສໍາພາລະ” ແມ່ນພື້ນຖານຜະລິດກະສິກໍາທີ່ຫຼ້າຫຼັງ, ວົງປິດ. ແຕ່ຫວຽດນາມ ໄດ້ຜ່ານຜ່າບັນດາສິ່ງທ້າທາຍເພື່ອບືນຕົວຂຶ້ນ ແລະບຸກທະລຸ, ບັນລຸບາດກ້າວພັດທະນາຢ່າງວ່ອງໄວ, ຮອບດ້ານໃນເກືອບທຸກຂົງເຂດ, ສ້າງຈຸດພົ້ນເດັ່ນຫຼາຍຢ່າງ, ປະກອບສ່ວນຍົກສູງທີ່ຕັ້ງຂອງປະເທດຊາດບົນເວທີສາກົນ.

ກ່ອນອື່ນໝົດ, ຄວາມສະຖຽນລະພາບດ້ານການເມືອງ ແມ່ນທ່າໄດ້ປຽບເພື່ອໃຫ້ຫວຽດນາມ ສ້າງພື້ນຖານສັນຕິພາບ ແລະຄວາມວັດທະນາຖາວອນ. ນີ້ແມ່ນປັດໄຈສຳຄັນ, ແມ່ນພື້ນຖານເພື່ອວາງແຜນຍຸດທະສາດພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ; ຮັບປະກັນໃຫ້ຄວາມສະໜິດຕິດພັນ ແລະການປະຕິບັດນະໂຍບາຍຢ່າງສະເໝີຕົ້ນສະເໝີປາຍ. ນັບແຕ່ປີ 2000 ມາຮອດປະຈຸບັນ, ຫວຽດນາມ ສືບຕໍ່ຍູ້ແຮງຂະບວນການປ່ຽນແປງໃໝ່ດ້ານການເມືອງຕິດພັນກັບການປ່ຽນແປງໃໝ່ດ້ານເສດຖະກິດ; ເພີ່ມເຕີມ, ພັດທະນາທິດສະດີກ່ຽວກັບເສັ້ນທາງກ້າວຂຶ້ນສັງຄົມນິຍົມ ແລະເນື້ອໃນທິດສະດີການເມືອງພື້ນຖານ, ປະກອບສ່ວນວາງແຜນນະໂຍບາຍຍຸດທະສາດຂອງພັກໃນໄລຍະປ່ຽນແປງໃໝ່, ເຊື່ອມໂຍງ. ຍ້ອນແນວນັ້ນ, ວຽກງານປ່ຽນແປງໃໝ່ດ້ານການເມືອງ, ເປັນຕົ້ນແມ່ນການກໍ່ສ້າງ, ປັບປຸງພັກ ແລະລະບອບການເມືອງບັນລຸໄດ້ບັນດາໝາກຜົນພົ້ນເດັ່ນ, ນັ້ນແມ່ນ: ອຳນາດລັດ ໄດ້ຮັບການປະຕິບັດຢ່າງເປັນເອກະພາບ ແລະມີການສົມທົບ, ຄວບຄຸມຢ່າງແໜ້ນແຟ້ນລະຫວ່າງບັນດາອົງການ; ສິດທິມະນຸດ, ສິດທິຂອງພົນລະເມືອງທີ່ໄດ້ຮັບການຮັບຮູ້, ເຄົາລົບ ແລະຮັບປະກັນຈາກລັດ, ປະຊາຊົນພາກພູມໃຈທີ່ສຸດ... ປະກອບສ່ວນປະຕິບັດເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ມີປະຊາທິປະໄຕ, ຍຸຕິທຳ, ສີວິໄລໃຫ້ປະກົດຜົນເປັນຈິງ, ປະຊາຊົນມີເອກະລາດ, ເສລີພາບ, ຄວາມຜາສຸກ ແລະມີເງື່ອນໄຂພັດທະນາຢ່າງຮອບດ້ານ.

ຂີດໝາຍພົ້ນເດັ່ນໃນວິວັດແຫ່ງການປ່ຽນແປງໃໝ່ ແລະເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ

ຮູບພາບນະຄອນຫຼວງຮ່າໂນ້ຍ. ພາບ: qdnd.vn

ພື້ນຖານເສດຖະກິດການເຕີບໂຕທີ່ເຂັ້ມແຂງ ແລະຍືນຍົງຂອງຫວຽດນາມ ໄດ້ກາຍເປັນ “ຈຸດທີ່ພົ້ນເດັ່ນ” ຂອງພື້ນຖານເສດຖະກິດທົ່ວໂລກ. ຫວຽດນາມ ມີການພົວພັນດ້ານການຄ້າກັບ 224 ຄູ່ຮ່ວມມື ແລະກວ່າ 500 ອົງການຈັດຕັ້ງສາກົນ; ໄດ້ເຊັນສັນຍາການຄ້າສອງຝ່າຍກວ່າ 90 ສະບັບ; ເຂົ້າຮ່ວມ 17 ສັນຍາການຄ້າເສລີ (FTA), ໃນນັ້ນມີ 15 ສັນຍາໄດ້ ແລະພວມປະຕິບັດ, 2 ສັນຍາພວມໃນຢູ່ໃນຂະບວນການເຮັດສໍາເລັດການເຈລະຈາ.

ການພົວພັນຕ່າງປະເທດ ໄດ້ເຂົ້າສູ່ລວງເລິກ ແລະເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ. ປະຕິບັດຢ່າງສະເໝີຕົ້ນສະເໝີປາຍແນວທາງການພົວພັນຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ, ຫັນເປັນຫຼາຍຝ່າຍ, ເປັນເຈົ້າການ ແລະຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ, ຫວຽດນາມ ບັນລຸໄດ້ບັນດາໝາກຜົນສຳຄັນ, ຄື: ມ້າງທຳລາຍທ່າປິດລ້ອມ, ຂວໍ້າບາດເທື່ອລະກ້າວ, ເປີດກວ້າງການພົວພັນຕ່າງປະເທດກັບບັນດາປະເທດ, ອົງການຈັດຕັ້ງຢູ່ພາກພື້ນ ແລະໃນໂລກ. ມາຮອດປະຈຸບັນ, ຫວຽດນາມ ໄດ້ສ້າງຕັ້ງການພົວພັນທາງການທູດກັບ 192 ປະເທດໃນໂລກ, ໃນນັ້ນມີ 190/193 ປະເທດສະມາຊິກຂອງສະຫະປະຊາຊາດ. ຫວຽດນາມ ກໍ່ພວມແມ່ນສະມາຊິກທີ່ໄວ້ເນື້ອເຊື່ອໃຈ, ມີຄວາມຮັບຜິດຊອບຂອງຫຼາຍອົງການໃນພາກພື້ນ ແລະສາກົນ, ຄື: ອາຊຽນ, ອົງການການຄ້າໂລກ (WTO), ທະນາຄານໂລກ (WB)... ບັນດາຜົນງານໃນວຽກງານການພົວພັນຕ່າງປະເທດ ໄດ້ປະກອບສ່ວນດຶງດູດແຫຼ່ງກຳລັງໃຫຍ່ພາຍນອກ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ຮັກສາສັນຕິພາບ, ສະຖຽນລະພາບ, ຮັກສາຄວາມໝັ້ນຄົງແຫ່ງຊາດ; ແກ້ໄຂບັນຫາຊາຍແດນ, ຜືນແຜ່ນດິນ, ທະເລ, ໝູ່ເກາະກັບບັນດາປະເທດທີ່ກ່ຽວຂ້ອງຢ່າງມີປະສິດທິຜົນ, ປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໃຫ້ໝັ້ນແກ່ນ, ປົກປັກຮັກສາລະບອບສັງຄົມນິຍົມ.

ກໍາລັງແຮງບົ່ມຊ້ອນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບໝັ້ນຄົງເຂັ້ມແຂງຮອບດ້ານ. ພ້ອມກັບບັນດາຜົນງານທີ່ພົ້ນເດັ່ນຂອງຂະບວນການປ່ຽນແປງໃໝ່ຂອງປະເທດຊາດ, ຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບຍາມໃດກໍ່ໄດ້ຮັບການກໍ່ສ້າງ, ປັບປຸງຈາກພັກ, ລັດ ແລະປະຊາຊົນ. ຍ້ອນແນວນັ້ນ, ກໍາລັງແຮງບົ່ມຊ້ອນ ແລະທ່າຮົບທົ່ວປວງຊົນປ້ອງກັນຊາດ ຕິດພັນກັບທ່າຮົບທົ່ວປວງຊົນປ້ອງກັນຄວາມສະຫງົບ ນັບມື້ນັບໝັ້ນຄົງເຂັ້ມແຂງຮອບດ້ານ, ມີບາດກ້າວພັດທະນາໃໝ່ທັງກວ້າງຂວາງ ແລະເລິກເຊິ່ງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ໜ້າທີ່ປົກປັກຮັກສາປະເທດຊາດ. ກໍາລັງປະກອບອາວຸດປະຊາຊົນ, ເປັນຕົ້ນແມ່ນກອງທັບປະຊາຊົນ, ຕຳຫຼວດປະຊາຊົນ ສືບຕໍ່ໄດ້ຮັບການກໍ່ສ້າງຕາມທິດປະຕິວັດ, ມີລະບຽບແບບແຜນ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ. ວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດໄດ້ຮັບການຍູ້ແຮງ, ພົ້ນເດັ່ນແມ່ນຫວຽດນາມ ໄດ້ສ້າງຕັ້ງການພົວພັນຮ່ວມມືດ້ານປ້ອງກັນຊາດກັບ 100 ກວ່າປະເທດ, ສ້າງຕັ້ງອົງການທີ່ປຶກສາທູດປ້ອງກັນຊາດ ປະຈຳ ສະຫະປະຊາຊາດ ແລະຫຼາຍປະເທດ, ພ້ອມທັງກໍ່ມີຫຼາຍປະເທດໄດ້ຕັ້ງອົງການທີ່ປຶກສາທູດປ້ອງກັນຊາດ/ທູດການທະຫານ ປະຈໍາ ຫວຽດນາມ.

ວັດທະນະທຳຫວຽດນາມ ໃນເບື້ອງຕົ້ນໄດ້ຫັນເປັນເປົ້າໝາຍ, ກຳລັງໜູນໃຫ້ການພັດທະນາແບບຍືນຍົງຂອງປະເທດຊາດ. ວັດທະນະທຳແມ່ນ “ກຸນແຈ” ເພື່ອປັບປຸງພື້ນຖານດ້ານຈິດໃຈຂອງສັງຄົມໄວ້ຢ່າງໝັ້ນຄົງ, ປະກອບສ່ວນປຸກລະດົມຄວາມສາມາດບົ່ມຊ້ອນປະດິດສ້າງຂອງມະນຸດ, ຊຸກຍູ້ການເຕີບໂຕ, ພັດທະນາແບບຍືນຍົງ. ໃນໄລຍະຜ່ານມາ, ຫວຽດນາມ ໄດ້ມີການປ່ຽນແປງຢ່າງຕັ້ງໜ້າກ່ຽວກັບລະບອບລະບຽບການ, ນະໂຍບາຍແນໃສ່ຊຸກຍູ້ຕະຫຼາດອຸດສາຫະກຳວັດທະນະທຳຫວຽດນາມ ໃຫ້ພັດທະນາຢ່າງແຮງ, ກາຍເປັນ “ກຳລັງອ່ອນ” ເພື່ອຍົກສູງຄວາມສາມາດແກ່ງແຍ້ງ ແລະເຊື່ອມໂຍງເຂົ້າກັບສາກົນ. ລັດ ກໍ່ສ້າງເງື່ອນໄຂສະດວກ ເພື່ອພັດທະນາຜະລິດຕະພັນວັດທະນະທຳ, ຄວາມເຫຼື້ອມໃສເຊື່ອຖື, ການເຄື່ອນໄຫວສາສະໜາ; ອະນຸລັກຮັກສາ ແລະເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳຂອງຊາດ.

ຂົງເຂດສາທາລະນະສຸກ, ການສຶກສາ ແລະກໍ່ສ້າງກໍ່ມີການປ່ຽນແປງຢ່າງຕັ້ງໜ້າ, ປະກອບສ່ວນຮັບປະກັນການສົ່ງເສີມສຸຂະພາບໃຫ້ປະຊາຊົນ, ພັດທະນາແຫຼ່ງຊັບພະຍາກອນມະນຸດຂອງຊາດ. ຊີວິດທາງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງຍ້ອນການປະຕິບັດໂຄງການເປົ້າໝາຍແຫ່ງຊາດເປັນຢ່າງດີ. ຄຽງຄູ່ກັບການເຕີບໂຕດ້ານເສດຖະກິດ, ວຽກງານຮັບປະກັນຊີວິດສັງຄົມ, ການແກ້ໄຂວຽກເຮັດງານທຳໃຫ້ຜູ້ອອກແຮງງານກໍ່ໄດ້ຮັບການຍູ້ແຮງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງ ແລະຍົກສູງ.

ເບິ່ງລວມແລ້ວ, ໃນການປ່ຽນແປງໃໝ່ ແລະເຊື່ອມໂຍງເຂົ້າກັບສາກົນ, ຫວຽດນາມ ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງ, ຮອບດ້ານ, ທ່າແຮງ ແລະກຳລັງແຮງຂອງປະເທດຊາດໄດ້ຮັບການຍົກຂຶ້ນສູ່ລະດັບສູງໃໝ່, ສ້າງປະຖົມປັດໄຈເພື່ອໃຫ້ຫວຽດນາມ ສືບຕໍ່ປ່ຽນແປງໃໝ່, ພັດທະນາໃນອະນາຄົດ. ການປ່ຽນແປງໃໝ່ທີ່ມີຄວາມກົມກຽວລະຫວ່າງຈິດໃຈຂອງພັກ ແລະຈິດໃຈປະຊາຊົນ, ພ້ອມກັບກາລະໂອກາດທີ່ສະດວກ, ດິນທີ່ອຸດົມສົມບູນ, ປະຊາຊົນມີຄວາມປອງດອງ ໄດ້ສ້າງກຳລັງໜູນນໍາຫວຽດນາມ ໃຫ້ກ້າວຂຶ້ນສູ່ສັງຄົມນິຍົມຢ່າງໝັ້ນຄົງ.

ບູນມີ

ເຫດການ