![]() |
ຫຼຽນຄຳທຳອິດຂອງທັບນັກກິລາຫວຽດນາມ ໄດ້ຈາກກິລາພາຍເຮືອ Rowing.
ສີພາຍທັງສີ່ປະກອບມີ: ເລືອງຖິທ໋າວ, ໂຮ່ຖິຫຼີ, ຕະແທັງຮວຽ່ນ, ຟ້າມຖິທ໋າວ ເຂົ້າເສັ້ນໄຊເປັນລຳທຳອິດ ດ້ວຍເວລາ 7ນາທີ 01ວິນາທີ 11. ທີມຊາດ ອີຣ່ານ 7ນາທີ 4ວິນາທີ 38 ແລະເກົາຫຼີໃຕ້ 7ນາທີ 6 ວິນາທີ 22 ເຂົ້າເປັນ 2-3 ຕາມລຳດັບ. ຫວຽດນາມ ຊະນະດ້ວຍເວລາຫ່າງເຖິງ 3 ວິນາທີ ທຽບກັບຄູ່ແຂ່ງອັນດັບສອງ, ທີມຊາດຫວຽດນາມ ເລັ່ງຕອນ 100 ແມັດສຸດທ້າຍ ໜີຫ່າງຈາກຄູ່ແຂ່ງໄດ້ຢ່າງເມົາມັນ.
![]() |
ຫຼຽນຄຳທຳອິດຂອງທັບນັກກິລາຫວຽດນາມ ໄດ້ຈາກກິລາພາຍເຮືອ Rowing.
ຕັ້ງແຕ່ ການແຂ່ງຂັນກິລາ Asiad 2018 ເລີ່ມຢ່າງເປັນທາງການ ວັນທີ 19 ສິງຫາ ນີ້ແມ່ນຫຼຽນຄຳທຳອິດທີ່ ທີມພາຍເຮືອ ທີມຊາດຍາດມາໃຫ້ ຄະນະນັກກິລາ ຫວຽດນາມ.
![]() |
ຫຼຽນຄຳທຳອິດຂອງທັບນັກກິລາຫວຽດນາມ ໄດ້ຈາກກິລາພາຍເຮືອ Rowing.
ລາງວັນອັດສີດຂອງຄະນະນັກກິລາຫວຽດນາມ ສຳລັບ ຫຼຽນຄຳ Asiad 2018 ແມ່ນ 300ລ້ານດົ່ງ.
(ຫັດທະບູນ)