ເຊີດຊູຄຸນຄ່າມໍລະດົກຂອງອ່າວຮ່າລອງ

15:39 | 31/08/2023

ຍສໝ - ໂດຍໄດ້ເຕົ້າໂຮມບັນດາຄວາມສາມດບົ່ມຊ້ອນທ່າໄດ້ປຽບໃນການພັດທະນາການທ່ອງທ່ຽວ, ເງື່ອນໄຂທີ່ສະດວກດ້ວຍລະບົບທາງຄົມມະນາຄົມ, ເຄື່ອງໝາຍ“5 ທ້ອງຖິ່ນ - 1 ສະຖານທີ່ທ່ອງທ່ຽວ” ດ້ວຍ “ເຂດມໍລະດົກມະຫັດສະຈັນ” ພວມຖືກ 5 ແຂວງພາກກາງຫວຽດນາມຄືກວ໋າງບິ່ງ, ກວ໋າງຈິ, ເທື່ອທຽນເຫວ້, ກວ໋າງນາມແລະນະຄອນດ່າໜັງຜັນຂະຫຍາຍການຮ່ວມມື. ການຮ່ວມສຳພັນນີ້ ຈະສ້າງຄວາມປະທັບໃຈໃຫ້ແກ່ແຂກທ່ອງທ່ຽວທັງຢູ່ພາຍໃນແລະຕ່າງປະເທດ, ປະກອບສ່ວນນຳການທ່ອງທ່ຽວພາກກາງເວົ້າສະເພາະ ແລະ ທ່ອງທ່ຽວທົ່ວປະເທດເວົ້າລວມຟື້ນຕົວຄືນແລະພັດທະນາພາຍຫຼັງໂລກລະບາດໂຄວິດ - 19.

ອ່າວ ຮ່າລອງ-ໝູ່ເກາະ ກາດບ່າ ໄດ້ຮັບການຮັບຮອງຈາກອົງການ UNESCO ເປັນມໍລະດົກໂລກທາງທຳມະຊາດ ອ່າວ ຮ່າລອງ-ໝູ່ເກາະ ກາດບ່າ ໄດ້ຮັບການຮັບຮອງຈາກອົງການ UNESCO ເປັນມໍລະດົກໂລກທາງທຳມະຊາດ
ຮ່າລອງ ໄດ້ຮັບລາງວັນເມືອງທ່ອງທ່ຽວສະອາດອາຊຽນ 2022 ຮ່າລອງ ໄດ້ຮັບລາງວັນເມືອງທ່ອງທ່ຽວສະອາດອາຊຽນ 2022

ໂດຍໄດ້ເຕົ້າໂຮມບັນດາຄວາມສາມດບົ່ມຊ້ອນທ່າໄດ້ປຽບໃນການພັດທະນາການທ່ອງທ່ຽວ, ເງື່ອນໄຂທີ່ສະດວກດ້ວຍລະບົບທາງຄົມມະນາຄົມ, ເຄື່ອງໝາຍ“5 ທ້ອງຖິ່ນ - 1 ສະຖານທີ່ທ່ອງທ່ຽວ” ດ້ວຍ “ເຂດມໍລະດົກມະຫັດສະຈັນ” ພວມຖືກ 5 ແຂວງພາກກາງຫວຽດນາມຄືກວ໋າງບິ່ງ, ກວ໋າງຈິ, ເທື່ອທຽນເຫວ້, ກວ໋າງນາມແລະນະຄອນດ່າໜັງຜັນຂະຫຍາຍການຮ່ວມມື. ການຮ່ວມສຳພັນນີ້ ຈະສ້າງຄວາມປະທັບໃຈໃຫ້ແກ່ແຂກທ່ອງທ່ຽວທັງຢູ່ພາຍໃນແລະຕ່າງປະເທດ, ປະກອບສ່ວນນຳການທ່ອງທ່ຽວພາກກາງເວົ້າສະເພາະ ແລະ ທ່ອງທ່ຽວທົ່ວປະເທດເວົ້າລວມຟື້ນຕົວຄືນແລະພັດທະນາພາຍຫຼັງໂລກລະບາດໂຄວິດ - 19.

ເຊີດຊູຄຸນຄ່າມໍລະດົກຂອງອ່າວຮ່າລອງ

ເຊີດຊູຄຸນຄ່າມໍລະດົກຂອງອ່າວຮ່າລອງ

5 ທ້ອງຖິ່ນແມ່ນບັນດາສະຖານທີ່ທີ່ຂາດບໍ່ໄດ້ສຳລັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດເຊິ່ງພົ້ນເດັ່ນຄືເສັ້ນທາງມໍລະດົກພາກກາງແລ່ນຜ່ານ 5 ທ້ອງຖິ່ນແມ່ນເຄື່ອງໝາຍທີ່ພົ້ນເດັ່ນຂອງທ່ອງທ່ຽວຫວຽດນາມ. ທ້ອງຖິ່ນເຫຼົ່ານີ້ ຍັງແມ່ນເຂດມໍລະດົກມະຫັດສະຈັນດ້ວຍລະບົບມໍລະດົກໂລກໃຫຍ່ໂຕມະໂຫຖານໄດ້ຮັບການເຊີດຈາກUnescoເຊິ່ງລວມມີ: ມໍລະດົກທຳມະຊາດໂລກຟອງຍາ - ແກ໋ບ່າງ, ບັນດາມໍລະດົກວັດທະນະທຳລວມມີກຸ່ມປູຊະນີຍະສະຖານກຸງເກົາເຫວ້, ຄຸ້ມຖະໜົນໂຮ້ຍອານ, ປູຊະນີຍະສະຖານໝີເຊີນ, ດົນຕີໃນລາດຊະວັງເຫວ້, ຂັບກາຈູ... ໄລຍະກ່ອນເກີດໂລກລະບາດໂຄວິດ - 19,ການທ່ອງທ່ຽວຢູ່ 5 ແຂວງພາກກາງໄດ້ມີການເຕີບໂຕທີ່ໜ້າປະທັບໃຈແລະ ໄດ້ບຸກບືນຂຶ້ນກາຍເປັນໜຶ່ງໃນບັນດາສະຖານທີ່ພົ້ນເດັ່ນຂອງທ່ອງທ່ຽວຫວຽດນາມແລະພາກພື້ນອາຊີ ດ້ວຍແຂກທ່ອງທ່ຽວປະມານ 20 ລ້ານຫາ 25 ລ້ານເທື່ອຄົນຕໍ່ປີ. ທ່ານຮອງຫົວໜ້າກົມໃຫຍ່ທ່ອງທ່ຽວຫວຽດນາມ ຮ່າວັນຊຽວ ຕີລາຄາວ່າ:

“ຮູບແບບການຮ່ວມສຳພັນ 5 ທ້ອງຖິ່ນໜຶ່ງສະຖານທີ່ທ່ອງທ່ຽວ ດ້ວຍບັນດາຜະລິດຕະພັນການບໍລິການໃໝ່ທີ່ເປັນເອກະລັກ. ອາດເວົ້າໄດ້ວ່າພາຍຫຼັງຖືກຮັບຜົນກະທົບຈາກໂຄວິດ - 19 ເປັນໄລຍະຍາວ, ບັນດາວິສາຫະກິດໃນປັດຈຸບັນພວມກຽມພ້ອມບັນດາຜະລິດຕະພັນການບໍລິການ,ລາຍການທ່ອງທ່ຽວທີ່ດູດດື່ມ. ພວກຂ້າພະເຈົ້າຕີລາຄາສູງແລະຊົມເຊີຍຄວາມມານະພະຍາຍາມຂອງບັນດາອົງການຄຸ້ມການທ່ອງທ່ຍວຂອງ 5 ທ້ອງຖິ່ນນີ້ ເຊິ່ງໄດ້ຮ່ວມເດີນທາງພ້ອມກັບວິສາຫະກິດ ແລະ ໄດ້ສ້າງໂອກາດໃຫ້ແກ່ບັນດາສິສາຫະກິດເຄື່ອນໄຫວໄດ້ເປັນຢ່າງດີ. ວິສາຫະກິດໄດ້ ແລະພວມຈະນັບມື້ນັບເປັນເຈົ້າການໃນການເຂົ້າເຖິງຕະຫຼາດ”.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.