ລັດ California ຮັບຮອງ ບຸນປີໃໝ່ຫວຽດນາມ (ບຸນເຕັດ) ແມ່ນບຸນປະຈຳປີ ຢ່າງເປັນທາງການ

14:27 | 29/08/2018

ຍສໝ - ຕົ້ນອາທິດນີ້ ອຳນາດການປົກຄອງ ລັດ ຄາລິຟໍເນຍ ໄດ້ຮັບຮອງ ຢ່າງເປັນທາງການວ່າ ວັນບຸນປີໃໝ່ຂອງຊາວຈີນ ແລະ ບັນດາປະເທດ ອາຊີ ແມ່ນ ງານປະຈຳປີຂອງລັດດັ່ງກ່າວ.

ລັດ California ຮັບຮອງ ບຸນປີໃໝ່ຫວຽດນາມ (ບຸນເຕັດ) ແມ່ນບຸນປະຈຳປີ ຢ່າງເປັນທາງການ

ບຸນປີໃໝ່ບັນດາປະເທດ ອາຊີ.

ຄຳຕັດສິນດັ່ງກ່າວ ໄດ້ອະນຸມັດ ພາຍຫຼັງຮ່າງກົດໝາຍ 892 ທີ່ໄດ້ຮັບຮອງບຸນປີໃໝ່ປະຈຳຊາດ ໂດຍສະມາຊິກສະພາສູງ Richard Pan ແລະ Scott Wiener ສະເໜີເມື່ອເດືອນມັງກອນ ແລະ ສະພາແຫ່ງຊາດຂອງລັດ ຄາລິຟໍເນຍຮັບຮອງເອົາເມື່ອຕົ້ນເດືອນນີ້.

ອຳນາດການປົກຄອງລັດ ຄາລິຟໍເນຍ ປະເທດ ອາເມລິກາ, ໄດ້ຮັບຮອງບຸນປີໃໝ່ປະຈຳຊາດ (ບຸນເຕັດ) ຂອງ ຫວຽດນາມ ແລະ ບັນດາປະເທດ ອາຊີ ມີຄວາມໝາຍສຳຄັນພິເສດ ແລະ ຍອມຮັບວ່າແມ່ນ ງານບຸນປະຈຳປີ ຢ່າງເປັນທາງການ ຢູ່ລັດ ຄາລິຟໍເນຍ. ຄຳຕັດສິນດັ່ງກ່າວໄດ້ຖະແຫຼງ ພາຍຫຼັງຮ່າງກົດໝາຍ 892 ທີ່ໄດ້ຮອງຮັບບຸນປີໃໝ່ປະຈຳຊາດ ໂດຍສະມາຊິກສະພາສູງ Richard Pan ແລະ Scott Wiener ສະເໜີເມື່ອເດືອນມັງກອນ ແລະ ສະພາແຫ່ງຊາດຂອງລັດຄາລິຟໍເນຍ ຮັບຮອງເອົາເມື່ອຕົ້ນເດືອນນີ້ ແລະ ທ່ານຜູ້ວ່າການລັດ Jerry Brown ລົງນາມເປັນກົດໝາຍເມື່ອວັນທີ 26 ສິງຫາ ຢ່າງເປັນທາງການ. ຕາມກົດໝາຍສະບັບນີ້, ໃນບັນດາໂຮງຮຽນຂອງລັດ ແລະ ຮາກຖານການສຶກສາຢູ່ລັດ ຄາລິຟໍເນຍ ຈະໄດ້ຮັບການສົ່ງເສີມຈັດຕັ້ງບັນດາງານບຸນຮັບຮູ້ ມູນເຊື້ອ ຄວາມໝາຍ ແລະ ວັດທະນະທຳອັນໃຫຍ່ຫຼວງຂອງບຸນປີໃໝ່ປະຈຳຊາດ, ບັນດາການປະກອບສ່ວນຂອງປະຊາຄົມຊາວ ອາເມລິກາ ເຊື້ອສາຍ ອາຊີ ແລະ ບັນດາປະເທດໃນພາກພື້ນ ປາຊີຟິກ (API) ສຳລັບ ລັດຄາລິຟໍເນຍກໍ່ຄືໄດ້ເຂົ້າຮ່ວມບັນດາເຫດການຢູ່ທ້ອງຖິ່ນໄດ້ຮັບການຈັດຕັ້ງໃນວັນບຸນນີ້.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.