ປະທານ ອົງການກາແດງລາວ ຕ້ອນຮັບຄະນະຜູ້ແທນ ສະພາກາແດງ ແຂວງເທືອທຽນເຫ້ວ ສສ ຫວຽດນາມ

10:19 | 20/09/2018

ໃນວັນທີ 19 ກັນຍາ 2018 ທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ ໄດ້ຕ້ອນຮັບ ທ່ານ ຫງຽນ ງ໋ອກ ຮຸງ ປະທານສະພາກາແດງແຂວງ ເທື່ອທຽນເຫວ້ ສສ.ຫວຽດນາມ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາເຮັດວຽກ ແລະ ຢ້ຽມຢາມ ສປປ ລາວ, ເພື່ອເປັນການເສີມຂະຫຍາຍສາຍຮັດແໜ້ນສາຍພົວພັນມິດຕະພາບ ແລະ ທັງເປັນການຜັນຂະຫຍາຍກອບການຮ່ວມມື ລະຫວ່າງ ອົງ ການກາແດງລາວ ແລະ ສະພາກາແດງ ສສ.ຫວຽດນາມ ທີ່ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ ໃນປີ 2013 ໃຫ້ປະສົບຜົນສຳເລັດ ແລະ ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ.


ປະທານ ອົງການກາແດງລາວ ຕ້ອນຮັບຄະນະຜູ້ແທນ ສະພາກາແດງ ແຂວງເທືອທຽນເຫ້ວ ສສ ຫວຽດນາມ

ອົງການກາແດງລາວ ຕ້ອນຮັບຄະນະຜູ້ແທນ ສະພາກາແດງ ແຂວງເທືອທຽນເຫ້ວ ສສ ຫວຽດນາມ.


ໃນໂອກາດດຽວນີ້, ທ່ານ ຄໍາຮຸ່ງ ເຮືອງວົງສີ ໄດ້ສະແດງຄວາມຊົມເຊີຍ, ຍີນດີຕ້ອນຮັບ ຕໍ່ຄະນະ ທ່ານ ຫງຽນ ງ໋ອກຮຸງ ປະທານສະພາກາແດງແຂວງ ເທື່ອທຽນເຫວ້ ສສ ຫວຽດນາມ ພ້ອມດ້ວຍຄະນະ.ໄລຍະຜ່ານມາສະພາກາແດງ ສສ.ຫວຽດນາມ ໄດ້ໃຫ້ການຊ່ວຍເຫລືອອົງການກາແດງລາວ ແລະ ປະ ຊາຊົນລາວ, ເປັນຕົ້ນ ໂຄງການລ້ຽງງົວ ທີ່ໄດ້ຈັດຕັ້ງຢູ່ບາງແຂວງ, ການຍົກລະດັບໃຫ້ພະນັກງານຂັ້ນສູນກາງ ແລະ ອື່ນໆ. ພ້ອມນີ້, ປະທານອົງການກາແດງລາວ ກໍໄດ້ແຈ້ງ ກ່ຽວກັບສະພາບດິນຟ້າອາກາດທີ່ມີການປ່ຽນແປງ, ເຊິ່ງໄດ້ເຮັດໃຫ້ ທົ່ວປະເທດມີຝົນຕົກໜັກຕິດຕໍກັນຫລາຍວັນ ເຮັດໃຫ້ຫລາຍແຂວງເກິດໄພນໍ້າຖ້ວມ, ອັນໄດ້ສ້າງຄວາມເສຍຫາຍທາງດ້ານພື້ນຖານໂຄງລ່າງ, ດ້ານສາທາລະນະສຸກ, ການສຶກສາ ແລະ ການດຳລົງຊີວິດຂອງປະຊາຊົນ ແມ່ນໄດ້ຮັບຜົນກະທົບ, ພິເສດ ແມ່ນໄພພິບັດ ຄູສັນເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ໄດ້ສ້າງຜົນກະທົບ 13 ບ້ານ ຂອງເມືອງ ສະໜາມໄຊ ແຂວງ ອັດຕະປື ແລະ ມີ 6 ບ້ານ ທີ່ໄດ້ຮັບຜົນກະທົບໜັກກວ່າໝູ່ ຕໍ່ສະພາບເຫດການທີ່ເກີດຂຶ້ນດັ່ງກ່າວ, ທາງອົງການກາແດງລາວ ກໍ່ໄດ້ຈັດຕັ້ງ ເພື່ອໃຫ້ການຊ່ວຍເຫລືອປະຊາຊົນ ໄດ້ມີການລະດົມສັງຄົມ ເພື່ອຊ່ວຍເຫລືອຜູ້ປະສົບໄພ ສຸກເສີນທາງດ້ານສຸຂະອະນາໄມ, ອາຫານ, ທີ່ພັກອາໃສ ແລະ ນໍ້າສະອາດ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.