ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ອົດສະຕາລີ ຢ່າງເປັນທາງການ

09:25 | 05/06/2023

ຍສໝ - ຕອນເຊົ້າວັນທີ 04 ມິຖຸນາ, ຢູ່ທຳນຽບປະທານປະເທດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese ມາຢ້ຽມຢາມ ຫວຽດນາມ ແຕ່ວັນທີ 03-04 ມິຖຸນາ, ຢ່າງເປັນທາງການ.

50 ປີແຫ່ງການພົວພັນຫວຽດນາມ - ອົດສະຕາລີ: ກ້າວເຂົ້າສູ່ຂະໜາດຢ່າງລວງເລິກໃໝ່ 50 ປີແຫ່ງການພົວພັນຫວຽດນາມ - ອົດສະຕາລີ: ກ້າວເຂົ້າສູ່ຂະໜາດຢ່າງລວງເລິກໃໝ່
ຫວຽດນາມ - ອົດສະຕາລີ: ຮ່ວມມືດ້ານເສດຖະກິດຢ່າງເຂັ້ມແຂງ ຫວຽດນາມ - ອົດສະຕາລີ: ຮ່ວມມືດ້ານເສດຖະກິດຢ່າງເຂັ້ມແຂງ

ພາຍຫຼັງພິທີຕ້ອນຮັບ, ນາຍົກລັດຖະມົນຕີ 2 ທ່ານໄດ້ຈັດກອງປະຊຸມວົງແຄບ ແລະ ດຳເນີນການເຈລະຈາ, ຢູ່ຫ້ອງວ່າການລັດຖະບານ. ທີ່ການເຈລະຈາ, ນາຍົກລັດຖະມົນຕີ 2 ທ່ານໄດ້ຕີລາຄາສູງໝາກຜົນການຮ່ວມມືລະຫວ່າງ 2 ຝ່າຍໃນທຸກຂົງເຂດ; ເຫັນດີເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນ ແລະ ການພົບປະຂັ້ນສູງໃນໄລຍະຈະມາເຖິງ; ຜັນຂະຫຍາຍການສ້າງໂຄງການກະທຳໄລຍະໃໝ່; ສືບຕໍ່ຍູ້ແຮງການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ; ຍູ້ແຮງການຮ່ວມມືດ້ານປ້ອງກັນຊາດ, ຄວາມໝັ້ນຄົງ, ການສຶກສາບຳລຸງສ້າງ, ວິທະຍາສາດເຕັກໂນໂລຊີ… 2 ຝ່າຍເຫັນດີຊຸກຍູ້ການຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໃນຈຸດເວລາທີ່ເໝາະສົມ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ອົດສະຕາລີ ຢ່າງເປັນທາງການ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ອົດສະຕາລີ ຢ່າງເປັນທາງການ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງຢືນຢັນວ່າ ຈະສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ອົດສະຕາລີ ລົງທຶນເຂົ້າ ຫວຽດນາມ; ສະເໜີໃຫ້ ອົດສະຕາລີ ສ້າງເງື່ອນໄຂໃຫ້ວິສາຫະກິດ ຫວຽດນາມ ລົງທຶນຢູ່ ອົດສະຕາລີ ໃນບັນດາຂົງເຂດກະສິກຳ, ການຄ້າເອເລັກໂຕນິກ, ການບິນ… ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງເລື່ອງ ອົດສະຕາລີ ເພີ່ມ 2,5% ODA ໃຫ້ແກ່ ຫວຽດນາມ ໃນປີການເງິນ 2023 – 2023 ແລະ ສະເໜີຖື ການຮ່ວມມື ODA ແມ່ນປັດໃຈສຳຄັນໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນອະນາຄົດ.

ສ່ວນທ່ານນາຍົກລັດຖະມົນຕີ Anthony Albanese ຢືນຢັນວ່າ, ອົດສະຕາລີ ປາດຖະໜາຢາກເປີດກວ້າງການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບກັບ ຫວຽດນາມ; ຢືນຢັນສືບຕໍ່ຮັກສາການຮ່ວມມື ODA. ທ່ານນາຍົກລັດຖະມົນຕີ ອົດສະຕາລີ ໄດ້ປະກາດບ້ວງເງິນໜູນຊ່ວຍ 105 ລ້ານ AUD ໃຫ້ແກ່ ຫວຽດນາມ ໃນການຮ່ວມມືດ້ານພື້ນຖານໂຄງລ່າງ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການຫັນປ່ຽນພະລັງງານ…

ເມື່ອແລກປ່ຽນກ່ຽວກັບສະພາບການຢູ່ທະເລຕາເວັນອອກ, ການນຳ 2 ທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງ ຮັກສາ ແລະ ຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມປອດໄພ ແລະ ຄວາມເສລີໃນການເດີນທະເລ ແລະ ການບິນຢູ່ທະເລຕາເວັນອອກ; ຊຸກຍູ້ການເຈລະຈາ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.
ພາຍຫຼັງການເຈລະຈາ, ການນຳ 2 ທ່ານໄດ້ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມື ແລະ ພົບປະກັບສື່ມວນຊົນ. ນາຍົກລັດຖະມົນຕີ 2 ທ່ານ ພ້ອມກັນເປັນສັກຂີພິຍານພິທີແລກປ່ຽນເອກະສານຮ່ວມມືລະຫວ່າງ 2 ປະເທດ, ໃນນັ້ນມີ: ບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ປ່ຽນແປງໃໝ່ປະດິດຄິດສ້າງ; ບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືຈັດການເຈລະຈາຂັ້ນລັດຖະມົນຕີກ່ຽວກັບການຄ້າ ຫວຽດນາມ - ອົດສະຕາລີ; ບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືແລກປ່ຽນຂໍ້ມູນສືບລາຊະການລັບການເງິນ ກ່ຽວຂ້ອງເຖິງການຝອກເງິນ ແລະ ອຸປະທຳກໍ່ການຮ້າຍ…

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.