ຮັດແໜ້ນສາຍພົວພັນສາມັກຄີລະຫວ່າງແຂວງ ນິງບິ່ງ ແລະ ນະຄອນຫລວງວຽງຈັນ

19:43 | 09/10/2023

ຍສໝ - ຕອນ​ບ່າຍ​ວັນ​ທີ 6 ຕຸລາ, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ນະ​ຄອນ​ຫຼວງ​ວຽງ​ຈັນ (ລາວ) ນຳ​ໂດຍ​ສະ​ຫາຍ ອາດ​ສະ​ພັງທອງ ​ສີ​ພັນ​ດອນ, ເຈົ້າຄອງນະຄອນຫຼວງ​ວຽງ​ຈັນທັງເປັນຫົວໜ້າຄະນະ​ໄດ້ມີການຢ້ຽມ​ຢາມ​ແຂວງ ນິງບິ່ງ.

ປິດ “Festival ນິງບິ່ງ 2022 - ຈ່າງອານ ເຊື່ອມຕໍ່ມໍລະດົກ” ປິດ “Festival ນິງບິ່ງ 2022 - ຈ່າງອານ ເຊື່ອມຕໍ່ມໍລະດົກ”
ສະມາຄົມຊາວ​ຍີ່ປຸ່ນ​ຮັກ​ຫວຽດນາມ ມອບ​ຂອງຂວັນ​ໃຫ້​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ຢູ່​ແຂວງ ນິງບິ່ງ ສະມາຄົມຊາວ​ຍີ່ປຸ່ນ​ຮັກ​ຫວຽດນາມ ມອບ​ຂອງຂວັນ​ໃຫ້​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ຢູ່​ແຂວງ ນິງບິ່ງ

ທີ່ການ​ຕ້ອນຮັບ ​ສະຫາຍ ອາດ​ສະ​ພັງທອງ​ ສີ​ພັນ​ດອນ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ນະຄອນຫຼວງ​ວຽງ​ຈັນ, ສະຫາຍ ​ມ​າຍວັນ​ຕວັດ, ຮອງ​ເລຂາ​ຄະນະ​ພັກ​ແຂວງ, ປະທານ​ສະພາ​ປະຊາຊົນ​ແຂວງ​ນິງບິ່ງ ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຍິນ​ດີ​ຕ້ອນຮັບ​ສະຫາຍເຈົ້າຄອງນະຄອນຫຼວງວຽງຈັນ ແລະ ຄະນະຜູ້ແທນທີ່ໄປຢ້ຽມຢາມຢູ່ແຂວງນິງບິ່ງ.

ຂໍ້ມູນໂດຍສັງເຂບກ່ຽວກັບແຂວງ ນິງບິ່ງ ແລະ ການພົວພັນລະຫວ່າງແຂວງ ນິງບິ່ງ ກັບບັນດາທ້ອງຖິ່ນຂອງລາວ, ສະຫາຍ ມາຍວັນຕວັດ ໃຫ້ຮູ້ວ່າ: ຜ່ານການສະຫຼຸບເບື້ອງຕົ້ນເຄິ່ງວາລະຂອງກອງປະຊູມໄຫຍ່ອົງຄະນະພັກແຂວງນິງບິ່ງ ຄັ້ງທີ 22 , ອາຍຸການ 2020-2025, ແຂວງ ນິງບິ່ງ ໄດ້ມີຫຼາຍ​ເປົ້າ​ຫມາຍ​ບັນ​ລຸ ເເລະ ​​ລື່ນກາຍຄາດຫມາຍ​ທີ່​​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່ສາງອອກ.

ຮັດແໜ້ນສາຍພົວພັນສາມັກຄີລະຫວ່າງແຂວງ ນິງບິ່ງ ແລະ ນະຄອນຫລວງວຽງຈັນ
ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ນິງບິ່ງ ​ແລະ ເຈົ້າຄອງນະຄອນຫຼວງວຽງຈັນ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຈົດຈຳຮ່ວມມື.

ແຂວງ ນິງບິ່ງ ໄດ້ມີໂຄງການຮ່ວມມື ແລະ ພັດທະນາກັບແຂວງອຸດົມໄຊ ມາເປັນເວລາຫຼາຍປີແລ້ວ; ມີ​ການ​ຢ້ຽມ​ຢາມ, ແລກ​ປ່ຽນ ແລະ ແບ່ງບັນ​ໃນ​ຂົງ​ເຂດ​ຕ່າງໆຢ່າງ​ເປັນ​ປະຈຳ, ພິ​ເສດ​ແມ່ນ​ວັດ​ທະ​ນະ​ທຳ ແລະ ການ​ສຶກ​ສາ. ມະຫາວິທະຍາໄລ ຮວ່າລື ແຂວງ ນິງບິ່ງ ກໍ່ໄດ້ມີການບຳລຸງສ້າງນັກຮຽນ, ນັກສຶກສາລາວ ເປັນຈຳນວນຫຼາຍ.

ທີ່​ການ​ພົບ​ປະ, ສະຫາຍ ຟ້າ​ມກວາງ​ງອກ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ນິງບິ່ງ ​ໃຫ້​ຮູ້​ວ່າ: ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ​ແຂວງ ນິງບິ່ງ ​ແລະ ບັນດາ​ທ້ອງ​ຖິ່ນ​ຂອງ​ລາວ ໃນໄລຍະຜ່ານມາ​ໄດ້​ຮັບ​ການ​ເພີ່ມ​ທະວີ ​ແລະ ພັດທະນາຢ່ງບໍ່ຢຸດຢັ້ງ; ຈຸດ​ພົ້ນ​ເດັ່ນ​ແມ່ນ​ການ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ​ແຂວງ​ນິງບິ່ງ ​ແລະ ​ແຂວງ​ອຸດົມ​ໄຊ.

​ແຂວງ ນິງບິ່ງຍາມ​ໃດ​ກໍ່​ຍູ້​ແຮງ​ການ​ຊອກ​ຫາ​ກາລະ​ໂອກາດ​ຮ່ວມ​ມື ​ແລະ ພົບປະ​ແລກປ່ຽນ​ໃນ​ຫຼາຍ​ຂົງ​ເຂດ​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ​ລາວ; ການ​ເຄື່ອນໄຫວຮ່ວມ​ມື ​ແລະ ພົບປະ​ແລກປ່ຽນ​ມິດຕະພາບ​ນັບ​ມື້​ນັບເຂົ້າສູ່ລວງເລິກ, ​ເນື້ອແທ້ ​ແລະ ມີ​ປະສິດທິ​ຜົນ.

ສະຫາຍ ສະແດງ​ຄວາມຫວັງວ່າ ການ​ພົວພັນ​ລະຫວ່າງ​ແຂວງ ນິງບິ່ງ ​ແລະ ນະຄອນຫຼວງ​ວຽງ​ຈັນ ຈະ​ນັບ​ມື້​ນັບ​ພັດທະນາ, ປະກອບສ່ວນ​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ຫວຽດນາມ - ລາວ.

ເຈົ້າຄອງກຳແພງນະຄອນວຽງຈັນ ທ່ານ ອາດສະພັງທອງ ສີພັນດອນ ໄດ້ສະແດງຄວາມຂອບໃຈຕໍ່ຄວາມຮັກແພງ ແລະ ການຕ້ອນຮັບທີ່ເປັນກຽດ ແລະ ເຕັມໄປດ້ວຍສາຍຈິດມິດໃຈຂອງ ສະຫາຍ ມາຍວັນຕວັດ ແລະ ການນຳແຂວງ ນິງບິ່ງ.

ສະຫາຍເຊື່ອ​ໝັ້ນ​ວ່າ ພາຍຫຼັງ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ຂອງສະຫາຍເຈົ້າຄອງນະຄອນຫຼວງວຽງຈັນ ແລະ ຄະນະໃນ​ຄັ້ງ​ນີ້ ຈະ​ປະກອບສ່ວນ​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ​ສອງ​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມເວົ້າລວມ, ລະຫວ່າງ​ແຂວງ​ນິງບິ່ງ ​ແລະ ນະຄອນຫຼວງ​ວຽງ​ຈັນ ​ເວົ້າ​ສະ​ເພາະ.

ດີງເລື້ອງ

302 Found

Found

The document has moved here.