ນ້ຳກ້າມຂາວປົກຄຸມທົ່ວຈອມພູ ອູບໍ່, ເຊີນລາ
ຍສໝ - ວັນທີ 3 ເມສາ, ອຸນຫະພູມຢູ່ເຂດພູສູງແຂວງ ເຊີນລາ ໄດ້ຫຼຸດລົງຢ່າງແຮງ, ອາກາດໜາວປະກົດມີນ້ຳໝອກກ້າມຂຶ້ນຢູ່ຈອມພູ ອູບໍ່ (ຢູ່ບ້ານ ຈົ່ງຈາ, ຕາແສງ ຫ່າງດົ່ງ, ເມືອງ ບັກອຽນ, ແຂວງ ເຊີນລາ).
 |
ຢູ່ຈອມພູ ອູບໍ່, ອຸນຫະພູມຫຼຸດລົງຕໍ່າກວ່າ 0 ອົງສາ C, ໃນຕອນເຊົ້າ, ຢູ່ທີ່ນີ້ ປະກົດມີນ້ຳໝອກກ້າມຢູ່ຕາມກິ່ງງ່າຂອງຕົ້ນໄມ້. ພາບ: vov.vn |
 |
ຈອມພູ ອູບໍ່ (ເອີ້ນອີກຊື່ໜຶ່ງວ່າ ຈອມພູ ຊາມູ) ມີລະດັບຄວາມສູງເກືອບ 2.800 ແມັດເໜືອນ້ຳທະເລ, ແມ່ນໜຶ່ງໃນສາມຈອມພູຂອງປ່ານຳໃຊ້ພິເສດ ຕ່າຊົ່ວ. ພາບ: vov.vn |
 |
ປະມານເດືອນກຸມພາຫາເດືອນເມສາຂອງທຸກໆປີ, ສະຖານທີ່ນີ້ແມ່ນເອີ້ນວ່າອານາຈັກຂອງ "ດອກໄມ້ທີ່ແປກປະຫຼາດ". ພາບ: vov.vn |
 |
ທິວທັດທຳມະຊາດອັນງົດງາມຢູ່ທີ່ນີ້ ຍັງເປັນທ່າແຮງ ແລະ ທ່າໄດ້ປຽບ ເພື່ອພັດທະນາເສດຖະກິດຕາມທິດການບໍລິການການທ່ອງທ່ຽວ. ພາບ: vov.vn |
 |
ນ້ຳໝອກກ້າມສີຂາວຢູ່ຈອມພູ ອູບໍ່. ພາບ: vov.vn |
 |
ນ້ຳໝອກກ້າມເປັນສີຂາວຢູ່ຕາມຕົ້ນໄມ້ໃບຫຍ້າ ... ພາບ: vov.vn |
ຍ້ອນຮັບອິດທິພົນຂອງອາກາດໜາວ, ວັນທີ 3 ເມສາ, ຢູ່ຕາແສງ ຫ່າງດົ່ງ, ເມືອງ ບັກອຽນ, ແຂວງ ເຊີນລາ ອຸນຫະພູມໄດ້ຫຼຸດລົງຢ່າງຫຼາຍ, ຕອນເຊົ້າ ແລະ ກາງຄືນແມ່ນ 2-5 ອົງສາ C.
ບູນມີ