ເພີ່ມທະວີການຮ່ວມມືໃນຂົງເຂດການຫັນເປັນດິີຈີຕອນກັບປະເທດເພື່ອນລາວ

15:11 | 26/10/2023

ເພີ່ມທີວີການຮ່ວມມືໃນຂົງເຂດຫັນເປັນດິີຈີຕອນກັບປະເທດເພື່ອນລາວ

ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ແກ້​ໄຂ​ ເພື່ອ​ເພີ່ມ​ທະວີ​ການ​ຈັດ​ອັນ​ດັບ​ຂອງ​ຫວຽດນາມ ​ໃນດັດຊະນີນະວັດຕະກຳທົ່ວໂລກ ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ແກ້​ໄຂ​ ເພື່ອ​ເພີ່ມ​ທະວີ​ການ​ຈັດ​ອັນ​ດັບ​ຂອງ​ຫວຽດນາມ ​ໃນດັດຊະນີນະວັດຕະກຳທົ່ວໂລກ
ການພົບປະແລກປ່ຽນປະຊາຊົນ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີການພົວພັນມິດຕະພາບຫວຽດນາມ - ລາວ ການພົບປະແລກປ່ຽນປະຊາຊົນ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີການພົວພັນມິດຕະພາບຫວຽດນາມ - ລາວ

ຕອນບ່າຍວັນທີ 12 ຕຸລາ, ຢູ່ຮ່າໂນ້ຍ, ທ່ານພົນຕີ ຫງວຽນຢຸຍຫງອກ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຢີ ແລະການສື່ສານລາວ.

ເມື່ອແບ່ງປັນບົດຮຽນຂອງກະຊວງຕຳຫຼວດຫວຽດນາມ ໃນການຜັນຂະຫຍາຍ, ຈັດຕັ້ງປະຕິບັດໂຄງການຖານຂໍ້ມູນແຫ່ງຊາດກ່ຽວກັບພົນລະເມືອງ ແລະໂຄງການຜະລິດ, ອອກບັດ ແລະຄຸ້ມຄອງບັດປະຈໍາຕົວ, ທ່ານ ຫງວຽນຢຸຍຫງອກ ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງສ້າງພື້ນຖານດ້ານນິຕິກຳ, ລະບົບຮັກສາຄວາມລັບ, ພື້ນຖານໂຄງລ່າງດ້ານເຕັກໂນໂລຢີທີ່ທັນສະໄໝຢ່າງຄົບຊຸດ, ລະດັບການຮັກສາຄວາມລັບສູງ. ພ້ອມກັນນັ້ນກໍ່ຕ້ອງສ້າງຖານຂໍ້ມູນພົນລະເມືອງທີ່ໃຊ້ຮ່ວມກັນ, ດໍາເນີນການຫັນຖານຂໍ້ມູນເປັນດີຈີຕອນ ແລະແຫຼ່ງຊັບພະຍາກອນມະນຸດເຕັກໂນໂລຢີທີ່ມີຄຸນນະພາບສູງ.

ເພີ່ມທະວີການຮ່ວມມືໃນຂົງເຂດການຫັນເປັນດິີຈີຕອນກັບປະເທດເພື່ອນລາວ
ບັນຍາກາດທີ່ການຕ້ອນຮັບ. ພາບ: cand.com.vn

ນີ້ແມ່ນພື້ນຖານທີ່ສຳຄັນ ເພື່ອໃຫ້ກະຊວງປ້ອງກັນຄວາມສະຫງົບລາວ ຄົ້ນຄວ້າກໍ່ສ້າງສູນຂໍ້ມູນແຫ່ງຊາດກ່ຽວກັບພົນລະເມືອງ ເພື່ອຮັບໃຊ້ການຄຸ້ມຄອງແຫ່ງລັດ, ຄຸ້ມຄອງສັງຄົມ, ພັດທະນາເສດຖະກິດ, ວັດທະນະທຳ ແລະສັງຄົມ, ສ້າງພື້ນຖານເພື່ອໃຫ້ປະເທດລາວ ກໍ່ສ້າງລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ ແລະສັງຄົມດີຈີຕອນ. ໃນປະຈຸບັນ, ກະຊວງຕຳຫຼວດຫວຽດນາມ ແລະກະຊວງປ້ອງກັນຄວາມສະຫງົບລາວ ພວມຍູ້ແຮງການເພີ່ມທະວີການສົມທົບກັນບົນພື້ນຖານປັບປຸງ “ມາດຕະການແກ້ໄຂການກໍ່ສ້າງລະບົບຄຸ້ມຄອງພົນລະເມືອງ ແລະບັດປະຈໍາຕົວ ຢູ່ລາວ” ໃຫ້ສົມບູນແບບ ເພື່ອເປັນພື້ນຖານລາຍງານຕໍ່ລັດຖະບານສອງປະເທດ ເຫັນດີຕໍ່ແຜນນະໂຍບາຍ ເພື່ອຈັດຕັ້ງປະຕິບັດ.

ເພີ່ມທະວີການຮ່ວມມືໃນຂົງເຂດການຫັນເປັນດິີຈີຕອນກັບປະເທດເພື່ອນລາວ

ທ່ານພົນຕີ ຫງວຽນຢຸຍຫງອກ, ຮອງລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ແລະທ່ານລັດຖະມົນຕີ ບໍ່ວຽງຄຳ ວົງດາລາ ພ້ອມດ້ວຍບັນດາຜູ້ແທນ. ພາບ: cand.com.vn

ສ່ວນທ່ານ ບໍ່ວຽງຄຳ ວົງດາລາ ໃຫ້ຮູ້ວ່າ ການຢ້ຽມຢາມ ແລະເຮັດວຽກໂດຍກົງຢູ່ສູນຂໍ້ມູນແຫ່ງຊາດໃນຄັ້ງນີ້ແມ່ນພື້ນຖານ ເພື່ອໃຫ້ບັນດາຫົວໜ່ວຍຂອງກະຊວງເຕັກໂນໂລຢີ ແລະການສື່ສານລາວ ມີເງື່ອນໄຂຮ່ຳຮຽນ, ຖອດຖອນບົດຮຽນ ເພື່ອໃຫ້ມີຄວາມເຂົ້າໃຈຕື່ມອີກກ່ຽວກັບກົນໄກດຳເນີນງານ ແລະການເຄື່ອນໄຫວຂອງລະບົບຂໍ້ມູນ. ຜ່ານນັ້ນ, ບັນດາອົງການ, ກົມກອງລະຫວ່າງກະຊວງຕຳຫຼວດຫວຽດນາມ ກັບກະຊວງເຕັກໂນໂລຢີ ແລະການສື່ສານລາວ ກໍ່ໄດ້ແລກປ່ຽນຂໍ້ມູນຂ່າວສານ, ການຮ່ວມມື, ເພື່ອມຸ່ງໄປເຖິງການກໍ່ສ້າງສູນຂໍ້ມູນແຫ່ງຊາດກ່ຽວກັບພົນລະເມືອງ ຢູ່ລາວ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.