ສ້າງ​ແຮງ​ຊຸກ​ຍູ້​ການ​ຮ່ວມ​ມື​ແບບ​ດັ້ງ​ເດີມ​ຫວຽດ​ນາມ - ບັງ​ກະ​ລາ​ເດັດ

16:35 | 22/09/2023

ຍສໝ - ການ​ຢ້ຽມ​ຢາມບັງ​ກະ​ລາ​ເດັດຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງດິ່ງເຫວະ ໄດ້​ມີ​ຄວາມ​ໝາຍ​ສຳ​ຄັນ​ເປັນ​ພິ​ເສດ, ສ້າງ​ກຳ​ລັງ​ແຮງ​ໃໝ່​ໃຫ້​ແກ່​ການ​ພັດ​ທະ​ນາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ແບບ​ດັ້ງ​ເດີມ​ລະ​ຫວ່າງ 2 ປະ​ເທດ.

ຫວຽດ​ນາມ ແລະ Tonga ສ້າງ​ຕັ້ງ​ກ​ານ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ ແລະ Tonga ສ້າງ​ຕັ້ງ​ກ​ານ​ພົວ​ພັນ​ທາງ​ການ​ທູດ
ຫວຽດ​ນາມ ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ການ​ຮ່ວມ​ມື​ແມ່​ນ້ຳ​ຂອງ-ແມ່​ນ້ຳ​ຄົງຄາ ຫວຽດ​ນາມ ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ການ​ຮ່ວມ​ມື​ແມ່​ນ້ຳ​ຂອງ-ແມ່​ນ້ຳ​ຄົງຄາ

ຕອນບ່າຍວັນທີ 21 ກັນຍາ, ຕາມເວລາທ້ອງຖິ່ນ, ໃນຂອບເຂດການຢ້ຽມຢາມ Bangladesh ຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ມີບົດກ່າວຄຳເຫັນ ນະໂຍບາຍສຳຄັນຢູ່ ສະຖາບັນການຕ່າງປະເທດ Bangladesh, ຢູ່ນະຄອນຫຼວງ Dhaka.

ສ້າງ​ແຮງ​ຊຸກ​ຍູ້​ການ​ຮ່ວມ​ມື​ແບບ​ດັ້ງ​ເດີມ​ຫວຽດ​ນາມ - ບັງ​ກະ​ລາ​ເດັດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້​ມີ​ການ​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ບັງ​ກະ​ລາ​ເທດ Mohammed Shahabuddin

ກ່າວຄຳເຫັນຕໍ່ໜ້ານັກປະຖະກະຖາ, ນັກວິທະຍາສາດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃຫ້ຮູ້ວ່າ ຫວຽດນາມ ຍາມໃດກຳນົດປະຊາຊົນເປັນໃຈກາງ, ເປັນເຈົ້າຂອງ ແລະ ກຳລັງໜູນຫຼັກຂອງພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ສັນຕິພາບ ແລະ ການພັດທະນາແບບຍືນຍົງຈະ ພຽງແຕ່ສາມາດບັນລຸໄດ້ເມື່ອປະຊາຊົນ ມີຊີວິດການເປັນຢູ່ທີ່ອີ່ມໜຳສຳລານ, ສົມບູນພູນສຸກ ແລະ ປອດໄພ.

ໃນຂົງເຂດການຕ່າງປະເທດ, ຕາມທ່ານປະທານສະພາແຫ່ງຊາດ ແລ້ວ, ຫວຽດນາມ ພວມມານະພະຍາຍາມຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີປະສິດທິຜົນກັບບັນດາປະເທດ, ເປັນຕົ້ນແມ່ນບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອຄື Bangladesh. ທ່ານໃຫ້ຮູ້ວ່າ:

ທ່າມກາງການຜັນແປທີ່ສັບສົນຂອງຍຸກສະໄໝ ແລະ ປະຫວັດສາດ, ການພັດທະນາຢ່າງແຮງຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ລະຫວ່າງ ຫວຽດນາມ ແລະ Bangladesh ແມ່ນຍືນຍົງຄົງຕົວຕະຫຼອດການ. ໃນທ່າພັດທະນາລວມຂອງການພົວພັນຮ່ວມມືລະຫວ່າງສອງປະເທດ, ການພົວພັນລັດຖະສະພາລະຫວ່າງ ຫວຽດນາມ ແລະ Bangladesh ກໍ່ມີຫຼາຍບາດກ້າວບຸກທະລຸ. ສະພາແຫ່ງຊາດສອງປະເທດ ໄດ້ ແລະ ພວມຮ່ວມມືກັນຢ່າງແໜ້ນແຟ້ນ, ພ້ອມກັນຊຸກຍູ້ ແລະ ຕິດຕາມກວດກາການປະຕິບັດບັນດາຂໍ້ຕົກລົງຮ່ວມມືລະຫວ່າງສອງປະເທດ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.