ຫວຽດນາມ - ຍີ່ປຸ່ນ ມີ​ຫຼາຍ​ຈຸດລວມເພື່ອ​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​

14:46 | 12/10/2023

ຕອນບ່າຍວັນທີ 10 ຕຸລາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວໍ​ວັນ​ເຖືອງ ໄດ້ໃຫ້ການຕ້ອນຮັບ ທ່ານ ນາງ Kamikawa Yoko ລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ ທີ່ພວມຢ້ຽມຢາມ ຫວຽດນາມ.

ຫວຽດນາມ​ ມີ​ຄວາມ​ສາມາດ​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ຕະຫຼາດ​ທີ່​ເຕີບ​ໂຕ​ໄວ​ທີ່​ສຸດ​ຢູ່​ອາຊີ ຫວຽດນາມ​ ມີ​ຄວາມ​ສາມາດ​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ຕະຫຼາດ​ທີ່​ເຕີບ​ໂຕ​ໄວ​ທີ່​ສຸດ​ຢູ່​ອາຊີ
“​ລາຍການ ​Homestay”: ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ​ຂອງ​ປະຊາຊົນ​ຫວຽດນາມ - ລາວ “​ລາຍການ ​Homestay”: ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ​ຂອງ​ປະຊາຊົນ​ຫວຽດນາມ - ລາວ

ໂດຍສະແດງຄວາມຊົມເຊີຍ​ທ່ານ​ນາງ Kamikawa Yoko ໄດ້ມາກ່ອນຢ້ຽມຢາມ ຫວຽດນາມ ພາຍຫຼັງ​ຮັບຕຳແໜ່ງລັດຖະມົນຕີ​ການ​ຕ່າງປະ​ເທດ ຍີ່ປຸ່ນ ​ແລະ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ຫວໍວັນເຖືອງ ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ອັນ​ດີງາມ​ຂອງ​ທ່ານນາງ ​Kamikawa Yoko ເຂົ້າ​ໃນ​ການ​ພົວພັນ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ​ ຫວຽດນາມ ​- ຍີ່ປຸ່ນ ໃນຊຸມປີມໍ່ໆມານີ້ໃນຫຼາຍຖານະຕຳແໜ່ງທີ່ແຕກຕ່າງກັນ.

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຢັ້ງຢືນວ່າ ຍີ່ປຸ່ນແມ່ນຄູ່ຮ່ວມມື ເສດຖະກິດແຖວໜ້າຂອງ ຫວຽດນາມ ແລະ ສອງປະເທດມີຈຸດຄ້າຍຄືກັນຫຼາຍຢ່າງ ແລະ ມີຄວາມສາມາດບົ່ມຊ້ອນເພື່ອສືບຕໍ່ນຳການພົວພັນຮ່ວມມືມິດຕະພາບ ຫວຽດນາມ - ຍີ່ປຸ່ນ ພັດທະນາຢ່າງແຮງກ່ວາອີກໃນທຸກຂົງເຂດ. ທ່ານປະທານປະເທດສະເໜີໃຫ້ສອງຝ່າຍສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນເພື່ອແນໃສ່ປະກອບສ່ວນປັບປຸງ ແລະ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເອົາໃຈໃສ່ເປັນພິເສດເຖິງການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ແຮງງານ, ແຫຼ່ງທຶນຊ່ວຍເຫຼືອພັດທະນາ ODA, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ…

ຫວຽດນາມ - ຍີ່ປຸ່ນ ມີ​ຫຼາຍ​ຈຸດລວມເພື່ອ​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​
ປະທານປະທານປະເທດ ຫວໍວັນເຖືອງໃຫ້ການຕ້ອນຮັບ ທ່ານນາງ Kamikawa Yoko ລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ (ພາບ: TTXVN)

ສ່ວນທ່ານນາງ Kamikawa Yoko ໄດ້ເນັ້ນໜັກວ່າ ສອງປະເທດມີເງື່ອນໄຂຢ່າງພຽງພໍເພື່ອນຳການພົວພັນຂຶ້ນສູ່ລະດັບສູງໃໝ່, ທ່ານກໍ່ປາດຖະໜາຢາກໃຫ້ສອງປະເທດສືບຕໍ່ເຮັດໃຫ້ການຮ່ວມມືໃນຂົງເຂດທີ່ມີຢູ່ແລ້ວເລິກເຊິ່ງກ່ວາອີກ, ພ້ອມທັງເປີດກວ້າງອອກສູ່ບັນດາຂົງເຂດໃໝ່ຄື: ເຫັນເປັນດີຈີຕອນ, ຫັນເປັນສີຂຽວ…

ແລະ ກໍ່ໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານນາງ Kamikawa Yoko. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີໃຫ້ສອງຝ່າຍຊຸກຍູ້ການຢ້ຽມຢາມ, ພົບປະຂັ້ນສູງ ແລະ ຫວັງວ່າ ຍີ່ປຸ່ນ ຈະໜູນຊ່ວຍຫວຽດນາມ ໃນການສ້າງພື້ນຖານເສດຖະກິດເປັນເອກະລາດ, ເປັນເຈົ້າຕົນເອງ ແລະ ການຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ.

ກ່ຽວ​ກັບ​ບັນຫາ​ສາກົນ ​ແລະ ພາກ​ພື້ນ, ທ່ານ​ລັດຖະມົນຕີ ນາງ Kamikawa ຢືນຢັນ​ວ່າ ຫວຽດນາມ ຖື​ເປັນ​ສຳຄັນ​ໃນການຜັນຂະຫຍາຍ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ ຍີ່ປຸ່ນ ຢູ່​ພາກ​ພື້ນ, ຍີ່ປຸ່ນ ຈະ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ ຫວຽດນາມ ​ໃນ​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ ​ແລະ ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ ຢືນຢັນ​ວ່າ ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ ຍີ່ປຸ່ນ ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ຂັ້ນສູງ ອາ​ຊຽນ - ຍີ່ປຸ່ນ ​ໃນ​ທ້າຍ​ປີ 2023.

ດີງເລື້ອງ

ທ່ານອາດຈະມັກ

302 Found

Found

The document has moved here.