ສະໜາມບິນ ສາ​ກົນ​ໂນ້ຍ​ບ່າຍ​ຜະ​ລິດ ​ຕູ້​ຂ້າ​ເຊື້ອ ທົ່ວ​ຮ່າງ​ກາຍເພື່ອປ້ອງ​ກັນ ແລະ ສະ​ກັດ​ກັ້ນ​ເຊື້ອ​ພະ​ຍາດ Covid-19

06:07 | 26/03/2020

ຍສໝ - ວັນທີ 24 ມີນານີ້, ສະໜາມບິນ ສາ​ກົນ​ໄດ້ນຳເອົາຕູ້ຂ້າເຊື້ອທົ່ວຮ່າງກາຍ ເພື່ອປ້ອງກັນ ແລະ ສະກັດກັ້ນເຊື້ອພະຍາດ ມານຳໃຊ້ຢ່າງເປັນທາງ.

ອີງຕາມການແຈ້ງການຂອງສະໜາມບິນ ​ໂນ້ຍ​ບ່າຍ, ນີ້ແມ່ນໝາກຜົນຂອງກຸ່ມບັນດານັກວິສະວະກອນໜຸ່ມ ຂອງສູນບໍລິການເຕັກນິກການບິນ ໂນ້ຍບ່າຍ ສັງກັດທ່າອາກາດສະຍານສາກົນໂນ້ຍບ່າຍຄົ້ນຄ້ວາ ແລະ ປະດິດສ້າງ.

ພາຍຫຼັງປະດິດສ້າງຕູ້ຂ້າເຊື້ອໜ່ວຍທຳອິດສຳເລັດ. ທ່າອາກາດສະຍານສາກົນ ຍັງຈະສືບຕໍ່ຄົ້ນຄ້ວາ, ທະວີຄູນອອກໃນວົງກ້ວາງເພື່ອເອົາໄປຕັ້ງຢູ່ຕາມບັນດາຫົວໜ່ວຍທີ່ຂຶ້ນກັບ ແລະ ພິເສດແມ່ນຢູ່ສະຖານີລົດໄຟເພື່ອຮັບໃຊ້ຜູ້ໂດຍສານ.

ສະໜາມບິນ ສາ​ກົນ​ໂນ້ຍ​ບ່າຍ​ຜະ​ລິດ ​ຕູ້​ຂ້າ​ເຊື້ອ ທົ່ວ​ຮ່າງ​ກາຍເພື່ອປ້ອງ​ກັນ ແລະ ສະ​ກັດ​ກັ້ນ​ເຊື້ອ​ພະ​ຍາດ Covid-19

ະໜາມບິນ ໂນ້ຍບ່າຍ ໄດ້ຜະລິດເອງ ຫ້ອງຢາຂ້າເຊື້ອທົ່ວຮ່າງກາຍເພື່ອປ້ອງກັນ ແລະ ສະກັດກັ້ນເຊື້ອພະຍາດ Covid-19. (ພາບ: VGP)

ຕູ້ຂ້າເຊື້ອທົ່ວ​ຮ່າງ​ກາຍ ໃຊ້ວິທີທາດລະລາຍເກືອ ion ເປັນນ້ຳຄ້າງ ທີ່ໄດ້ສີດໃນຫ້ອງປິດ, ເມື່ອມີຄົນເຂົ້າຕູ້, ການຂ້າເຊື້ອໄດ້ດໍາເນີນຢູ່ໃນລະດັບມູມ 360 ອົງສາ, ໄດ້ຮັບປະກັນວ່າ ນ້ຳຄ້າງທີ່ປົກຄຸມທົ່ວຮ່າງກາຍ, ຊ່ວຍໃນການຂ້າເຊື້ອສູງສຸດ, ວ່ອງໄວ ແລະ ປອດໄພສຳລັບທຸກຄົນໂດຍສານ ແລະ ພະນັກງານສະໜາມບິນ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.