ລັດ New South Wales (ອົດສະຕາລີ) ​ພ້ອມ​ແລ້ວ​ທີ່​ຈະ​ຕ້ອນຮັບ​ວິ​ສາ​ຫະກິດ ຫວຽດນາມ

11:54 | 16/10/2023

ຍສໝ - ຕາມ​ສຳນັກ​ຂ່າວສານ​ຫວຽດນາມ​ປະຈຳ Sydney, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ນິວຊີ​ແລນ ​ແລະ ອົດ​ສະ​ຕາ​ລີ ​ໄດ້​ດຳ​ເນີນ​ໄປ​ແຕ່​ວັນ​ທີ 6 – 15 ຕຸລາ ຂອງ​ຄະນະ​ຜູ້​ແທນ​ນະຄອນ​ຮ່າ​ໂນ້ຍ ​ໂດຍ​ທ່ານ​ຮອງ​ເລຂາ​ຄະນະ​ພັກ​ນະຄອນ ຫງວຽນ​ວັນ​ຟອງ ນຳ​ໜ້າ​ໃນ​ຕອນ​ເຊົ້າ​ວັນ​ທີ ວັນ​ທີ 11 ຕຸລາ​ນີ້, ຄະນະ​ຜູ້​ແທນ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາງ Katie Knight, ຜູ້​ອຳ​ນວຍ​ການ​ໃຫຍ່​ອົງການ​ລົງທຶນ​ແຫ່ງ​ລັດ New South Wales, ກະຊວງ​ການ​ລົງທຶນ, ການ​ຄ້າ ​ແລະ ວິ​ສາ​ຫະກິດອົດ​ສະ​ຕາ​ລີ ​ແລະ ການ​ນຳ​ບັນດາ​ອົງການ​ວິຊາ​ສະ​ເພາະ​ຂອງ​ລັດ.

ໝາກລຳໄຍສົດຂອງບັກຢາງ ໄດ້ສົ່ງອອກ ໄປຍັງຕະຫຼາດອົດສະຕາລີ ໝາກລຳໄຍສົດຂອງບັກຢາງ ໄດ້ສົ່ງອອກ ໄປຍັງຕະຫຼາດອົດສະຕາລີ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ອົດສະຕາລີ ຢ່າງເປັນທາງການ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ອົດສະຕາລີ ຢ່າງເປັນທາງການ

ໃນຂອບເຂດການໄປປະຕິບັດງານຢູ່ ນິວຊີແລນ ແລະ ອົດສະຕາລີ ທີ່ໄດ້ດຳເນີນໃນລະຫວ່າງວັນທີ 6 – 15 ຕຸລາ, ຄະນະຜູ້ແທນ ຮ່າໂນ້ຍ ໂດຍທ່ານ ຫງວຽນວັນຟອງ, ຮອງເລຂາຄະນະພັກນະຄອນ ເປັນຫົວໜ້າຄະນະໄດ້ມີການເຮັດວຽກກັບທ່ານນາງ Katie Knight, ຫົວໜ້າກົມໃຫຍ່ອົງການລົງທຶນລັດ New South Wales , ກະຊວງລົງທຶນການຄ້າ ແລະ ວິສາຫະກິດ ອົດສະຕາລີ.

ທີ່ການເຮັດວຽກກັບອຳນາດການປົກຄອງລັດ New South Wales ຢູ່ Sydney, ທ່ານ ຫງວຽນວັນຟອງ ຫວັງວ່າ ນະຄອນຫຼວງຮ່າໂນ້ຍ ແລະ ລັດ New South Wales ຈະເພີ່ມທະວີການພົວພັນຮ່ວມມືລົງທຶນດ້ານການຄ້າ, ການສຶກສາບຳລຸງສ້າງ, ພົບປະແລກປ່ຽນວັດທະນະທຳ ເພື່ອຊຸກຍູ້ການທ່ອງທ່ຽວສອງສົ້ນ, ຮ່ວມມືກັບບັນດານະຄອນຂອງອົດສະຕາລີ ໃນຂອບເຂດເຄືອຂ່າຍ ບັນດານະຄອນປະດິດຄິດສ້າງຂອງອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງ ສປຊ (UNESCO), ເພີ່ມທະວີບັນດາຮູບແບບພົບປະແລກປ່ຽນລະຫວ່າງບັນດາອົງການວັດທະນະທຳເພື່ອແລກປ່ຽນບົດຮຽນປະສົບການກ່ຽວກັບການພັດທະນາອຸດສາຫະກຳ ວັດທະນະທຳ, ຮູບເງົາ.

ລັດ New South Wales (ອົດສະຕາລີ) ​ພ້ອມ​ແລ້ວ​ທີ່​ຈະ​ຕ້ອນຮັບ​ວິ​ສາ​ຫະກິດ ຫວຽດນາມ

ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ຮ່າ​ໂນ້ຍ ຫງວຽນ​ວັນ​ຟຸກ ມອບ​ຂອງ​ທີ່​ລະນຶກ​ໃຫ້​ຜູ້ຕາງໜ້າ​ມະຫາວິທະຍາ​ໄລ Macquarie.

ລັດ New South Wales ໄດ້ເປີດສຳນັກງານຜູ້ຕາງໜ້າຢູ່ ຫວຽດນາມ ແລະ ພ້ອມແລ້ວທີ່ຈະຕ້ອນຮັບບັນດາວິສາຫະກິດ ຫວຽດນາມ ເວົ້າລວມ, ກໍ່ຄື ຮ່າໂນ້ຍ ເວົ້າສະເພາະ ເຂົ້າຮ່ວມຂະບວນການພັດທະນາເສດຖະກິດ - ສັງຄົມຂອງລັດ, ພິເສດແມ່ນການຮ່ວມມືລົງທຶນໃນຂົງເຂດຫັນເປັນດີຈີຕອນ ແລະ ນະວັດຕະກໍາ.

ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ນາງ Katie Knight ​ໃຫ້​ຮູ້​ວ່າ: ລັດ New South Wales ​ແລະ ນະຄອນຫຼວງ ຮ່າ​ໂນ້ຍ ຍັງ​ຄົງ​ມີ​ຫຼາຍ​ຊ່ອງ​ຫວ່າງ, ​ເປັນ​ໂອກາດ​ໃນ​ການ​ຮ່ວມ​ມື, ​ແລະ ຕ້ອງ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ​ໃນ​ສະພາບ​ການ. ລັດຖະບານ​ອົດ​ສະ​ຕາ​ລີ​ປະກາດ​ຍຸດ​ທະ​ສາດ​ເສດຖະກິດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ແຕ່​ນີ້​ຮອດ​ປີ 2040 ດ້ວຍ​ເປົ້າ​ໝາຍ​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​ການ​ຄ້າ​ກັບ​ພາກ​ພື້ນ ​ແລະ ການ​ຮ່ວມ​ມື​ພັດທະນາ​ກັບ​ບັນດາ​ປະ​ເທດ​ອາຊີ, ​ໃນ​ນັ້ນ​ມີ​ຫວຽດນາມ.

ສ່ວນທ່ານນາງ Katie Knight ໃຫ້ຮູ້ວ່າ ລັດ New South Wales ໄດ້ເປີດຫ້ອງການຜູ້ຕາງໜ້າປະຈຳ ຫວຽດນາມ ແລະ ພ້ອມແລ້ວທີ່ຈະຕ້ອນຮັບບັນດາວິສາຫະກິດຂອງ ຫວຽດນາມ ເວົ້າລວມ ແລະ ຮ່າໂນ້ຍ ເວົ້າສະເພາະ ເຂົ້າຮ່ວມວິວັດການພັດທະນາເສດຖະກິດ, ສັງຄົມຂອງລັດ ພິເສດແມ່ນການຮ່ວມມືລົງທຶນເຂົ້າຂົງເຂດຫັນເປັນດີຈີຕອນ ແລະ ນະວັດຕະກຳ.

ຕອນ​ບ່າຍ​ວັນ​ດຽວ​ກັນ, ຄະນະ​ຜູ້​ແທນ​ຮ່າ​ໂນ້ຍ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ຄະນະ​ປະຈຳ​ສະພາ​ນະຄອນ Sydney, ລັດ New South Wales. ຕ້ອນຮັບ ​ແລະ ​ເຮັດ​ວຽກ​ກັບ​ຄະນະ, ​ໂດຍ​ທ່ານ​ຮອງ​ເຈົ້າ​ຄອງ​ນະຄອນ Sydney ທ່ານ Robert Kok. ທີ່​ການ​ພົບ​ປະ, ຮອງ​ເຈົ້າ​ຄອງ​ນະຄອນ Robert Kok ​ໃຫ້​ຮູ້​ວ່າ: ສອງ​ທ້ອງ​ຖິ່ນ​ມີ​ຫຼາຍ​ຈຸດ​ທີ່​ຄ້າຍຄື​ກັນ​ໃນ​ເນື້ອ​ທີ່ ​ແລະ ຂະໜາດ​ປະຊາກອນ, ນະຄອນ Sydney ​ແມ່ນ​ນະຄອນ​ນຳ​ໜ້າ​ໃນ​ຂົງ​ເຂດ​ຫັນ​ເປັນ​ດີ​ຈີ​ຕອນ ​ແລະ ນະ​ວັດຕະກຳ.

ລັດຖະບານ​ນະຄອນ Sydney ​ໄດ້​ວາງ​ແຜນ​ຍຸດ​ທະ​ສາດ​ຮອບດ້ານ​ວິ​ໄສ​ທັດ 2030-2050, ວາງ​ເປົ້າ​ໝາຍ​ເຮັດ​ໃຫ້​ນະຄອນ Sydney ​ເປັນ​ນະຄອນ​ສ້າງສັນ​ໃນ​ປີ 2030 ດ້ວຍ 10 ທິດ​ທາງ​ຍຸດ​ທະ​ສາດ​ເພື່ອ​ສ້າງ​ເມືອງ​ສະຫຼາດ ​ແລະ ລວມ​ທັງ​ດ້ານ​ຫໍສະໝຸດ ​ແລະ ການ​ຮຽນ; ເຫດການໃຫຍ່ ແລະງານບຸນ; ພື້ນທີ່ວັດທະນະທໍາ ແລະ ການພັດທະນາພາກພື້ນ; ໂຄງ​ການ​ວັດ​ທະ​ນະ​ທໍາ​ ແລະ​ ການ​ທ່ອງ​ທ່ຽວ...

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.