ບ້ານຊິນສວຍໂຮ່ - ສະຖານທີ່ທ່ອງທ່ຽວທີ່ດູດດື່ມໃນແຂວງລາຍເຈົາ

07:46 | 08/09/2022

ໂດຍຫ່າງຈາກນະຄອນ ລາຍເຈົາເກືອບ 40 ກິໂລແມັດໄປທາງທິດເໜືອ, ບ້ານຊິນສວຍໂຮ່ ຕາແສງຊິນສວຍໂຮ່ ເມືອງຟອງໂຖ໋ ແຂວງລາຍເຈົາໄດ້ມີມາກ່ອນນີ້ປະມານ 300 ປີ. ບ້ານຊິນສວຍໂຮ່ ໄດ້ຮັບການຮັບຮອງຈາກແຂວງລາຍເຈົາແມ່ນບ້ານທ່ອງທ່ຽວຊຸມຊົມປີ 2015.

ແຂວງ ລາຍເຈົາ ສົ່ງເສີມຜະລິດຕະພັນຊາເຂົ້າຕະຫຼາດ ຕາເວັນອອກກາງ, ອາຟຣີກາເໜືອ ແລະ ອາຊີໃຕ້ ແຂວງ ລາຍເຈົາ ສົ່ງເສີມຜະລິດຕະພັນຊາເຂົ້າຕະຫຼາດ ຕາເວັນອອກກາງ, ອາຟຣີກາເໜືອ ແລະ ອາຊີໃຕ້
ຄົ້ນຫາບັນດາຈອມພູໃຫຍ່ໂຕມະໂຫຖານ ແລະ ມະຫັດສະຈັນຢູ່ແຂວງ ລາຍເຈົາ ຄົ້ນຫາບັນດາຈອມພູໃຫຍ່ໂຕມະໂຫຖານ ແລະ ມະຫັດສະຈັນຢູ່ແຂວງ ລາຍເຈົາ
ທິວທັດທຳມະຊາດຢູ່ບ້ານຊິນສວຍໂຮ່.
ທິວທັດທຳມະຊາດຢູ່ບ້ານຊິນສວຍໂຮ່.

ບ້ານຊິນສວຍໂຮ່ໃນປັດຈຸບັນມີ 149 ຄອບຄົວດ້ວຍຈຳນວນພົນລະເມືອງ 736 ຄົນເຊິ່ງລ້ວນແຕ່ແມ່ນຊາວເຜົ່າມົ້ງ. ໂດຍນອນຢູ່ຄວາມສູງເກືອບ 1.500 ແມັດເມື່ອທຽບໃສ່ໜ້ານ້ຳທະເລ ດັ່ງນັ້ນຢູ່ແຫ່ງນີ້ ດິນຟ້າອາກາດເຢັນສະບາຍ ພູຜາໃຫຍ່ໂຕມະໂຫຖານ, ໃນບ້ານກໍ່ມີຫ້ວຍ ,ນ້ຳຕົກຕາດໄຫຼຕະຫຼອດປີ

ນັບຕັ້ງແຕ່ ເມື່ອໄດ້ຮັບການຮັບຮອງແມ່ນບ້ານທ່ອງທ່ຽວຊຸມຊົມຊາວບ້ານໄດ້ຮ່ວມແຮງຮ່ວມໃຈເຮັດການທ່ອງທ່ຽວ. ມີບາງຄອບຄົວກໍ່ໄດ້ປຸກໂຮມສະເຕ, ມີບາງຄອບຄົວເປີດຮ້ານຂາຍກາເຟ, ມີບາງຄອບຄົວກໍ່ເຮັດພັດທະຄານຫຼືຂາຍເຄື່ອງຂອງເປັນທີ່ລະນຶກ... ບັນດາໂຮມສະເຕລ້ວນແຕ່ເຮັດດ້ວຍໄມ້ ດ້ວຍຮູບແບບເຮືອນຢູ່ປະເພນີຂອງຊາວເຜົ່າມົ້ງ.ທ່ານຫວ່າງອາຈິ໊ງນາຍບ້ານ ບ້ານຊິນສວຍໂຮ່ເລົ່າສູ່ຟັງວ່າ:

“ປັດຈຸບັນໃນບ້ານມີ 12 ຄອບຄົວເຮັດການບໍລິການໂຮມສະເຕ.ແຂກຄົນໜຶ່ງນັບທັງການກິນການນອນຕ້ອງຈ່າຍເງິນ 250.000 ດົ່ງຕໍ່ຄືນ. ແຂກມານີ້ ກໍ່ໄດ້ເຂົ້າຮ່ວມລາຍການສະແດງສິລະປະວັນນະຄະດີ, ເຂົ້າຮ່ວມງານຕັ້ງຄ້າຍ, ຟ້ອນລຳທຳເພງພ້ອມກັບພໍ່ແມ່ພີ່ນ້ອງຊາວບ້ານ. ແຂກທ່ອງທ່ຽວຫວຽດນາມມານີ້ກໍ່ມາຈາກຫຼາຍທ້ອງຖິ່ນ ຄືນະຄອນໂຮ່ຈີມິນ, ດ່າໜັງ,ໂຮ້ຍອານ...ສ່ວນແຂກທ່ອງທ່ຽວ ຕ່າງປະເທດຫຼາຍທີ່ສຸດແມ່ນມາຈາກອາເມລິກາແລະສິງກາໂປແລະການາດາ”.

ເມື່ອແຂກທ່ອງທ່ຽວມາຢ້ຽມຊົມທັດສະນະສຶກສາຢູ່ແຫ່ງນີ້ ກໍ່ຈະໄດ້ເຂົ້າຮ່ວມງານຕະຫຼາດນັດໃນວັນເສົາແຕ່ລະອາທິດແຂກທ່ອງທ່ຽວຈະຕົກສະເງິຍ້ອນທິວທັດທຳມະຊາດແລະມະນຸດຢູ່ແຫ່ງນີ້. ສອງຟາກທາງເຂົ້າໄປໝູ່ບ້ານກໍ່ປູກດອກໄມ້ຫຼາຍຊະນິດທີ່ງາມຕາ.ມາທ່ອງທ່ຽວຢູ່ບ້ານຊິນສວຍໂຮ່ ແຂກທ່ອງທ່ຽວຈະໄດ້ເຊື່ອມຕົວເຂົ້າກັບບັນຍາກາດວັດທະນະທຳທີ່ເປັນເອກະລັກຂອງຊາວເຜົ່າ ມົ້ງໄດ້ຢ້ຽມຊົມຄວາມງາມຂອງເນື້ອທີ່ນາຂັ້ນໄດ. ທ່ານຟ້າມງອກກວິ່ງ ແຂກທ່ອງທ່ຽວມາຈາກນະຄອນໂຮ່ຈີມິນເປີດເຜີຍວ່າ:

“ບ້ານຊິນສວຍໂຮ່ຖືກກໍ່ສ້າງຢ່າງໃຫຍ່ໂຕໂອ້ໂຖງສະອາດແລະສວຍງາມ. ສະຖາປັດຕະຍະກຳເຮືອນຢູ່ ເປັນຕົ້ນແມ່ນປະຕູໂຂງຂອງເຮືອນມີລັກສະນະພິເສດກົມກຽວ, ແຕ່ລະປະຕູໂຂງໂຮມສະເຕກໍ່ມີຄວາມເປັນເອກະລັກສະເພາະ, ຕົ້ນໄມ້ຢູ່ທີ່ນີ້ກໍ່ສວຍງາມທີ່ສຸດພ້ອມກັບຈິດໃຈຮັກແພງແຂກຄົນຂອງຊາວທ້ອງຖິ່ນແລະທິວທັດທຳມະຊາດທີ່ເປັນໜ້າຈັບອົກຈັບໃຈຢູ່ທີ່ນີ້ ກໍ່ພາໃຫ້ບໍ່ວ່າຜູ້ໃດທີ່ໄດ້ມາແຫ່ງນີ້ແລ້ວກໍ່ຢາກກັບຄືນມາຢາມອີກຄັ້ງໜຶ່ງ”.

ຈຸດທີ່ພົ້ນເດັ່ນຂອງການບໍລິການໂຮມສະເຕກໍ່ແມ່ນເຂດຮັງນົກ ເຊິ່ງແມ່ນບັນດາໂຮມສະເຕຖືກອອກແບບຢູ່ເທິງຕົ້ນໄມ້ເປັນໜ້າປະຫຼາດໃຈ. ອ້າຍຫວ່າງອາລືເຈົ້າຂອງໂຮມສະເຕເຂດຮັງນົກ ຢູ່ບ້ານຊິນສວຍໂຮ່ ໃຫ້ຮູ້ວ່າ:

“ເມື່ອແຂກທ່ອງທ່ຽວໄປຍັງເຂດຮັງນົກ ຈະໄດ້ນອນຢູ່ຕາມເຮືອນເທິງຕົ້ນໄມ້ ເຂດຮັງນົກມີທັງໝົດ 6 ຮັງແລະແຕ່ລະຮັງຍາວ 2,8 ແມັດ ສ່ວນລວງກວ້າງແມ່ນ 2,6 ແມັດ ມີໄວຟາຍມີຫ້ອງນ້ຳຄົບຊຸດ. ແຕ່ລະຫ້ອງສາມາດບັນຈຸສອງຄົນແລະເດັກນ້ອຍແຕ່ໜຶ່ງຫາສອງຄົນອີກ”.

ບ້ານຊິນສວຍໂຮ່ກໍ່ແມ່ນໜຶ່ງໃນບັນດາໝູ່ບ້ານໄດ້ຮັບການເລືອກເຟັ້ນຈາກແຂວງລາຍເຈົາເພື່ອປະຕິບັດແຜນ “ກໍ່ສ້າງຊົນນະບົດໃໝ່ຕິດພັນກັບການທ່ອງທ່ຽວຊົນນະບົດຢູ່ບາງບ້ານໝູ່ບ້ານໃນບໍລິເວນແຂວງລາຍເຈົາ ໄລຍະ 2020 - 2025”. ທ່ານແຈ່ວກວຍຮວ່າປະທານຄະນະກຳມະການປະຊາຊົນຕາແສງຊິນສວຍໂຮ່ໃຫ້ຮູ້ວ່າ:

“ໂດຍປະຕິບັດຕາມໂຄງການກໍ່ສ້າງຊົນນະບົດໃໝ່, ນັບແຕ່ປີ 2015 ທາງຕາແສງໄດ້ຂະຫຍາຍການປູກຕົ້ນຊາທັງປູກຕົ້ນກ້ວຍໄມ້ ເພື່ອສະໜອງໃຫ້ແກ່ບັນດາແຂວງເຂດພູດອຍທາງພາກເໜືອ. ແຕ່ລະປີບ້ານຊິນສວຍໂຮ່ມີລາຍໄດ້ຈາກການປູກຕົ້ນໄມ້ປະດັບແຕ່ 2 ຫາ 3 ຕື້ດົ່ງ. ແຂວງ ລາຍເຈົາ ມີ 11 ບ້ານທ່ອງທ່ຽວໃນນັ້ນມີບ້ານຊິນສວຍໂຮ່ແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທີ່ດູດດື່ມ”.

ປັດຈຸບັນບ້ານຊິນສວຍໂຮ່ ໄດ້ຮັບການເຊີດຊູຈາກສະຫະສະມາຄົມທ່ອງທ່ຽວຫວຽດນາມ ແມ່ນໝູ່ບ້ານທ່ອງທ່ຽວຊຸມຊົມທີ່ດີເດັ່ນໃນປີ 2019. ປີ 2019 ມີສີ່ໝູ່ບ້ານທ່ອງທ່ຽວຊຸມຊົມໄດ້ຮັບການເຊີດຊູລວມມີບ້ານທ່ອງທ່ຽວຊຸມຊົມຕາລາງໃນແຂວງກວ໋າງນາມ, ບ້ານວັດທະນະທຳທ່ອງທ່ຽວຊຸມຊົນ ນ້ຳດຳໃນແຂວງຮ່າຢາງບ້ານທ່ອງທ່ຽວຊຸມຊົມອາໂນໃນແຂວງເທື່ອທຽນເຫວ້ ແລະບ້ານທ່ອງທ່ຽວຊຸມຊົນຊິນສວຍໂຮ່.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.