ໜັງສືພິມ ອາຊີຕາເວັນອອກສ່ຽງໃຕ້ ຍົກຍ້ອງ ທີມໂອລິມປິກຫວຽດນາມ

07:31 | 15/08/2018

ຍສໝ - ຊົມການເອົາຊະນະຄູ່ຕໍ່ສູ້ແບບສະບາຍໆ ຂອງ ທີມຊາດຫວຽດນາມ ກັບ ປາກີສະຖານ ໜັງສືພິມຫຼາຍສຳນັກ ໃນພາກພື້ນ ໄດ້ຍົກຍ້ອງແກ່ ທີມຂອງ ຄູຝຶກ Park Hang Seo. ນອກນັ້ນສຳຄັນທີ່ສຸດແມ່ນທີມໂອລິມປິກ ຫວຽດນາມ ຍັງເປັນທີມອັນດັບ 1 ຂອງຕາງຕະລາງສາຍ D ນຳໜ້າ ທີມຊາດ ຢີປຸ່ນ.

ໜັງສືພິມ ອາຊີຕາເວັນອອກສ່ຽງໃຕ້ ຍົກຍ້ອງ ທີມໂອລິມປິກຫວຽດນາມ

ທີມຊາດຫວຽດນາມ ເຂົ້າຮ່ວມການແຂ່ງຂັນ ເອຊຽນເກມ 2018.

ສຳນັກຂ່າວ Bola ຂອງ Indonesia ສະແດງຄວາມປະຫຼາດໃຈ. “ທີມຊາດຢີປຸ່ນໂຊກບໍ່ຄ່ອຍດີປານໃດ ທັງທີ່ທີມຊາດຂອງພວກເຂົາຍິງປະຕູເຖິງ 13ຄັ້ງ ແຕ່ເປັນປະຕູພຽງແຕ່ 1 ລູກ ເອົາຊະນະທີມຊາດ ເນປານ. ຜົນການແຂ່ງຂັນເຮັດໃຫ້ ທີມຊາດຢີປຸ່ນ ຢູ່ອັນດັບທີ 2 ຂອງຕະລາງ ສາຍ D, ຖັດຈາກທີມໂອລິມປິກຫວຽດນາມ”.

ສຳນັກຂ່າວຂອງເຈົ້າພາບຍັງຂຽນຕື່ມອີກວ່າ: “ທີມຊາດຫວຽດນາມ ເອົາຊະນະ ຄູ່ຕໍ່ສູ້ຄື ທີມຊາດປະກີສະຖານ ຢ່າງງ່າຍດາຍດ້ວຍປະຕູ ລວມ 3-0 ໃນຄະນະທີ່ ສອງທີມຄື: ເນປານ ແລະ ປາກີສະຖານຈັດຢຸ່ທ້າຍຕະລາງ ຍ້ອນຍັງບໍ່ມີຈັກຄະແນນ”

ໜັງສືພິມ ອາຊີຕາເວັນອອກສ່ຽງໃຕ້ ຍົກຍ້ອງ ທີມໂອລິມປິກຫວຽດນາມ

ທີມຊາດຫວຽດນາມ ເຂົ້າຮ່ວມການແຂ່ງຂັນ ເອຊຽນເກມ 2018.

ໃນຄະນະດຽວກັນ ສຳນັກຂ່າວ Goal ໄດ້ເວົ້າກ່ຽວກັບ ເງື່ອນໄຂຝຶກຊ້ອມຂອງທີມຊາດຫວຽດນາມ ກ່ອນການແຂ່ງຂັນ Asian Games ປີນີ້ຈະເລີ່ມ .

ສຳນັກຂ່າວນີ້ໄດ້ນຳສະເໜີຄຳສຳພາດຂອງ ຫົວໜ້າຄະນະ ທີມຊາດຫວຽດນາມ ທ່ານ ເຢືອງວູ໋ເລິມ ວ່າ: ການທີ່ທີມຊາດໂອລິມປິກ ຫວຽດນາມ ຕ້ອງໄດ້ຊ້ອມໃນເດີນປູຢາງ ຢູ່ໄກ້ກັບທີ່ພັກ ແທນທີ່ຈະໄດ້ເຂົ້າຝຶກຊ້ອມໃນເດີ່ນຫຍ້າ ຄືເປັນນຳ້ເຢັນໆທີ່ມາຊະໂລມຄວາມຮ້ອນໃນອາລົມລົງ ຍ້ອນບໍ່ໄດ້ຮັບການຊ້ອມຢູ່ເດີ່ນທີ່ເໝາະສົມ.

ໜັງສືພິມ ອາຊີຕາເວັນອອກສ່ຽງໃຕ້ ຍົກຍ້ອງ ທີມໂອລິມປິກຫວຽດນາມ

ທີມຊາດຫວຽດນາມ ເຂົ້າຮ່ວມການແຂ່ງຂັນ ເອຊຽນເກມ 2018.

ສຳນັກຂ່າວ Goal ຍັງຂຽນຕື່ມອີກວ່າ: ການທີ່ທີມຊາດ ຫວຽດນາມ ຕາມແຜນແມ່ນຈະໄດ້ເຂົ້າຝຶກຊ້ອມຢູ່ເດີ່ນ Sutasoma ເຂດທະຫານ ຂອງປະເທດເຈົ້າພາບ ແຕ່ພາຍຫຼັງແມ່ນບໍ່ໄດ້ເຂົ້າຝຶກຊ້ອມໃນເດີ່ນດັ່ງກ່າວແມ່ນຍ້ອນ ຄວາມຜິດພາດຂອງ ຄະນະຈັດຕັ້ງປະເທດເຈົ້າພາບ.

ໜັງສືພິມ ອາຊີຕາເວັນອອກສ່ຽງໃຕ້ ຍົກຍ້ອງ ທີມໂອລິມປິກຫວຽດນາມ

ທີມຊາດຫວຽດນາມ ເຂົ້າຮ່ວມການແຂ່ງຂັນ ເອຊຽນເກມ 2018.

(ຫັດ​ທະ​ບູນ)

ເຫດການ