ກອງກຳລັງຮັກສາສັນຕິພາບຫວຽດນາມ ປະຕິບັດການຕອບສະໜອງສະພາບການສຸກເສີນ | |
ວັດທະນະທຳເຊື່ອມໂຍງ, ຊຸກຍູ້ສັນຕິພາບ |
ພາຍຫຼັງ 9 ວັນຢູ່ຮ່າໂນ້ຍ ດ້ວຍບັນດາການເຄື່ອນໄຫວທີ່ຫຼາກຫຼາຍ, ໂຄງການຕີລາຄາກຳລັງກຳລັງກະກຽມເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ (CEPPP) ກຸ່ມຊ່ຽວຊານຮັກສາສັນຕິພາບຮອບທີ 4 (2021-2023) ໂດຍ ຫວຽດນາມ ແລະ ຍີ່ປຸ່ນ ເປັນປະທານຮ່ວມໃນຂອບເຂດອາຊຽນ. ກອງປະຊຸມລັດຖະມົນຕີປ້ອງກັນປະເທດ (ADMM+) ປະສົບຜົນສຳເລັດຢ່າງຈົບງາມ.
ນີ້ແມ່ນຄັ້ງທຳອິດ ຫວຽດນາມ ເປັນເຈົ້າພາບຈັດຕັ້ງງານດັ່ງກ່າວ. ບັນດາໝາກຜົນສຳຄັນທີ່ບັນລຸໄດ້ທີ່ CEPPP 2023 ໄດ້ປະກອບສ່ວນຢືນຢັນບົດບາດ, ກຽດສັກສີ, ທີ່ຕັ້ງ ແລະ ການປະກອບສ່ວນຂອງຫວຽດນາມ ໃນບັນດາກົນໄກຮ່ວມມືຫຼາຍຝ່າຍກ່ຽວກັບການຮັກສາສັນຕິພາບຂອງສະຫະປະຊາຊາດຢູ່ພາກພື້ນ ແລະ ໃນຂອບເຂດ ADMM+.
![]() |
ປະຕິບັດເປົ້າໝາຍປະເມີນຄວາມສາມາດຂອງກຳລັງຮັກສາສັນຕິພາບ. (ພາບ: TTXVN) |
ທ່ານພົນໂທ ຟຸ່ງສີເຕິ້ນ ກ່າວຄໍາເຫັນຢັ້ງຢືນການເຂົ້າຮ່ວມຢ່າງຕັ້ງໜ້າ ແລະມີປະສິດທິຜົນຂອງ 18 ຄະນະສາກົນ ທີ່ມາຈາກບັນດາປະເທດໃນຂອບເຂດ ADMM+ ໄດ້ປະກອບສ່ວນໃຫ້ແກ່ຜົນສໍາເລັດຂອງ CEPPP-2023; ຂອບໃຈກະຊວງປ້ອງກັນປະເທດ ຍີ່ປຸ່ນ ທີ່ໄດ້ສົມທົບກັບຫວຽດນາມ ໃນບົດບາດເປັນປະທານຮ່ວມຢ່າງແໜ້ນແຟ້ນ ແລະມີປະສິດທິຜົນ; ເຊື່ອໝັ້ນວ່າ ຜ່ານກົນໄກຮ່ວມມື ADMM+ ເວົ້າລວມ, ເຊິ່ງລະອຽດແມ່ນການເຄື່ອນໄຫວຂອງກຸ່ມຊ່ຽວຊານຮັກສາສັນຕິພາບ, ບັນດາປະເທດ ຈະສືບຕໍ່ຊຸກຍູ້ການຮ່ວມມື ແລະຍົກສູງຄວາມສາມາດເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງບັນດາປະເທດສະມາຊິກ, ປະກອບສ່ວນເຂົ້າໃນພາລະກໍາຮັກສາສັນຕິພາບ ສປຊ ໃນໄລຍະຈະມາເຖິງຢ່າງມີປະສິດທິຜົນ.
ຕາງໜ້າບັນດາຜູ້ແທນສາກົນ, ທ່ານນາງ Masuzawa Tomoko ຜູ້ອໍານວຍການຮ່ວມມືສາກົນພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ, ກະຊວງປ້ອງກັນປະເທດ, ຫົວໜ້າກຸ່ມຊ່ຽວຊານຮັກສາສັນຕິພາບຍີ່ປຸ່ນ, ປະທານຮ່ວມກຸ່ມຊ່ຽວຊານ ໄລຍະ 4 ຂອບໃຈຕໍ່ການຮັກແຂກຄົນ ແລະການຕ້ອນຮັບຢ່າງຮອບຄອບຖີ່ຖ້ວນຂອງປະເທດເຈົ້າພາບຫວຽດນາມ, ການໜູນຊ່ວຍຂອງກະຊວງປ້ອງກັນປະເທດ, ກົມຮັກສາສັນຕິພາບຫວຽດນາມ ໃນການຈັດຕັ້ງເຫດການ.
ຕາມທ່ານນາງ Tomoko, ໂຄງການບັນລຸໄດ້ເປົ້າໝາຍເພີ່ມທະວີການພົວພັນຄູ່ຮ່ວມມື ແລະຮ່ວມມືລະຫວ່າງບັນດາປະເທດໃນຂົງເຂດຮັກສາສັນຕິພາບ. ທ່ານນາງ Tomoko ເນັ້ນໜັກວ່າ CEPPP-2023 ແມ່ນເຫດການພິເສດ ແລະບໍ່ເຄີຍມີມາກ່ອນ ຍ້ອນມີການເຂົ້າຮ່ວມຂອງ 3 ພາກສ່ວນນັກສັງເກດການທະຫານ-ຊ່າງແສງ-ເສນາຮັກ ທີ່ຮໍ່າຮຽນ ແລະຝຶກແອບຮ່ວມກັນ. ທ່ານນາງ Tomoko ກ່າວຄໍາເຫັນຢັ້ງຢືນວ່າ “CEPPP-2023 ໄດ້ກາຍເປັນມະຫາຄອບຄົວຍ້ອນມີການປະກອບສ່ວນ ແລະຄໍາໝັ້ນສັນຍາຂອງ ບັນດາຝ່າຍເຂົ້າຮ່ວມ, ທີ່ໄດ້ແບ່ງປັນຄວາມນຶກຄິດ, ທັກສະ ແລະບົດຮຽນ. ຈົ່ງຮ່ວມກັນນໍາເອົາຄວາມຮູ້ທີ່ຖອດຖອນມາໄດ້ໄດ້ຢູ່ທີ່ນີ້ກັບເມືອປະເທດຂອງຕົນ. ຈົ່ງຮ່ວມກັນນໍາເອົາບົດຮຽນນີ້ເພື່ອເປັນສໍາພາລະເດີນທາງໃຫ້ແກ່ບັນດາການເຄື່ອນໄຫວຮັກສາສັນຕິພາບຕໍ່ໄປ. ພວກເຮົາ ຈົ່ງພ້ອມກັນສືບຕໍ່ ປະກອບສ່ວນເຂົ້າໃນສັນຕິພາບ ແລະຄວາມໝັ້ນຄົງສາກົນ”.
ຄຳຮຸ່ງ