ເສີມຂະຫຍາຍປະສິດທິຜົນວຽກງານຂ່າວການຕ່າງປະເທດ

12:30 | 13/10/2023

ເສີມຂະຫຍາຍປະສິດທິຜົນວຽກງານສື່ສານການຕ່າງປະເທດ

ເສີມຂະຫຍາຍກຳລັງແຮງຊາວໜຸ່ມ ຮ່ວມແຮງຮ່ວມໃຈກັນກໍ່ສ້າງເຂດຊາຍແດນ ຫວຽດນາມ - ລາວ ສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ ເສີມຂະຫຍາຍກຳລັງແຮງຊາວໜຸ່ມ ຮ່ວມແຮງຮ່ວມໃຈກັນກໍ່ສ້າງເຂດຊາຍແດນ ຫວຽດນາມ - ລາວ ສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ
ຫວຽດນາມ - ກຳປູເຈຍ: ເສີມຂະຫຍາຍການຄວບຄຸມຮັກສາຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງບົກ ແລະ ທາງທະເລ ຫວຽດນາມ - ກຳປູເຈຍ: ເສີມຂະຫຍາຍການຄວບຄຸມຮັກສາຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງບົກ ແລະ ທາງທະເລ

ໂດຍແມ່ນແຂວງຊາຍແດນ, ນອນຢູ່ທີ່ຕັ້ງຍຸດທະສາດສາມແຍກອິນດູຈີນ, ໃນເຂດແກນເຂດສາມຫຼ່ຽມພັດທະນາ ຫວຽດນາມ - ລາວ - ກຳປູເຈຍ, ສະນັ້ນ ໃນຫຼາຍປີຜ່ານມາ, ອົງຄະນະພັກ ແລະ ອໍານາດການປົກຄອງແຂວງ ກອນຕູມ ຍາມໃດກໍ່ກຳນົດຢ່າງຈະແຈ້ງກ່ຽວກັບວຽກງານຂ່າວສານການຕ່າງປະເທດ ແມ່ນພາກສ່ວນສຳຄັນຂອງວຽກງານການຕ່າງປະເທດຂອງພັກ, ການທູດລັດ, ການທູດປະຊາຊົນ.

ຈາກນັ້ນ, ກໍ່ໄດ້ມີບັນດາການຊີ້ນໍາທີ່ເໝາະສົມ, ມີໄຫວພິບ ແລະ ມີປະສິດທິຜົນໃນການປະຕິບັດວຽກງານຂໍ້ມູນຂ່າວສານການຕ່າງປະເທດ, ປະກອບສ່ວນສ້າງຄວາມເຫັນດີເຫັນພ້ອມໃນແຂວງ ແລະ ຍາດແຍ່ງເອົາການສະໜັບສະໜູນຂອງເພື່ອນມິດສາກົນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໜ້າທີ່ໃນສະພາບການໃໝ່.

ຄະນະພັກ ແລະ ຄະນະກໍາມະການປະຊາຊົນແຂວງ ມີເອກະສານຫຼາຍສະບັບຊີ້ນຳການປະຕິບັດວຽກງານຂ່າວສານການຕ່າງປະເທດ ເຊັ່ນ: ຄໍາສັ່ງຊີ້ນໍາ ສະບັບເລກທີ 01/2013/CT-UBND ລົງວັນທີ 23 ກໍລະກົດ 2013 ວ່າດ້ວຍການເພີ່ມທະວີວຽກງານຂ່າວສານການຕ່າງປະເທດໃນບໍລິເວນແຂວງກອນຕູມ ໄລຍະ 2013 – 2020; ແຜນການ ສະບັບເລກທີ 106-KH/TU ລົງວັນທີ 7 ສິງຫາ 2023 ຂອງຄະນະປະຈໍາຄະນະພັກແຂວງ ວ່າດ້ວຍການປະຕິບັດຂໍ້ສະຫຼຸບສະບັບເລກທີ 57-KL/TW, ລົງວັນທີ 15 ມິຖຸນາ 2023 ຂອງກົມການເມືອງ ວ່າດ້ວຍການສືບຕໍ່ຍົກສູງຄຸນນະພາບ, ປະສິດທິຜົນວຽກງານຂ່າວສານການຕ່າງປະເທດໃນສະພາບການໃຫມ່; ແຜນການສະບັບເລກທີ 371/KH-UBND ລົງວັນທີ 16 ກຸມພາ 2023 ຂອງຄະນະກໍາມະການປະຊາຊົນແຂວງ ກ່ຽວກັບວຽກງານຂ່າວສານການຕ່າງປະເທດຂອງແຂວງກອນຕູມ ໃນປີ 2023.

ເສີມຂະຫຍາຍປະສິດທິຜົນວຽກງານຂ່າວການຕ່າງປະເທດ

ການພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ລາວ - ກຳປູເຈຍ. ພາບ: H.L

ຄະນະຊີ້ນຳວຽກງານຂ່າວສານການຕ່າງປະເທດຂອງແຂວງ ໄດ້ກຳນົດທິດ ແລະ ສະໜອງຫຼາຍເອກະສານໂຄສະນາເຜີຍແຜ່ກ່ຽວກັບສານການຕ່າງປະເທດ, ໂຄສະນາເຜີຍແຜ່ກ່ຽວກັບທະເລ, ໝູ່ເກາະ ແລະ ວຽກງານຄຸ້ມຄອງຊາຍແດນທາງບົກໃຫ້ບັນດາທ້ອງຖິ່ນ, ຫົວໜ່ວຍຢ່າງທັນການ. ສົມທົບກັນຢ່າງແໜ້ນແຟ້ນໃນວຽກງານຄຸ້ມຄອງຂ່າວສານການຕ່າງປະເທດ, ສ້າງເງື່ອນໄຂສະດວກ ເພື່ອໃຫ້ສື່ມວນຊົນພາຍໃນ ແລະ ຕ່າງປະເທດມາເຮັດວຽກຢູ່ໃນແຂວງ.

ບັນດາຂັ້ນ, ຂະແໜງການໃນແຂວງໄດ້ຜັນຂະຫຍາຍວຽກງານຂ່າວສານການຕ່າງປະເທດຢ່າງມີປະສິດທິຜົນ ຜ່ານບັນດາການເຄື່ອນໄຫວການຕ່າງປະເທດ, ການທູດຂອງແຂວງກັບບັນດາປະເທດ ແລະ ອົງການຈັດຕັ້ງສາກົນ; ວຽກງານການທູດປະຊາຊົນ, ວຽກງານການທູດປ້ອງກັນຊາດ; ເຂົ້າຮ່ວມບັນດາການເຄື່ອນໄຫວສົ່ງເສີມການລົງທຶນ, ການຮ່ວມມືພັດທະນາເສດຖະກິດ, ການທ່ອງທ່ຽວ, ການພົບປະແລກປ່ຽນວັດທະນະທຳ.

ບັນດາອົງການສື່ມວນຊົນຂອງແຂວງ ໄດ້ຍູ້ແຮງການໂຄສະນາເຜີຍແຜ່ນນະໂຍບາຍຂອງພັກ ແລະ ນະໂຍບາຍກົດໝາຍຂອງລັດ ກ່ຽວກັບວຽກງານຂ່າວສານການຕ່າງປະເທດໃນສະພາບການໃໝ່. ໂດຍໃຫ້ຂໍ້ມູນຂ່າວສານ ແລະ ໂຄສະນາກ່ຽວກັບບັນດາການເຄື່ອນໄຫວການຕ່າງປະເທດຂອງພັກ, ການທູດຂອງລັດ, ການທູດປະຊາຊົນຂອງແຂວງກັບບັນດາແຂວງພາກໃຕ້ຂອງລາວ ແລະ ພາກຕາເວັນອອກສ່ຽງເໜືອຂອງກຳປູເຈຍ; ໃຫ້ຂໍ້ມູນຂ່າວສານກ່ຽວກັບການເຄື່ອນໄຫວທາງການທູດ, ການຢ້ຽມຢາມ, ຮ່ຳຮຽນປະສົບການຂອງການນຳແຂວງຢູ່ຕ່າງປະເທດ; ການຮ່ວມມືລະຫວ່າງແຂວງ ກອນຕູມ ກັບບັນດາທ້ອງຖິ່ນຂອງ ຍີ່ປຸ່ນ, ສ.ເກົາຫຼີ ແລະ ບັນດາປະເທດໃນໂລກ.

ເສີມຂະຫຍາຍປະສິດທິຜົນວຽກງານຂ່າວການຕ່າງປະເທດ

ໂຮງຮຽນມິດຕະພາບຫວຽດນາມ-ລາວ ແຂວງ ອັດຕະປື (ລາວ). ຮູບພາບ: HL

ເພື່ອສືບຕໍ່ຊຸກຍູ້ບັນດາໝາກຜົນທີ່ບັນລຸໄດ້ກໍ່ຄືຟື້ນຟູຂໍ້ຈຳກັດ ແລະ ຂໍ້ຂາດຕົກບົກຜ່ອງໃນວຽກງານຂ່າວສານການຕ່າງປະເທດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນສະພາບການໃໝ່ ມັນຮຽກຮ້ອງໃຫ້ມີບັນດາມາດຕະການຄົບຊຸດກວ່າ ແລະ ມີປະສິດທິຜົນກວ່າ.

ຫວ່າງມໍ່ໆນີ້, ວັນທີ 15 ກັນຍາ, ຄະນະກໍາມະການປະຊາຊົນແຂວງໄດ້ອອກແຜນການສະບັບເລກທີ 3083/KH-UBND ກ່ຽວກັບການຜັນຂະຫຍາຍການປະຕິບັດແຜນການສະບັບເລກທີ 106-KH/TU ລົງວັນທີ 7 ສິງຫາ 2023 ຂອງຄະນະພັກແຂວງ. ໃນນັ້້ນກໍານົດຢ່າງຊັດເຈນວຽກງານຂ່າວສານການຕ່າງປະເທດທີ່ຕ້ອງການໄປກ່ອນ ແລະ ມີລັກສະນະຄາດຄະເນສູງ; ປະສານສົມທົບຢ່າງກົມກຽວລະຫວ່າງ "ການສ້າງ" ແລະ "ການຕ້ານ"; ຍູ້ແຮງການໂຄສະນາເຜີຍແຜ່ຮູບພາບທ້ອງຖິ່ນເຖິງເພື່ອນມິດສາກົນ.

ເພື່ອເຮັດໄດ້ຄືດັ່ງກ່າວ ຕ້ອງມີການສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍຢ່າງຄົບຊຸດ ແລະ ມີຈຸດສຸມລະຫວ່າງວຽກງານຂ່າວສານການຕ່າງປະເທດ ກັບວຽກງານຂ່າວສານພາຍໃນປະເທດ, ລະຫວ່າງການພົວພັນຕ່າງປະເທດພັກ, ການທູດລັດ ແລະ ການທູດປະຊາຊົນ.

ໂດຍໄດ້ປ່ຽນແປງໃໝ່ເນື້ອໃນຢ່າງບໍ່ຢຸດຢັ້ງ ແລະ ຫັນບັນດາວິທີການສື່ສານການຕ່າງປະເທດຕາມຄຳຂວັນ “ເປັນເຈົ້າການ, ຄົບຊຸດ, ທັນການ, ມີຫົວຄິດປະດິດສ້າງ ແລະ ມີປະສິດທິຜົນ” ເປັນຫຼາຍຮູບຫຼາຍແບບ. ໝູນໃຊ້ເຕັກໂນໂລຊີດີຈີຕອນຢ່າງແຮງເພື່ອຍົກສູງປະສິດທິຜົນວຽກງານຂ່າວສານການຕ່າງປະເທດຂອງແຂວງ.

ເສີມຂະຫຍາຍບົດບາດຂອງບັນດາອົງການ, ອົງການຈັດຕັ້ງທີ່ໄດ້ມອບໝາຍໜ້າທີ່ກ່ຽວກັບວຽກງານຂ່າວສານຕ່າງປະເທດ, ພິເສດແມ່ນອົງການສື່ມວນຊົນ, ການສື່ສານ; ຍູ້ແຮງການໂຄສະນາເຜີຍແຜ່ທາງຫາງສຽງສັງຄົມ ແລະ ເຄືອຂ່າຍສັງຄົມ.

ເພີ່ມທະວີການໂຄສະນາ, ສຶກສາສະຕິຄວາມຮັບຜິດຊອບຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນ, ພິເສດແມ່ນລຸ້ນໜຸ່ມໃນການປົກປັກຮັກສາ ແລະ ຍົງສູງພາບພົດປະເທດຊາດ ແລະ ທ້ອງຖິ່ນ, ກໍ່ຄືບັນດາຄຸນຄ່າອຸດົມການອັນສູງສົ່ງຂອງຊາດຫວຽດນາມ, ບັນດາຄຸນຄ່າດ້ານແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງໂຮ່ຈີມິນ ເຖິງເພື່ອນມິດສາກົນ.

ບູນມີ

ເຫດການ
302 Found

Found

The document has moved here.